ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ວາງແຜນ ຈະເພີ້ມ ແຮງງານ ທີ່ມີຝີມື ໃຫ້ໄດ້ ຫຼາຍກວ່າ 658,000 ຄົນ ໃນຊ່ວງປີ 2016-2020


ລັດຖະບານລາວ ຈັດກອງປະຊຸມ ແຜນການພັດທະນາ ດ້ານແຮງງານ ໃນຊ່ວງປີ 2016-2020
ລັດຖະບານລາວ ຈັດກອງປະຊຸມ ແຜນການພັດທະນາ ດ້ານແຮງງານ ໃນຊ່ວງປີ 2016-2020

ລັດຖະບານລາວວາງແຜນການ ທີ່ຈະເພີ້ມຈຳນວນແຮງງານທີ່ມີ
ຝີມື ໃຫ້ໄດ້ຫຼາຍກວ່າ 658,000 ຄົນ ໃນຊ່ວງປີ 2016-2020
ດ້ວຍການພັດທະນາຫລັກສູດ ແລະ ການຝຶກອົບຮົມ ທີ່ມີຄຸນນະ
ພາບຢ່າງແທ້ຈິງ.

ທ່ານຄຳແພງ ໄຊສົມແພງ ລັດຖະມົນຕີວ່າການກະຊວງແຮງງານ ແລະ ສະຫວັດດີການ
ສັງຄົມ ຖະແຫລງວ່າ ແຜນການພັດທະນາດ້ານແຮງງານໃນຊ່ວງປີ 2016-2020 ທີ່ລັດ
ຖະບານລາວໄດ້ໃຫ້ຄວາມສຳຄັນ ເປັນພິເສດກໍຄືການພັດທະນາຫລັກສູດ ແລະ ການຝຶກ
ອົບຮົມ ເພື່ອເພີ້ມຈຳນວນແຮງງານ ທີ່ມີຝີມືໃຫ້ໄດ້ຫຼາຍກວ່າ 658,000 ຄົນ ໂດຍມີເປົ້າ
ໝາຍເພື່ອຕອບສະໜອງແຮງງານ ທີ່ມີຄຸນນະພາບໃຫ້ແກ່ບັນດາ ບໍລິສັດຕ່າງຊາດ ທີ່ລົງ
ທຶນຢູ່ໃນລາວໃຫ້ໄດ້ຢ່າງສອດຄ້ອງ ແລະພຽງພໍກັບຄວາມຕ້ອງການທີ່ເປັນຈິງ.

ບັນດາແຮງງານລາວ ກຳລັງ ທຳງານ ຢູ່ທີ່ ໂຮງງານ ແຫ່ງໜຶ່ງ ໃນລາວ
ບັນດາແຮງງານລາວ ກຳລັງ ທຳງານ ຢູ່ທີ່ ໂຮງງານ ແຫ່ງໜຶ່ງ ໃນລາວ

ພ້ອມກັນນີ້ ລັດຖະບານລາວ ຍັງໄດ້ວາງເປົ້າໝາຍ ທີ່ຈະສ້າງ
ມາດຕະຖານຝີມືແຮງງານໃໝ່ໃຫ້ໄດ້ ໃນ 25 ສາຂາອາຊີບ
ດຳເນີນການທົດສອບ ແລະ ອອກໃບຢັ້ງຢືນ ມາດຕະຖານຝີມື
ແຮງງານ 27 ສາຂາອາຊີບໃຫ້ກັບແຮງງານລາວ ຈຳນວນ
12,500 ຄົນ ທີ່ມີລະດັບຝີມືແຮງງານ ທີ່ໄດ້ມາດຕະຖານ ແລະ
ສາມາດໄປທຳງານໄດ້ໃນທຸກປະເທດ ໃນກຸ່ມອາຊຽນດ້ວຍກັນ.

ແຕ່ຢ່າງໃດກໍຕາມ ທ່ານສົມພຽນ ໄຊຍະເດດ ຮອງປະທານສະ
ມາຄົມອຸດສາຫະກຳຕັດຫຍິບລາວ ຍອມຮັບວ່າ ການຂາດແຄນ
ແຮງງານ ທີ່ມີຝີມື ກຳລັງເປັນບັນຫາ ແລະ ອຸປະສັກສຳຄັນ ຕໍ່ການພັດທະນາ ອຸດສາຫະກຳ
ການຜະລິດເສື້ອຜ້າສຳເລັດຮູບໃນລາວ ຊຶ່ງຈະເຫັນໄດ້ຈາກຈຳນວນໂຮງງານ ຕັດຫຍິບ
ທີ່ລົດຈາກ 110 ໂຮງງານໃນເດືອນກຸມພາ 2015 ລົງມາເປັນ 99 ໂຮງງານໃນປັດຈຸບັນ.

ທັງນີ້ ໂດຍຄາດໝາຍວ່າ ບັນດາໂຮງງານຕັດຫຍິບໃນລາວ ມີຄວາມຕ້ອງການແຮງງານ
ທີ່ມີຝີມືເກີນ ກວ່າ 60,000 ຄົນ ໃນລະຍະນີ້ ຈົນເຖິງປີ 2017 ແຕ່ໃນຄວາມເປັນຈິງ ກໍ
ປາກົດວ່າ ຢູ່ໃນລາວມີແຮງງານ ທີ່ຕອງສະໜອງໄດ້ພຽງ 31,000 ກວ່າຄົນເທົ່ານັ້ນ ຊຶ່ງ
ດ້ວຍສະພາບການດັ່ງກ່າວນີ້ ກໍຍັງເຮັດໃຫ້ມູນຄ່າ ການສົ່ງອອກຜະລິດຕະພັນເສື້ອຜ້າ
ສຳເລັດຮູບຂອງລາວ ລົດຈາກຫລາຍກວ່າ 201 ລ້ານໂດລາ ໃນປີ 2013 ລົງມາເປັນ
186 ລ້ານໂດລາ ໃນປີ 2014 ແລະຄາດວ່າ ຈະລົດລົງອີກໃນປີ 2015 ນີ້ອີກດ້ວຍ.

ທາງດ້ານທ່ານນາງສຸວັນແພງ ບຸບຜານຸວົງ ຫົວໜ້າຄະນະກຳມາທິການເສດຖະກິດ
ແຜນການ ແລະ ການລົງທຶນ ໄດ້ໃຫ້ການຍອມຮັບວ່າ ການພັດທະນາດ້ານຝີມືແຮງງານ
ໃນລາວ ທີ່ບໍ່ມີປະສິດທິພາບກໍຄືສາເຫດສຳຄັນ ທີ່ເຮັດໃຫ້ເກີດບັນຫາຂາດແຄນ ແຮງ
ງານມີຝີມືໃນລາວ ດັ່ງທີ່ທ່ານນາງຢືນຢັນວ່າ:

“ຄືດັ່ງພວກເຮົາໄດ້ຮູ້ນຳກັນແລ້ວ ວ່າ ໃນຊຸມປີຜ່ານມາ ໂຄງການລົງທຶນເພື່ອ
ການພັດທະນາເສດຖະກິດ ສັງຄົມຂອງປະເທດຊາດຂອງພວກເຮົານີ້ ໃນທຸກ
ລະດັບ ແມ່ນນັບມື້ນັບເພີ້ມຂຶ້ນເລື້ອຍໆ ແຕ່ຄວາມສາມາດ ໃນການສ້າງ ພັດ ທະນາຝີມືແຮງງານ ແລະ ຄວາມສາມາດຕອບສະໜອງກຳລັງແຮງງານ ໂດຍ ສະເພາະແມ່ນແຮງງານ ທີ່ມີຝີມື ໃຫ້ແກ່ຕະຫລາດແຮງງານ ແມ່ນຍັງບໍ່ທັນ
ພຽງພໍກັບຄວາມຕ້ອງການ ຈຶ່ງເຮັດໃຫ້ເກີດມີສະພາບຂາດແຄນແຮງງານ.”

ໂດຍໃນລະຍະທີ່ຜ່ານມາບັນດາບໍລິສັດຕ່າງຊາດ ທີ່ລົງທຶນໃນລາວ ໄດ້ນຳເຂົ້າແຮງງານ
ມີຝີມື ຈາກຕ່າງປະເທດແລ້ວ 5 ໝື່ນກວ່າຄົນ ຈຶ່ງຈະພຽງພໍກັບຄວາມຕ້ອງການ ທີ່ເປັນ
ຈິງໃນປັດຈຸບັນ.

ນອກຈາກນີ້ ການທີ່ແຮງງານລາວ ສ່ວນຫຼາຍເປັນແຮງງານ ທີ່ບໍ່ມີຝີມື ກໍຍັງເປັນເງື່ອນໄຂ
ທີ່ເຮັດໃຫ້ມີການເອົາລັດເອົາປຽບແຮງງານ ໂດຍບັນດານາຍຈ້າງ ທັງທີ່ເປັນຄົນລາວ ແລະ
ຕ່າງຊາດອີກດ້ວຍ ໂດຍເຖິງແມ່ນວ່າ ລັດຖະບານລາວ ຈະໄດ້ອະນຸມັດ ໃຫ້ປັບຂຶ້ນອັດຕາ
ຄ່າຈ້າງຂັ້ນຕ່ຳສຳລັບ ຜູ້ອອກແຮງງານໃນລາວ ແລະມີຜົນບັງຄັບນັບແຕ່ວັນທີ 1 ເມສາ
2015 ເປັນຕົ້ນມາ ຊຶ່ງກໍເຮັດໃຫ້ອັດຕາຄ່າຈ້າງຂັ້ນຕ່ຳປັບຂຶ້ນຈາກ 626,000 ກີບ ເປັນ
900,000 ກີບຕໍ່ເດືອນ ຫາກແຕ່ອັດຕາລາຄາ ຈ້າງຂັ້ນຕ່ຳດັ່ງກ່າວນີ້ ກໍບໍ່ມີຜົນບັງຄັບໃຊ້
ກັບລູກຈ້າງຂອງພາກສ່ວນ ທີ່ເປັນຄູ່ສັນຍາກັບລັດຖະບານລາວ ແຕ່ຢ່າງໃດ.

XS
SM
MD
LG