ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວເຊື່ອໝັ້ນວ່າ ຈະສາມາດບັນລຸເປົ້າໝາຍໃນການສັກ​​ວັກ​ຊີນກັນ​ໂຄວິດ ໄດ້​ເຖິງ 50 ເປີ​ເຊັນ ຂອງປະຊາກອນ ໃນທ້າຍປີນີ້


ການກວດ​ອຸນ​ຫ​ະ​ພູມ​ນັກ​ຮຽນ​ເພື່ອ​ກັນຄວາມ​ສ່ຽງ​ໃນ​ການ​ຕິດ​ໂຄວິດ-19 ໃນ​ໂຮງ​ຮຽນ​ມັດ​ທະ​ຍົມ​ແຫ່ງ​ນຶ່ງ​ຢູ່​ນະ​ຄອນ​ຫລວງວຽງ​ຈັນ
ການກວດ​ອຸນ​ຫ​ະ​ພູມ​ນັກ​ຮຽນ​ເພື່ອ​ກັນຄວາມ​ສ່ຽງ​ໃນ​ການ​ຕິດ​ໂຄວິດ-19 ໃນ​ໂຮງ​ຮຽນ​ມັດ​ທະ​ຍົມ​ແຫ່ງ​ນຶ່ງ​ຢູ່​ນະ​ຄອນ​ຫລວງວຽງ​ຈັນ

ລັດຖະບານລາວມີຄວາມເຊື່ອໝັ້ນວ່າ ຈະສາມາດບັນລຸເປົ້າໝາຍຂອງການສັກ​ຢາ​ວັກ​ຊີນກັນ​ໂຄວິດ-19 ໄດ້​ເຖິງ 50 ເປີ​ເຊັນ ຂອງປະຊາກອນທັງໝົດພາຍໃນທ້າຍປີ 2021 ແລະ​ນາໆ​ຊາດ​ຍັງ​ຈະ​ໃຫ້ການ ຊ່ວຍເຫຼືອເພີ້ມຂຶ້ນ, ຊົງ​ລິດ ໂພນ​ເງິນ​ມີ​ລາຍ​ງານ​ເລື້ອງນີ້​ມາ​ສະ​ເໜີ​ທ່ານ ຈາກ​ບາງກອກ.

ທ່ານພັນ​ຄຳ ວິ​ພາ​ວັນ, ນາຍົກລັດຖະມົນຕີຖະ​ແຫລງຢືນຢັນວ່າ ລັດຖະບານລາວຈະສາມາດ ບັນລຸເປົ້າໝາຍໃນການສັກຢາວັກຊີນ COVID-19 ໄດ້​ເຖິງ 50 ເປີເຊັນ ຂອງປະຊາກອນທັງໝົດ ພາຍໃນທ້າຍປີ 2021 ນີ້ ຢ່າງ​ແນ່ນອນ ໝາຍຄວາມວ່າ ປະຊາຊົນລາວ 3 ລ້ານ 7 ແສນ ຄົນ ຈະໄດ້ຮັບວັກຊີນປ້ອງກັນພະຍາດໂຄວິດ -19 ຄົນລະສອງ​ໂດ​ສ​ຢ່າງ​ຄົບ​ຖ້ວນ, ທັງ​ໝັ້ນໃຈວ່າ ສາກົນຈະໃຫ້ການຊ່ວຍເຫຼືອດ້ານການສັກຢາປ້ອງກັນພະຍາດໃຫ້ແກ່ລັດຖະບານລາວຢ່າງພຽງພໍສຳ​ລັບເປົ້າໝາຍດັ່ງ​ກ່າວນີ້ອີກ​ດ້ວຍ, ດັ່ງ​ທີ່​ທ່ານ​ພັນ​ຄຳ​ ຢືນ​ຢັນ​ວ່​າ:
“ແຜນການສັກຢາວັກຊີນ 50 ເປີ​ເຊັນ, ຂ້າ​ພະ​ເຈົ້າ​ວ່າ​ໄດ້ແນ່ນອນ. ຄັນ​ເວົ້າ​ເຖິງຈຳນວນໂດ​ສ​ຢາສັກ, ມັນໄດ້ກາຍເປັນ 50 ແລ້ວ, ແຕ່ວ່າ​ອັນ 50 ຂອງ​ຂ້າ​ພະ​ເຈົ້າ​ທີ່​ເປັນນາຍົກນີ້ ຄິດວ່າ 50 ຕ້ອງແມ່ນ 2 ເຂັມ. ຄົນລາວທີ່ໄດ້ສັກ 2 ເຂັມແລ້ວ ຕ້ອງໃຫ້ມັນໄດ້ 50 ເປີ​ເຊັນ, ແຕ່ວ່າ ຖ້ານັບທັງ 2 ເຂັມ ແລະ 1 ເຂັມນັ້ນ, ດຽວນີ້ 60 ເປີ​ເຊັນປາຍ​ແລ້ວ​ເດ້ ກໍແປວ່າໄດ້ ແລະຂ້າ​ພະ​ເຈົ້າເຊື່ອວ່າການຈັດຊື້ກໍດີ, ການຊ່ວຍເຫຼືອຂອງປະເທດເພື່ອນມິດຍັງຈະ​ມາຢູ່.”

ແຕ່​ຢ່າງ​ໃດ​ກໍ​ຕາມ ເນື່ອງຈາກວ່າການລະບາດຂອງໄວຣັ​ສໂຄວິດ-19 ທີ່ ປະ​ຊາ​ຊົນລາວ ກໍາລັງປະເຊີນຢູ່ໃນປັດຈຸບັນນີ້ ນັບ​ວ່າເປັນການລະບາດຮອບທີ 3 ທີ່ມີຄວາມຮຸນແຮງ ຫຼາຍກວ່າສອງຮອບທີ່ຜ່ານມາ ເພາະວ່າມັນເປັນໄວຣັສກາຍພັນທີ່ເອີ້ນ​ວ່າ ແດ​ລ​ຕາ (Delta) ທີ່ສາມາດຕິດຕໍ່ກັນໄດ້ຢ່າງວ່ອງໄວ ແລະແຜ່ລະ​ບາດ​ອອກໄປໄດ້​ຢ່າງກວ້າງຂວາງກວ່າໄວ​ຣັ​ສໂຄວິດ-19 ຊະ​ໜິດ​ອື່ນ ເພາະ​ສະນັ້ນ, ເພື່ອເປັນ​ການ​ຮັກສາຊີວິດຂອງປະຊາຊົນລາວ ຈາກການລະບາດດັ່ງກ່າວ ຈຶ່ງຈະຕ້ອງເລັ່ງສັກຢາວັກຊີນກັນໄວຣັສ​ໂຄວິດ-19 ໃຫ້ໄດ້​ເກີນກວ່າເປົ້າໝາຍ 50 ເປີເຊັນ ຂອງປະຊາກອນລາວດັ່ງ​ກ່າວ ​ກໍ​ຄືເພີ່ມຂຶ້ນເປັນ 70 ເປີເຊັນ ຂອງປະຊາກອນລາວໃຫ້ໄດ້ໄວທີ່ສຸດ ໂດຍກຸ່ມເປົ້າໝາຍແມ່ນເຍົາ​ວະ​ຊົນ ອາຍຸລະຫວ່າງ 12-17 ປີ ເພາະວ່າເປັນ​ກຸ່ມສ່ຽງສູງ ທີ່ຈະຕິດເຊື້ອໄວຣັສໂຄວິດ-19 ຈາກການໄປຮຽນໜັງ​ສືຕາມປົກກະຕິນັ້ນ ດັ່ງ​ທີ່ທ່ານພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະສົ່ງເສີມສຸຂະພາບຖະແຫຼງຢືນຢັນວ່າ:
“ເນື່ອງຈາກວ່າໃນປີ 2022 ນີ້ເຮົາຍັງມີແຜນທີ່ຈະຂະຫຍາຍກຸ່ມເປົ້າໝາຍອອກໄປຕື່ມໂດຍສະ ເພາະແມ່ນກຸ່ມເປົ້າໝາຍທີ່ມີອາຍຸ 12-17 ປີເດະ ຊຶ່ງຫຼາຍປະເທດເຂົາເຈົ້າກະໄດ້ເລີ່ມຈັດຕັ້ງປະຕິ ບັດແລ້ວ ສະນັ້ນ ສປປ ລາວ ຂອງໝວດເຮົານີ້ກໍຈະໄດ້ເອົາເຂົ້າແຜນໃນປີ 2022 ເພາະສະນັ້ນ ໝວດເຮົານີ້ກະໄດ້ວາງແຜນກ່ຽວກັບເລື່ອງການຊອກຫາທຶນຮອນ ເປັນການລະດົມຊອກຫາວັກຊີນ ເພື່ອໃຫ້ກຸ່ມເປົ້າໝາຍດັ່ງກ່າວ ໄດ້ເຂົ້າເຖິງການສັກວັກຊີນຄືກັນກັບກຸ່ມເປົ້າໝາຍ 18 ປີຂຶ້ນໄປຫັ້ນແຫຼະ.”

ນອກຈາກນີ້ເນື່ອງຈາກນະຄອນຫຼວງວຽງຈັນເປັນເຂດທີ່ມີປະຊາຊົນລາວຕິດໄວຣັສໂຄວິດ-19 ຫຼາຍທີ່ສຸດໃນ ລາວ ປະກອບກັບໃນປັດຈຸບັນນີ້ໄວຣັສໄດ້ລະບາດເຂົ້າໄປໃນຊຸມຊົນຢ່າງກວ້າງຂວາງອີກດ້ວຍແລ້ວ ກໍຍັງເຮັດໃຫ້ຈຳເປັນຢ່າງຍິ່ງທີ່ຈະຕ້ອງເລັ່ງສັກຢາວັກຊີນກັນໄວຣັສ ໂຄວິດ-19 ໃຫ້ປະຊາຊົນລາວ ໃນນະຄອນຫຼວງວຽງຈັນ ໃຫ້ໄດ້ບໍ່ຫນ້ອຍກວ່າ 80 ເປີເຊັນ ຂອງປະຊາກອນທັງໝົດໃນນະຄອນຫຼວງວຽງຈັນ ພາຍໃນທ້າຍປີ 2021 ນີ້ອີກດ້ວຍ.

ນັບຕັ້ງແຕ່ເດືອນກຸມພາ 2020 ຫາຕົ້ນເດືອນສິງຫາ 2021 ລັດຖະບານລາວໄດ້ຮັບການຊ່ວຍເຫຼືອ ຈາກຕ່າງປະເທດທີ່ປະກອບສ່ວນເຂົ້າໃນການສະກັດກັ້ນການລະບາດຂອງໄວຣັສໂຄວິດ-19 ເປັນຢາ ປິ່ນປົວຄິດເປັນມູນຄ່າລວມ 88.34 ຕື້ກີບ, 76.25 ລ້ານໂດລາ, 23.71 ລ້ານບາດ, 13.45 ລ້ານຢວນ, 248.67 ລ້ານເຢນ, 431.33 ລ້ານດົງ ແລະເງິນຊ່ວຍເຫຼືອຈາກສັງຄົມລາວກວ່າ 20 ຕື້ກີບ ທີ່ໄດ້ນຳໃຊ້ແລ້ວ 6 ຕື້ກີບຈຶ່ງຍັງເຫຼືອອີກ 14 ຕື້ກີບກັບ 5.85 ລ້ານໂດລາ ແລະ 8.1 ລ້ານບາດ ທີ່ສາມາດນຳໃຊ້ໄດ້ ໃນປັດຈຸບັນນີ້.

ທາງ​ດ້ານອົງການອະນາໄມໂລກ (WHO) ແລະ​ນາໆ​ຊາດກໍຕົກລົງໃຫ້ການຊ່ວຍເຫຼືອແກ່ລັດຖະບານລາວ ດ້ານຢາວັກຊີນກັນໄວຣັສ COVID-19 ສະເພາະໃນປີ 2021 ຄິດເປັນຈຳນວນລວມກັນເກີນກວ່າ 7.5 ລ້ານໂດສ ຊຶ່ງພຽງພໍສຳລັບການສັກໃຫ້ປະຊາຊົນລາວ 3.7 ລ້ານຄົນຫຼື 50 ເປີເຊັນຂອງປະຊາກອນລາວທັງໝົດ ຫາກແຕ່ສຳລັບເປົ້າໝາຍທີ່ຈະສັກຢາວັກຊີນດັ່ງກ່າວໃຫ້ເພີ່ມຂຶ້ນເປັນ 70 ເປີເຊັນຂອງປະຊາກອນລາວໃຫ້​ໄດ້ໃນ​ປີ 2022 ນັ້ນລັດຖະບານລາວຈະຕ້ອງຈັດຫາ ແລະ​ຂໍການຊ່ວຍເຫຼືອຈາກ​ນາໆ​ຊາດ​ໃຫ້ໄດ້​ເກືອບ 3 ລ້ານ​ໂດ​ສ ໂດຍ​ທີ່​ປະ​ຊາ​ຊົນ​ລາວ​ຕິດ​ໄວ​ຣັ​ສ​ເກີນກວ່າ 31,000 ຄົນ ແລະ​ເສຍ​ຊີ​ວິດ​ເກືອບ 40 ຄົນ ໃນ​ວັນ​ທີ 14 ຕຸ​ລາ 2021 ສ່ວນ​ທີ່​ໄດ້​ສັກ​ວັກ​ຊີນ​ເຂັມ​ທີ 1 ກັບ​ເຂັມ​ທີ 2 ແລ້ວ​ກໍ​ມີ​ເກີນກວ່າ 3 ລ້ານ ກັບ 2 ລ້ານກວ່າ​ຄົນ​ແລ້ວ​ຕາມ​ລຳ​ດັບ.

XS
SM
MD
LG