ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ລາວ ມີງົບປະມານພຽງແຕ່ 20 ເປີເຊັນເທົ່ານັ້ນ ສຳລັບນຳໃຊ້ ໃນການຈັດຊື້ ຢາວັກຊີນກັນໄວຣັສ COVID-19


ເອກອັກຄະລັດຖະທູດ ສະຫະລັດ ປະຈຳລາວ ຖ່າຍຮູບກັບຢາວັກຊີນຂອງໂຄງການ COVAX, ສະໜາມບິນ ວັດໄຕ, ນະຄອນຫຼວງວຽງຈັນ.
ເອກອັກຄະລັດຖະທູດ ສະຫະລັດ ປະຈຳລາວ ຖ່າຍຮູບກັບຢາວັກຊີນຂອງໂຄງການ COVAX, ສະໜາມບິນ ວັດໄຕ, ນະຄອນຫຼວງວຽງຈັນ.

ລັດຖະບານ ລາວ ມີງົບປະມານພຽງແຕ່ 20 ເປີເຊັນເທົ່ານັ້ນ ສຳລັບນຳໃຊ້ໃນການຈັດຊື້ຢາວັກຊີນກັນໄວຣັສ COVID-19 ເພື່ອສັກໃຫ້ປະຊາຊົນໃຫ້ໄດ້ເຖິງ 70 ເປີເຊັນຂອງຈຳນວນປະຊາກອນທັງໝົດໃນທົ່ວປະເທດ.

ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກຖະແຫຼງວ່າ ລັດຖະບານສາ ມາດຕອບສະໜອງດ້ານງົບປະມານສຳລັບການຈັດຊື້ຢາວັກຊີນກັນໄວຣັສ COVID-19 ໄດ້ພຽງ 20 ເປີເຊັນຂອງຄວາມຕ້ອງການທັງໝົດເທົ່ານັ້ນໃນປັດຈຸບັນນີ້ ໝາຍຄວາມວ່າການຈັດຫາຢາວັກຊີນກັນໄວຣັສ COVID-19 ເພື່ອສັກໃຫ້ປະຊາຊົນ ລາວ ນັ້ນກໍຈະຕ້ອງເພິ່ງພາການຊ່ວຍເຫຼືອຈາກຕ່າງປະເທດເປັນດ້ານຫຼັກນັ້ນເອງ ໂດຍທີ່ຜ່ານມາລັດຖະບານ ຈີນ ກໍໄດ້ໃຫ້ການຊ່ວຍເຫຼືອ ລາວ ດ້ານຢາວັກຊີນກັນໄວຣັສ COVID-19 ແລ້ວ 3 ຄັ້ງທີ່ມີຈຳນວນລວມກັນເຖິງ 1,102,000 ໂດສ ກັບ 132,000 ໂດສຈາກການຊ່ວຍເຫຼືອຂອງອົງການອະນາໄມໂລກ ແລະ 500 ໂດສທີ່ເປັນການຊ່ວຍເຫຼືອຈາກລັດຖະບານ ຣັດເຊຍ ແຕ່ເນື່ອງຈາກລັດຖະບານ ລາວ ໄດ້ວາງເປົ້າໝາຍໄວ້ວ່າຈະສັກຢາວັກຊີນກັນໄວຣັສ COVID-19 ໃຫ້ປະຊາຊົນ ລາວ ໃຫ້ໄດ້ 3.5 ລ້ານຄົນ ຫຼືຄິດເປັນ 70 ເປີເຊັນຂອງປະຊາກອນ ລາວ ທີ່ຢູ່ໃນກຸ່ມສ່ຽງນັ້ນ ຈຶ່ງເຮັດໃຫ້ຍັງຈະຕ້ອງເພິ່ງພາການຊ່ວຍເຫຼືອຈາກຕ່າງປະເທດເພີ່ມເຕີຂຶ້ນອີກ ດັ່ງທີ່ທ່ານ ພູທອນ ໄດ້ໃຫ້ການຢືນຢັນວ່າ

“ປະເທດ ລາວ ເຮົາລັດຖະບານໄດ້ກຽມງົບປະມານຈຳນວນນຶ່ງເພື່ອຈັດຊື້ວັກຊີນເພື່ອໃຫ້ໄດ້ຕາມຄາດໝາຍຢ່າງໜ້ອຍ 20 ເປີເຊັນຂອງປະຊາກອນ ມາຮອດດຽວນີ້ການຊ່ວຍເຫຼືອນີ້ກໍທະຍອຍມາໃນປະລິມານທີ່ພຽງພໍຈະດຳເນີນການສັກໃຫ້ບັນດາກຸ່ມເປົ້າໝາຍກ່ອນ ແລະ ພວກເຮົາຈະດຳເນີນການສັກຢານີ້ໃຫ້ແກ່ກຸ່ມເປົ້າໝາຍກ່ອນແລ້ວກະກຽມຄວາມພ້ອມລັດຖະບານຈະໄດ້ອອກງົບປະ ມານຕື່ມເທົ່າໃດໃນສ່ວນທີ່ບໍ່ທັນພຽງພໍນັ້ນ.”

ຊຶ່ງພາຍໃຕ້ເປົ້າໝາຍທີ່ຈະສັກຢາວັກຊີນກັນໄວຣັສ COVID-19 ໃຫ້ປະຊາຊົນ ລາວ ໃຫ້ໄດ້ເຖິງ 3.5 ລ້ານຄົນ ຫຼື 70 ເປີເຊັນຂອງປະຊາກອນ ລາວ ທີ່ຢູ່ໃນກຸ່ມສ່ຽງດັ່ງກ່າວ ລັດຖະບານ ລາວ ຄາດຫວັງວ່າຈະໄດ້ຮັບການຊ່ວຍເຫຼືອເພີ່ມຂຶ້ນອີກທັງຈາກອົງການອະນາໄມໂລກ ກັບບັນດາປະເທດຜູ້ບໍລິຈາກ ທັງຍັງເຊື່ອໝັ້ນວ່າຈະໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ຈີນ ເພີ່ມຂຶ້ນອີກດ້ວຍ ແຕ່ວ່າການສັກຢາວັກຊີນໃນໄລຍະນີ້ ກໍຍັງຈະເປັນການສັກໃຫ້ພະນັກງານລັດທີ່ມີຄວາມສ່ຽງໃນການປະຕິບັດງານ ລວມເຖິງຜູ້ທີ່ຈຳເປັນຈະຕ້ອງເດີນທາງໄປຕ່າງປະເທດດ້ວຍ ດັ່ງທີ່ທ່ານ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ຢືນຢັນວ່າ

“ເປົ້າໝາຍຂອງເຮົານີ້ໃຫ້ກວມໄດ້ 70 ເປີເຊັນຂອງປະຊາກອນຂອງພວກເຮົາຫຼືປະມານ 3.5 ລ້ານ ແຕ່ເຖິງຢ່າງໃດກໍຕາມ ໃນກໍລະນີທີ່ວ່າເຮົາມີຄວາມຈຳເປັນທີ່ຈະເດີນທາງໄປເຮັດວຽກງານທາງດ້ານລັດຖະການ ຫຼືວ່າອື່ນໆຢູ່ຕ່າງປະເທດທີ່ມີຄວາມຈຳເປັນທີ່ຈະຕ້ອງໄດ້ສັກ ອັນນີ້ທາງຄະນະສະເພາະກິດກໍຄືກະຊວງສາທາລະນະສຸກຂອງພວກເຮົາກໍຈະພິຈາລະນາເປັນລາຍໆໄປ.”

ທັງນີ້ລັດຖະບານ ລາວ ໄດ້ຮັບການຊ່ວຍເຫຼືອດ້ານຢາວັກຊີນກັນໄວຣັສ COVID-19 ຈາກກຸ່ມບໍລິສັດ Sino-Pharm ຂອງລັດຖະບານ ຈີນ ຈຳນວນ 1,102,000 ໂດສ ໃນຊ່ວງທ້າຍປີ 2020 ຫາເດືອນມີນາ 2021 ຜ່ານມາທີ່ໄດ້ສັກໃຫ້ກັບພະນັກງານລັດທີ່ມີຄວາມສ່ຽງໃນການປະຕິບັດງານໃນເຂດນະຄອນວຽງຈັນຢ່າງຄົບຖ້ວນແລ້ວ ແລະ ບໍ່ປາກົດວ່າມີຜົນຂ້າງຄຽງອັນຮ້າຍແຮງເກີດຂຶ້ນແຕ່ຢ່າງໃດ ຈຶ່ງໄດ້ແຈກຢາຍຢາວັກຊີນໄປໃຫ້ທຸກແຂວງ ເພື່ອສັກໃຫ້ກັບພະນັກງານລັດທີ່ມີຄວາມສ່ຽງໃຫ້ໄດ້ຢ່າງຄົບຖ້ວນໃນເດືອນເມສາ 2021 ນີ້.

ພະນັກງານລັດທີ່ມີຄວາມສ່ຽງໃນການປະຕິບັດງານທີ່ໄດ້ຮັບການສັກຢາວັກຊີນກັນໄວຣັສ COVID-19 ເປັນກຸ່ມທຳອິດໃນ ລາວ ກໍຄືແພດ, ພະຍາບານ ແລະ ພະນັກງານລັດທີ່ປະຕິບັດໜ້າ ທີ່ປະຈຳຢູ່ດ່ານຊາຍແດນເປັນຕົ້ນ ໂດຍການສັກຢາວັກຊີນຈະແລ້ວສຳເລັດໃນເດືອນເມສາ 2021 ນີ້ ສ່ວນການສັກຢາວັກຊີນໃຫ້ປະຊາຊົນ ລາວ ທົ່ວໄປນັ້ນ ຍັງຈະຕ້ອງລໍຖ້າການຊ່ວຍເຫຼືອ ຫຼື ສັ່ງຊື້ຈາກຕ່າງປະເທດ ໂດຍສະເພາະແມ່ນການຊ່ວຍເຫຼືອຈາກອົງການອະນາໄມໂລກ ຊຶ່ງ ລາວ ກໍເປັນປະເທດ 1 ໃນ 92 ປະເທດທີ່ຈະໄດ້ຮັບການຊ່ວຍເຫຼືອດ້ານຢາວັກຊີນສຳລັບປະຊາຊົນ ລາວ 1.4 ລ້ານຄົນຫຼື 20 ເປີເຊັນຂອງປະຊາກອນ ລາວ ທັງໝົດ ຈຶ່ງຍັງເຫຼືອອີກກວ່າ 5.6 ລ້ານຄົນທີ່ຈະໄດ້ຮັບການສັກຢາວັກຊີນຕ້ານໄວຣັສ COVID-19 ດ້ວຍການສັ່ງຊື້ຈາກຕ່າງປະເທດເປັນດ້ານຫຼັກ ຊຶ່ງຄາດວ່າຈະຕ້ອງໃຊ້ເງິນທຶນຫຼາຍກວ່າ 100 ລ້ານໂດລາ.

ໂດຍທີ່ຜ່ານມານານາຊາດໄດ້ໃຫ້ການຊ່ວຍເຫຼືອລັດຖະບານ ລາວ ຫຼາຍກວ່າ 62 ກວ່າຕື້ກີບ ແລະ ລັດຖະບານ ລາວ ກໍໄດ້ອະນຸມັດງົບປະມານສຸກເສີນ 30 ຕື້ກີບ ເພື່ອຈັດຊື້ອຸປະກອນທາງການແພດ ແລະ ຈັດສັນໃຫ້ແຕ່ລະແຂວງໃນທົ່ວປະເທດ ທັງຍັງໄດ້ກູ້ຢືມສຸກເສີນໃນມູນຄ່າ 18 ລ້ານໂດລາຈາກທະນາຄານໂລກ ເພື່ອນຳໃຊ້ໃນການຍົກລະດັບປະສິດທິພາບໃນການສະກັດກັ້ນການລະບາດຂອງໄວຣັສ COVID-19 ໃຫ້ສູງຂຶ້ນດ້ວຍ.

XS
SM
MD
LG