ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຄາດໝາຍ​ ຈະ​ໄດ້ຮັບການ​ຊ່ວຍ​ເຫຼືອ ຈາກ​ຕ່າງປະເທດ 3,500 ລ້ານ​ໂດ​ລາ


ອົງການພັດທະນາສາກົນ ສະຫະລັດ ໃຫ້ການຊ່ວຍເຫຼືອ ແກ່ ລັດຖະບານລາວ
ອົງການພັດທະນາສາກົນ ສະຫະລັດ ໃຫ້ການຊ່ວຍເຫຼືອ ແກ່ ລັດຖະບານລາວ

ລັດຖະບານ​ລາວ ວາງ​ຄາດໝາຍ​ຈະ​ໄດ້ຮັບ​ການ​ຊ່ວຍ​ເຫຼືອຈາກ​ຕ່າງປະ​ເທດ ​ໃນ​ມູນ​ຄ່າ​ລວມ 3,500 ລ້ານ​ໂດ​ລາ ຫຼື 700 ລ້ານ​ຕໍ່​ປີ ​ໃນ​ຕະຫຼອດ​ແຜນການ​ພັດທະນາ​ເສດຖະກິດ ​ແລະ ສັງຄົມ ນັບ​ແຕ່​ປີ 2016 ຫາ​ປີ 2020.

ທ່ານ​ສົມ​ດີ ດວງ​ດີ ລັດຖະມົນຕີ​ວ່າການ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ຖະ​ແຫລ​ງ ວ່າ ​ແຜນການ​ພັດທະນາ​ເສດຖະກິດ ​ແລະ ສັງຄົມ ​ໃນຊ່ວງ​ປີ 2016-2020 ທີ່​ຈະ​ເລີ້ມ​ການຈັດຕັ້ງ
ປະຕິບັດ ນັບ​ແຕ່​ເດືອນ​ຕຸລາ 2015 ​ເປັນຕົ້ນ​ໄປ ​ເຖິງ​ເດືອນ​ກັນຍາ 2020 ລັດຖະບານລາວ ​ໄດ້​ວາງ​ຄາດໝາຍ ທີ່​ຈະ​ສູ້​ຊົນ​ເພື່ອ​ຍາດ​ແຍ່ງ​ເອົາ ຄວາມ​ຊ່ວຍ​ເຫຼືອຈາກ​ຕ່າງປະ​ເທດ​ໃຫ້​ໄດ້​ໃນ​ມູນ​ຄ່າ​ລວມ​ເຖິງ 3,500 ລ້ານ​ໂດ​ລາ ຫຼື ​ບໍ່ໃຫ້​ຫລຸດ​ 700 ລ້ານ​ໂດ​ລາ ​ໃນ​ແຕ່ລະ​ປີ ​ແລະ ຄິດ​ເປັນ 12.5 ​ເປີ​ເຊັນ​ຂອງ​ການ​ລົງທຶນ​ ໃນ​ພາກ​ລັດຖະບານ​ທັງ​ໝົດ.

ໂດຍ​ສຳ​ຫລັ​ບ​ໃນ​ລະຍະ​ແຜນການ​ປີ 2011-2015 ທີ່​ຜ່ານ​ມາ​ລັດຖະບານ​ລາວ ກໍ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫຼືອຈາກ​ຕ່າງປະ​ເທດ​ຄິດ​ເປັນ​ມູນ​ຄ່າ​ລວມ 3,368 ລ້ານ​ໂດ​ລາ ຫຼື ປະມານ 673 ລ້ານ​ໂດ​ລາ​ຕໍ່​ປີ ຊຶ່ງ​ໃນ​ນີ້ ​ແບ່ງ​ເປັນ​ການ​ຊ່ວຍ​ເຫຼືອລ້າ ​ໃນ​ມູນ​ຄ່າ 2,270 ລ້ານ​ໂດ​ລາ ​ແລະ ​ເງິນ​ທຶນ​ກູ້​ຢືມ​ໃນ​ມູນ​ຄ່າ 1,098 ລ້ານ​ໂດ​ລາ ສ່ວນ​ການ​ຄາດໝາຍ ​ໃນ​ແຜນການ​ປີ 2016-2020 ກໍ​ຄິດ​ເປັນ​ລະດັບ​ທີ່​ເພີ້​ມຂຶ້ນ ຈາກ​ແຜນການ​ປີ 2011-2015 ພຽງ 4 ​ເປີ​ເຊັນ ເທົ່າ​ນັ້ນ ຈຶ່ງ​ເຮັດ​ໃຫ້​ລັດ
ຖະບານ​ລາວ ໝັ້ນ​ໃຈ​ວ່າ ຈະ​ໄດ້​ຮັບ​ການ​ຕອບ​ສະໜອງ ຈານ​ນານາ​ຊາດຕາມ​ຄາດໝາຍ​ດັ່ງກ່າວ.

ຍີ່ປຸ່ນ ໃຫ້ການຊ່ວຍເຫຼືອ ປົວແປງເສັ້ນທາງ ເລກ 9 ແກ່ລັດຖະບານລາວ
ຍີ່ປຸ່ນ ໃຫ້ການຊ່ວຍເຫຼືອ ປົວແປງເສັ້ນທາງ ເລກ 9 ແກ່ລັດຖະບານລາວ

ທັງ​ນີ້​ໂດຍ​ຍີ່ປຸ່ນ​ເປັນ​ປະ​ເທດ​ອັນ​ດັບ 1 ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​
ແກ່​ລາວຫຼາຍທີ່​ສຸດ​ນັບ​ຈາກ​ ທັງ​ສອງປະ​ເທດ​ໄດ້​ສະຖາປະນາ​
ສາຍ​ພົວພັນ​ທາງ​ການ​ທູດ ລະຫວ່າງ​ກັນ​ໃນ​ປີ 1955 ລັດຖະບານ
​ຍີ່ປຸ່ນ​ກໍ​ໄດ້​ເລີ້ມ​ໃຫ້ການ​ຊ່ວຍ​ເຫຼືອ ​ແກ່​ລາວ​ດ້ວຍ​ການ​ປະກອບ
ສ່ວນເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ ​ໂດຍ​ຖ້າ​ຫາກ ນັບ
​ຈາກ​ປີ 1958 ​ເປັນຕົ້ນມາ ກໍ​ປາກົດ​ວ່າ ລັດຖະບານ​ຍີ່ປຸ່ນ ​ໄດ້​ໃຫ້
ການ​ຊ່ວຍ​ເຫຼືອ ​ແກ່​ລາວ​ຄິດ​ເປັນ​ມູນ​ຄ່າ​ສະ​ເລ່ຍ ລະຫວ່າງ 80-100
ລ້ານ​ໂດ​ລາ ​ໃນ​ແຕ່ລະ​ປີ.

ກະຊວງ​ແຜນການ ​ແລະ ການ​ລົງທຶນ ລາຍ​ງານ​ວ່າ ລັດຖະບານ​ລາວ ​ໄດ້​ວາງ​ເປົ້າໝາຍ​ຈະ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ ​ໃຫ້​ຂະຫຍາຍຕົວ​ເພີ້​ມຂຶ້ນ​ໃນ​ອັດຕາ​ສະ​ເລ່ຍ 8 ​ເປີ​ເຊັນ ​ໃນ​ແຜນການ​ປີ 2014-2015 ​ແຕ່​ການ​ຮັບປະກັນ​ໃຫ້​ໄດ້​ຢ່າງ​ຄັກແນ່​ວ່າ ​ເສດຖະກິດ​ຂອງ​ລາວ ຈະ​ຂະຫຍາຍ
ຕົວ​ໃນ​ອັດຕາ​ດັ່ງກ່າວ​ໄດ້​ນັ້ນ ຈະ​ຕ້ອງ​ລະດົມ​ການ​ລົງ​ທຶນ ​ໃຫ້​ໄດ້​ເຖິງ 33,000 ຕື້​ກີບ ຄິດເປັນ 32 ​ເປີ​ເຊັນ ຂອງ​ຍອດ​ຜະລິດ​ຕະພັນ​ລວມ (GDP) ຕະຫຼອດ​ແຜນການ​ປີ.

ຫາກ​ແຕ່ລັດຖະບານ​ລາວ ກໍ​ຄາດໝາ​ຍ່າ ຈະ​ສາມາດ​ປະກອບສ່ວນ​ດ້ວຍ​ການ​ລົງທຶນ​ໄດ້​ໃນ​ມູນ​ຄ່າ​ລວມ 3,300 ຕື້​ກີບ ຫຼື ຄິດ​ເປັນ 10 ​ເປີ​ເຊັນ ຂອງ​ຄວາມ​ຕ້ອງການ​ທັງ​ໝົດ​ເທົ່າ​ນັ້ນ ສ່ວນ​ທີ່​ເຫຼືອກໍ​ຕ້ອງ​ລະດົມ​ການ​ລົງທຶນ​ຈາກ​ເອກະ​ຊົນ​ລາວ ​ແລະ ຕ່າງ​ຊາດ​ໃຫ້​ໄດ້ 18,200 ຕື້​ກີບ ລວມ​ເຖິງ​ການ​ຂໍ​ການ​ຊ່ວຍ​ເຫຼືອ ​ແລະ ກູ້​ຢືມ​ຈາກ​ຕ່າງປະ​ເທດ​ໃຫ້​ໄດ້ 5,000 ຕື້​ກີບ ​ແລະ ​ເພີ້​ມວົງ​ເງິນ​ສິນ​ເຊື່ອ​ທະ​ນາຄາ​ນ ​ໃນ​ປະ​ເທດ​ໃຫ້​ໄດ້ 6,500 ຕື້​ກີບ​ຕາມ​ລຳດັບ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ການ​ພັດທະນາເສດຖະກິດ ທີ່​ຂະຫຍາຍຕົວ​ເພີ້​ມຂຶ້ນ ​ໃນ​ລະຍະ​ທີ່​ຜ່ານ​ມາ ກໍ​ໄດ້​ເຮັດ​ໃຫ້​ລະດັບ ລາຍ​ຮັບ ​ແລະ ພາບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວ ທີ່ຢູ່​ໃນ​ເຂດ​ຕົວ​ເມືອງ ກັບ​ເຂດ​ຊົນນະບົດ​ມີ​ຄວາມ​ແຕກ​ໂຕນ​ກັນຫຼາຍຂຶ້ນນັບ​ມື້ ດ້ວຍ​ເຊັ່ນ​ກັນ ດັ່ງ​ທີ່​ທ່ານ​ສີ​ວັນ ອຸດທະ​ຈັກ ສະມາຊິກ​ສະພາ​ແຫ່ງ​ຊາດ​ຈາກ​ເຂດ​ແຂວງ​ຈຳປາ​ສັກ ​ໄດ້​ຖະ​ແຫລ​ງຊີ້​ແຈງ​ວ່າ:

“ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ຢູ່​ໃນ​ເຂດ​ຊົນນະບົດ​ຫ່າງ​ໄກ​ສອກຫລີກ ຖ້າ​ທຽບ​ໃສ່​ຕົວ​ເມືອງ​ ​ເຫັນ​ວ່າ ຍັງ​ມີ​ຄວາມ​ຜິດ​ໂຕນ​ກັນຫຼາຍ ຈາກ​ສະພາບ​ດັ່ງກ່າວ​ນັ້ນ ພວກ​ເຮົາ​ເຫັນ​ວ່າ ລູກ​ຫລານ​ຂອງ​ປະຊາຊົນ ທີ່​ທຸກ​ຍາກ ​ແມ່ນ​ຂາດ​ການ​ສຶກສາ​ຮ່ຳຮຽນ ໝາຍ​ຄວາມ​ວ່າ ລູກ​ຫລານ​ທີ່ຢູ່​ໃນ​ໄວ​ອາຍຸ​ໄດ້​ຮ່ຳຮຽນ ກໍ​ໄດ້​ອອກ​ຈາກ​ໂຮງຮຽນ.”

ທັງ​ນີ້ ​ໂດຍ​ຈະ​ເຫັນ​ໄດ້​ຢ່າງ​ຊັ​ດ​ເຈນ ຈາກ​ກໍ​ລິ​ນີ ຂອງ​ເຂດ​ນະຄອນຫຼວງວຽງ​ຈັນ ທີ່​ປະຊາຊົນ​ມີ​ລາຍ​ໄດ້ ສະ​ເລ່ຍ​ເຖິງ 27 ລ້ານ​ກີບ ປະມານ 3,346 ​ໂດ​ລາຕໍ່​ຄົນ ​ໃນ​ປັດຈຸບັນ​ນີ້ ຫາກ​ແຕ່​ວ່າ ສຳ​ຫລັ​ບປະຊາຊົນ ​ໃນ​ແຂວງ​ຜົ້ງສາລີ ກັບຍັງຄົງ​ມີ​ລາຍ​ໄດ້​ສະ​ເລ່ຍພຽງ 7 ລ້ານ​ກວ່າ​ກີບ ຫຼື 978 ​ໂດ​ລາ​ຕໍ່​ຄົນເທົ່ານັ້ນ ຂະນະ​ທີ່​ອັດຕາ​ຄວາມ​ຍາກຈົນ​ຂອງ​ປະຊາຊົນ​ລາວ ໃນ​ແຂວງ​ດັ່ງກ່າວ​ກໍ​ຍັງ​ສູງ​ກວ່າ 45 ​ເປີ​ເຊັນ ຂອງ​ປະຊາກອນ​ທັງ​ໝົດ ​ໃນ​ປັດຈຸບັນ ​ເພາະສະນັ້ນ ຈຶ່ງ​ເປັນ​ການ​ຍາກ​ຢ່າງ​ຍິ່ງ ທີ່​ແຂວງ​ຜົ້ງສາລີ ຈະ​ສາມາດ​ລົບລ້າງ​ບັນຫາ​ຄວາມ​ຍາກຈົນໄດ້​ ຕາມ​ເປົ້າໝາຍ​ທີ່​ລັດຖະບານ​ລາວ ​ໄດ້​ກຳນົດ​ໄວ້​ໃນ​ປີ 2015 ນັ້ນ​ເອງ.

XS
SM
MD
LG