ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ຄາດໝາຍວ່າ ຈະມີລາຍຮັບ ຈາກການອະນຸຍາດ ໃຫ້ສຳປະທານຂຸດຄົ້ນແຮ່ທາດ ຄິດເປັນມູນຄ່າ 2.8 ຕື້ໂດລາ ໃນປີ 2030


ເຂດສຳປະທານບໍ່ແຮ່ໃນແຂວງວຽງຈັນ.
ເຂດສຳປະທານບໍ່ແຮ່ໃນແຂວງວຽງຈັນ.

ລັດຖະບານລາວ ຄາດໝາຍວ່າ ຈະມີລາຍຮັບ ຈາກການອະນຸຍາດໃຫ້ສຳປະທານຂຸດຄົ້ນແຮ່ທາດ ຄິດເປັນມູນຄ່າ 2.8 ຕື້ໂດລາ ໃນປີ 2030 ແລະ ຄາດວ່າການຜະລິດແຮ່ທາດໃນລາວ ຈະມີມູນຄ່າເຖິງ 23.4 ຕື້ໂດລາ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ທ່ານໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຖະແຫຼງກ່ຽວກັບແຜນຍຸດທະສາດ ການພັດທະນາສຸດສາຫະກຳການຂຸດຄົ້ນແຮ່ທາດແຫ່ງຊາດລາວ ນັບຈາກປັດຈຸບັນ ເຖິງປີ 2030 ເມື່ອບໍ່ດົນມານີ້ວ່າ ເປົ້າໝາຍສຳຄັນທີ່ສຸດ ຂອງລັດຖະ ບານລາວ ກໍຄືການສ້າງລາຍຮັບໃຫ້ໄດ້ເຖິງ 2.8 ຕື້ໂດລາ ຊຶ່ງຈະເປັນລາຍຮັບຈາກການອະນຸຍາດໃຫ້ສຳປະທານຂຸດຄົ້ນ ແລະ ການແປຮູບແຮ່ທາດ ເພື່ອຈຳໜ່າຍທັງພາຍໃນ ແລະ ຕ່າງປະເທດໃຫ້ໄດ້ໃນມູນຄ່າລວມເຖິງ 23.4 ຕື້ໂດລາ ຫຼືເພີ້ມຂຶ້ນເກີນກວ່າ 40 ເປີເຊັນ ທຽບໃສ່ໃນຊ່ວງປີ 2011-2020 ແລະ ພ້ອມກັນນີ້ ລັດຖະບານລາວຍັງຈະຈັດຕັ້ງຄັງສະສົມແຮ່ຄຳແຫ່ງຊາດ ໃຫ້ສຳເລັດໃນປີ 2030 ອີກດ້ວຍ ດັ່ງທີ່ ທ່ານໂພໄຊ ຖະແຫຼງຢືນຢັນວ່າ:

ສູ້ຊົນຈຳໜ່າຍຜະລິດຕະພັນແຮ່ທາດ ຮອດປີ 2030 ໃຫ້ໄດ້ມູນຄ່່່າ 23.4 ຕື້ໂດລາ ທຽບໃສ່ປີ 2011-2020 ຄາດວ່າ ຈະເພີ້ມຂຶ້ນ 46.2 ເປີເຊັນ ສ້າງລາຍຮັບໃຫ້ລັດຖະ ບານຮອດປີ 2030 ໃຫ້ໄດ້ມູນຄ່າ 2.8 ຕື້ໂດລາ ທຽບໃສ່ປີ 2011-2020 ຄາກວ່າຈະເພີ້ມຂຶ້ນ 40 ເປີເຊັນ ສົ່ງເສີມໃຫ້ມີການສ້າງຄັງສະສົມ-ໂລຫະຄໍາ ແຫ່ງຊາດ ໂດຍຫັກ 50% ຂອງຄ່າຊັບພະຍາກອນແຮ່ຄຳ ເພື່ອເປັນຫຼັກຄໍ້າປະກັນໃຫ້ແກ່ລັດຖະບານ”

ສ່ວນສະມາຊິກສະພາແຫ່ງຊາດລາວ ຢືນຢັນວ່າ ລັດຖະບານລາວໄດ້ຮັບຜົນປະໂຫຍດຈາກການອະນຸມັດໃຫ້ສຳປະທານຂຸດຄົ້ນແຮ່ທາດໃນອັດຕາທີ່ຕໍ່າຫຼາຍ ໃນໄລຍະຜ່ານມາ ໂດຍສະເພາະແມ່ນການອະນຸມັດໃຫ້ສຳປະທານຂຸດຄົ້ນແຮ່ທາດແບບເລັ່ງດ່ວນ ແກ່ບັນ ດາບໍລິສັດຈາກຈີນ 93 ລາຍ ທີ່ມີຄ່າສຳປະທານລວມກັນພຽງ 228 ລ້ານໂດລາເທົ່ານັ້ນ ໃນຊ່ວງປີ 2021-2023 ຊຶ່ງນອກຈາກຈະເປັນຍ້ອນລັດຖະບານລາວບໍ່ມີບຸກຄະລາກອນທີ່ມີຄວາມຮູ້ກ່ຽວກັບເທັກໂນໂລຈີທີ່ທັນສະໄໝໃນດ້ານບໍ່ແຮ່ແລ້ວ ຍັງປະກົດດ້ວຍວ່າມີການທຸດຈະຣິດໂດຍພະນັກງານລັດເກີດຂຶ້ນຢ່າງກວ້າງຂວາງ ແລະບໍ່ມີການກວດກາສຳປະທານຢ່າງແທ້ຈິງດ້ວຍນັ້ນ ຈຶ່ງເຮັດໃຫ້ການຈັດເກັບລາຍໄດ້ບໍ່ມີປະສິດທິພາບ ແລະຖືກເອົາລັດ-ເອົາປຽບໄດ້ງ່າຍ ທັງຍັງໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນຢ່າງກວ້າງຂວາງອີກດ້ວຍ ດັ່ງທີ່ສະມາຊິກສະພາປະຊາ ຊົນຂັ້ນແຂວງໄຊສົມບູນ ໃຫ້ການຢືນຢັນວ່າ:

ຜົນກະທົບຈາກການຂຸດຄົ້ນຄຳຕົກຂ້ອນ ໂດຍສະເພາະຢູ່ທີ່ບ້ານທິດນູນ ເມືອງທ່າໂທມ ແຂວງໄຊສົມ​ບູນ ຖືວ່າຜົນກະທົບນີ້ໜັກໜາສາຫັດ ປະຊາຊົນບາງຄອບຄົວບໍ່ມີບ່ອນທຳການຜະລິດເລີຍ ປ່າຊ້າກະຖືກຂຸດຄົ້ນໄປໝົດ ແລ້ວກະຄ່າຊົດເຊີຍຕ່າງໆ ແມ່ນບໍ່ເໝາະສົມ ອັນຕໍ່ມາ ກໍ່ແມ່ນບ້ານນໍ້າໂມ້ ສາຍນໍ້າໂມ້ ຫຼ້າສຸດນີ້ ກະຖືກຕໍ່ຄຳຕົກຂ້ອນ ບັນຫາຄຳາຕົກຂ້ອນນີ້ແຫຼະ ເຮັດໃຫ້ຜົນກະທົບປາຕາຍ ນໍ້າຂຸ້ນສາຍນໍ້າໂມ້ ເມືອງອະນຸວົງ ແຂວງໄຊສົມບູນ ຕໍ່ກັບບັນຫານີ້ ພວກທ່ານ ຈະມີວິທີແກ້ໄຂແນວໃດ໋”

ໂດຍກໍລະນີຕົວຢ່າງຂອງການຈັດເກັບລາຍຮັບ ບໍ່ມີປະສິດທິພາບ ແລະມີລາຍຮັບຄ່າສຳປະທານຕໍ່າຫຼາຍໃນໄລຍະຜ່ານມາ ກໍ່ຄືສຳປະທານການຂຸດຄົ້ນແຮ່ທາດຫາຍາກ (Rare Earth) ທີ່ລັດຖະບານລາວໄດ້ຮັບສະເລ່ຍພຽງ 30 ໂດລາ ເທົ່ານັ້ນ ຕໍ່ການຂຸດຄົ້ນແຮ່ຫາຍາກໃນປະລິມານ 1 ໂຕນ ທັງຍັງບໍ່ຮູ້ປະລິມານທີ່ຊັດເຈນອີກດ້ວຍວ່າບັນດາບໍລິສັດຈີນ ໄດ້ຂົນສົ່ງແຮ່ຫາຍາກຈາກລາວໄປຈີນເທົ່າໃດແທ້ ໃນໄລຍະທີ່ຜ່ານມາ ໂດຍເຖິງແມ່ນວ່າ ບໍລິສັດຊຸນຕ້າພັດທະນາບໍ່ແຮ່ ຈຳກັດ ແລະ ບໍລິສັດຕົງຫຼີເຊິງ ພັດທະນາບໍ່ແຮ່ ຈຳກັດ ຈາກຈີນ ຊຶ່ງໄດ້ຮັບອະນຸຍາດໃຫ້ຂຸດຄົ້ນໃນພື້ນທີ່ກວ່າ​ 28 ກິໂລແມັດມົນທົນ ຢູ່ເຂດບ້ານປຸງ ບ້ານນາຂີ່ ບ້ານໃໝ່ ແລະ ບ້ານນາສາບ ເມືອງຜາໄຊ ແຂວງຊຽງຂວາງ ແລະ ໄດ້ຂຸດເຈາະ-ສຳຫຼວດຫາແຮ່ທດາດັ່ງກ່າວແລ້ວກໍຕາມ ຫາກແຕ່ວ່າກໍຍັງບໍ່ມີລາຍງານຜົນຄືບໜ້າແຕ່ຢ່າງໃດ ໃນຂະນະທີ່ສຳປະທານ ມີອາຍຸເຖິງປີ 2025 ຈຶ່ງຍັງບໍ່ຊັດເຈນວ່າລັດຖະບານລາວ ຈະໄດ້ຮັບຜົນຕອບແທນເທົ່າໃດ.

ຍິ່ງໄປກວ່ານັ້ນ ຍັງປະກົດດ້ວຍວ່າ ໃນ 13 ບໍລິສັດຈີນທີ່ໄດ້ຮັບອະນຸຍາດສຳປະທານຂຸດຄົ້ນ ແລະ ການຊື້ຂາຍເງິນ Crypto ໃນລາວນັບແຕ່ປີ 2021 ໄດ້ຢຸດດຳເນີນການໄປແລ້ວ 7 ບໍລິສັດ ນັບແຕ່ຕົ້ນປີ 2023 ພ້ອມກັນນີ້ ກໍ່ຍັງປາກົດມີຫຼາຍບໍລິສັດຈີນ ທີ່ບໍປະຕິບັດຕາມສັນຍາສຳປະທານ ແລະ ໄດ້ປະຖິ້ມແຮ່ເຫຼັກ ທີ່ຂຸດຄົ້ນແລ້ວເປັນຈຳນວນຢ່າງຫຼວງຫຼາຍ ເນື່ອງຈາກວ່າລາຄາແຮ່ເຫຼັກໃນຕະຫຼາດຕົກຕໍ່າລົງ ແລະຄ່າຂົນສົ່ງສູງຂຶ້ນ ຈຶ່ງບໍ່ຄຸ້ມຄ່າ ທີ່ຈະດຳເນີນກິດຈະການຕໍ່ໄປນັ້ນເອງ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG