ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ຄາດຫວັງວ່າ ຈະໄດ້ຮັບຜົນປະໂຫຍດ ຈາກການ ຮ່ວມມື ລະຫວ່າງ ກຸ່ມອີຢູກັບອາຊຽນ


ພວກພະນັກງານ ຂອງໂຮງງານປຸງແຕ່ງໄມ້ ກຳລັງ ຈັດແຈງວັດຖຸໄມ້ ທີ່ໃຊ້ໃນການຜະລິດ ເຄື່ອງເຮືອນ.
ພວກພະນັກງານ ຂອງໂຮງງານປຸງແຕ່ງໄມ້ ກຳລັງ ຈັດແຈງວັດຖຸໄມ້ ທີ່ໃຊ້ໃນການຜະລິດ ເຄື່ອງເຮືອນ.

ລັດຖະບານລາວ ຄາດຫວັງວ່າ ຈະໄດ້ຮັບຜົນປະໂຫຍດ ຈາກ
ການຮ່ວມມື ທາງເສດຖະກິດ ລະຫວ່າງ ກຸ່ມສະຫະພາບຢູໂຣບ
ກັບອາຊຽນຫຼາຍຂຶ້ນ ໂດຍສະເພາະແມ່ນການສົ່ງຜະລິດຕະພັນ
ໄມ້ລາວ ໄປຢູໂຣບນັ້ນ.

ກອງປະຊຸມປຶກສາຫາລືດ້ານການຄ້າລະຫວ່າງກຸ່ມອາຊຽນກັບສະຫະພາບຢູໂຣບ ຄັ້ງທີ
14 ທີ່ມີ ທ່ານນາງເຂັມມະນີ ພົນເສນາ ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ
ການຄ້າຂອງລາວ ເປັນປະທານໃນກອງປະຊຸມຮ່ວມກັບ Ms. Cecilia Malmstrom
ລັດຖະມົນຕີການຄ້າສະຫະພາບຢູໂຣບນັ້ນ ໄດ້ຖະແຫລງຢືນຢັນວ່າ ທັງສອງຝ່າຍຈະເພີ້ມ
ທະວີ່ສາຍພົວພັນດ້ານການຄ້າ ແລະການລົງທຶນ ລະຫວ່າງກັນ ໃຫ້ມີຄວາມເຂັ້ມແຂງ
ແລະມີມູນຄ່າເພີ້ມຂຶ້ນໃນຕະຫຼອດລະຍະ ນັບແຕ່ປີ 2016 ນີ້ເປັນຕົ້ນໄປ.

ໂດຍສຳລັບໃນຕະຫຼອດປີ 2015 ທີ່ຜ່ານມາ ກໍປາກົດວ່າ ກຸ່ມອາຊຽນກັບສະຫະພາບຢູໂຣບ
ມີມູນຄ່າການຄ້າ ລະຫວ່າງກັນເກີນກວ່າ 201,000 ລ້ານໂດລາ ເພີ້ມຂຶ້ນ 11 ເປີເຊັນ ທຽບ
ໃສ່ປີ 2014 ແລະສະຫະພາບຢູໂຣບ ເປັນຄູ່ຄ້າອັນດັບ 2 ຂອງອາຊຽນ ຮອງຈາກຈີນ ສ່ວນ
ການລົງທຶນຂອງສະຫະພາບຢູໂຣບ ໃນອາຊຽນນັ້ນ ມີມູນຄ່າລວມເກີນກວ່າ 29,000 ລ້ານ
ໂດລາ ໂດຍເພີ້ມຂຶ້ນເຖິງ 31.2 ເປີເຊັນ ທຽບໃສ່ປີ 2014 ແລະເຊື່ອວ່າ ຈະເພີ້ມຂຶ້ນໃນປີ 2016 ນີ້ຊຶ່ງກໍຈະເປັນຜົນດີຕໍ່ການສົ່ງສິນຄ້າ ຂອງລາວໄປສະຫະພາບຢູໂຣບດ້ວຍເຊັ່ນກັນ.

ທ່ານ Michel Goffin ຜູ້ຕ່າງໜ້າຂອງສະຫະພາບຢູໂຣບ (EU) ປະຈຳລາວ
ທ່ານ Michel Goffin ຜູ້ຕ່າງໜ້າຂອງສະຫະພາບຢູໂຣບ (EU) ປະຈຳລາວ

​ທ່ານ Ramon Bruesseler ປະທານສະພາອຸດສາຫະກຳ ແລະ
ການຄ້າສະຫະພາບຢູໂຣບ ປະຈຳລາວ ຖະແຫລງຢືນຢັນວ່າ ຕະ
ຫຼາດໃນສະຫະພາບຢູໂຣບ ໄດ້ເປີດກວ້າງສຳລັບການນຳເຂົ້າສິນ
ຄ້າປະເພດໄມ້ສຳເລັດຮູບ ຫຼື Furniture ຈາກລາວແລ້ວໃນຂະ
ນະນີ້ ໂດຍມີເງື່ອນໄຂວ່າ ຜະລິດຕະພັນໄມ້ຂອງລາວ ຕ້ອງມີຄຸນ
ນະພາບດີ ແລະຜະລິດຕາມຫລັກມາດຕະຖານສາກົນ ຢ່າງຄົບ
ຖ້ວນ.

ໂດຍໃນປັດຈຸບັນຜະລິດຕະພັນໄມ້ສຳເລັດຮູບ ໃນຕະຫຼາດສະ
ຫະພາບຢູໂຣບ ມີມູນຄ່າລວມເຖິງ 23 ຕື້ໂດລາ ຫຼືຫຼາຍກວ່າ
188,197 ຕື້ກີບ ໃນແຕ່ລະປີ ຊຶ່ງໃນນີ້ຄິດເປັນສັດສ່ວນ ລະ
ຫວ່າງ 15-20 ເປີເຊັນ ທີ່ເປັນການນຳເຂົ້າ ຜະລິດຕະພັນໄມ້
ສຳເລັດຮູບ ຈາກຕ່າງປະເທດ ກໍຄືສ່ວນແບ່ງຕະຫຼາດ ທີ່ຜະລິດ
ຕະພັນໄມ້ສຳເລັດຮູບ ຈາກລາວມີໂອກາດ ທີ່ຈະແຂ່ງຂັນກັບ
ສິນຄ້າປະເພດດຽວ ຈາກປະເທດອື່ນໆ ນັ້ນເອງ.

ທາງດ້ານທ່ານ Michel Goffin ຜູ້ຕ່າງໜ້າຂອງສະຫະພາບຢູໂຣບ (EU) ປະຈຳລາວ ຖະ
ແຫລງຢືນຢັນວ່າ EU ມີນະໂຍບາຍເປີດຕະຫຼາດ ເພື່ອຮອງຮັບຜະລິດຕະພັນໄມ້ສຳເລັດຮູບ
ຈາກຜູ້ຜະລິດໃນລາວ ໃຫ້ຫຼາຍຂຶ້ນຢ່າງຕໍ່ເນື່ອງ ຫາກແຕ່ວ່າ ການທີ່ຜູ້ຜະລິດໃນລາວ ຈະສາ
ມາດສົ່ງຜະລິດຕະພັນໄມ້ສຳເລັດຮູບ ໄປ EU ໄດ້ຢ່າງແທ້ຈິງນັ້ນ ກໍຈະຕ້ອງປະຕິບັດຕາມກົດ
ລະບຽບ ຂອງ EU ໄດ້ຢ່າງຄົບຖ້ວນດ້ວຍເຊັ່ນກັນ.

ໂດຍທີ່ສຳຄັນກໍຄືຜູ້ຜະລິດໃນລາວ ຈະຕ້ອງມີຫຼັກຖານ ທີ່ຢັ້ງຢືນໄດ້ຢ່າງຄັກແນ່ວ່າ ໄມ້ທີ່ນຳ
ໃຊ້ເປັນວັດຖຸດິບ ໃນການແປຮູບນັ້ນ ເປັນໄມ້ທີ່ໄດ້ມາຢ່າງຖືກຕ້ອງຕາມກົດໝາຍ ຊຶ່ງກໍຄືໄມ້
ທີ່ຕັດມາຈາກພື້ນທີ່ສຳປະທານ ທີ່ໄດ້ຮັບອະນຸຍາດຈາກລັດຖະບານລາວ ຢ່າງຖືກຕ້ອງ ແລະ
ພ້ອມກັນນັ້ນ ຜະລິດຕະພັນໄມ້ທີ່ຜູ້ຜະລິດ ໃນລາວຈະສົ່ງໄປຍັງຕະຫຼາດໃນ EU ກໍຍັງຈະຕ້ອງ
ມີ ມາດຕະຖານສາກົນ ທັງໃນດ້ານເທັກນິກການຜະລິດ ແລະການນຳໃຊ້ແຮງງານອີກດ້ວຍ.

ແຕ່ຢ່າງໃດກໍຕາມ ການທີ່ຜູ້ຜະລິດໃນລາວ ຈະປະຕິບັດໄດ້ຕາມເງື່ອນໄຂຂອງ EU ກໍບໍ່ແມ່ນ
ເລື້ອງງ່າຍ ເນື່ອງຈາກການບໍລິຫານງານປ່າໄມ້ໃນລາວ ຍັງຂັດແຍ້ງກັບເປົ້າໝາຍ ທີ່ຈະເພີ້ມ
ຄວາມໜາແໜ້ນຂອງປ່າໄມ້ໃນລາວໃຫ້ຫຼາຍຂຶ້ນ ດັ່ງທີ່ທ່ານທອງສິງ ທຳມະວົງ ນາຍົກລັດຖະ
ມົນຕີລາວ ຍອມຮັບວ່າ:

“ເລີ້ອງການຕັດໄມ້ ມີນະໂຍບາຍໃຫ້ຍຸດຕິຕັດໄມ້ນີ້ ແມ່ນໄດ້ອອກມາດົນແລ້ວ ຂ້າ
ພະເຈົ້າເປັນກຳມະການສູນກາງນີ້ ກະຫ້າຫົກສະໄໝແລ້ວ ແລະກະໄດ້ຍິນສະໄໝໃດ
ກະເວົ້າກັນ ກໍໄດ້ປຶກສາຫາລື ເວົ້າເລື້ອງການຍຸດຕິການຖາງປ່າເຮັດໄຮ່ ຍຸດຕິການ
ຕັດໄມ້ ແຕ່ວ່າ ບໍ່ມີເວລາໃດ ຍຸດຕິໄດ້.”

ການລັກລອບຕັດໄມ້ ໃນແຜນການປີ 2014-2015 ມີປະລິມານເກີນກວ່າ 1 ລ້ານແມັດກ້ອນ
ໂດຍເຂດທີ່ລັກລອບຫຼາຍທີ່ສຸດ ຄືເຂດຊາຍແດນລາວກັບຫວຽດນາມ ຈີນ ແລະໄທ ຕາມລຳດັບ.

XS
SM
MD
LG