ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຈະຊຸກຍູ້ໃຫ້ບໍລິສັດຈີນ ເພີ່ມການລົງທຶນ ໃນໂຄງການພັດທະນາ ຂອງ ລັດຖະບານ​ຫລາຍ​ຂຶ້ນ ຍ້ອນ​ວ່າ ຂາດ​ແຄນ​ງົບ​ປະ​ມານ​


ໂຮງ​ແຮມ​ຊານ​ຈຽງ​ຂອງ​ຈີນ​ໃນ​ນະ​ຄອ​ນ​ຫລວງວຽງ​ຈັນ
ໂຮງ​ແຮມ​ຊານ​ຈຽງ​ຂອງ​ຈີນ​ໃນ​ນະ​ຄອ​ນ​ຫລວງວຽງ​ຈັນ

ລັດຖະບານລາວຈະຊຸກຍູ້ໃຫ້ບໍລິສັດຈີນເພີ່ມການລົງທຶນໃນໂຄງການພັດທະນາຂອງ​ລັດ​ຖະ​ບານລາວຫລາຍ​ຂຶ້ນ ໂດຍສະເພາະແມ່ນ 184 ໂຄງການໃຫຍ່ທີ່ລັດຖະບານລາວຂາດແຄນງົບປະມານໃນ​ເວ​ລານີ້, ຊົງ​ລິດ ໂພນ​ເງິນ​ມີ​ລາຍ​ງານ​ເລື້ອງ​ນີ້​ມາ​ສະ​ເໜີ​ທ່ານ​ຈ​າກ​ບາງກອກ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງແຜນການແລະການລົງທຶນເປີດ​ເຜີຍວ່າ ລັດ​ຖະບານລາວ ຈະສົ່ງ​ເສີມໃຫ້ບໍລິ​ສັດຈີນເຂົ້າມາລົງທຶນໃນໂຄງການພັດທະນາຂອງລັດຖະບານລາວຫຼາຍຂຶ້ນ ເພາະວ່າລັດຖະບານລາວບໍ່ມີງົບປະມານພຽງພໍ ເຊິ່ງເປັນຜົນກະທົບຈາກບັນຫາການລະບາດຂອງໄວຣັສໂຄວິດ -19 ວ່າ ທີ່ເຮັດໃຫ້ການເກັບລາຍຮັບຂອງລັດຖະບານລາວໃນປີ 2021 ນີ້ບໍ່ສາມາດຈັດຕັ້ງປະຕິບັດໄດ້ຕາມແຜນການທີ່​ວາງ​ໄວ້ ເຊິ່ງເຮັດ​ໃຫ້​ຈະຕ້ອງໂຈະ ໂຄງການໃຫຍ່ທີ່ຈະຕ້ອງໃຊ້ຈ່າຍງົບປະມານຈຳ​ນວນຫຼາຍນັ້ນ ຖ້າຫາກວ່າບໍ່ສາມາດດຶງດູດການລົງທຶນ ຂອງບໍລິສັດຈີນໄດ້ຢ່າງແທ້ຈິງ.

ທັງ​ນີ້ ນາຍົກລັດຖະມົນຕີລາວ ໄດ້ມີຄຳສັ່ງແຕ່ງ​ຕັ້ງຄະນະສະເພາະກິດເພື່ອຮັບຜິດຊອບ ໃນການສົ່ງເສີມພາກທຸລະກິດເອກະຊົນລາວ ແລະຕ່າງປະເທດໃຫ້ເຂົ້າຮ່ວມລົງທຶນໃນໂຄງການພັດທະນາຕ່າງໆ ຂອງລັດຖະບານລາວຫຼາຍຂຶ້ນ ໂດຍສະເພາະແມ່ນການຮ່ວມລົງທຶນໃນໂຄງການພັດທະນາດ້ານຄົມມະນາຄົມ-ຂົນສົ່ງ ແລະໂລຈິສຕິກ (Logistic) ທີ່ເຊື່ອມຕໍ່ລາວກັບປະເທດສະມາຊິກໃນກຸ່ມອາຊ່ຽນດ້ວຍກັນນັ້ນ ລັດຖະບານລາວໄດ້ໃຫ້ຄວາມສຳຄັນເປັນ​ພິ​ເສດ ໂດຍຈະໃຫ້ການສົ່ງເສີມການລົງທຶນ ທັງໃນຮູບແບບການຮ່ວມທຶນລະຫວ່າງລັດກັບເອກະຊົນ (PPP) ແລະຮູບແບບເອກະຊົນລົງທຶນ 100 ເປີ​ເຊັນ​ເພື່ອ​ເກັບ​ເອົາ​ຜົນ​ປະ​ໂຫຍດ​ຈົນ​ຄົບ​ສັນ​ຍາ​ສຳ​ປະ​ທານ​ແລ້ວ​ຈຶ່ງໂອນໂຄງການໃຫ້ລັດຖະບານລາວ ເມື່ອຄົບສັນຍາສຳປະທານ (BOT) ໂດຍສະເພາະແມ່ນບັນດາໂຄງການເຊື່ອມຕໍ່ກັບທາງລົດໄຟ ລາວ-ຈີນ ນັ້ນດັ່ງທີ່ທ່ານວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງໄດ້ໃຫ້ການ ຢືນຢັນວ່າ:
“ຕ້ອງໄດ້ເລັ່ງພັດທະນາ ແລະນໍາໃຊ້ເສັ້ນທາງລົດໄຟ ຕາມຍຸດທະສາດແຫ່ງຊາດ ສືບຕໍ່ຍົກລະດັບເສັ້ນທາງຄົມມະນາຄົມ-ທາງບົກ ຕາມບັນດາແລວເສດຖະກິດ ແລະກຳນົດມາດຕະຖານເທັກນິກເພື່ອໃຫ້ໂຄງຮ່າງມີຄວາມທົນທານ ປັບປຸງຂະແໜງໂລຈິດຕິກ (Logistic) ໃຫ້ມີຄວາມເຂັ້ມແຂງ ກໍ່ສ້າງສາງພັກ ຄ່ຽນຖ່າຍສິນຄ້າ, ສົ່ງເສີມທຸລະກິດ ດ້ວຍຮູບແບບການລົງທຶນແບບສຳປະທານກໍ່ສ້າງ-ເປັນເຈົ້າຂອງ-ມອບໂອນ (BOT) ແລະການລົງທຶນແບບຫຸ້ນສ່ວນລະຫວ່າງລັດກັບເອກະຊົນ (PPP) ແນໃສ່ໃຫ້ສາມາດແຂ່ງຂັນກັບຕ່າງປະເທດ ດ້ວຍການຫລຸດຜ່ອນຂັ້ນຕອນໃຫ້ມີຄວາມສະດວກແກ່ໂລຈິດສຕິກ ແລະສອດຄ້ອງກັບອາຊ່ຽນ.”

ໂດຍສຳລັບໃນປີ 2021 ນີ້ກໍມີເຖິງ 184 ໂຄງການ ທີ່ລັດຖະບານຕ້ອງການໃຫ້ພາກເອກະຊົນ ຮ່ວມລົງທຶນນຳ ໂດຍສະເພາະແມ່ນການລົງທຶນໃນດ້ານພະລັງງານ ແລະການຂຸດຄົ້ນແຮ່ທາດ ອັນເປັນຂະແໜງການທີ່ສ້າງລາຍຮັບເປັນເງິນຕາຕ່າງປະເທດໃຫ້ລັດຖະບານລາວໄດ້ສະ​ເລ່ຍ​ເຖິງ 2,000 ລ້ານໂດລາໃນແຕ່​ລະປີ ຫາກ​ແຕ່​ວ່າ ການລະບາດຂອງພະຍາດໄວຣັສ ໂຄວິດ-19 ໄດ້ສົ່ງຜົນກະທົບເຮັດໃຫ້ຕ່າງຊາດເຂົ້າມາລົງທຶນໃນລາວພຽງແຕ່ 23 ໂຄງການ ທີ່ມີມູນຄ່າລົງທຶນລວມ 2,064 ລ້ານໂດລາໃນປີ 2020 ໂດຍຫລຸດລົງຫຼາຍກວ່າ 80 ເປີເຊັນທຽບກັບປີ 2019 ທີ່ຕ່າງຊາດລົງທຶນໃນລາວ ໃນມູນຄ່າລວມເກີນກວ່າ 9,800 ລ້ານໂດລາ ຍິ່ງໄປກວ່ານັ້ນການລະບາດຂອງໄວຣັສ ໂຄວິດ-19 ກໍຍັງເຮັດໃຫ້ບໍລິສັດຕ່າງຊາດໄດ້ນຳເງິນທຶນເຂົ້າມາໃນລາວພຽງ 350 ລ້ານໂດລາ ຫຼືຄິດເປັນ 17 ເປີເຊັນເທົ່ານັ້ນ ຂອງມູນຄ່າການລົງທຶນທັງໝົດດັ່ງ​ກ່າວ.

ສ່ວນທ່ານນາງຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນຖະແຫລງວ່າ ບໍລິສັດຈາກຈີນໄດ້ລົງທຶນໃນລາວເພີ້ມຂຶ້ນຫລາຍກວ່າ 2,500 ລ້ານໂດລາໃນ 28 ໂຄງການ, ທີ່ມີມູນຄ່າລົງທຶນລວມເກີນກວ່າ 2 ຕື້ 500 ລ້ານ​ໂດ​ລາໃນປີ 2020 ຊຶ່ງ​ເຮັດ​ໃຫ້​ຈີນ​ຍັງ​ເປັນ​ຜູ້​ລົງ​ທຶນ​ລາຍ ໃຫຍ່​ທີ່​ສຸດ​ໃນ​ລາວ ມີ​ມູນ​ຄ່າລົງ​ທຶນ​ລວມ​ຫລາຍກວ່າ 15,800 ລ້ານໂດລາໃນ 813 ໂຄງການ ທີ່ກວມເອົາທັງໃນດ້ານພະລັງງການໄຟຟ້າ, ຂຸດຄົ້ນແຮ່ທາດ, ກະສິກໍາ, ອຸດສາຫະກໍາ, ການຄົມມະນາຄົມຂົນສົ່ງ, ການຄ້າ, ການທ່ອງທ່ຽວ ແລະບໍລິການຕ່າງໆ ຢ່າງຄົບວົງຈອນ ໂດຍສະເພາະແມ່ນການພັດທະນາເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະຕະ​ຫລອດເຖິງພາກພະລັງງານໄຟຟ້າ

ແລະການຂຸດຄົ້ນແຮ່ທາດດ້ວຍນັ້ນ ກໍ່ຍັງຖືເປັນພາກທຸລະກິດທີ່ບັນດາບໍລິສັດເອກະຊົນຈີນເຂົ້າມາລົງທຶນ ໃນລາວຫລາຍທີ່ສຸດໃນປັດຈຸບັນນີ້ ກໍ່ຄືການລົງທຶນກໍ່ສ້າງເຂື່ອນໄຟຟ້າ 16 ໂຄງການ ແລະການຂຸດຄົ້ນ ແຮ່ທາດ 146 ກິດຈະການ ໂດຍໃນນີ້ໄດ້ກໍ່ສ້າງເຂື່ອນໄຟຟ້າສໍາເລັດແລ້ວ 14 ໂຄງການ ແລ ທັງ​ຍັງ ໄດ້ດໍາເນີນການຂຸດຄົ້ນແຮ່ທາດແລ້ວ 67 ກິດຈະການ ໃນທົ່ວປະເທດລາວ.

XS
SM
MD
LG