ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວຈັດສັນ ພື້ນທີ່ 51 ເຂດ ໃຫ້ເປັນເຂດປ່າຜະລິດ ໂດຍມີ ພື້ນທີ່ກວ້າງເຖິງ 3 ລ້ານ 1 ແສນເຮັກຕາ


ໃນລະຍະ 15 ປີມານີ້ ປ່າໄມ້ຢູ່ໃນເຂດປ່າສະຫງວນແຫ່ງຊາດ ໄດ້ລົດຄວາມໜາແໜັ້ນລົງ ຊຶ່ງເປັນຜົນມາຈາກການລັກລອບ ຕັດໄມ້ ໃນເຂດປ່າສະຫງວນ ຢ່າງກວ້າງຂວາງ.
ໃນລະຍະ 15 ປີມານີ້ ປ່າໄມ້ຢູ່ໃນເຂດປ່າສະຫງວນແຫ່ງຊາດ ໄດ້ລົດຄວາມໜາແໜັ້ນລົງ ຊຶ່ງເປັນຜົນມາຈາກການລັກລອບ ຕັດໄມ້ ໃນເຂດປ່າສະຫງວນ ຢ່າງກວ້າງຂວາງ.

ລັດຖະບານລາວຈັດສັນພື້ນທີ່ 51 ເຂດ ໃຫ້ເປັນເຂດປ່າຜະລິດ
ຄິດເປັນພື້ນທີ່ກວ້າງເຖິງ 3 ລ້ານ 1 ແສນເຮັກຕາ ໃນທົ່ວປະເທດ
ສ່ວນການເພີ້ມຄວາມໜາແນັ້ນຂອງປ່າໄມ້ ຍັງຈັດຕັ້ງປະຕິບັດໄດ້
ຕ່ຳກວ່າເປົ້າໝາຍ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກຳແລະປ່າໄມ້ ເປີດເຜີຍວ່າ ຄະນະລັດຖະບານລາວ
ໄດ້ຈັດສັນປ່າໄມ້ໃນ 51 ເຂດ ໃຫ້ເປັນເຂດປ່າຜະລິດ ໂດຍຄິດເປັນພື້ນທີ່ກວ້າງເຖິງ 3
ລ້ານ 1 ແສນເຮັກຕາ ໃນທົ່ວປະເທດ ແລະ ໄດ້ມອບໝາຍໃຫ້ປະຊາຊົນໃນ 442 ພື້ນທີ່
ເປັນພາກສ່ວນທີ່ຮັບຜິດຊອບໃນການຄຸ້ມຄອງ ແລະເກັບເອົາຜົນປະໂຫຍດຮ່ວມກັນ ຊຶ່ງ
ຖືເປັນພາກສ່ວນໜຶ່ງ ໃນແຜນການເພີ້ມອັດຕາ ຄວາມໜາແໜັ້ນຂອງສະພາບປ່າໄມ້ ໃຫ້
ໄດ້ເຖິງ 65 ເປີເຊັນ ແລະ 70 ເປີເຊັນ ຂອງພື້ນທີ່ທັງໝົດໃນປີ 2015 ແລະ ປີ 2020
ຕາມລຳດັບ.

ໄມ້ທ່ອນທັງຫຼາຍເຫຼົ່ານີ້ ທາງເຈົ້າໜ້າທີ່ລາວ ສາມາດຢຶດເອົາມາໄດ້ ຈາກພວກລັກລອບ ໄປຕັດເອົາຢູ່ໃນປາສະຫງວນແຫ່ງຊາດ
ໄມ້ທ່ອນທັງຫຼາຍເຫຼົ່ານີ້ ທາງເຈົ້າໜ້າທີ່ລາວ ສາມາດຢຶດເອົາມາໄດ້ ຈາກພວກລັກລອບ ໄປຕັດເອົາຢູ່ໃນປາສະຫງວນແຫ່ງຊາດ

ແຕ່ຢ່າງໃດກໍຕາມເຈົ້າໜ້າທີ່ຂັ້ນສູງຂອງລາວ ຍອມຮັບວ່າ
ເປັນການຍາກຢ່າງຍິ່ງ ທີ່ລັດຖະບານລາວ ຈະສາມາດບັນລຸ
ເປົ້າໝາຍທີ່ວາງໄວ້ຕາມແຜນການດັ່ງກ່າວ ເນື່ອງຈາກວ່າ
ປ່າໄມ້ຢູ່ໃນເຂດປ່າສະຫງວນແຫ່ງຊາດໄດ້ລົດຄວາມໜາແໜັ້ນ
ລົງຢ່າງຫລວງຫລາຍ ໃນລະຍະ 15 ປີມານີ້ ຊຶ່ງເປັນຜົນມາ
ຈາກການລັກລອບຕັດໄມ້ໃນເຂດປ່າສະຫງວນແຫ່ງຊາດຢ່າງ
ກວ້າງຂວາງ ໂດຍເຮັດໃຫ້ປ່າໄມ້ທີ່ຢູ່ໃນຄວາມຮັບຜິດຊອບ
ຂອງກະຊວງຊັບພະຍາກອນ ແລະສິ່ງແວດລ້ອມທຳມະຊາດ
ຍັງຄົງເຫຼືອພຽງ 4 ລ້ານເຮັກຕາ ຫຼືຄິດເປັນ 16 ເປີເຊັນ ຂອງ
ພື້ນທີ່ທັງໝົດເທົ່ານັ້ນ.

ໂດຍປັດໄຈທີ່ເຮັດໃຫ້ການລັກລອບຕັດໄມ້ ໃນເຂດປ່າສະຫງວນແຫ່ງຊາດ ສາມາດດຳ
ເນີນການໄດ້ຢ່າງກວ້າງຂວາງນັ້ນ ເພາະມີຜູ້ບໍລິຫານຂັ້ນສູງໃນພາກລັດຖະບານລາວ
ໄດ້ເຂົ້າໄປມີສ່ວນຜົນປະໂຫຍດຮ່ວມດ້ວຍ ຈຶ່ງໄດ້ປ່ອຍປະໃຫ້ມີການລັກລອບ ຕັດໄມ້
ຢູ່ເລື້ອຍມາ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ໄດ້ຢືນຢັນວ່າ:

“ກະແມ່ນວ່າ ປະຊາຊົນຂັດຂ້ອງວ່າ ເປັນແນວໃດ ອັນລັດຖະບານນີ້ ຄືຈັ່ງວ່າປ່ອຍໃຫ້
ຂຸດຄົ້ນ ໄມ້ຫລາຍແທ້ ຂົນໝົດມື້ໝົດຄືນ ຈັກໄປທາງເລກ 7 ໄປທາງນ້ຳກັ້ນ ໄປທາງ
ເລກ 12 ໄປທາງເລກ 9 ແລ້ວກໍວ່າງໜຶ່ງນີ້ ຜູ້ແທນຫລວງນ້ຳທາ ກະບອກວ່າ ໄປທາງ
ພຸ້ນອີກ.”

ຍິ່ງໄປກວ່ານັ້ນ ຈາກການກວດສອບເຂດສຳປະທານຫລາຍກວ່າ 200 ພື້ນທີ່ ໃນທົ່ວປະ
ເທດຍັງພົບວ່າ ໄດ້ມີການລຸກລ້ຳເຂົ້າໄປລັກລອບຕັດໄມ້ ຢູ່ໃນເຂດປ່າສະຫງວນ ແລະ
ເຂດປ່າປ້ອງກັນຂອງລັດຖະບານລາວ ທັງໃນລະດັບທ້ອງຖິ່ນ ແລະຂັ້ນສູນກາງ ຢ່າງ
ກວ້າງຂວາງອີກດ້ວຍ.

ໂດຍອີງຕາມຂໍ້ມູນຂອງກະຊວງແຜນການ ແລະການລົງທຶນ ລະບຸວ່າ ລັດຖະບານລາວ
ໄດ້ອະນຸຍາດໃຫ້ສຳປະທານທີ່ດິນ ເພື່ອປູກພືດເສດຖະກິດຕ່າງໆ ເຊັ່ນຢາງພາລາ
ຢູຄາລິປຕັສ ອ້ອຍ ສາລີ ແລະມັນຕົ້ນ ຄິດເປັນພື້ນທີ່ລວມກັນກວ້າງກວ່າ 570,000
ເຮັກຕາ ຫາກແຕ່ຈາກການກວດສອບໃນພາກຕົວຈິງພົບວ່າ ໄດ້ມີການບຸກລຸກ ເຂົ້າໄປ
ລັກລອບຕັດໄມ້ ໃນເຂດປ່າສະຫງວນ ແລະປ່າປ້ອງກັນຂອງລັດຖະບານ ຄິດເປັນພື້ນທີ່
ກວ້າງກວ່າ 1 ລ້ານເຮັກຕາ ແລ້ວໃນປັດຈຸບັນ.

ໃນແຜນການປີ 2014-2015 ລັດຖະບານລາວ ອະນຸມັດໂຄວຕາ ການຕັດໄມ້ຄິດເປັນ
ປະລິມານລວມ 1 ລ້ານກວ່າແມັດກ້ອນ ແຕ່ລັດຖະບານກໍມີລາຍຮັບ ຈາກພາສີການສົ່ງ
ໄມ້ໄປຕ່າງປະເທດ ພຽງ 20 ລ້ານໂດລາເທົ່ານັ້ນ ໂດຍມີສາເຫດມາຈາກ ການປະຕິບັດ
ໜ້າທີ່ຂອງພະນັກງານລັດ ທີ່ເຫັດຜົນປະໂຫຍດສ່ວນຕົວເປັນສຳຄັນ ດັ່ງເຈົ້າໜ້າທີ່ຂັ້ນ
ສູງ ໃນຄະນະກຳມະການກວດກາແຫ່ງລັດ ໄດ້ໃຫ້ການຢືນຢັນວ່າ:

“ໄມ້ພວກເຮົານີ້ ຂຸດຄົ້ນອອກເປັນຈຳນວນມະຫາສານທີ່ສຸດ ແຕ່ວ່າລາຍຮັບຈາກ
ການຂາຍ ໄມ້ນີ້ ກໍບໍ່ໄດ້ພໍເທົ່າໃດ ໄມ້ແມັດກ້ອນໜຶ່ງພວກເຮົາຂາຍນີ້ ມີແຕ່ຢູ່ໃນລະ
ດັບ 50-60 ຫລຽນຕໍ່ແມັດກ້ອນ 50-60 ຫລຽນນີ້ແລ້ວ ເບິ່ງປ່າໄມ້ພວກເຮົາ ທີ່ຖືກ
ບຸກລຸກທຳລາຍນັ້ນ ເປັນຈຳນວນມະຫາສານ ອັນນີ້ໜິມັນໆ ສວນທາງກັນກັບການ
ພັດທະນາແບບຍືນຍົງ.”

ເຈົ້າໜ້າທີ່ຂັ້ນສູງໃນຄະນະກຳມະການກວດກາແຫ່ງລັດ ບອກວ່າ ການປະເມີນດັ່ງກ່າວ
ຖືເປັນການປະເມີນລາຄາໄມ້ທີ່ຕ່ຳກວ່າ ຄວາມເປັນຈິງໃນອັດຕາສະເລ່ຍເຖິງ 50 ເປີເຊັນ
ຊຶ່ງກໍເປັນຜົນເຮັດໃຫ້ລັດຖະບານລາວ ຕ້ອງສູນເສຍຜົນປະໂຫຍດ ຄິດເປັນມູນຄ່າ ຫລາຍ
ຮ້ອຍຕື້ກີບ ໃນແຕ່ລະປີ.

XS
SM
MD
LG