ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະບານ ລາວ ຈະປະຕິບັດແຜນການ ລົບ ລ້າງຄວາມທຸກຍາກ ໃຫ້ໄດ້ຕາມເປົ້າໝາຍ


ແຜນທີ່ບົ່ງບອກເຖິງເຂດທີ່ມີຄວາມທຸກຍາກ
ແຜນທີ່ບົ່ງບອກເຖິງເຂດທີ່ມີຄວາມທຸກຍາກ

ລັດຖະບານ ລາວ ໝັ້ນໃຈວ່າການຈັດຕັ້ງປະຕິບັດແຜນການລົບລ້າງຄວາມຍາກຈົນຈະ ໄດ້ຕາມເປົ້າໝາຍທີ່ວາງໄວ້ໃນແຜນການປີ 2015-2016 ໂດຍຈະຍັງເຫຼືອຄອບຄົວຍາກ ຈົນ ພຽງ 6.11 ເປີເຊັນເທົ່ານັ້ນ.

ທ່ານ ກອງແກ້ວ ວົງປະເສີດ ຫົວໜ້າຫ້ອງການພັດທະນາຊົນນະບົດ ແລະ ລົບລ້າງຄວາມ ທຸກຍາກແຫ່ງຊາດ ຖະແຫຼງວ່າໃນແຜນການປະຈຳສົກປີ 2015-2016 ທີ່ຈະສິ້ນສຸດແຜນ ການໃນທ້າຍເດືອນກັນຍາ 2016 ນີ້ລັດຖະບານ ລາວ ໄດ້ວາງເປົ້າໝາຍທີ່ຈະລົບລ້າງບັນ ຫາຄວາມຍາກຈົນຂອງປະຊາຊົນໃຫ້ໄດ້ 5,570 ຄອບຄົວ ແລະ ລົດຈຳນວນບ້ານທຸກ ຍາກໃຫ້ໄດ້ 179 ບ້ານຊຶ່ງຈະເຮັດໃຫ້ຍັງເຫຼືອບ້ານທຸກຈົນ 1,500 ບ້ານຄິດເປັນ 18.38 ເປີເຊັນຂອງຈຳນວນບ້ານທັງໝົດ ແລະ ເຫຼືອຄອບຄົວທີ່ຍາກຈົນ 71,000 ຄອບຄົວຄິດ ເປັນ 6.11 ເປີເຊັນຂອງຈຳນວນຄອບຄົວທັງໝົດໃນທົ່ວປະເທດ.

ສຳລັບໃນຊ່ວງ 9 ເດືອນທີ່ຜ່ານມາຂອງແຜນການປີ 2015-2016 ນີ້ກໍປະກົດວ່າທາງ ການ ລາວ ສາມາດລົບລ້າງຄວາມຍາກຈົນຂອງປະຊາຊົນໄດ້ຕາມເປົ້າໝາຍທີ່ວາງໄວ້ ເປັນສ່ວນໃຫຍ່ ໂດຍຈະເຫັນໄດ້ຈາກການຈັດຕັ້ງປະຕິບັດໃນນະຄອນຫຼວງວຽງຈັນ ທີ່ຍັງ ເຫຼືອຄອບຄົວຍາກຈົນຢູ່ພຽງແຕ່ 2 ຄອບຄົວ ຄິດເປັນ 0.01 ເປີເຊັນເທົ່ານັ້ນຂອງຄອບຄົວ ທັງໝົດ ຫາກແຕ່ສຳລັບແຂວງຜົ້ງສາລີ ຍັງຖືເປັນແຂວງທຸກຍາກທີ່ສຸດ ເພາະຍັງເຫຼືອບ້ານ ທີ່ທຸກຍາກຢູ່ເຖິງ 320 ກວ່າບ້ານ ຄິດເປັນ 61 ເປີເຊັນຂອງບ້ານທັງໝົດໃນແຂວງດັ່ງ ກ່າວ.

ແຕ່ຢ່າງໃດກໍຕາມ ທ່ານ ກອງແກ້ວ ກໍເຊື່ອມັນວ່າລັດຖະບານ ລາວ ຈະສາມາດເຮັດໃຫ້ປະ ເທດ ລາວ ຫຼຸດພົ້ນຈາກສະພາບດ້ອຍພັດທະນາໄດ້ຕາມເປົ້າໝາຍທີ່ວາງໄວ້ໃນປີ 2020 ທັງຍັງຈະສາມາດກ້າວໄປສູ່ການເປັນປະເທດກຳລັງພັດທະນາ ທີ່ປະຊາກອນມີລາຍໄດ້ ສະເລ່ຍ ຈາກລະດັບກາງຂຶ້ນໄປຫາສູງໄດ້ຕາມເປົ້າໝາຍຂອງວິໄສທັດການພັດທະນາ ລາວ ຈາກປະຈຸບັນໄປຈົນເຖິງປີ 2030 ໄດ້ອີກດ້ວຍ.

ຫາກແຕ່ວ່າຈາກການປະເມີນຮ່ວມກັນ ລະຫວ່າງ ລັດຖະບານ ລາວ ກັບອົງການສະຫະ ປະຊາຊາດ ເພື່ອການພັດທະນາ (UNDP) ກ່ຽວກັບ ຜົນການຈັດຕັ້ງປະຕິບັດແຜນການ ພັດທະນາເສດຖະກິດ-ສັງຄົມໃນ ລາວ ຈາກປີ 2011 ເຖິງເດືອນກັນຍາ 2015 ພົບວ່າ ລັດຖະບານ ລາວ ບໍ່ສາມາດບັນລຸເປົ້າໝາຍສະຫັດສະວັດ ຂອງການພັດທະນາໃນ 6 ດ້ານຈາກທັງໝົດ 9 ດ້ານທີ່ໄດ້ຕົກລົງໄວ້ກັບອົງການສະຫະປະຊາຊາດ.

ທັງນີ້ໂດຍ 6 ດ້ານດັ່ງກ່າວນີ້ປະກອບດ້ວຍການທີ່ເດັກນ້ອຍອາຍຸຕ່ຳກວ່າ 5 ປີຍັງມີສ່ວນ ສູງ ແລະ ນ້ຳໜັກຕ່ຳກວ່າເກນມາດຕະຖານ, ອັດຕາການຕາຍຂອງເດັກນ້ອຍທີ່ອາຍຸຕ່ຳ ກວ່າ 1 ປີກໍຍັງສູງ, ສ່ວນອັດຕາການຕາຍຂອງແມ່ຍິງຂະນະຖືພາກໍຍັງສູງເຊັ່ນດຽວກັນ ໃນຂະ ນະທີ່ການເພີ່ມອັດຕາການປົກຫຸ້ມຂອງປ່າກໍຍັງປະຕິບັດໄດ້ໃນລະດັບຕ່ຳ ແລະ ການເກັບ ກູ້ລະເບີດບໍ່ທັນແຕກ ກໍປະຕິບັດໄດ້ໃນພື້ນທີ່ຢ່າງຈຳກັດ ສ່ວນອັດຕາການເຂົ້າ ໂຮງຮຽນ ແລະ ສືບຕໍ່ການຮຽນຈົນຈົບຊັ້ນປະຖົມປີທີ 5 ກໍຍັງບໍ່ເປັນໄປຕາເປົ້າໝາຍດັ່ງທີ່ ເຈົ້າໜ້າທີ່ ຂັ້ນສູງໃນກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ການຢືນຢັນວ່າ

"ເວົ້າເຖິງເລື່ອງອັດຕາການເຂົ້າຮຽນຂອງເດັກນ້ອຍຊັ່ນປະຖົມ ຊັ່ນມັດທະຍົມຕ່າງໆຫັ້ນ ແລະ ຢູ່ໃນຈຸດຍ່ອຍຈຸດໜຶ່ງຫັ້ນ ແມ່ນອັດຕາການປະລະການສຶກສາ ຫຼື ວ່າອັດຕາລອດ ເຫຼືອເນາະ ສົມມຸດວ່າເດັກນ້ອຍເຂົ້າຊັ້ນປໍ 1 ໄປຮອດ ປໍ 5 ດຽວນີ້ເຮົາຕັ້ງເປົ້າໄວ້ຊິໃຫ້ ມັນຮອດ 95 ເປີເຊັນ ແຕ່ວ່າໃນຕົວຈິງ ຜັດຮອດມາດຽວນີ້ມີແຕ່ 75 ເປີເຊັນ ກວ່າ 20 ເປີເຊັນເສຍໄປ ອັນນີ້ກະຕ້ອງໄດ້ສຸມໃສ່ແກ້ໄຂ ເຮັດຈັ່ງໃດຊ່ວຍສ້າງເງື່ອນໄຂໃຫ້ເຂົາ ເຈົ້າສາມາດຮຽນຈົບ ບໍ່ແມ່ນແຕ່ຄ້າງຫ້ອງໃດ ຕັ້ງແມ່ນອອກໂຮງຮຽນແທ້ໆ."

ທາງດ້ານກະຊວງສາທາລະນະສຸກໄດ້ລາຍງານວ່າການຈັດຕັ້ງປະຕິບັດເປົ້າໝາຍສະຫັດ ສະວັດການພັດທະນາທາງດ້ານສາທາລະນະສຸກໃນ ລາວ ຍັງມີບັນຫາທ້າທາຍໃນຫຼາຍ ດ້ານທີ່ເປັນອຸປະສັກຕໍ່ການພັດທະນາຄຸນນະພາບການໃຫ້ບໍລິການ ແກ່ປະຊາຊົນໃຫ້ໄດ້ ມາດຕະຖານດຽວກັນກັບບັນດາປະເທດທີ່ເປັນສະມາຊິກໃນກຸ່ມອາຊຽນ ດ້ວຍກັນ.

ຕົວຢ່າງກໍຄືບັນຫາການຂາດສານອາຫານຂອງເດັກນ້ອຍອາຍຸຕ່ຳກວ່າ 5 ປີ ກໍເປັນສາ ເຫດທີ່ເຮັດໃຫ້ການຫຼຸດຈຳນວນເດັກນ້ອຍທີ່ຕົວເຕ້ຍ ສາມາດດຳເນີນການໄດ້ຢ່າງຊັກຊ້າ ກໍຄື ສາມາດຫຼຸດໄດ້ຈາກອັດຕາສະເລ່ຍ 40 ເປີເຊັນໃນປີ 2006 ມາເປັນ 38 ເປີເຊັນໃນ ປະຈຸບັນນີ້ ໝາຍຄວາມວ່າຫຼຸດລົງພຽງ 2 ເປີເຊັນເທົ່ານັ້ນໃນໄລຍະ 9 ປີທີ່ຜ່ານມາ.

ສ່ວນເດັກນ້ອຍອາຍຸຕ່ຳກວ່າ 5 ປີທີ່ມີນຳ້ໜັກຕ່ຳກວ່າເກນກໍຍັງສູງເຖິງ 32 ເປີເຊັນຂະນະ ທີ່ເປົ້າໝາຍສະຫັດສະວັດໄດ້ວາງເອົາໄວ້ທີ່ອັດຕາສະເລ່ຍບໍ່ເກີນ 22 ເປີເຊັນຂອງຈຳນວນ ເດັກນ້ອຍທີ່ອາຍຸຕ່ຳກວ່າ 5 ປີໃນທົ່ວປະເທດ ຈຶ່ງເປັນອີກບັນຫາໜຶ່ງທີ່ຍາກຈະສາມາດ ບັນລຸເປົ້າໝາຍໄດ້ຢ່າງແທ້ຈິງ.

XS
SM
MD
LG