ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານລາວ ອະນຸມັດ ຂຶ້ນອັດຕາຄ່າຈ້າງ ຂັ້ນຕໍ່າ ຈາກ 9 ແສນ ຫາ 1.1 ລ້ານກີບ ຕໍ່ເດືອນ


ແຮງງານລາວ
ແຮງງານລາວ

ລັດຖະບານ​ລາວ​ອະນຸມັດ​ປັບ​ຂຶ້ນ​ອັດຕາ​ຄ່າຈ້າງ​ຂັ້ນ​ຕໍ່າຈາກ 9 ​ແສນກີບ​ເປັນ 1.1 ລ້ານ
​ກີບ​ຕໍ່​ເດືອນ​ເພື່ອໃຫ້​ສອດ​ຄ່ອງ​ກັບ​ສະພາວະ​ການ​ຄ່າ​ຄອງ​ຊີບ​ທີ່​ສູງ​ຂຶ້ນ​ແຕ່​ລະ​ວັນ ​ໂດຍ
​ມີ​ຜົນ​ນັບ​ແຕ່ວັນ​ທີ 1 ພຶດສະພາ​ນີ້​ເປັນຕົ້ນ​ໄປ.

ລິງໂດຍກົງ

ທ່ານ​ຄຳ​ແພງ ​ໄຊ​ສົມ​ແພງ ລັດຖະມົນຕີ​ວ່າການ​ກະຊວງ​ແຮງ​ງາ​ນ ​ແລະ​ສະ​ວັດ​ດີກາ​ນ
ສັງຄົມ ຢືນຢັນ​ວ່າຄະນະ​ລັດຖະບານ​ລາວ​ໄດ້​ອະນຸມັດ​ການ​ປັບ​ຂຶ້ນ​ອັດຕາ​ຄ່າ​ຈ້າງ​ຂັ້ນ
​ຕໍ່າ ສຳລັບ​ແຮງ​ງານ​ຈາກ 9 ​ແສນ​ກີບ​ເປັນ 1 ລ້ານ 1 ​ແສນ​ກີບ ຫຼືປະມານ 133 ​ໂດ​ລາ​ສະຫະລັດຕໍ່​ເດືອນ ​ແລະໃຫ້​ມີ​ຜົນ​ບັງຄັບ​ໃຊ້​ຢ່າງ​ເປັນ​ທາງ​ການ​ນັບ​ແຕ່​ວັນ​ທີ 1 ພຶດສະ
ພາ 2018 ​ເປັນຕົ້ນ​ໄປ ທັ້ງນີ້​ເພື່ອ​ໃຫ້​ສອດ​ຄອງ​ກັບ​ສະພາວະ​ຄອງ​ຊີບ ທີ່​ປັບໂຕ​ສູງ​ຂຶ້ນ
ໃນ​ປັດຈຸບັນ ດັ່ງ​ທີ່​ທ່ານ​ຄຳ​ແພງ ​ໄດ້​ໃຫ້ການ​ອະທິບາຍ​ວ່າ:

“​ເຫດຜົນ​ຂອງ​ການ​ປັບປຸງ​ຄ່າ​ແຮງ​ງານ​ຂັ້ນ​ຕໍ່າ​ສຸດ​ໃນ​ຄັ້ງ​ນີ້ ​ແມ່ນ​ສະພາບ​ການ​ປ່ຽນ
​ແປງ​ທາງ​ດ້ານ​ເສດຖະກິດ​ທັງ​ຢູ່ພາຍ​ໃນ ​ແລະ​ຕ່າງປະ​ເທດ​ຄຽງ​ຄູ່​ກັບ​ການ​ຂະຫຍາຍ
​ໂຕ​ທາງ​ດ້ານ​ເສດຖະກິດ​ສັງຄົມ ​ແລະໂຕ​ຊີ້​ວັດ​ແ​ທກດ້ານ​ເສດຖະກິດ​ທີ່​ມີ​ບາງ​ດ້ານ
ລະ​ແມ່ນ​ວ່າ​ມີ​ຫລັກສະນະ​ເໜັງ​ຕິງ​ຂຶ້​ນ ​ໂດຍ​ສະ​ເພາະ​ດັດ​ຊະນີ​ທາງ​ດ້ານ​ລາຄາ​ສິນ
ຄ້າ​ໄດ້​ເພີ້​ມສູງ​ຂຶ້ນ ມູນ​ຄ່າ​ຂອງ​ເງິນ​ກີບ​ໃນ​ຕົວ​ຈິງ​ກໍ​ອ່ອນ​ຄ່າ​ລົງ ​ເຮັດ​ໃຫ້​ກະທົບ​ຕໍ່​
ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ​ຜູ້​ອອກ​ແຮງ​ງານ.”

ທັ້ງນີ້​ກອງ​ປະຊຸມ​ຄະນະ​ກຳມະການ 3 ຝ່າຍ​ທີ່​ປະກອບ​ດ້ວຍ​ຜູ້​ຕາງໜ້າ​ຂອງ​ກະ​ຊວງ​
ແຮງ​ງານ​ແລະສະ​ວັດ​ດີກາ​ນສັງ​ຄົມ ສະຫະພັນ​ກຳມະບານລາວ ​ແລະ​ສະພາ​ການ​ຄ້າ
​ແລະ​ອຸດສາຫະກຳ​ແຫ່ງ​ຊາດ ​ໄດ້​ເລີ້​ມການ​ພິຈາລະນາ​ກ່ຽວ​ກັບ​ການ​ປັບ​ຂຶ້ນ​ຄ່າ​ຈ້າງ​ຂັ້ນ
​ຕໍ່າ ນັບ​ແຕ່​ເດືອນ​ກຸ​ມພາ 2017 ​ເປັນ​ຕົ້ນ​ມາໂດຍ​ທີ່​ສະຫະ​ພັນ​ກໍາ​ມະ​ບານ ສະ​ເໜີໃຫ້
​ປັບ​ຂຶ້ນ​ເປັນ 1 ລ້ານ 2 ​ແສນ​ກີບ​ຕໍ່​ເດືອນ ​ແຕ່​ທາງ​ຝ່າຍ​ສະພາ​ການ​ຄ້າ ​ແລະ​ອຸດສາ​ຫຳ​
ກຳ​ແຫ່ງ​ຊາດ​ເຫັນ​ຄວນ​ປັບ​ຂຶ້ນ​ ເປັ​ນ 1 ລ້ານ​ກີບ​ຕໍ່​ເດືອນ ​ແລະ​ສາມາດ​ຕົກລົງ​ກັນ​ໄດ້​ຢູ່
1 ລ້ານ 1 ແສນ​ກີບ ຊຶ່ງ​ກໍ​ແມ່ນ​ທີ່​ມາ​ຂອງ​ໜັງສື​ແຈ້ງ​ການຂອງ ສຳນັກງານ​ນາຍົກລັດຖະ
ມົນຕີ ສະບັບ​ເລກ​ທີ 560/ສນຍ ລົງ​ວັນ​ທີ 20 ​ເມສາ ປີ 2018 ​ເພື່ອ​ຮັບຮອງ​ໃຫ້​ປັບ​ຂຶ້ນ
​ຄ່າ​ຈ້າງ​ຂັ້ນ​ຕໍ່າ​ດັ່ງກ່າວ ​ໂດຍ​ໃຫ້​ມີ​ຜົນ​ບັງຄັບ​ໃຊ້ ​ແລະ​ເລີ້ມ​ຈັດ​ຕັ້ງ​ປະຕິບັດ​ຢ່າງ​ເປັນ​
ທາງ​ການ​ໃນ​ທົ່ວ​ປະ​ເທດ ນັບ​ແຕ່​ວັນ​ທີ 1 ພຶດສະພາປີ 2018 ​ເປັນ​ຕົ້ນ​ໄປ.

​ໂດຍ​ສຳລັບ​ຄ່າຈ້າງ​ຂັ້ນ​ຕໍ່າ​ໃນ​ອັດ​ຕາ 9 ​ແສນ​ກີບ​ຕໍ່ເດືອນນັ້ນ​ໄດ້​ຈັດ​ຕັ້ງ​ປະຕິບັດ​ນັບ​ຕັ້ງ​
ແຕ່​ປີ 2015 ​ເປັນ​ຕົ້ນ​ມາ ຫາກ​ແຕ່​ຈາກການ​ເກັບ​ກໍ​າຂໍ້​ມູນກ່ຽວ​ກັບ​ການ​ປະຕິບັດ​ຄ່າ​ຈ້າງ
​ແຮງ​ງານ​ຂັ້ນ​ຕໍ່າຢູ່​ໃນ 3.053 ຫົວໜ່ວຍ​ທຸລະ​ກິດ​ທົ່ວ​ປະ​ເທດ ​ໂດຍ​ການ​ສຳພາດ​ແຮງ
​ງາ​ນທັງ​ໝົ​ດ 85,056 ຄົນ ​ໃນ​ນີ້​ເປັນ​ແຮງ​ງານ​ລາວ 67,524 ຄົນ ທີ່​ດຳ​ເນີນ​ການ​ໂດຍ
​ກະຊວງ​ແຮງ​ງານ ​ແລະ​ສະ​ວັດ​ດີກາ​ນສັງ​ຄົມ ​ເມື່ອ​ບໍ່​ນານ​ມາ​ນີ້​ພົບ​ວ່າ ຄ່າຈ້າງ​ແຮ​ງງານ​
ໃນ​ຂະ​ແໜງ​ກະ​ສິກໍາ​ຢູ່​ທີ່​ລະ​ດັບ 1 ລ້ານ 1 ລ້ານ 1 ​ແສນ​ກີບ ຂະ​ແໜງ​ອຸດ​ສາ​ຫະກຳ 1
ລ້ານ 2 ​ແສນ​ກີບ ​ແລະ​ຂະ​ແໜງ​ບໍລິການ 2 ລ້ານ 5 ​ແສນ​ກີບ​ຕໍ່​ເດືອນ ຈຶ່ງ​ຈະ​ເຮັດ​ໃຫ້​ຜູ້
​ອອກ​ແຮງ​ງານ​ເຫລົ່າ​ນັ້ນ ສາມາດ​ດຳລົງ​ຊີວິດ​ຢູ່​ໄດ້​ໃນ​ສະພາວະ​ຄ່າ​ຄອງ​ຊີບ​ໂຕ​ຈິງ​ໃນ​
ປັດຈຸບັນ​ນີ້.

​ແຕ່​ຢ່າງ​ໃດ​ກໍ​ຕາມ​ການ​ທີ່​ແຮງ​ງານ​ລາວ​ສ່ວນ​ໃຫຍ່​ເປັນ​ແຮງ​ງານ​ທີ່​ບໍ່​ມີ​ຝີ​ມື ກໍ​ຖື​ເປັນ​ປັດ
​ໃຈ​ນຶ່ງ​ທີ່​ເຮັດ​ໃຫ້​ໄດ້​ຮັບ​ຄ່າ​ຈ້າງ​ໃນ​ອັດຕາ​ທີ່​ຕໍ່າ​ກວ່າ​ແຮງ​ງານ​ຈາກ​ຕ່າງປະ​ເທດ​ທີ່ມີ​ຝີ​ມື
ທັ້ງນີ້​ໂດຍ​ກະຊວງ​ແຮງ​ງານ ​ແລະ​ສະ​ວັດດີກາ​ນສັງຄົມ ​ໄດ້​ປະຕິ​ບັດ​ຕາມ​ຄຳ​ສັ່ງ​ຂອງ​ນາຍົກລັດຖະມົນຕີ ​ເລກ​ທີ 62/ນຍ ກ່ຽວກັບການ​ຂຶ້ນ​ທະບຽນ​ແຮງ​ງານ​ໃຫ້​ຄົນ​ຕ່າງ​ຊາດ​
ທີ່​ມາ​ອາ​ໄສ​ຢູ່​ໃນ​ລາວ ທີ່​ໄດ້​ຈັດ​ຕັ້ງ​ປະຕິບັດ​ໃນ​ຊ່ວງວັນ​ທີ 16 ທັນວາ ປີ 2015 ຫາ 30
ກັນຍາ ປີ 2016 ນັ້ນ ກໍ​ຂຶ້ນ​ທະບຽນ​ແຮງ​ງານ​ຕ່າງ​ຊາດ​ໄດ້ 22,766 ຄົນ ​ແຕ່​ເຊື່ອ​ວ່າ​ຍັງ
​ມີ​ຊາວ​ຕ່າງ​ຊາດ​ຫຼາຍ​ກວ່າ 30,000 ຄົນ​ທີ່​ຍັງ​ບໍ່​ຂຶ້ນ​ທະບຽນ ​ແລະ​ລັກລອບເຮັດ​ວຽກ​ຢູ່
ໃນ​ລາວ​ຢູ່​ເລື້ອຍ​ມາ.

ນອກ​ຈາກນີ້ແລ້ວການ​ທີ່​ລາວ​ຍັງ​ຕ້ອງ​ປະ​ເຊີນ​ກັບ​ບັນຫາ​ຂາດ​ແຄນ​ແຮງ​ງານ​ມີ​ຝີ​ມື ​ແລະ
​ບໍ່​ສາມາດ​ຕອບ​ສະໜອງ​ແຮງ​ງານ​ມີ​ຜີ​ມື​ໃຫ້ກັບ​ບັນດາ​ບໍລິສັດຕ່າງ​ຊາດ ທີ່​ລົງທຶນ​ໃນ​ລາວ​
ໄດ້​ຢ່າງ​ພຽງພໍ​ນັ້ນ ຍັງ​ເຮັດ​ໃຫ້​ທາງ​ການ​ລາວ​ຕ້ອງ​ຂໍ​ອະນຸຍາດ​ໃຫ້​ບັນດາ​ບໍລິສັດ​ຕ່າງ​ຊາດ
ຈ້າງ​ແຮງ​ງານ​ມີ​ຝີ​ມື​ມາຈາກ​ຕ່າງປະ​ເທດ​ໄດ້​ຈຳນວນ​ຫຼາຍ​ໝື່ນ​ຄົນ ​ແລະ​ການ​ທີ່​ແຮງ​ງານ​
ລາວ​ສ່ວ​ນໃຫຍ່ ກໍ​ໄດ້​ພາກັນ​ເ​ດີ​ນທາງ​ໄປ​ເຮັດ​ວຽກ​ຢູ່​ໃນ​ປະ​ເທດ​ໄທ ​ເນື່ອງ​ຈາກ​ວ່າ​ມີຄ່າ​
ຈ້າງ​ຊັ້ນ​ຕໍ່າ​ໃນ​ອັດ​ຕາ​ທີ່​ສູງ​ກວ່າ​ຢູ່​ໃນ​ລາວ​ດ້ວຍ​ແລ້ວ ກໍ​ຍັງ​ເຮັດ​ໃຫ້​ເກີດ​ບັນຫາ​ຂາດ​ແຄນ
​ແຮງ​ງານ​ໃນ​ລາວ​ເພີ້​ມຫຼາຍ​ຂຶ້ນ​ນັບ​ມື້​ອີກ​ດ້ວຍ ​ໂດຍ​ກະຊວງ​ແຮງ​ງານ​ໄທ​ໄດ້​ອະນຸຍາດ
​ໃຫ້​ແຮງ​ງານ​ລາວ​ເຮັດ​ວຽກໃນ​ໄທ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ 158,000 ກວ່າ​ຄົນ​ໃນ
​ເວລາ​ນີ້.

XS
SM
MD
LG