ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານ ລາວ ໄດ້ຮັບສ່ວນແບ່ງໃນມູນຄ່າລວມ 1,500 ລ້ານໂດລາ ຈາກການຂຸດຄົ້ນແຮ່ທາດ ເຊໂປນ


ພະນັກງານກຳລັງເຄື່ອນຍ້າຍຜ່ນທອງແດງຢູ່ບໍ່ຄຳບໍ່ທອງແດງເຊໂປນ.
ພະນັກງານກຳລັງເຄື່ອນຍ້າຍຜ່ນທອງແດງຢູ່ບໍ່ຄຳບໍ່ທອງແດງເຊໂປນ.

ລັດຖະບານ ລາວ ໄດ້ຮັບສ່ວນແບ່ງໃນມູນຄ່າລວມ 1,500 ລ້ານໂດລາສຳລັບຄ່າທຳນຽມສຳປະ ທານ ແລະ ເງິນປັນຜົນຈາກການດຳເນີນກິດຈະການຂອງກຸ່ມລົງທຶນຂຸດຄົ້ນແຮ່ທາດ ເຊໂປນ ໃນຊ່ວງປີ 2003-2020.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງການເງິນ ເປີດເຜີຍວ່າບໍລິສັດ ລ້ານຊ້າງ ມິນເນີໂຣລ໌ ຈຳກັດຈາກ ຈີນ ຜູ້ລົງທຶນຂຸດຄົ້ນແຮ່ຄຳ ແລະ ທອງແດງທີ່ບໍ່ແຮ່ເຊໂປນ ເມືອງວິລະບູລີ ແຂວງສະຫວັນນະເຂດ ໄດ້ສົ່ງມອບພັນທະໃຫ້ກັບລັດຖະບານ ລາວ ໃນມູນຄ່າລວມ 1,500 ລ້ານໂດລາ ສຳລັບຄ່າຊັບພະຍາ ກອນແຮ່ທາດ, ຄ່າພາສີ ແລະ ເງິນປັນຜົນຈາກກຳໄລຂອງບໍລິສັດໃນຊ່ວງປີ 2003-2020 ຜ່ານມາ ຊຶ່ງໃນໄລຍະດັ່ງກ່າວບໍລິສັດ ລ້ານຊ້າງ ມິນເນີໂຣລ໌ ຈຳກັດ ສາມາດຂຸດຄົ້ນ ແລະ ຜະລິດຄຳແທ່ງໄດ້ໃນປະລິມານລວມ 1.2 ລ້ານອອນ ແລະ ທອງແດງແຜນອີກກວ່າ 1 ລ້ານໂຕນທີ່ສົ່ງອອກໄປຕ່າງປະເທດທັງໝົດ ສ່ວນໃນປີ 2021 ກໍຄາດວ່າບໍລິສັດ ລ້ານຊ້າງ ມິນເນີໂຣລ໌ ຈຳກັດ ຈະສົ່ງມອບພັນ ທະໃຫ້ລັດຖະບານລາວ ໃນມູນຄ່າ 2 ລ້ານໂດລາ ທີ່ເປັນສ່ວນແບ່ງຈາກການສົ່ງອອກຄຳແທ່ງ 2 ແສນອອນ ແລະ ທອງແດງແຜ່ນ 72,000 ກວ່າໂຕນ.

ໃນໄລຍະຜ່ານມາ ໄດ້ມີສຳຫຼວດພົບແຮ່ທາດໃນ ລາວ ຫຼາຍກວ່າ 570 ແຫ່ງ ກວມເອົາເນື້ອທີ່ກວ້າງກວ່າ 162,104 ກິໂລແມັດມົນທົນ ຄິດເປັນ 68 ເປີເຊັນຂອງພື້ນທີ່ທັງໝົດຂອງ ລາວ ໃນນີ້ທາງ ການ ລາວ ໄດ້ອະນຸຍາດສຳປະທານໃຫ້ແກ່ເອກະຊົນ ລາວ ແລະ ຕ່າງຊາດໄປແລ້ວ 649 ລາຍໃນ 942 ກິດຈະການທົ່ວປະເທດ ສ່ວນແຫຼ່ງຜະລິດໄຟຟ້າ 90 ແຫ່ງທີ່ມີກຳລັງຕິດຕັ້ງເກືອບເຖິງ 11,000 ເມກະວັດໃນນີ້ກໍໄດ້ສົ່ງໄປຂາຍໃຫ້ໄທ 5,620 ເມກະວັດດ້ວຍນັ້ນ ກໍສ້າງລາຍຮັບໃຫ້ກັບລັດຖະບານ ລາວ ໄດ້ເພີ່ມຂຶ້ນນັບມື້ ດັ່ງຈະເຫັນໄດ້ຈາກການຜະລິດດ້ານພະລັງງານ ແລະ ບໍ່ແຮ່ຂອງລາວເພີ່ມຂຶ້ນເຖິງ 16 ເປີເຊັນໃນປີ 2020 ດັ່ງທີ່ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ໄດ້ໃຫ້ການຢືນຢັນວ່າ

“ມູນຄ່າການຜະລິດຂອງຂະແໜງການພະລັງງານ ແລະ ບໍ່ແຮ່ ສະເພາະໃນປີ 2020 ສາມາດປະຕິ ບັດ 31,468 ຕື້ກີບ ທຽບໃສ່ໃນປີຜ່ານມາແມ່ນເພີ່ມຂຶ້ນ 16 ເປີເຊັນໃນນີ້ຂະແໜງພະລັງງານປະຕິ ບັດໄດ້ 20,616 ຕື້ກີບ ທຽບໃສ່ປີຜ່ານມາ ແມ່ນເພີ່ມຂຶ້ນ 33 ເປີເຊັນ ສ່ວນຂະແໜງບໍ່ແຮ່ປະຕິບັດໄດ້ 10,851 ຕື້ກີບ ທຽບໃສ່ໃນປີຜ່ານມາ ແມ່ນຫຼຸດລົງ 7 ເປີເຊັນແຕ່ເມື່ອທຽບໃສ່ກັບແຜນການແລ້ວແມ່ນປະຕິບັດໄດ້ 113 ເປີເຊັນ.”

ແຕ່ຢ່າງໃດກໍຕາມ ບັນຫາທີ່ມີຄວາມຫຍຸ້ງຍາກເພີ່ມຂຶ້ນ ແລະ ໄດ້ເກີດຂຶ້ນຢ່າງກວ້າງຂວາງຢູ່ໃນ ລາວ ໃນປັດຈຸບັນນີ້ ກໍຄືການຂັດແຍ້ງກ່ຽວກັບສຳປະທານຂຸດຄົ້ນບໍ່ແຮ່ ລະຫວ່າງປະຊາຊົນ ລາວ ກັບພາກລັດ ແລະ ເອກະຊົນຜູ້ລົງທຶນໃນໂຄງການຊຶ່ງມີສາເຫດມາຈາກການທີ່ເອກະຊົນ ລາວ ໄດ້ຂາຍຕໍ່ສຳປະທານໃຫ້ກັບນັກທຸລະກິດຊາວຕ່າງຊາດ ເພາະບໍ່ມີເງິນທຶນທີ່ຈະນຳໃຊ້ໃນການຂຸດຄົ້ນບໍ່ແຮ່ດັ່ງກ່າວ ຊຶ່ງເຮັດໃຫ້ພະນັກງານລັດທີ່ກ່ຽວຂ້ອງໃນການອະນຸຍາດສຳປະທານຂຸດຄົ້ນບໍ່ແຮ່ມອງວ່າ ເປັນການປະຕິບັດບໍ່ຖືກຕ້ອງຕາມລະບຽບກົດໝາຍ ຈຶ່ງໄດ້ຟ້ອງຮ້ອງເປັນຄະດີຄວາມໃນສານ ແລະ ສົ່ງຜົນກະທົບຕໍ່ເນື່ອງເຖິງປະຊາຊົນ ລາວ ທີ່ຢູ່ໃນເຂດສຳປະທານທີ່ຂັດແຍ້ງກັນດັ່ງກ່າວດ້ວຍ ດັ່ງທີ່ຜູ້ປະສານງານອົງການທີ່ບໍ່ຂຶ້ນກັບລັດຖະບານ ໃນລາວ ໄດ້ຍົກຕົວຢ່າງເຖິງກໍລະນີຂັດແຍ້ງດັ່ງກ່າວຢູ່ໃນແຂວງຄຳມ່ວນວ່າ

“ດຽວນີ້ບໍ່ແຮ່ຢູ່ແຂວງຄຳມ່ວນນີ້ບໍ່ມີໂຄງການໃດທີ່ບໍ່ມີຂໍ້ຂັດແຍ້ງ ຍ້ອນການຄຸ້ມຄອງຂອງພວກເຮົາບໍ່ໄດ້ ຄົນ ລາວ ຂໍສຳປະທານນຳລັດຖະບານໄດ້ແລ້ວບໍ່ມີທຶນກະເອົາຕ່າງປະເທດມາເຮັດ ເອົາ ຈີນມາເຮັດ ເອົາອອສເຕຣເລຍ ມາເຮັດ ແລ້ວຜິດກັນຂໍ້ຂັດແຍ້ງອັນນີ້ເກີດຂຶ້ນປັດຈຸບັນນີ້ສານ ຫຼືວ່າໄອຍະການນີ້ບອກວ່າອັນນີ້ແມ່ນຄະດີແຜ່ງ ມີສັນຍາ ຕຳຫຼວດບອກບໍ່ແມ່ນອັນນີ້ຂ້ອຍຕ້ອງຈັບ ເຫດຜົນຂອງມັນແທ້ໆແລ້ວແມ່ນຍ້ອນຄົນເຮົານີ້ ໄດ້ໂຄງການແລ້ວໄປໃຫ້ຕ່າງປະເທດສຳປະທານ”

ສ່ວນເຄືອຂ່າຍການພັດທະນາແບບເປີດ (Open Development Network) ລາຍງານວ່າ ໃນປັດຈຸບັນລັດຖະບານລາວ ໄດ້ອະນຸຍາດສຳປະທານທີ່ດິນໃຫ້ກັບນັກລົງທຶນລາວແລະນັກລົງທຶນຊາວຕ່າງຊາດ 1,758 ໂຄງການມີພື້ນທີ່ສຳປະທານລວມເຖິງ 11,754,417 ເຮັກຕາຣ໌ ແຕ່ຈາກການສຳຫຼວດພົບວ່ານັກລົງທຶນໄດ້ມີການນຳໃຊ້ທີ່ດິນຕົວຈິງໃນເນື້ອທີ່ລວມ 549,248 ເຮັກຕາຣ໌ ຊຶ່ງຄິດເປັນ 4.67 ເປີເຊັນເທົ່ານັ້ນຂອງພື້ນທີ່ສຳປະທານທັງໝົດ ໃນນີ້ເປັນການອະນຸຍາດສຳປະ ທານໂດຍທ້ອງຖິ່ນເຖິງ 1,331 ໂຄງການ ຈຶ່ງເຮັດໃຫ້ລັດຖະບານ ລາວ ກວດກາໄດ້ບໍ່ທົ່ວເຖິງ ແລະ ສາມາດຍຶດເອົາທີ່ດິນຂອງລັດທີ່ຖືກຍັກຍອກໄປ ໂດຍຜິດກົດໝາຍກັບຄືນມາໄດ້ພຽງ 20,000 ກວ່າເຮັກຕາ ສ່ວນການກໍ່ສ້າງເຂື່ອນກໍໄດ້ໂຍກຍ້າຍປະຊາຊົນລາວ ໄປຢູ່ເຂດຈັດສັນໃໝ່ຫຼາຍກວ່າ 1 ແສນຄົນ ຂຶ່ງສ່ວນໃຫຍ່ກໍຍັງບໍ່ມີທີ່ດິນທຳກິດແຕ່ຢ່າງໃດ.

XS
SM
MD
LG