ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະບານ ລາວ ຈະປັບອັດຕາ ຄ່າຊົມໃຊ້ໄຟຟ້າ ພາຍໃນປະເທດ ໃຫ້ສອດຄ່ອງກັບ ຕົ້ນທຶນທີ່ເປັນຈິງ


ຕາຂ່າຍສາຍສົ່ງກະແສໄຟຟ້າຢູ່ໃນເຂດນຶ່ງຂອງລາວ
ຕາຂ່າຍສາຍສົ່ງກະແສໄຟຟ້າຢູ່ໃນເຂດນຶ່ງຂອງລາວ

ລັດຖະບານ ລາວ ຈະປັບອັດຕາຄ່າຊົມໃຊ້ໄຟຟ້າພາຍໃນປະເທດໃຫ້ສອດຄ່ອງກັບຕົ້ນທຶນທີ່ເປັນຈິງ ເພາະວ່າເຂື່ອນຜະລິດໄຟຟ້າສ່ວນໃຫຍ່ໃນ ລາວ ເປັນການລົງທຶນໂດຍບໍລິສັດເອກະຊົນ ລາວ ແລະ ຕ່າງຊາດ.


ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ຖະແຫຼງວ່າການກຳ ນົດອັດຕາຄ່າຊົມໃຊ້ໄຟຟ້າໃນ ລາວ ໃນໄລຍະຕໍ່ໄປນີ້ຈະພິຈາລະນາຈາກລະດັບຕົ້ນທຶນການຜະ ລິດທີ່ເປັນຈິງ ເນື່ອງຈາກວ່າໂຄງການເຂື່ອນຜະລິດໄຟຟ້າສ່ວນໃຫຍ່ໃນ ລາວ ເປັນການລົງທຶນໂດຍບໍລິສັດເອກະຊົນ ລາວ ແລະ ຕ່າງຊາດທີ່ຕ່າງກໍຫວັງຜົນປະໂຫຍດຈາກການລົງທຶນດັ່ງກ່າວ ເມື່ອປະກອບກັບລັດຖະບານ ລາວ ກໍບໍ່ມີເງິນລົງທຶນດ້ວຍແລ້ວ ຈຶ່ງບໍ່ສາມາດທີ່ຈະໃຊ້ອຳນາດເຂົ້າແຊກແຊງທາງທຸລະກິດເພື່ອກຳນົດອັດຕາຄ່າຊົມໃຊ້ໄຟຟ້າທີ່ລົງທຶນຜະລິດໂດຍບໍລິສັດເອກະຊົນໄດ້ເລີຍນັ້ນເອງ ດັ່ງທີ່ທ່ານ ຄຳມະນີ ໄດ້ຢືນຢັນວ່າ

“ປັດຈຸບັນພວກເຮົາຍັງຂາດລະບົບສາຍສົ່ງບໍ່ທັນໄດ້ເຊື່ອມໂຍງກັນໃນລະບົບທີ່ເປັນສາຍສົ່ງແຫ່ງ ຊາດຈາກເໜືອ ຫາພາກກາງ ຫາພາກໃຕ້ ແລະ ກະຍ້ອນວ່າໜີ້ສິນຂອງພວກເຮົາກະມີຈຳນວນຫຼວງຫຼາຍ ກະໄດ້ຫັນເອົາວິທີການໃນການພັດທະນາວ່າທຸກພາກສ່ວນເສດຖະກິດນີ້ເຂົ້າຮ່ວມໃນການພັດທະນາ ກະຖືວ່າຫັນໄປສູ່ລະບົບການເຮັດແບບ BOT ກະແນ່ນອນການພັດທະນາກະສິໄວຂຶ້ນຕື່ມ ແຕ່ວ່າພວກເຮົາກະຕ້ອງຍອມຮັບຕາມຄວາມເປັນຈິງຫັ້ນແລ້ວວ່າ ໝູ່ມາລົງທຶນຫຼະໝູ່ກະຢາກໄດ້ທຶນຄືນຄືກັນ ຢາກໄດ້ກຳໄລຄືກັນ ຕາມເງື່ອນໄຂການຕະຫຼາດ.”

ທັງນີ້ລັດຖະບານ ລາວ ໄດ້ມອບໝາຍໃຫ້ລັດວິສາຫະກິດໄຟຟ້າ ລາວ ເປັນພາກສ່ວນຮັບຜິດຊອບດຳເນີນການສຶກສາ ແລະ ເກັບກຳຂໍ້ມູນຢ່າງຮອບດ້ານ ເພື່ອປະກອບໃນການພິຈາລະນາ ກ່ຽວກັບ ການປັບປຸງອັດຕາຄ່າໄຟຟ້າໃຫ້ສອດຄ່ອງກັບສະພາບຕົວຈິງສຳລັບໃນໄລຍະປີ 2021-2025 ໂດຍມີການພິຈາລະນາພາຍໃຕ້ຫຼັກການທີ່ເປັນການສົ່ງເສີມ ເພື່ອເພີ່ມຜົນຜະລິດກະສິກຳ ແລະ ສິນຄ້າໃນ ລາວ ເປັນສຳຄັນ ຫາກແຕ່ວ່າໃນຂະນະດຽວກັນ ກໍຈະຕ້ອງພິຈາລະນາ ແລະ ໃຫ້ຄວາມສຳຄັນກັບການກໍ່ສ້າງເຂື່ອນ ຫຼື ແຫຼ່ງຜະລິດພະລັງງານໄຟຟ້າທີ່ຈະຕ້ອງນຳໃຊ້ເງິນລົງທຶນຢ່າງຫຼວງຫຼາຍ ຊຶ່ງສ່ວນໃຫຍ່ເປັນການລົງທຶນຂອງຕ່າງຊາດໃນ ລາວ ດ້ວຍນັ້ນ.

ທັງນີ້ໄດ້ມີການສະເໜີໃຫ້ພິຈາລະນາໃນ 7 ທາງເລືອກດ້ວຍກັນ ກໍຄືການຈັດແບ່ງຜູ້ຊົມໃຊ້ໄຟຟ້າອອກເປັນ 6 ປະເພດທີ່ມີຄ່າໄຟຟ້າແຕກຕ່າງກັນ ການຈັດແບ່ງເປັນ 2 ປະເທດຄື 355 ກີບ ກັບ 710 ກີບຕໍ່ກິໂລວັດໂມງ (kwh) ສຳລັບຜູ້ທີ່ຊົມໃຊ້ໄຟຟ້າຕໍ່າກວ່າຫຼືຫຼາຍກວ່າ 150 kwh ຕໍ່ເດືອນການຈັດແບ່ງເປັນ 3 ອັດຕາຄື 355 ກີບ, 532.5 ກີບ ແລະ 710 ກີບຕໍ່ kwh ສຳລັບຜູ້ທີ່ຊົມໃຊ້ໄຟຟ້າຕໍ່າກວ່າ 100 kwh, ຕໍ່າກວ່າ ແລະ ເກີນກວ່າ 200 kwh ຕໍ່ເດືອນ ການຈັດແບ່ງເປັນ 3 ກຸ່ມທີ່ຊົມໃຊ້ໄຟຟ້າບໍ່ເກີນ 200 kwh, 500 kwh ແລະ ເກີນກວ່າ 500 kwh ຕໍ່ເດືອນຊຶ່ງຈະຄິດຄ່າໄຟຟ້າທີ່ອັດຕາ 420 ກີບ, 630 ກີບ ແລະ 840 ກີບຕໍ່ kwh ການຈັດແບ່ງເປັນປະເພດທີ່ຢູ່ອາໄສ 6 ກຸ່ມທີ່ມີຄ່າໄຟຟ້າໃນອັດຕາດຽວກັນ, ການຈັດແບ່ງເປັນປະເພດທີ່ຢູ່ອາໄສ 6 ກຸ່ມທີ່ໃຫ້ມີການຫຼຸດຄ່າໄຟຟ້າລົງ 5 ເປີເຊັນ ແລະ ການຈັດແບ່ງແບບປະສົມປະສານ ຄືຜູ້ຊົມໃຊ້ໄຟຟ້າຕໍ່າກວ່າ 500 kwh ຕໍ່ເດືອນຄິດລາຄາ 355 ກີບຕໍ່ kwh ແລະ 880 ກີບຕໍ່ kwh ສຳລັບຜູ້ທີ່ຊົມໃຊ້ໄຟຟ້າເກີນກວ່າ 500 kwh ໃນແຕ່ລະເດືອນ ຫາກແຕ່ປະຊາຊົນ ລາວ ກໍໄດ້ສະແດງການຄັດຄ້ານຕໍ່ການກຳນົດຄ່າຊົມໃຊ້ໄຟຟ້າເປັນອັດຕາດຽວວ່າ

“ເຮົາວ່າບໍ່ເໝາະສົມ ເພາະວ່າບໍລິສັດຫ້າງຮ້ານໃຊ້ໄຟຫຼາຍ ຫຼື ຜູ້ຄົນທຸກຄົນຍາກມັນໃຊ້ໄຟໜ້ອຍສິໄປປັບໃສ່ລາຄາດຽວ ມັນສິໜັກໂພດບໍ ຜູ້ມັນໃຊ້ໄຟດອກດຽວແລ້ວສິໄຟເສຍເທົ່າໝູ່ ຮ່ວຍມັນກະໜັກເດເນາະ ພໍ່ຕູ້ນີ້ວ່າບໍ່ເຫັນດີ ໃຜໃຊ້ຫຼາຍ ຄູນຫຼາຍ ຄັນວ່າເພິ່ນເຫັນໃຈຫຼຸດລົງກະໄດ້ຕາມຕົວເລກຫຼຸດຜ່ອນລົງ ພໍ່ຕູູ້ຢາກວ່າຄືແນວນັ້ນ.”

ແຕ່ຢ່າງໃດກໍຕາມ ເຈົ້າໜ້າທີ່ຂັ້ນສູງຂອງ EDL ກໍຍອມຮັບວ່າຄ່າໄຟຟ້າໃນຄົວເຮືອນຂອງ ລາວ ສູງກວ່າ ຫວຽດນາມ ແລະ ໄທ ເຖິງ 34 ເປີເຊັນກັບ 26 ເປີເຊັນ ກໍຄືຄ່າໄຟຟ້າໃນຄົວເຮືອນຂອງປະຊາ ຊົນ ຫວຽດນາມ ແລະ ໄທ ຢູ່ທີ່ອັດຕາສະເລ່ຍ 7.24 ເຊັນສະຫະລັດ ແລະ 8.07ເຊັນສະຫະລັດຕໍ່ kwh ນັ້ນ ແຕ່ວ່າປະຊາຊົນ ລາວ ຕ້ອງແບກຮັບຄ່າໄຟຟ້າທີ່ອັດຕາສະເລ່ຍເຖິງ 11 ເຊັນສະຫະລັດຕໍ່ kwh ເຖິງແມ່ນວ່າ ລາວ ຈະເປັນປະເທດທີ່ຜະລິດພະລັງງານໄຟຟ້າກໍຕາມ ແຕ່ເນື່ອງຈາກວ່າເຂື່ອນ ແລະ ແຫຼ່ງຜະລິດໄຟຟ້າສ່ວນໃຫຍ່ນັ້ນເປັນການລົງທຶນຂອງຕ່າງຊາດ ຈຶ່ງເຮັດໃຫ້ 85 ເປີເຊັນຂອງໄຟຟ້າທີ່ຜະລິດໄດ້ທັງໝົດໃນ ລາວ ນັ້ນຈະຕ້ອງສົ່ງອອກໄປຕ່າງປະເທດ ຕາມສັນຍາທີ່ລັດຖະບານ ລາວ ໄດ້ອະນຸຍາດສຳປະທານໃຫ້ກັບນັກລົງທຶນຕ່າງຊາດນັ້ນເອງ.

XS
SM
MD
LG