ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ສັ່ງໃຫ້ບັນດາທະນາຄານ ເອກກະຊົນ ຊ່ວຍເຫຼືອວິສາຫະກິດ ຂະໜາດນ້ອຍ ແລະຂະໜາດກາງ


ປ້າຍໂຄສະນາ ກ່ຽວກັບການກູ້ຢືມເງິນທະນາຄານ ໃນ ສປປ ລາວ.
ປ້າຍໂຄສະນາ ກ່ຽວກັບການກູ້ຢືມເງິນທະນາຄານ ໃນ ສປປ ລາວ.

ລັດຖະບານລາວມີຄຳສັ່ງເຖິງບັນດາທະນາຄານເອກກະຊົນ ເພື່ອໃຫ້ການຊ່ວຍ ເຫຼືອແກ່ບັນດາວິສາຫະກິດຂະໜາດນ້ອຍ-ຂະໜາດກາງ ຫຼື SMEs ແລະບໍລິ ສັດເອກກະຊົນທີ່ຖືກກະທົບຈາກການລະບາດຂອງ COVID-19 ຊຶ່ງ ຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.


ທ່ານນາງລະຄອນສີ ມະໂນທຳ ຮອງຫົວໜ້າກົມນະໂຍບາຍເງິນຕາທະນາຄານແຫ່ງຊາດຖະແຫຼງວ່າ ເພື່ອຈັດຕັ້ງປະຕິບັດຕາມມະຕິຕົກລົງຂອງຄະນະລັດຖະ ບານລາວ ວ່າດ້ວຍການຟື້ນຟູພາກທຸລະກິດ ແລະຫົວໜ່ວຍທຸລະກິດຕ່າງໆ ທີ່ຖືກກະທົບຈາກການລະບາດຂອງເຊື້ອໄວຣັສ COVID-19 ນັ້ນ ທະນາຄານ ແຫ່ງຊາດລາວ ກໍໄດ້ມີຄຳສັ່ງເລກທີ 238 ໄປເຖິງບັນດາທະນາຄານຂອງເອກ ກະຊົນ ເພື່ອໃຫ້ການຊ່ວຍເຫຼືອແກ່ບັນດາບໍລິສັດເອກກະຊົນແລະວິສະຫະກິດ ຂະໜາດນ້ອຍ-ຂະໜາດກາງ (SMEs) ທີ່ຖືກກະທົບຈາກການລະບາດຂອງ ໄວຣັສໂຄວິດ 19 ໃນທົ່ວປະເທດໂດຍການຈັດຕັ້ງປະຕິບັດ 4 ມາດຕະການ ດ້ວຍກັນ ຄືການເລື່ອນເວລາໃນການຊໍາລະເງິນຕົ້ນ ແລະດອກເບ້ຍ ການ ປັບລົດອັດຕາດອກເບ້ຍ ແລະຄ່າທຳນຽມ ການສະໜອງເງິນກູ້ບ່ວງໃໝ່ເພື່ອ ຟື້່ນຟູການຜະລິດ ແລະການປັບປຸງໂຄງສ້າງເງິນກູ້ໃຫ້ສອດຄ້ອງກັບຄວາມສາ ມາດໃນດ້ານລາຍຣັບ ລາຍຈ່າຍ ຂອງລູກໜີ້ດັ່ງທີ່ທ່ານນາງລະຄອນສີ ຢືນຢັນ ວ່າ:

ໃນໄລຍະຜ່ານມາ ໄດ້ໃຫ້ທະນາຄານທຸລະກິດ ແລະສະຖາບັນການເງິນຜ່ອນ ຜັນຕໍ່ລູກໜີ້ ທີ່ໄດ້ຮັບຜົນກະທົບອັນທີ 1 ລະແມ່ນໄດ້ເລື່ອນເວລາຊຳລະໜີ້ທັງ ຕົ້ນທຶນ ແລະດອກເບ້ຍປັບຫລຸດອັດຕາດອກເບ້ຍ ແລະຄ່າທຳນຽມໃຫ້ລູກໜີ້ ບົນພື້ນຖານການປະປຶກສາຫາລືຮ່ວມກັນແກ້ໄຂ ໃຫ້ສະໜອງເງິນກູ້ບ້ວງໃໝ່ ໃຫ້ແກ່ລູກໜີ້ ແລະຜູ້ທີ່ໄດ້ຮັບຜົນກະທົບຈາກພະຍາດ ເພື່ອການຟື້ນຟູການ ຜະລິດ ອັນທີ 4 ກະແມ່ນໃຫ້ມີການປັບປຸງໂຄງສ້າງເງິນກູ້ຄືນໃໝ່ ໂດຍການ ກຳນົດອາຍຸ ແລະງວດຊຳລະຕົ້ນທຶນດອກເບ້ຍຄືນໃໝ່ໃຫ້ສອດຄອງກັບຄວາມ ສາມາດຂອງລູກໜີ້.”

ສ່ວນທ່ານອຸເດດ ສຸວັນນະວົງ ປະທານສະພາອຸດສາຫະກຳ ແລະການຄ້າແຫ່ງ ຊາດລາວ ຖະແຫຼງວ່າ ເຖິງແມ່ນວ່າລັດຖະບານລາວໄດ້ອອກມາດຕະການຂໍ ຄວາມຮ່ວມມືຈາກບັນດາທະນາຄານທຸລະກິດດັ່ງກ່າວແລ້ວກໍຕາມ ແຕ່ໃນການ ປະຕິບັດໂຕຈິງກັບປາກົດວ່າມີການຕິດຕາມທວງໜີ້ ແລະຍຶດເອົາຊັບສີິນຫົວ ໜ່ວຍທຸລະກິດເກີດຂຶ້ນຢ່າງກວ້າຂວາງໃນເວລານີ້ ໂດຍໃນນີ້ລວມເຖິງການຕິດ ຕາມທວງໜີ້ ແລະຍຶດເອົາສັບສິນຂອງບັນດາລູກຈ້າງທີ່ຂາດລາຍໄດ້ເພາະ ການສັ່ງປິດກິດຈະການຊົ່ວຄາວ ຂອງບັນດາຫົວໜ່ວຍທຸລະກິດຕ່າງໆດ້ວຍ ສະນັ້ນຈຶ່ງມີຄວາມຈຳເປັນທີ່ຈະຕ້ອງໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ລາວຢ່າງຮີບດ່ວນ

ເພື່ອບັງຄັບໃຫ້ບັນດາທະນາຄານທຸລະກິດປະຕິບັດມາດ ຕະການດັ່ງກ່າວນີ້ຢ່າງແທ້ຈິງ ດັ່ງທີ່ ທ່ານອຸດເດດ ໄດ້ໃຫ້ການຢືນຢັນວ່າ:

“ທະນາຄານທຸລະກິດນີ້ ບໍ່ເອກກະພາບກັນນະ ທະນາຄານນຶ່ງເຮັດແນວນຶ່ງ ທະນາຄານນຶ່ງເຮັດແນວນຶ່ງ ບັດນີ້ສະຖາບັນການເງິນຈຸລະພາບຄືກັນເຮັດ ແນວນຶ່ງ ພວກຂ້າພະເຈົ້າຢາກໃຫ້ມັນມີຄຳສັ່ງໂລດ ໃຫ້ປະຕິບັດຄຶືກັນຈັ່ງຊິເລື່ອນ 3 ເດືອນ ເລື່ອນ 6 ເດືອນ ໄດ້ປະຕິບັດຄືກັນໝົດເນາະ ດຽວນີ້ເລີ້ມໄປຍຶດລົດ ຍຶດລາເຂົາລະເດດຽວນີ້ ເລີ້ມຈັບກັນກະມີ ມັນກະບໍ່ຄວນໜາ ທາງຄະນະກຳ ມະການຕ້ອງເຮັດນະ ດຽວນີ້ກຳມະກອນຢູ່ນຳເຮົານີ້ 200 ປາຍຄົນມາຫາເຮົາ ເຂົາຊິຍຶດລົດແລ້ວ ຢາກເຂົ້າມາເຮັດວຽກຄືນເນາະ."

ທັ້ງນີ້ສະພາອຸດສາຫະກຳ ແລະການຄ້າແຫ່ງຊາດລາວ ປະເມີນວ່າສະເພາະທຸ ລະກິດການບໍລິການ ແລະທ່ອງທ່ຽວ ຈະມີການເລີກຈ້າງພະນັກງານຫຼາຍກວ່່າ 7 ໝື່ນຄົນໃນກາງປີ 2020 ນີ້ ສ່ວນສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ລາວ ຄາດວ່າພາກບໍລິການຂອງລາວຈະສູນເສຍລາຍໄດ້ຫຼາຍກວ່າ 350 ລ້ານ ໂດລາສະຫະລັດ ເນື່ອງຈາກການປິດດ່ານຊາຍແດນໃນທົ່ວປະເທດລາວໄດ້ເຮັດ ໃຫ້ບໍ່ມີນັກທ່ອງທ່ຽວຊາວຕ່າງຊາດເດີນທາງເຂົ້າມາໃນລາວນັບແຕ່ທ້າຍເດືອນມີນາ 2020 ເປັນຕົ້ນມາ ທັງຍັງຈະຕ້ອງສູນເສຍລາຍໄດ້ເພີ້ມຂຶ້ນນັບມື້ ຖ້າຫາກ ວ່ານາໆຊາດຍັງຕ້ອງຜະເຊີນກັບການລະບາດຂອງ COVID-19 ຕໍ່ໄປໃນຂະ ນະທີ່ສະພາອຸດສາຫະກຳ ແລະການຄ້າສະຫະພາບຢູໂຣບ (EU) ຄາດໝາຍ ວ່າການລະບາດຂອງ COVID-19 ຈະເຮັດໃຫ່້ເກີນກວ່າ 70 ເປີເຊັນ ຂອງຫົວ ໜ່ວຍທຸລະກິດທັງໝົດໃນລາວຕ້ອງສູນເສຍລາຍໄດ້ຫຼາຍກວ່າ 50 ເປີເຊັນ ຂອງລາຍໄດ້ທັງໝົດໃນປີ 2020 ຊຶ່ງຈະເຮັດໃຫ້ບໍ່ມີເງິນຊຳລະໜີ້ເງິນກູ້ ແລະດອກເບ້ຍໃຫ້ແກ່ທະນາ
ຄານໃນປີນີ້ ໂດຍລາວມີວິສາຫະກິດ 128,690 ລາຍ ໃນນີ້ 97 ເປີເຊັນ ຄືວິສາຫະກິດຂະໜາດນ້ອຍ-ຂະໜາດກາງ ຫຼື SMEs ນັ້ນ .

XS
SM
MD
LG