ລັດຖະບານລາວຈະຂໍກູ້ຢືມເງິນຈາກຕະຫຼາດຫຼັກຊັບເພີ່ມຂຶ້ນອີກເພື່ອນຳຊຳລະຄືນໜີ້ກູ້ຢືມພາຍໃນ ແລະ ໜີ້ເງິນກູ້ຈາກຕ່າງປະເທດທີ່ຈະຄົບກຳໜົດໃນປີ 2024 ທີ່ມີມູນຄ່າລວມເກີນກວ່າ 1,600 ລ້ານໂດລາ.
ເຈົ້າໜ້າທີ່ໃນກະຊວງການເງິນເປີດເຜີຍວ່າການຕົກຕ່ຳລົງຂອງຄ່າເງິນກີບເມື່ອທຽບໃສ່ເງິນຕາຕ່າງປະເທດໄດ້ສົ່ງຜົນເຮັດໃຫ້ສັດສ່ວນໜີິ້ສິນຕ່າງປະເທດຂອງລັດຖະບານລາວເພີ່ມຂຶ້ນຈາກ 89 ເປີເຊັນເປັນຫຼາຍກວ່າ 120 ເປີເຊັນຂອງຍອດຜະລິດຕະພັນລວມພາຍໃນ (GDP) ປີ 2021 ແລະ ປີ 2023 ຕາມລຳດັບໝາຍຄວາມວ່າລັດຖະບານລາວມີໜີ້ຕ່າງປະເທດຫຼາຍກວ່າມູນຄ່າ GDP ທັງໝົດແລ້ວໃນປັດຈຸບັນ ກໍຄືໃນຂະນະທີ່ລັດຖະບານລາວມີໜີ້ສິນຕ່າງປະເທດຫຼາຍກວ່າ 16,900 ລ້ານໂດລານັ້ນ ແຕ່ວ່າ GDP ຂອງລາວໃນປີ 2023 ກໍມີມູນຄ່າລວມພຽງແຕ່ 14,091 ລ້ານໂດລາເທົ່ານັ້ນທັງຍັງຫຼຸດລົງຈາກ 18,552 ລ້ານໂດລາ ແລະ 15,304 ລ້ານໂດລາໃນປີ 2021 ແລະ ປີ 2022 ອີກດ້ວຍ ຊຶ່ງກໍເປັນຍ້ອນການຕົກຕ່ຳລົງຢ່າງຮຸນແຮງຂອງຄ່າເງິນກີບທີ່ເປັນຜົນກະທົບຈາກການລະບາດໄວຣັສໂຄວິດ-19 ທີ່ສົມທົບດ້ວຍສົງຄາມ ຣັດເຊຍ-ຢູເຄຣນ ທີ່ເຮັດໃຫ້ລາຄານ້ຳມັນ ແລະ ສິນຄ້າອຸປະໂພກບໍລິໂພກປັບຕົວສູງຂຶ້ນໃນຂະນະທີ່ເສດຖະກິດຂອງລາວກໍຍັງອ່ອນແອຫຼາຍທັງຂາດດຸນການຄ້າຕ່າງປະເທດຢ່າງຕໍ່ເນື່ອງດ້ວຍນັ້ນຈຶ່ງເຮັດໃຫ້ຂາດແຄນເງິນຕາຢ່າງໜັກໜ່ວງ ແລະ ເຮັດໃຫ້ຈະຕ້ອງລະດົມເງິນທຶນເພື່ອນຳໃຊ້ໃນການຊຳລະຄືນໜີ້ຕ່າງປະເທດທີ່ເພີ່ມຂຶ້ນທຸກປີດ້ວຍເຊັ່ນກັນ.
ທັງນີ້ເປົ້າໝາຍການລະດົມເງິນທຶນຂອງລັດຖະບານລາວເພື່ອນຳມາໃຊ້ຊຳລະຄືນໜີ້ທີ່ຄົບກຳໜົດໃນປີ 2024 ທີ່ມີມູນຄ່າລວມຫຼາຍກວ່າ 16,000 ລ້ານໂດລາກໍຄືການອອກພັນທະບັດຂອງລັດຖະບານເປັນສະກຸນເງິນຕາຕ່າງປະເທດເຊັ່ນ ເງິນບາດ ແລະ ເງິນໂດລາ ເພື່ອສະເໜີຂາຍໃນຕະຫຼາດຫຼັກຊັບທັງໃນລາວ ແລະ ຕ່າງປະເທດເປັນດ້ານຫຼັກ ລວມເຖິງການຈຳກັດໂຄງການພັດທະນາຕ່າງໆຂອງລັດຖະບານລາວທີ່ຈະຕ້ອງກູ້ຢືມເງິນທຶນຈາກຕ່າງປະເທດຢ່າງເຂັ້ມງວດດ້ວຍ ດັ່ງທີ່ເຈົ້າໜ້າທີ່ລາວໄດ້ໃຫ້ການຢືນຢັນວ່າ
“ໃນໄລະຍະຜ່ານມາ ເຖິງແມ່ນວ່າໜີ້ສິນເຮົາຢູ່ໃນລະດັບສູງລວມໄປເຖິງແຜນຊຳລະກະຫຼາຍ ແຕ່ວ່າເຮົາກະສາມາດລະດົມບັນດາແຫຼ່ງທຶນເພື່ອມາຊຳລະໜີ້ໄດ້ນັ້ນເປັນແຫຼ່ງທີ່ສຳຄັນຕົ້ນຕໍແຫຼ່ງທີ 2 ລະແມ່ນສືບຕໍ່ລະດົມທຶນຈາກຕະຫຼາດການເງິນໂດຍສະເພາະການລະດົມທຶນໃນຕະຫຼາດຫຼັກຊັບຂອງສປປ ລາວ ການລະດົມເງິນທຶນກູ້ຢືມຈາກສະຖາບັນການເງິນຕ່າງໆນອກຈາກນັ້ນແລ້ວພວກເຮົາກະຍັງມີການປັບປຸງຂອດຂອງການບໍລິຫານໜີ້ສິນໃນຕໍ່ໜ້າໂຄງການທີ່ຈະສະເໜີກູ້ຢືມ ພວກເຮົາຈະມີການຄົ້ນຄວ້າ-ປະເມີນຢ່າງເຂັ້ມງວດ.”
ແຕ່ຢ່າງໃດກໍຕາມ ການຈັດເກັບລາຍຮັບຂອງລັດຖະບານລາວໃນໄລຍະທີ່ຜານມາກໍບໍ່ໄດ້ຕາມແຜນການວາງໄວ້ ເພາະມີການທຸຈະລິດເກີດຂຶ້ນໃນທຸກວົງການພັກ-ລັດໂດຍສະເພາະແມ່ນໃນຂົງເຂດຂຸດຄົ້ນຊັບພະຍາກກອນທຳມະຊາດ ແລະ ການຄ້ານັ້ນກໍຄືພາກສ່ວນທີ່ມີການທຸຈະລິດ ແລະ ສ້າງຄວາມເສຍຫາຍໃຫ້ປະເທດຊາດທັງຍັງກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວຫຼາຍທີ່ສຸດດ້ວຍ ຂະນະທີ່ພາກສ່ວນທີ່ຮັບຜິດຊອບການກວດກາເພື່ອປ້ອງກັນ ແລະ ປາບກາມການທຸຈະລິດນັ້ນກະບໍ່ເຂັ້ມງວດ ແລະ ເດັດຂາດໃນການຈັດຕັ້ງປະຕິບັດມາດຕະການລົງໂທດຕໍ່ຜູ້ທີ່ທຸຈະລິດ ແລະ ຍັງບໍ່ມີປະສິດທິພາບໃນການປະຕິບັດມາດຕະການທາງດ້ານເງິນຕາ ໂດຍສະເພາະແມ່ນການແກ້ໄຂບັນຫາເງິນເຟີ້ ແລະ ບັນຫາຕົກຕ່ຳຄ່າເງິນກີບນັ້ນກໍຄືປັດໄຈສຳຄັນທີ່ເຮັດໃຫ້ນັກທຸລະກິດ ແລະ ສະຖາບັນການເງິນຕ່າງປະເທດບໍ່ເຊື່ອໝັ້ນຕໍ່ສະຖຽນລະພາບທາງເສດຖະກິດ ແລະ ການເງິນຂອງລາວໃນປັດຈຸບັນນີ້ ດັ່ງທີ່ນັກທຸລະກິດໃນຕະຫຼາດຫຼັກຊັບແຫ່ງປະເທດໄທ ໃຫ້ການຢືນຢັນວ່າ
“ກໍເປັນໄປຕາມວິຖີເສດຖະກິດພາບລວມຂອງໂລກ. ເປັນພຽງແຕ່ທາງລາວນີ້ຫຼັກໆກໍຄືເປັນປະເທດຜູ້ນຳເຂົ້າກໍອາດຈະຕ້ອງກະທົບກັບທາງດ້ານເສດຖະກິດຫຼາຍແດ່, ເຊັ່ນເລື່ອງຂອງເງິນເຟີ້ນີ້ຫຼຸດອອກຈາກຂອບທະນາຄານແຫ່ງຊາດທີ່ເຂົາຄວບຄຸມຂອບຂອງອັດຕາເງິນເຟີ້ບໍ່ໃຫ້ເກີນ 5 ເປີເຊັນ ພໍຫຼຸດອອກຈາກຂອບປຸບ ກໍເພີ່ມຂຶ້ນເລື້ອຍໆແລ້ວເງິນເຟີ້ດັ່ງກ່າວນີ້ຖືວ່າເປັນເງິນເຟີ້ທີ່ສູງທີ່ສຸດໃນອາຊຽນ ໃນສ່ວນຂອງອັດຕາແລກປ່ຽນກໍຍັງຄວບຄຸມບໍ່ໄດ້ຢູ່.”
ນັບຈາກປີ 2014 ເປັນຕົ້ນມາລັດຖະບານ ໂດຍກະຊວງການເງິນໄດ້ສະເໜີຂາຍພັນທະບັດເພື່ອລະດົມເງິນທຶນຈາກຕະຫຼາດຫຼັກຊັບແຫ່ງປະເທດ ໄທ ແລ້ວຈຳນວນເຖິງ 26 ຄັ້ງທີ່ຄິດເປັນມູນຄ່າຫຼາຍກວ່າ 105,220 ລ້ານບາດ.