ລັດຖະບານລາວ ຈະນຳໃຊ້ທຶນສຳຮອງແຫ່ງຊາດເພື່ອການບູລະນະຟື້ນຟູປະເທດຫຼັງ
ປະສົບອຸທົກກະໄພ ແລະ ໄພທຳມະຊາດຢ່າງໜັກທີ່ກະທົບຕໍ່ປະຊາຊົນຫຼາຍກວ່າ
579,000 ຄົນໃນທົ່ວປະເທດ.
ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີ ແລະ ໂຄສົກລັດຖະບານ ລາວ ໄດ້ຖະແຫຼງ
ຢືນຢັນພາຍຫຼັງກອງປະຊຸມລັດຖະບານ ເພື່ອປຶກສາຫາລືການແກ້ໄຂໄພພິບັດທຳມະ
ຊາດໃນທົ່ວປະເທດ ຊຶ່ງໄດ້ຈັດຂຶ້ນໃນວັນທີ 16 ກັນຍາ 2019 ໂດຍການເປັນປະທານ
ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ວ່າລັດຖະບານລາວ ໄດ້ມີມະຕິໃຫ້
ນຳໃຊ້ທຶນສຳຮອງໃນຄັງແຮຂອງລັດຖະບານ ແລະ ສົມທົບດ້ວຍເງິນທີ່ມີຢູ່ໃນກອງທຶນ
ຕ່າງໆ ລວມເຖິງເງິນທີ່ໄດ້ຮັບການຊ່ວຍເຫຼືອ ແລະ ການບໍລິຈາກທັງພາຍໃນ ແລະ
ຈາກຕ່າງປະເທດດ້ວຍນັ້ນ ເພື່ອນຳໃຊ້ເຂົ້າໃນການບູລະນະຟື້ນຟູປະເທດພາຍຫຼັງທີ່
ປະສົບອຸທົກກະໄພ ແລະ ໄພທຳມະຊາດຢ່າງໜັກ ໂດຍມອບໝາຍໃຫ້ກະຊວງການ
ເງິນເປັນຜູ້ປະສານກັບທຸກພາກສ່ວນໃນການລະດົມທຶນດັ່ງກ່າວ ແລະສະເໜີຂໍການ
ອະນຸມັດຈາກຄະນະລັດຖະບານ ລາວ ໃຫ້ໄວທີ່ສຸດ ດັ່ງທີ່ທ່ານ ຈະເລີນ ໄດ້ຖະແຫຼງ
ຢືນຢັນວ່າ
"ໃຫ້ກະຊວງການເງິນຮີບຮ້ອນຄົ້ນຄວ້າ ແລະໃຫ້ກະກຽມດ້ານງົບປະມານ ເພື່ອແກ້
ໄຂໄພພິບັດດັ່ງກ່າວ ດ້ວຍການນຳໃຊ້ເງິນທີ່ມີ ລວມທັງເງິນແຮເງິນສະສົມ ເງິນບໍ
ລິຈາກແລະ ເງິນກອງທຶນຕ່າງໆ ລວມທັງຢູ່ກະຊວງແຮງງານ ແລະ ສະຫວັດດີການ
ສັງຄົມ ຄັງແຮເຂົ້າ ຄັງແຮນ້ຳມັນ ແລະ ອື່ນໆ ແລ້ວສະເໜີໃຫ້ລັດຖະບານພິຈາລະ
ນາຕົກລົງໂດຍໄວ ແລະ ໃຫ້ປຸກລະດົມທົ່ວສັງຄົມຊ່ວຍເຫຼືອຜູ້ປະສົບໄພຕື່ມອີກ."
ໄພພິບັດທຳມະຊາດໃນ ລາວ ໃນປີ 2019 ນີ້ມີທັງໄພນ້ຳຖ້ວມ, ລົມພາຍຸ, ຟ້າຜ່າ, ດິນ
ເຈື່ອນ, ໄຟປ່າ ແລະ ສັດຕູພືດຊະນິດຕ່າງໆ ຊຶ່ງໄດ້ສົ່ງຜົນກະທົບຕໍ່ປະຊາຊົນລາວ
ຫຼາຍກວ່າ 579,000 ຄົນໃນເຂດ 2,072 ບ້ານ 112 ເມືອງໃນເຂດ 13 ແຂວງກໍຄືຜົ້ງ
ສາລີ, ຫຼວງພະບາງ, ໄຊຍະບູລີ, ອຸດົມໄຊ, ຫົວພັນ, ຊຽງຂວາງ, ບໍລິຄຳໄຊ, ຄຳມ່ວນ,
ສະຫວັນນະເຂດ, ສາລະວັນ, ອັດຕະປື, ຈຳປາສັກ ແລະ ເຊກອງ ໂດຍນອກຈາກຈະ
ເຮັດໃຫ້ມີຜູ້ເສຍຊີວິດໄປເຖິງ 28 ຄົນແລ້ວ ກໍຍັງມີປະຊາຊົນ ລາວ ສູນຫາຍທີ່ຖືກນ້ຳ
ຊັດໄປໃນເຂດປະເທດ ຫວຽດນາມ ອີກ 7 ຄົນທີ່ຊອກຫາຍັງບໍ່ທັນເຫັນຈົນເຖິງປັດຈຸບັນ
ນີ້.
ໂດຍສະເພາະແມ່ນໄພນ້ຳຖ້ວມທີ່ເກີດຂຶ້ນໃນທ້າຍເດືອນສິງຫາ ຫາຕົ້ນເດືອນກັນຍານັ້ນ
ໄດ້ສົ່ງຜົນກະທົບຕໍ່ປະຊາຊົນ ລາວ ຫຼາຍກວ່າ 546,000 ຄົນໃນເຂດ 1,655 ບ້ານ 47
ເມືອງຂອງແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດ
ຕະປື ຖືເປັນໄພນ້ຳຖ້ວມຢ່າງໜັກໜ່ວງທີ່ສຸດໃນຮອບ 40 ປີ ກວ່າປີທີ່ເຮັດໃຫ້ສົ່ງຜົນກະ
ທົບເປັນບໍລິເວນກວ້າງ ແລະ ເສຍຫາຍທັງໃນດ້ານຊີວິດ, ຊັບສິນ, ພື້ນຖານໂຄງລ່າງ
ແລະ ພື້ນຖານການຜະລິດຕ່າງໆຢ່າງໜັກໜ່ວງ ຈຶ່ງເຮັດໃຫ້ຍາກຕໍ່ການຟື້ນຟູໃຫ້ກັບຄືນ
ສູ່ສະພາວະປົກກະຕິໄດ້ໃນໄລຍະອັນສັ້ນ.
ເຈົ້າໜ້າທີ່ຂັ້ນສູງຂອງທະນາຄານພັດທະນາເອເຊຍ (ADB) ປະຈຳ ລາວ ຢືນຢັນວ່າໄພ
ນ້ຳຖ້ວມໃນພື້ນທີ່ 6 ແຂວງດັ່ງກ່າວສາມາດທຽບໄດ້ກັບໄພນ້ຳຖ້ວມໃນປີ 2018 ເຖິງ
ແມ່ນວ່າພື້ນທີ່ໆຖືກນ້ຳຖ້ວມໃນປີນີ້ຈະບໍ່ເທົ່າກັບໃນປີ 2018 ກໍຕາມ ແຕ່ເນື່ອງຈາກວ່າ
ເຂດ 6 ແຂວງທີ່ຖືກນ້ຳຖ້ວມໃນປີນີ້ເປັນເຂດທີ່ປະຊາຊົນອາໄສຢູ່ໜາແໜ້ນກວ່າເຂດ
ແຂວງພາກເໜືອ ທັງຍັງເປັນເຂດການຜະລິດກະສິກຳ ແລະ ສິນຄ້າທີ່ສຳຄັນຂອງ ລາວ
ດ້ວຍນັ້ນ ຈຶ່ງເຮັດໃຫ້ເກີດການເສຍຫາຍຢ່າງຫຼວງຫຼາຍໃນ 6 ແຂວງດັ່ງກ່າວ.
ໄພນ້ຳຖ້ວມໃນປີ 2019 ທີ່ກະທົບຕໍ່ປະຊາຊົນ ລາວ 546,000 ກວ່າຄົນໃນ 169,916
ຄອບຄົວທີ່ຢູ່ໃນເຂດ 1,655 ບ້ານ 47 ເມືອງໃນ 6 ແຂວງດັ່ງກ່າວ ຍັງເຮັດໃຫ້ຖະໜົນ
ເສຍຫາຍເປັນໄລຍະທາງຍາວກວ່າ 550 ກິໂລແມັດ, ຂົວ 12 ແຫ່ງ, ໂຮງຮຽນ 215
ແຫ່ງ, ໂຮງໝໍ 10 ແຫ່ງ, ໜອງປາ 1,922 ແຫ່ງ, ນາເຂົ້າເສຍຫາຍ 139,829 ເຮັກຕາ,
ຄອງຊົນລະປະທານ 76 ແຫ່ງ ແລະ ສັດລ້ຽງຫຼາຍກວ່າໝື່ນຕົວ ຊຶ່ງການຟື້ນຟູນັ້ນຈະ
ຕ້ອງໃຊ້ເງິນບໍ່ໜ້ອຍກວ່າ 4,400 ຕື້ກີບ ຫາກແຕ່ລັດຖະບານ ລາວ ກໍມີງົບປະມານຢ່າງ
ຈຳກັດ ຈຶ່ງຈະຕ້ອງຂໍການຊ່ວຍເຫຼືອຈາກສາກົນເພີ່ມຂຶ້ນອີກໃນກອງປະຊຸມໂຕະມົນຂັ້ນ
ສູງ ລະຫວ່າງລັດຖະບານ ລາວ ກັບນານາຊາດໃນທ້າຍປີ 2019 ນີ້ ແຕ່ບັນຫາກໍຄືໃນ
4 ເດືອນຕົ້ນປີ 2019 ຕ່າງຊາດໄດ້ໃຫ້ການຊ່ວຍເຫຼືອແກ່ ລາວ ພຽງ 78.8 ຕື້ກີບເທົ່ານັ້ນ
ໂດຍເຈົ້າໜ້າທີ່ຂອງອົງການສະຫະປະຊາຊາດໃນ ລາວ ຢືນຢັນວ່າ ເປັນຍ້ອນສາກົນບໍ່
ເຊື່ອວ່າລັດຖະບານ ລາວ ຈະໃຊ້ທຶນຊ່ວຍເຫຼືອຢ່າງມີປະສິດທິພາບ.