ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານ ລາວ ຈະປັບປ່ຽນໂຄງສ້າງ ແລະ ປັງປຸງ ການຄຸ້ມຄອງ ສື່ມວນຊົນ


ເຈົ້າໜ້າທີ່ທາງການ ລາວ ແລະ ຈີນ ເຂົ້າຮ່ວມງານສະເຫຼີມສະຫຼອງ ເປີດສະຖານີວິທະຍຸ ຄົບຮອບ 7 ປີ.
ເຈົ້າໜ້າທີ່ທາງການ ລາວ ແລະ ຈີນ ເຂົ້າຮ່ວມງານສະເຫຼີມສະຫຼອງ ເປີດສະຖານີວິທະຍຸ ຄົບຮອບ 7 ປີ.

ລັດຖະບານ ລາວ ຈະດຳເນີນການປັບປ່ຽນໂຄງສ້າງ ແລະ ປັງປຸງການຄຸ້ມຄອງກົນໄກ
ສື່ມວນຊົນທີ່ເປັນກະບອກສຽງຂອງພັກ-ລັດ ເພື່ອໃຫ້ເທົ່າທັນກັບສະພາບການຂອງສື່
ສັງຄົມ ອອນໄລນ໌.

ທ່ານ ປິ່ນປາດຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດ
ທະນະທຳ ແລະ ທ່ອງທ່ຽວ ຖະແຫຼງຍອມຮັບວ່າສື່ສັງຄົມ, ອິນເຕີແນັດ ອອນໄລນ໌,
ລະບົບດີຈີຕອລ ທີ່ມີການຮັບ-ສົ່ງຂໍ້ມູນຂ່າວສານຢ່າງວ່ອງໄວໃນປັດຈຸບັນນີ້ໄດ້ສົ່ງຜົນ
ກະທົບຕໍ່ລະບົບສື່ມວນຊົນທີ່ເປັນກະບອກສຽງຂອງພັກ ແລະ ລັດຖະບານ ລາວ ຢ່າງ
ຫຼີກລ່ຽງບໍ່ໄດ້ ໂດຍເຖິງແມ່ນວ່າຈະເປັນການກະທົບພຽງໃນໄລຍະເວລາໃດນຶ່ງເທົ່ານັ້ນ
ກໍຕາມ ຫາກແຕ່ກໍມີຄວາມຈຳເປັນທີ່ຈະຕ້ອງມີການປັບປ່ຽນໂຄງສ້າງ ແລະ ປັບປຸງ
ການຄຸ້ມຄອງກົນໄກສື່ມວນຊົນໃນ ລາວ ໃຫ້ເທົ່າທັນກັບສະພາບການທີ່ເກີດຂຶ້ນທັງ
ພາຍໃນ ແລະ ພາຍນອກປະເທດໃຫ້ໄດ້ຢ່າງແທ້ຈິງ ດັ່ງທີ່ທ່ານໄດ້ຢືນຢັນວ່າ.

"ເພາວ່າປະຊາຊົນ, ພົນລະເມືອງເຮົານີ້ ເຫັນສື່ແບບໃໝ່ຫັ່ນ ເຂົາເຈົ້າກະໄປຊົມໃຊ້ເລີຍ
ແນ່ນອນກະເກີດຜົນກະທົບໃຫ້ແກ່ຍອດຈຳໜ່າຍໜັງສືພິມ, ການຕິດຕາມຟັງວິທະຍຸ ຫຼື
ວ່າການຕິດຕາມຊົມໂທລະພາບຂອງເຮົາ ອັນນີ້ແມ່ນປາກົດການຊົ່ວຄາວໃນໄລຍະໃດ
ນຶ່ງ ແຕ່ວ່າສື່ດັ່ງເດີມນີ້ຍັງເປັນພື້ນຖານທີ່ຢັ້ງຢືນຄວາມຖືກຕ້ອງ, ຄຸນນະພາບທາງດ້ານ
ເນື້ອໃນ ແລະ ກະເປັນແຫຼ່ງຂ່າວທີ່ເປັນທາງການຜ່ານການກັ່ນກອງຈາກຄະນະບັນນາ
ທິການແລ້ວງຈຶ່ງໄດ້ອອກ ແຕ່ວ່າຕ້ອງປັບຕົວເອງໃຫ້ມັນສັ້ນກະທັດຮັດ ເຂົ້າໃຈງ່າຍ
ການໃຊ້ພາສາກະແມ່ນດຶງດູດຈິດໃຈ ຈະຕ້ອງນຳໃຊ້ພາຫະນະໃໝ່ເພື່ອນຳສະເໜີຕົວ
ເອງ."

ແຕ່ຢ່າງໃດກໍຕາມ ທາງການ ລາວ ໂດຍກະຊວງໄປສະນີ ແລະ ໂທລະຄົມມະນາຄົມ
ກໍໄດ້ດຳເນີນການກວດກາການນຳໃຊ້ສື່ສັງຄົມໃນ ລາວ ຢ່າງເຂັ້ມງວດ ເນື່ອງຈາກເຫັນ
ວ່າໄດ້ມີການນຳໃຊ້ສື່ສັງຄົມໄປໃນດ້ານທີ່ເປັນການວິພາກວິຈານການເມືອງ ແລະ ໃສ່
ຮ້າຍປ້າຍສີການນຳໃນພັກປະຊາຊົນປະຕິວັດ ລາວ ແລະ ລັດຖະບານທີ່ສົ່ງຜົນກະທົບ
ຕໍ່ຄວາມໝັ້ນຄົງແຫ່ງຊາດອີກດ້ວຍ.

ໂດຍການນຳໃຊ້ສື່ສັງຄົມໃນ ລາວ ໄດ້ເພີ່ມຂຶ້ນຢ່າງໄວວາ ຊຶ່ງນັບຈາກປີ 2010 ທີ່ ລາວ
ໄດ້ເລີ່ມນຳໃຊ້ລະບົບສື່ສານ 3G ແລະ ຍົກລະດັບຂຶ້ນເປັນລະບົບ 4G ນັບຈາກປີ
2012 ເປັນຕົ້ນມານັ້ນກໍປາກົດວ່າ ມີຜູ້ນຳໃຊ້ໂທລະສັບມືຖືແລ້ວ 6.4 ລ້ານກວ່າຄົນ ຫຼື
95 ເປີເຊັນຂອງປະຊາກອນ ລາວ ທັງໝົດ ໃນນີ້ກໍມີຫຼາຍກວ່າ 2 ລ້ານຄົນທີ່ນຳໃຊ້ສື່
ສັງຄົມ ແລະ ຄາດວ່າຈະເພີ່ມຂຶ້ນເປັນ 3 ລ້ານກວ່າຄົນໃນທ້າຍປີ 2017 ນີ້.

ນອກຈາກນີ ລັດຖະບານ ລາວ ກໍອະນຸຍາດໃຫ້ສື່ມວນຊົນຕ່າງຊາດສາມາດເຂົ້າມາເປີດ
ສຳນັກງານ ແລະ ລາຍງານຂ່າວໃນ ລາວ ໄດ້ນັບແຕ່ວັນທີ 14 ມັງກອນ 2016 ເປັນຕົ້ນ
ມາ ຫາກແຕ່ໄດ້ກຳນົດຢ່າງຈະແຈ້ງວ່າ ບັນດາສື່ມວນຊົນຕ່າງຊາດຈະຕ້ອງສົ່ງຕົ້ນສະ
ບັບ ແລະ ລາຍລະອຽດໃນຂ່າວສານຕ່າງໆນັ້ນເພື່ອໃຫ້ກະຊວງການຕ່າງປະເທດຂອງ
ລາວ ກວດສອບ ກ່ອນຈະເຜີຍແຜ່ອອກສູ່ການຮັບຮູ້ໃນວົງກວ້າງ ແລະ ຕ້ອງເປັນລາຍ
ງານຂ່າວທີ່ສ້າງສັນອີກດ້ວຍ ຫາກບໍ່ສະນັ້ນທາງການ ລາວ ກໍຈະສັ່ງໃຫ້ປິດສຳນັກງານ
ຂອງສື່ມວນຊົນຕ່າງຊາດໃນ ລາວ ໄດ້ຕະຫຼອດເວລາ.

ໃນປັດຈຸບັນ ສຳນັກຂ່າວຕ່າງປະເທດທີ່ໄດ້ເປີດສຳນັກງານຢູ່ໃນ ລາວ ແລ້ວປະກອບ
ດ້ວຍ ສຳນັກງານຂ່າວ ຊິນຫົວ ຂອງ ຈີນ, ວິທະຍຸ ຈີນ ສາກົນ, ສຳນັກຂ່າວ ຫວຽດນາມ
ແລະ ສະຖານີໂທລະພາບ ຫວຽດນາມ ສ່ວນທີ່ຈະຂໍເປີດສຳນັກງານໃໝ່ນັ້ນ ກໍຈະຕ້ອງ
ຍື່ນເລື່ອງເພື່ອຂໍອະນຸຍາດຈາກກະຊວງການຕ່າງປະເທດ ໂດຍຈະຕ້ອງເປີດສຳນັກງານ
ພາຍໃນ 3 ເດືອນຫຼັງຈາກທີ່ໄດ້ຮັບການອະນຸມັດແລ້ວນັ້ນ ແລະ ສຳລັບນັກຂ່າວຕ່າງ
ຊາດທີ່ຕ້ອງການຈະທຳຂ່າວໃນ ລາວ ກໍຈະຕ້ອງຂໍອະນຸຍາດກ່ອນ 15 ວັນເປັນຢ່າງ
ນ້ອຍ.

ທັງນີ້ໃນ ລາວ ມີສື່ພິມຈຳນວນທັງໝົດ 144 ສະບັບ ໃນນີ້ເປັນໜັງສືພິມ 29 ສະບັບ
ສ່ວນທີ່ເຫຼືອເປັນວາລະສານຕ່າງໆ ແລະ ມີສະຖານີວິທະຍຸ 63 ແຫ່ງ, ສະຖານີໂທລະ
ພາບ 37 ແຫ່ງ, ລະບົບໂທລະໂຂ່ງຢູ່ໃນ 4,835 ບ້ານຈາກທັງໝົດ 6,662 ບ້ານໃນທົ່ວ
ປະເທດ ແລະ ມີໂຮງພິມ 103 ແຫ່ງໃນນີ້ເປັນໂຮງພິມຂອງລັດ 7 ແຫ່ງ ສ່ວນທີ່ເຫຼືອ
ເປັນໂຮງພິມເອກະຊົນທີ່ໄດ້ຮັບອະນຸຍາດຈາກລັດຖະບານ ລາວ.

XS
SM
MD
LG