ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ບານ ລາວ ຈະ​ກວດ​ກາ ​ສະ​ຖາ​ນະ​ພາບ​ ຂອງ​ພະ​ນັກ​ງານ​ລັດ ​ທຸກ​ຄົນ​ ໃນ​ທົ່ວ​ປະ​ເທດ


ເຈົ້າ​ໜ້າ​ທີ່ກວດ​ກາ​ລັດ​ຖະ​ບານ ລາວ ເຂົ້າ​ຮ່ວມກອງ​ປ​ະ​ຊຸມ.
ເຈົ້າ​ໜ້າ​ທີ່ກວດ​ກາ​ລັດ​ຖະ​ບານ ລາວ ເຂົ້າ​ຮ່ວມກອງ​ປ​ະ​ຊຸມ.

ລັດ​ຖະ​ບານ ລາວ ຈະ​ກວດ​ກາ​ສະ​ຖາ​ນະ​ພາບ​ຂອງ​ພະ​ນັກ​ງານ​ລັດ​ທຸກ​ຄົນ​ໃນ​ທົ່ວ​ປະ​
ເທດ ເພາະການກວດກາໃນຂັ້ນສູນກາງພົບວ່າ ມີພະນັກງານກວ່າ 2,800 ຄົນທີ່ໄດ້ຮັບ
ເງິນເດືອນຊ້ຳຊ້ອນເຖິງ 2 ຕຳແໜ່ງ.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ກະ​ຊວງ​ພາຍ​ໃນເປີ​ດ​ເຜີຍ​ວ່າ ຄະ​ນະ​ລັດ​ຖະ​ບານ ລາວ ມອບ​ໝາຍ​
ໃຫ້ກະຊວງພາຍໃນດຳເນີນການສຳຫຼວດ ເພື່ອອອກບັດປະຈຳຕົວໃໝ່ໃຫ້ພະນັກງານທັງ
ໝົດໃນທົ່ວປະເທດໃຫ້ແລ້ວສຳເລັດໃນທ້າຍປີ 2020 ເປັນຢ່າງຊ້າ ເນື່ອງຈາກການກວດ
ກາສະເພາະຢູ່ຂັ້ນສູນກາງໃນຊ່ວງ 8 ເດືອນໃນປີ 2019 ພົບວ່າໃນຈຳນວນພະນັກງານ
ລັດ 35,000 ກວ່າຄົນນັ້ນມີຢູ່ເຖິງ 2,800 ກວ່າຄົນທີ່ມີຊື່, ນາມສະກຸນ ແລະ ວັນ, ເດືອນ,
ປີ ເກີດຊ້ຳກັນ ຫາກແຕ່ມີຕຳແໜ່ງຢູ່ຄົນລະບ່ອນ ແລະ ຮັບເງິນເດືອນໃນທັງສອງຕຳແໜ່ງ
ເຊິ່ງຖ້າຫາກວ່າເປັນບຸກຄົນດຽວກັນ ຍ່ອມເຮັດໃຫ້ລັດຖະບານສູນເສຍງົບປະມານໄປບໍ່
ໜ້ອຍໃນແຕ່ລະເດືອນ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງ ລາວ ໄດ້ໃຫ້ການຢືນຢັນກັບວີໂອເອ
ວ່າ

"ພາຍຫຼັງ​ກວດ​ກາ​ມານີ້​ພວກ​ເຮົາ​ກໍ​ພົບຫຼາຍ​ບັນ​ຫາ​ຕົວ​ຢ່າງວ່າ ລາຍ​ຊື່​ຊ້ຳ​ຊ້ອນ​ກັນ​ ຊື່​ຄື
ກັນນາມສະກຸນຄືກັນ ວັນເດືອນປີເກີດອັນດຽວກັນ ແຕ່ວ່າເຮັດການຢູ່ຄົນລະບ່ອນ ບາງ
ກໍລະນີກໍແມ່ນຮັບເງິນເດືອນ 2 ບ່ອນ ອັນນີ້ພວກເຮົາພົບບັນຫາຄືແນວນັ້ນ ສະນັ້ນແລ້ວ
ການກວດກາຈຳນວນຄົນນີ້ກັບການອອກບັດນີ້ ແມ່ນການກວດກາຢ່າງເລິກເຊິ່ງຕື່ມອີກ
ເພື່ອໃຫ້ເຫັນຕົວເລກລັດຖະກອນຕົວຈິງ ແລະ ກະເຮັດໃຫ້ລັດຖະບານນີ້ເບີກຈ່າຍເງິນ
ເດືອນໃຫ້ແກ່ພະນັກງານລັດນີ້ ໃຫ້ຖືກຕ້ອງສອດຄ່ອງກັບຈຳນວນຄົນຕົວຈິງ ອັນນີ້ເປົ້າ
ໝາຍຂອງພວກເຮົາ."

ທາງ​ດ້​ານ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ ຍອມ​ຮັບ​ວ່າ​ການຫຼິ້ນ​ພັກ-ຫຼິ້ນ​ພວກ
ແລະ ການຊື້ຕຳເອົາຕຳແໜ່ງໃນວົງການພະນັກງານຂອງລັດຖະບານ ລາວ ໄດ້ເກີດຂຶ້ນ
ໃນທຸກພາກສ່ວນທົ່ວປະເທດ ຊຶ່ງໄດ້ສົ່ງຜົນກະທົບເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ
ຕ່າງໆຂອງລັດ ບໍ່ສາມາດບັນລຸເປົ້າໝາຍໄດ້ຕາມແຜນການທີ່ວາງໄວ້ ເນື່ອງຈາກວ່າພະ
ນັກງານລັດທີ່ຮັບຜິດຊອບນັ້ນບໍ່ມີຄວາມຮູ້ ຄວາມສາມາດໃນການປະຕິບັດວຽກງານຕົວ
ຈິງຈຶ່ງເຮັດໃຫ້ເກີດສະພາບບັນຫາທີ່ມີພະນັກງານຫຼາຍແຕ່ເຮັດວຽກບໍ່ເປັນ.

ສ່ວນ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຂອງ​ສະ​ຫະ​ພາບ​ຢູ​ໂຣ​ບ​ໃນ​ລາວ ຢືນ​ຢັນ​ວ່າ ສ​ປ​ປ ລາວ ຖືກ​ຈັດ​ໃຫ້
ຢູ່ອັນດັບທີ 2 ໃນຖານະທີ່ມີຈຳນວນພະນັກງານລັດ ຕໍ່ຈຳນວນປະຊາກອນລາວຄິດເປັນ​
ສັດສ່ວນທີ່ສູງສຸດໃນອາຊຽນ ເປັນຮອງພຽງແຕ່ ບຣູນາຍເທົ່ານັ້ນ ກໍຄືລາວມີ​ພະ​ນັກ​ງານ
ລັດທັງໝົດ 184,870 ຄົນ ຫຼືຄິດເປັນສັດສ່ວນພະນັກງານລັດ 1 ຄົນ ຕໍ່ປະ​ຊາ​ກອນ​ລາວ
37 ຄົນ ຂະນະທີ່ເກນມາດຕະຖານໃນອາຊຽນຢູ່ທີ່ສັດສ່ວນ 1 ຕໍ່ 50 ຄົນ ໂດຍຈຳ​ນວນ
ພະນັກງານຂອງລັດຖະບານລາວ ດັ່ງກ່າວນີ້ ຍັງບໍ່ຮວມເຖິງທະຫານ ແລະພະນັກ​ງານ​
ລັດວິສາຫະກິດ ທີ່ມີຫຼາຍກວ່າ 1 ແສນຄົນໃນທົ່ວປະເທດ.

ສ່ວນທ່ານ ​ສົມ​ພູ ​ດວງ​ສະ​ຫວັນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ວັດ​ທະ​ນະ​ທຳ-ສັງ​ຄົມ ​ສະ​ພາ​
ແຫ່ງຊາດລາວ ຖະແຫຼງຢືນຢັນວ່າ ການພັດທະນາຊັບພະຍາກອນມະນຸດຂອງລາວ ຍັງ​
ບໍ່ສອດຄ່ອງ ແລະບໍ່ສາມາດຕອບສະໜອງກັບຄວາມຕ້ອງການຕົວຈິງ ທັງໃນພາກລັດ
ແລະພາກເອກກະຊົນໄດ້ເລີຍ ໂດຍມີສາເຫດມາຈາກການທີ່ສະຖາບັນການສຶກສາຊັ້ນ
ສູງຂອງລັດ ແລະ ເອກກະຊົນໃນລາວ ບໍ່ສາມາດພັດທະນາປັບປຸງ​ຫລັກ​ສູດ​ການ​ຮຽນ
ການສອນໄດ້ທັນກັບສະພາບການທັງພາຍໃນ ແລະນອກປະເທດ ທີ່​ປ່ຽນ​ແປງ​ຢ່າງໄວວາ
ໂດຍສະເພາະແມ່ນການພັດທະນາຊັບພະຍາກອນມະນຸດ ເພື່ອ​ຕອບ​ສະ​ໜອງ​ໃຫ້​ການ​ບໍ​
ລິຫານງານທີ່ທັນສະໄໝໃນພາກລັດ ແລະການຜະລິດສິນຄ້າຮວມ​ເຖິ​ງ​ການ​ກໍ່​ສ້າງ​ບຸກ​ຄະ​
ລາກອນຄູດ້ວຍນັ້ນຈະຕ້ອງໄດ້ຮັບການພັດທະນາປັບ​ປຸງຢ່າງຮີບ​ດ່ວນ​ທີ່​ສຸດ.

ທ່າງ​ດ້ານ​ທ່ານ​ນາງ​ ຂັນ​ທະ​ລີ ສິລິ​ພົງ​ພັນ ປະ​ທານ​ຄະ​ນ​ະ​ກວດ​ກາ​ໃນ​ກະ​ຊວງ​ສຶກ​ສາ​ທິ​
ການແລະກິລາ ຖະແຫຼງຢືນຢັນວ່າ ການທຸຈະລິດໃນດ້ານການສຶກສາທີ່ເກີດຂຶ້ນຢ່າງ
ກວ້າງຂວາງ ເປັນສາເຫດສຳຄັນ ທີ່ເຮັດໃຫ້ການສຶກສາໃນລາວ ມີຄຸນນະພາບຕ່ຳ ແລະ ​
ໄດ້ສົ່ງຜົນກະທົບຕໍ່ການພັດທະນາຊັບພະຍາກອນມະນຸດໃນລາວ ທີ່ຖືວ່າມີຄຸນນະພາບ
ຕ່ຳສຸດໃນກຸ່ມອາຊຽນດ້ວຍກັນ ໂດຍການທຸຈະລິດດ້ານການສຶກສາໃນລາວນັ້ນ ມີທັງ
ການປອມແປງໃບປະກາດສະນີຍະບັດ ການສຳເລັດການສຶກສາລະດັບມັດທະຍົມ ລະ​
ດັບປະລິນຍາຕີ ປະລິນຍາໂທ ແລະວິຊາຊີບຊັ້ນສູງ ທີ່ມີການປອມແປງຈຳນວນຫຼາຍ
ຮ້ອຍໃບໃນແຕ່ລະປີ.

XS
SM
MD
LG