ລັດຖະບານລາວສະເໜີຂາຍພັນທະບັດ 2 ລາຍການ ເພື່ອລະດົມທຶນ ໃນມູນຄ່າລວມກວ່າ 7,220 ລ້ານບາດ ສໍາລັບນໍາໃຊ້ເພື່ອການຊໍາລະໜີ້ເງິນກູ້ ຈາກຕະຫຼາດຮຸ້ນໄທ ທີ່ຄົບກໍານົດຊໍາລະຄືນໃນປີ 2023 ນີ້. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.
ເຈົ້າໜ້າທີ່ບໍລິຫານຂອງສໍານັກງານງານຕະຫຼາດຫຼັກຊັບແຫ່ງປະເທດໄທ (SET) ເປີດເຜີຍວ່າ ຄະນະກໍາມະການກໍາກັບຫຼັກຊັບຂອງໄທໄດ້ອະນຸມັດການສະເໜີຂາຍພັນທະບັດລັດຖະບານລາວ ທີ່ນໍາສະເໜີໂດຍກະຊວງການເງິນຂອງລາວເມື່ອບໍ່ນານມານີ້ ເຊິ່ງປະກອບດ້ວຍພັນທະບັດ 2 ລາຍການ ມີມູນຄ່າລາຍການລະ 3,610.30 ລ້ານບາດ ຫຼືຄິດເປັນມູນຄ່າລວມ 7,220.60 ລ້ານບາດ ໂດຍມີກໍານົດການສະເໜີຂາຍຕໍ່ນັກລົງທຶນ ໃນຕະຫຼາດຮຸ້ນຂອງໄທໃນວັນທີ 31 ກໍ ລະກົດ ຫາວັນທີ 3 ສິງຫາ 2023 ໃນລາຄາ 1,000 ບາດຕໍ່ໜ່ວຍ ແລະຕ້ອງຊື້ຂັ້ນຕໍ່າ 100 ໜ່ວຍຂຶ້ນໄປ ໂດຍມີຜົນຕອບແທນເປັນດອກເບ້ຍໃນອັດຕາ 6.1 ເປີເຊັນ ແລະ 6.6 ເປີເຊັນຕໍ່ປີ ສໍາລັບພັນທະບັດທີ່ມີການກໍານົດການໄຖ່ຖອນໃນປີ 2026 ແລະປີ 2027 ຕາມລໍາດັບ ໂດຍລັດຖະບານລາວຈະນໍາເອົາເງິນທີ່ລະດົມໄດ້ໃນຄັ້ງນີ້ໄປໃຊ້ສໍາລັບຊໍາລະໜີ້ເກົ່າທີ່ຄົບກໍານົດໃນປີ 2023 ເຊິ່ງລະ ດົມຈາກຕະຫຼາດຮຸ້ນໄທເຊັ່ນກັນ, ດັ່ງທີ່ເຈົ້າໜ້າທີ່ SET ຖະແຫຼງຢືນຢັນວ່າ“ພັນທະບັດຊຸດທີ 1 ອາຍຸ 3 ປີ, ກໍານົດອັດຕາດອກເບ້ຍຄົງທີ່ 6.1 ເປີເຊັນ ຄົບກໍານົດໄຖ່ຖອນໃນປີ 2569 (ຄສ 2026), ພັນທະບັດຊຸດທີ 2 ອາຍຸ 4 ປີ ກໍານົດອັດຕາດອກເບ້ຍຄົງທີ່ 6.6 ເປີເຊັນ ຄົບກໍານົດໄຖ່ຖອນໃນປີ 2570 (ຄສ 2027) ກໍານົດການຊໍາລະດອກເບ້ຍທຸກໆ 3 ເດືອນ ໂດຍສະເໜີຂາຍໜ່ວຍລະ 1,000 ບາດ ຈອງຂັ້ນຕໍ່າ 100 ໜ່ວຍ ສໍາລັບວັດຖຸປະສົງການສະເໜີຂາຍພັນທະບັດໃນຄັ້ງນີ້ ເພື່ອຕ້ອງການນໍາເງິນທີ່ໄດ້ໄປໃຊ້ໃນການ Re-finance ທະນະບັດຊຸດເກົ່າ ທີ່ຄົບກໍານົດໄຖ່ຖອນໃນປີນີ້.”
ນັບຕັ້ງແຕ່ປີ 2014 ເປັນຕົ້ນມາ ລັດຖະບານລາວໂດຍກະຊວງການເງິນ ໄດ້ສະເໜີຂາຍພັນທະບັດເພື່ອລະດົມທຶນຈາກຕະຫຼາດຫຸ້ນໄທແລ້ວຮອດ 24 ຄັ້ງ ຄິດເປັນມູນຄ່າລວມຫຼາຍກວ່າ 98,000 ລ້ານບາດ ເຊິ່ງບໍ່ລວມການຂາຍພັນ ທະບັດຫຼືຮຸ້ນກູ້ຂອງບໍລິສັດໄຟຟ້າລາວ (ມະຫາຊົນ) ຈໍາກັດ (EDL-Gen) ທີ່ມີມູນຄ່າຫຼາຍກງ່າ 75,000 ລ້ານບາດ ນັບແຕ່ປີ 2014 ເປັນຕົ້ນມາ ແຕ່ການລະດົມທຶນທັງ 2 ກໍມີເປົ້າໝາຍດຽວກັນກໍຄື ເພື່ອນໍາເອົາເງິນທີ່ໄດ້ໄປຊໍາລະໜີ້ເກົ່າທີ່ເຖິງກໍານົດໄຖ່ຖອນນັ້ນເອງ.
ນອກຈາກນັ້ນ, ທະນາຄານແຫ່ງຊາດລາວ ກໍໄດ້ສະເໜີຂາຍພັນທະບັດ ໃນປະ ເທດເພື່ອເປັນການແກ້ໄຂບັນຫາເງິນກີບອ່ອນຄ່າລົງຢ່າງຕໍ່ເນື່ອງ ເຊິ່ງນັບຈາກເດືອນມິຖຸນາ 2022 ເປັນຕົ້ນມາກໍໄດ້ຈໍາໜ່າຍພັນທະບັດແລ້ວ 4 ຄັ້ງຄິດເປັນ ມູນຄ່າລວມ 13,000 ຕື້ກີບ ດ້ວຍການໃຫ້ຜົນຕອບແທນເປັນດອກເບ້ຍສູງເຖິງ 15 ເປີເຊັນ ຫາ 20 ເປີເຊັນ, ແລະພັນທະບັດມີອາຍຸພຽງແຕ່ 6 ເດືອນເທົ່ານັ້ນ ຫາກແຕ່ວ່າເງິນກີບກໍຍັງສືບຕໍ່ອ່ອນຄ່າລົງນັບມື້ ເພາະວ່າຕະຫຼາດການຄ້າຢູ່ໃນລາວບໍ່ໄດ້ຈໍາກັດການນໍາໃຊ້ພຽງແຕ່ເງິນກີບເທົ່ານັ້ນ ແຕ່ຍັງສາມາດນໍາໃຊ້ໄດ້ທັງເງິນບາດ ເງິນຢວນ ແລະເງິນໂດລາສະຫະລັດ, ສະນັ້ນ ການຂາຍພັນທະບັດເປັນສະກຸນເງິນກີບນີ້ ຈຶ່ງບໍ່ໄດ້ສົ່ງຜົນຕໍ່ປະລິມານເງິນກີບໃນຕະຫຼາດການເງິນ (M2) ທີ່ຈະເຮັດໃຫ້ເງິນກີບແຂງຄ່າຂຶ້ນແຕ່ຢ່າງໃດ, ດັ່ງທີ່ ທ່ານນາງວາຣີ ເວດສະພົງ ສະມາຊິກສະພາແຫ່ງຊາດລາວໄດ້ໃຫ້ທັດສະນະວ່າ:
“ປະລິມານ M2 ຢູ່ໃນບ້ານເຮົານີ້ ເຮົາໃຊ້ Multiple Currencies ນັ້ນໝາຍເຖິງວ່າ ເຮົາບໍ່ໄດ້ໃຊ້ແຕ່ເງິນກີບ ເຮົາໃຊ້ເງິນ 3-4 ສະກຸນ, ເພາະສະນັ້ນ ເວ ລາດູດເງິນກີບເຂົ້າໄປ ເງິນຝາກເງິນກີບຢູ່ທະນາຄານກໍຕ້ອງໂຍກຍ້າຍເງິນຈາກທະນາຄານໄປຊື້ພັນທະບັດ ເພາະມັນໄດ້ຫຼາຍກວ່າ, ສະນັ້ນ ເຮັດໃຫ້ລະບົບເງິນກີບຢູ່ໃນລະບົບທະນາຄານຂາດ ບັດນີ້ຕັ້ງຄໍາຖາມວ່າ ເປັນຫຍັງຂາດແລ້ວ ເປັນຫຍັງເງິນກີບບໍ່ມີຄ່າ ເນື່ອງຈາກວ່າເຮົາໃຊ້ຫຼາຍສະກຸນ ເພາະສະນັ້ນບໍ່ມີເງິນກີບ ຂ້ອຍກໍໃຊ້ເງິນຕາ ເງິນບາດ ເງິນໂດລາ ນີ້ລະຄືເປັນຫຍັງເງິນກີບເຮົາບໍ່ມີຄ່າ.”ໃນນີ້ ລັດຖະບານລາວຕ້ອງປະເຊີນກັບການມີໜີ້ສິນສາທາລະນະເພີ້ມຂຶ້ນຢ່າງຕໍ່ເນື່ອງ ແລະມີລັກສະນະກ້າວກະໂດດນັບແຕ່ປີ 2010 ເປັນຕົ້ນມາ ໂດຍມີສາ ເຫດສໍາຄັນມາຈາກການເກັບລາຍຮັບໄດ້ຕໍ່າກວ່າແຜນການທຸກປີ ຈຶ່ງເຮັດໃຫ້ຕ້ອງກູ້ຢືມເງິນຈາກຕ່າງປະເທດ ເພື່ອນໍາມາໃຊ້ໃຫ້ດຸນດ່ຽງດ້ານລາຍຈ່າຍທີ່ສູງກວ່າລາຍຮັບມາໂດຍຕະຫຼອດ ເຊິ່ງຜົນທີ່ຕາມມາກໍຄືໜີ້ສິນທີ່ເພີ້ມຂຶ້ນດັ່ງກ່າວ ໄດ້ເຮັດໃຫ້ລັດຖະບານລາວມີພັນທະຕ້ອງຊໍາລະໜີ້ຄືນເພີ້ມຂຶ້ນທຸກປີດ້ວຍເຊັ່ນກັນ.