ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ລາວ ສາມາດສ້າງ ວຽກເຮັດງານທຳ ໃຫ້ກັບແຮງງານ ລາວ ໄດ້ 73 ເປີເຊັນຂອງແຜນການ ໃນຊ່ວງປີ 2016-2020


ແຮງງານມຽນມາ, ລາວ ແລະ ກຳປູເຈຍ ໃນປະເທດ ໄທ.
ແຮງງານມຽນມາ, ລາວ ແລະ ກຳປູເຈຍ ໃນປະເທດ ໄທ.

ລັດຖະບານ ລາວ ສາມາດສ້າງວຽກເຮັດງານທຳໃຫ້ກັບແຮງງານ ລາວ ໄດ້ 73 ເປີເຊັນຂອງແຜນ ການໃນຊ່ວງປີ 2016-2020 ເພາະການລະບາດຂອງໄວຣັສ COVID-19 ເຮັດໃຫ້ສົ່ງແຮງງານໄປຕ່າງປະເທດບໍ່ໄດ້.


ເຈົ້າໜ້າທີ່ຂັ້ນສູງໃນກະຊວງແຮງງານ ແລະ ສະຫວັດດີການສັງຄົມຢືນຢັນວ່າ ໃນຊ່ວງປີ 2016-2020 ຜ່ານມາ ລັດຖະບານ ລາວ ສາມາດສ້າງວຽກເຮັດງານທຳໃຫ້ກັບແຮງງານ ລາວ ໄດ້ທັງໝົດ 523,559 ຄົນຄິດເປັນ 73 ເປີເຊັນຂອງແຜນການ 5 ປີ ໃນນີ້ແບ່ງເປັນການສ້າງວຽກເຮັດງານທຳພາຍໃນປະເທດໄດ້ທັງໝົດ 244,055 ຄົນ ກັບ 279,504 ຄົນເປັນແຮງງານ ລາວ ທີ່ສົ່ງອອກໄປປະເທດ ໄທ, ເກົາຫຼີໃຕ້ ແລະ ຍີ່ປຸ່ນ ພາຍໃຕ້ສັນຍາການຈ້າງແຮງງານທີ່ລັດຖະບານ ລາວ ໄດ້ຕົກລົງຮ່ວມກັບລັດຖະບານຂອງທັງ 3 ປະເທດດັ່ງກ່າວ ທີ່ໄດ້ວາງແຜນການຈ້າງແຮງງານ ລາວ ລວມກັນເຖິງ 473,150 ຄົນ ແຕ່ດ້ວຍການລະບາດຂອງໄວຣັສ COVID-19 ຈຶ່ງຍັງມີແຮງງານ ລາວ ເຖິງ 193,646 ຄົນທີ່ບໍ່ສາມາດເດີນທາງໄປ 3 ປະເທດ ໄດ້.

ໃນໄລຍະຜ່ານມາ ລັດຖະບານ ລາວ ກໍໄດ້ແກ້ໄຂບັນຫາດັ່ງກ່າວນີ້ດ້ວຍການເຈລະຈາກັບໜ່ວຍທຸລະກິດເອກະຊົນໃນທົ່ວປະເທດ ເພື່ອຂໍໃຫ້ມີການຈ້າງງານໃນ ລາວ ເພີ່ມຂຶ້ນທີ່ລວມເຖິງແຮງງານ ລາວ ທີ່ເດີນທາງກັບຈາກ ໄທ ຍ້ອນການລະບາດຂອງໄວຣັສ COVID-19 ດ້ວຍ ເພາະວ່າເປັນກຸ່ມແຮງງານທີ່ເດີນທາງກັບມາ ລາວ ຫຼາຍທີ່ສຸດ ແລະ ສ່ວນໃຫຍ່ຍັງເປັນແຮງງານລັກລອບທຳງານໂດຍຜິດກົດໝາຍໃນ ໄທ ອີກດ້ວຍ ຈຶ່ງຕ້ອງແກ້ໄຂບັນຫາດ້ວຍການສ້າງວຽກເຮັດງານທຳໃນ ລາວ ເປັນດ້ານຫຼັກ ຫາກບໍ່ສະນັ້ນກໍຈະກາຍເປັນບັນຫາໃຫຍ່ຂຶ້ນເມື່ອສົມທົບດ້ວຍການທີ່ບໍ່ສາມາດສົ່ງແຮງງານ ລາວ ໄປຕ່າງປະເທດໄດ້ຕາມສັນຍາດັ່ງກ່າວ ດັ່ງທີ່ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ຢືນຢັນວ່າ

“ໃນປັດຈຸບັນນີ້ ເຮົາກະໄດ້ມີການເຊັນສັນຍາ ຫຼືວ່າບົດບັນທຶກກັບທາງ ໄທ ກັບ ເກົາຫຼີ ກັບ ຍີ່ປຸ່ນ ສ່ວນວ່າປະເທດອື່ນໆກະມີ ແຕ່ວ່າຍັງບໍ່ທັນໄດ້ເຊັນບົດບັນທຶກ ຫຼືວ່າເຊັນສັນຍານຳກັນ ສະນັ້ນຈຶ່ງເຮັດໃຫ້ການແລກປ່ຽນດ້ານປະສົບການ ຫຼືວ່າພັດທະນາສີມືແຮງງານຂອງພວກເຮົາດຽວນີ້ກະດີຂຶ້ນກວ່າເກົ່າ ແລ້ວກໍມີຫຼາຍປະເທດທີ່ໃຫ້ການຮ່ວມມື ແຕ່ເນື່ອງຈາກວ່າມີ COVID-19 ເຂົ້າມານີ້ຫຼະ ເລີຍເຮັດໃຫ້ການແລກປ່ຽນ ແລະ ການຝຶກສີມືແຮງງານນີ້ຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້.”

ທາງດ້ານ ທ່ານ ອາດິສອນ ເກີດມົງຄຸນ ຜູ້ປະສານງານອົງການດ້ານປະຊາກອນຂ້າມຊາດ ໃຫ້ການຢືນຢັນວ່າ ການລະບາດຂອງພະຍາດໄວຣັສ COVID-19 ໄດ້ເຮັດໃຫ້ບັນດານາຍຈ້າງໃນປະເທດ ໄທ ຕ້ອງເລີກຈ້າງແຮງງານຈາກ ມຽນມາ, ກຳປູເຈຍ ແລະ ລາວ ໄປແລ້ວ ຄິດເປັນຈຳນວນລວມກັນເກີນກວ່າ 1 ລ້ານຄົນ ໃນນີ້ 80 ເປີເຊັນເປັນການເລີກຈ້າງແຮງງານ ມຽນມາ ແລະ ກຳປູເຈຍ ສ່ວນອີກ 20 ເປີເຊັນ ຫຼື 2 ແສນຄົນກໍຄືແຮງງານ ລາວ ທີ່ສ່ວນໃຫຍ່ໄດ້ພາກັນເດີນທາງກັບຄືນໄປ ລາວ ໃນປີ 2020 ລະ ບໍ່ສາມາດທີ່ຈະເດີນທາງເຂົ້າມາໃນ ໄທ ໄດ້ຢ່າງຖືກຕ້ອງຕາມກົດໝາຍ ເພາະການລະບາດຂອງພະຍາດໄວຣັສ COVID-19 ທີ່ຍັງສືບຕໍ່ໃນ ໄທ ຈຶ່ງເຮັດໃຫ້ແຮງງານເຫຼົ່ານີ້ ຕ້ອງພາ ກັນລັກລອບເດີນທາງເຂົ້າມາໃນ ໄທ ເພື່ອຫາງານທຳໂດຍຜິດກົດໝາຍໃນເວລານີ້ ດັ່ງທີ່ທ່ານ ອາດິສອນ ໄດ້ໃຫ້ການອະທິບາຍວ່າ

“ໂຄວິດຊ່ວງທຳອິດນີ້ກິດຈະການສ່ວນໃຫຍ່ມັນປິດ ກໍເຮັດໃຫ້ມັນມີແຮງງານຫາຍຈາກລະບົບໃນຊ່ວງນັ້ນ 5 ແສນກວ່າຄົນ ຫຼື ເກືອບ 6 ແສນຄົນທີ່ເຮັດວຽກຜິດກົດໝາຍ ອີກອັນນຶ່ງຄືຄົນທີ່ເດີນທາງກັບໄປກ່ອນຈະປິດຊາຍແດນ ກຸ່ມນຶ່ງກໍຄືກຸ່ມຄົນເດີມທີ່ເຮັດວຽກຢູ່ແລ້ວໆກໍກັບບ້ານໄປກ່ອນ ບັນຫາຄືພໍປິດຊາຍແດນປຸບ ມັນກັບເຂົ້າມາບໍ່ໄດ້ ຄົນອີກກຸ່ມນຶ່ງກໍຄືຄົນທີ່ຂໍເຂົ້າ່ຖືກຕ້ອງໝົດແລ້ວແຫຼະ ພຽງແຕ່ວ່າຊ່ວງກ່ອນນຳເຂົ້າມານີ້ ມັນປິດຊາຍແດນ ແລະ ຕອນນີ້ພໍມັນເຂົ້າມາບໍ່ໄດ້ກໍເຮັດໃຫ້ຄົນກຸ່ມນີ້ກໍແອບລັກລອບເຂົ້າມາເຖິງ 4​ ແສນກວ່າຄົນ.”

ສ່ວນທ່ານ ສຸຊາດ ຊົມກິ່ນ ລັດຖະມົນຕີິກະຊວງແຮງງານຢືນຢັນວ່າ ລັດຖະບານ ໄທ ໄດ້ອະນຸຍາດໃຫ້ແຮງງານ ລາວ, ກຳປູເຈຍ, ມຽນມາ ແລະ ຫວຽດນາມ ສາມາດທຳງານໃນ ໄທ ໄດ້ເຖິງທ້າຍເດືອນມີນາ 2022 ໂດຍທັງໝົດກໍຄື 2,114,609 ຄົນຈະຕ້ອງເດີນທາງກັບຄືນປະເທດ ເມື່ອເຖິງກຳນົດດັ່ງກ່າວ ແລະ ຈະສາມາດກັບຄືນມາເຮັດວຽກໃນ ໄທ ອີກເທື່ອໃໝ່ໄດ້ດ້ວຍສັນຍາຈ້າງທີ່ລັດ ຖະບານ ໄທ ໄດ້ຕົກລົງໄວ້ກັບລັດຖະບານ ລາວ, ກຳປູເຈຍ, ມຽນມາ ແລະ ຫວຽດນາມ ແລ້ວ ທັງນີ້ກະຊວງແຮງງານ ໄທ ໄດ້ກຳນົດໂທດຂັງຄຸກ 1 ປີ ແລະ ປັບໄໝ 10,000-100,000 ບາດ ສຳລັບການຈ້າງງານຜິດກົດໝາຍ ທັງຍັງຈະຖືກຂັງຄຸກ ແລະ ປັບໄໝເພີ່ມຂຶ້ນອີກ ຖ້າຫາກວ່າໄດ້ມີການເຮັດຜິດຊໍ້າ ສ່ວນແຮງງານທີ່ລັກລອບເຮັດວຽກໃນ ໄທ ນັ້ນ ກໍຈະຖືກປັບໄໝ 5,000-100,000 ບາດ ທັງຍັງຈະຖືກສົ່ງຕົວກັບຄືນໄປປະເທດທັນທີ.

XS
SM
MD
LG