ລັດຖະບານ ລາວ ຍັງບໍ່ມີມາດຕະການລົງໂທດຢ່າງເດັດຂາດຕໍ່ບັນດາພະນັກງານລັດທີ່ຮັບສິນບົນ ແລະ ທຸຈະລິດ ໃນໜ້າທີ່ອັນເຮັດໃຫ້ລັດຖະບານ ລາວ ຕ້ອງສູນເສຍລາຍຮັບໄປຢ່າງຫຼວງຫຼາຍໃນແຕ່ລະປີ.
ທ່ານນາງ ບົວຄຳ ທິບພະວົງ ກຳມາທິການຍຸຕິທຳປະຈຳສະພາແຫ່ງຊາດ ລາວ ຖະແຫຼງຢືນຢັນວ່າ ການດຳເນີນຄະດີ ແລະ ການບັງຄັບຄະດີຕາມການຕັດສິນຂອງສານທີ່ຮັບຜິດຊອບໂດຍບັນດາພະນັກງານໄອຍະການ ແລະ ຄະນະສະເພາະກິດທີ່ຖືກມອບໝາຍໃນແຕ່ລະກໍລະນີໃນໄລຍະທີ່ຜ່ານມາຍັງຈັດຕັ້ງປະຕິບັດບໍ່ທັນໄດ້ດີ ທັງຍັງມີຫາງສຽງຈາກສັງຄົມວ່າພະນັກງານລັດຜູ້ທີ່ຮັບຜິດຊອບໃນແຕ່ລະກໍລະນີນັ້ນເປັນຜູ້ທີ່ຮັບເອົາສິນບົນ ຫຼື ກະທຳການທຸຈະລິດດ້ວຍຕົນເອງອີກດ້ວຍ ດັ່ງທີ່ທ່ານນາງ ບົວຄຳ ໄດ້ຢືນຢັນວ່າ
"ຍັງມີບາງເປົ້າໝາຍບໍ່ທັນໄດ້ຮັບການຕິດຕາມກວດກາ ເກີດມີຊ້ອງຫວ່າງບໍ່ໂປ່ງໃສ ເຮັດໃຫ້ເກີດມີຫາງສຽງຂອງສັງຄົມ ແລະ ມີການຍື່ນຄຳຮ້ອງຂໍຄວາມເປັນທຳ ກ່ຽວກັບ ການປະຕິບັດຄຳຕັດສິນຂອງສານທີ່ບໍ່ຖືກຕ້ອງໄປຍັງຫຼາຍພາກສ່ວນຍັງມີທ່າອຽງເພີ່ມຂຶ້ນ ການຕິດຕາມ ກວດກາ ການປະຕິບັດກົດໝາຍຂອງເຈົ້າໜ້າທີ່ສືບສວນສອບສວນໂດຍສະເພາະເຈົ້າໜ້າທີ່ສືບສວນສອບສວນປ່າໄມ້ ແລະ ເຈົ້າໜ້າທີ່ພາສີອາກອນ ບໍ່ທັນເຂັ້ມງວດ ຍັງມີການລະເມີດກົດໝາຍ ແຕ່ບໍ່ໄດ້ຖືກດຳເນີນຄະດີຕາມກົດໝາຍ."
ສ່ວນທ່ານ ຈະເລີນ ເຢຍປາວເຮີ ໂຄສົກລັດຖະບານ ຢືນຢັນວ່າ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ມີຄຳສັ່ງເຖິງພາກສ່ວນທີ່ກ່ຽວຂ້ອງເພື່ອໃຫ້ເລັ່ງການບັງຄັບຄະດີຕາມການຕັດສິນຂອງສານປະຊາຊົນ ເພື່ອເຮັດໃຫ້ປະຊາຊົນມີສັດທາຕໍ່ຂະບວນການຍຸຕິທຳຂອງ ລາວ ເນື່ອງຈາກປາກົດວ່າມີຫຼາຍວກ່າ 29,000 ຄະດີທີ່ສານໄດ້ຕັດສິນໄປແລ້ວ ຫາກແຕ່ຍັງບໍ່ມີການບັງຄັບຄະດີໃຫ້ເປັນໄປຕາມການຕັດສິນຂອງສານແຕ່ຢ່າງໃດ ຊຶ່ງຖ້າຫາກວ່າມີການແກ່ຍາວໂດຍບໍ່ໄດ້ມີການບັງຄັບຄະດີເກີດຂຶ້ນຈິງກໍຍ່ອມທີ່ຈະສົ່ງຜົນກະທົບເຮັດໃຫ້ປະຊາຊົນເສື່ອມສັດທາຕໍ່ລະບົບສານຍຸຕິທຳຂອງ ລາວ ໄດ້ເຊັ່ນກັນ ດັ່ງທີ່ທ່ານ ຈະເລີນ ໄດ້ຖະແຫຼງຢືນຢັນວ່າ
"ທ່ານນາຍົກ ກະໄດ້ເນັ້ນໜັກໃຫ້ຊອກຫາວິທີການມາດຕະການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ທີ່ມີຜົນສັກສິດທີ່ທາງດ້ານກົດໝາຍແລ້ວນັ້ນໃຫ້ເຂັ້ມງວດ ແລະ ມີຜົນສັກສິດ ມີປະສິດທິຜົນໃນຂໍ້ນີ້ທ່ານນາຍົກເພິ່ນກະໄດ້ເນັ້ນໜັກວ່າປັດຈຸບັນນີ້ ມີຄະດີທີ່ສານປະຊາຊົນຕັດສິນທີ່ມີຜົນສັກສິດທາງດ້ານກົດໝາຍນັ້ນເຖິງ 29,000 ກວ່າເລື່ອງທີ່ຍັງຄ້າງປະຕິບັດ ແລະ ປະຕິບັດໄດ້ຍາກ."
ທາງດ້ານສານປະຊາຊົນສູງສຸດລາຍງານວ່າ ສະເພາະຢູ່ຊັ້ນສານປະຊາຊົນສູງສຸດ ໄດ້ມີຄຳຕັດສິນຄະດີຢ່າງເດັດຂາດແລ້ວ 24,430 ຄະດີໃນປີ 2017 - 2018 ຜ່ານມາ ຊຶ່ງໃນນີ້ແບ່ງເປັນຄະດີອາຍາ 19,617 ຄະດີ ແລະ ຄະດີແພ່ງ 4,813 ຄະດີໂດຍຄະດີທັງໝົດຍັງຢູ່ໃນຂັ້ນບັງຄັບຄະດີທີ່ເປັນຄວາມຮັບຜິດຊອບຂອງໄອຍະການປະຊາຊົນ ລາວ ໃນທົ່ວປະເທດ.
ສ່ວນອົງການ Human Rights Watch ລາຍງານວ່າການບັງຄັບໃຊ້ກົດໝາຍໃນໜ່ວຍງານຕ່າງໆຂອງລັດຖະບານ ລາວ ທັງໃນຂັ້ນສູນກາງ ແລະ ໃນທ້ອງຖິ່ນຍັງເກີດບັນຫາຊັກຊ້າ ແລະ ບໍ່ມີປະສິດທິພາບໃນທົ່ວປະເທດ ທັງຍັງປາກົດວ່າໄດ້ມີການບັງຄັບໃຊ້ກົດໝາຍເກົ່າທີ່ຖືກແທນທີ່ໂດຍກົດໝາຍໃໝ່ແລ້ວ ພາຍໃຕ້ສະພາບການດັ່ງກ່າວຍັງເຮັດໃຫ້ມີການເລືອກປະຕິບັດກົດໝາຍຕໍ່ປະຊາຊົນທີ່ຂັດແຍ້ງກັບພະນັກງານລັດ ກ່ຽວກັບ ຜົນປະໂຫຍດໃນທີ່ດິນທີ່ຖືກບັງຄັບເວນຄືນຢ່າງບໍ່ຍຸຕິທຳອີກທັງຍັງມີຜູ້ພິພາກສາຈຳນວນບໍ່ນ້ອຍທີ່ປະຕິບັດໜ້າທີ່ໂດຍບໍ່ສຸດຈະລິດ ແລະ ບໍ່ມີຈັນຍາທຳ.
ທາງດ້ານອົງການ USAID ຂອງສະຫະລັດ ອາເມຣິກາ ກໍໄດ້ໃຫ້ການຊ່ວຍເຫຼືອລັດຖະບານ ລາວ ເພື່ອພັດທະນາໂຄງຂ່າຍການເຜີຍແຜ່ລະບຽບກົດໝາຍຕ່າງໆດ້ວຍ ແອັບພລີເຄຊັ້ນ ໃນລະບົບໂທລະສັບມືຖືທີ່ທັນສະໄໝ ເພື່ອເຮັດໃຫ້ປະຊາຊົນ ລາວ ສາມາດເຂົ້າເຖິງ ແລະ ໄດ້ຮັບຂ່າວສານດ້ານລະບຽບກົດໝາຍຕ່າງໆຂອງລັດຖະບານ ໄດ້ຢ່າງເທົ່າທັນກັບສະພາບການ ທັງຍັງໄດ້ພັດທະນາລະບົບທີ່ສາມາດເຊື່ອມໂຍງເຂົ້າກັບຕະຫຼາດໂລກຢ່າງມີປະສິດທິພາບ ເພື່ອເຮັດໃຫ້ນັກທຸລະກິດ ລາວ ແລະ ຕ່າງຊາດສາມາດເຂົ້າເຖິງນິຕິກຳຕ່າງໆໃນ ລາວ ຢ່າງສະດວກວ່ອງໄວ ແລະ ສາມາດປະກອບຄວາມຄິດເຫັນຕໍ່ນິຕິກຳຕ່າງໆໄດ້ດ້ວຍ.