ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໘ ກັນຍາ ໒໐໒໔

ຜູ້ຊ່ຽວຊານດ້ານການເງິນ ຢືນຢັນ​ວ່າ​ລັດຖະບານ​ລາວ​ຕ້ອງ​ຂາຍ​ຊັບ​ສິນ​ຂອງ​ລັດ​ໃຫ້​ພາກ​ເອກະ​ຊົນ ​ເພື່ອ​​ໃຊ້​ໜີ້​ສິນ​ຕ່າງປະ​ເທດ​ໃນ​ປີ 2024 ນີ້


ຊາວ​ປະ​ມົງ​ຫາ​ປາ​ຢູ່​ໃນ​ແມ່​ນ້ຳ​ຂອງ​ຕໍ່​ໜ້າ​ສະ​ຖານ​ທີ່​ກໍ່​ສ້າງ​ເຂື່ອນຫຼວງ​ພະ​ບາງ, ແຂວງຫຼວງ​ພະ​ບາ​ງ, ລາວ, 28 ມັງ​ກອນ 2024.
ຊາວ​ປະ​ມົງ​ຫາ​ປາ​ຢູ່​ໃນ​ແມ່​ນ້ຳ​ຂອງ​ຕໍ່​ໜ້າ​ສະ​ຖານ​ທີ່​ກໍ່​ສ້າງ​ເຂື່ອນຫຼວງ​ພະ​ບາງ, ແຂວງຫຼວງ​ພະ​ບາ​ງ, ລາວ, 28 ມັງ​ກອນ 2024.

ຜູ້ຊ່ຽວຊານດ້ານການເງິນ ແລະ ການທະນາຄານໃນອາຊຽນ ເປີດເຜີຍວ່າ ລັດ​ຖະບານລາວມີພັນທະທີ່ຈະຕ້ອງຊໍາລະໜີ້ຕ່າງປະເທດ ໃນປີ 2024 ຄິດເປັນມູນຄ່າລວມ 1.5 ຕື້ໂດລາ ແຕ່ລັດ​ຖະບານລາວ ຈະສາມາດຊໍາລະຄືນໄດ້ຄົບຫລືບໍ່ນັ້ນ ກໍຂຶ້ນຍູ່ກັບລະດັບປະສິດທິພາບໃນການເກັບລາຍຮັບພາສີອາກອນ ແລະ ຄ່າສໍາປະທານຈາກໂຄງການ ຕ່າງໆ ເປັນສໍາຄັນ. ໂດຍສະເພາະແມ່ນການຂຸດຄົ້ນແຮ່ທາດ, ການສົ່ງອອກໄຟຟ້າ, ລວມທັງລາຍຮັບຈາກຄ່າເຊົ່າທີ່ດິນແລະຊັບສິນຂອງລັດ. ແຕ່​ຖ້າ​ຫາກ​ຍັງ​ບໍ່​ພຽງ​ພໍ​ທີ່​ຈະ​ຊໍາ​ລະ​ຫນີ້​ສິນ​ທັງ​ຫມົດ​ດັງ​ກ່າວ​ ລັດ​ຖະບານລາວກໍຍັງຈະຕ້ອງຂາຍຊັບສິນຂອງລັດຈຳນວນນຶ່ງໃຫ້ບໍລິສັດເອກະຊົນລາວ ແລະ ຕ່າງປະເທດ ຍ່າງຫຼີກລ່ຽງບໍ່ໄດ້ ​ທັ້ງຍັງຈະຕ້ອງ​ໃຊ້​ຄວາມສຳພັນອັນດີ​ເພື່ອ​ຮຽກຮ້ອງ​ໃຫ້​ມີ​ການ​ໂຈະ​ການ​ຊໍາລະ​ໜີ້​ສິນ​ໃຫ້​ແກ່​ລັດຖະບານ​ຈີນດ້ວຍ. ດັ່ງທີ່ຜູ້ຊ່ຽວ ຊານໄດ້ຢືນຢັນວ່າ

"ລາວ​ເອງນີ້​ເຂົາ​ກໍ​ມີ​ລາຍ​ໄດ້​ຈາກ​ສຳ​ປະ​ທານ​ບໍ່​ແຮ່ ມີ​ໂຮງ​ໄຟ​ຟ້າ ແລ້ວ​ກໍ​ມີ​ເລື່ອງ​ຄ່າ​ສະ​ໜາມ​ບິນ​ໃຫ້​ເຊົ່າ​ນ່ານ​ຟ້າ ກໍ​ມີ​ເງິນ​ເຂົ້າ​ມາ​ປະ​ມານ 500-600 ລ້ານ​ໂດ​ລາ​ ແລ້ວ​ກໍ​ຍັງ​ມີ​ເງິນ​ທີ່​ມາ​ຈາກ​ໂຄງ​ການ​ຕ່າງໆ​ຂອງ​ລາວ​ໄດ້​ມີ​ອີກ 500-600 ລ້ານ​ໂດ​ລາ ແລ້ວ​ກໍ​ບາງ​ໜີ້ນີ້​ຖ້າ​ເປັນ​ໜີ້​ໄລ​ຍະ​ຍາວນີ້ ຂ້ອຍ​ຄິດ​ວ່າ​ເຂົາ​ສາ​ມາດ​ເວົ້າ​ກັບ​ຈີນ ສາ​ມາດ​ເລື່ອນ​ອອກ​ໄປ​ເປັນ​ໜີ້​ໄລ​ຍະ​ຍາວ ມີ​ການ​ປັບ​ໂຄງ​ການ​ສ້າງ​ໄດ້ ແລ້ວ​ກໍ​ອີກ​ດ້ານ​ນຶ່ງ​ຄື​ຕອນນີ້​ລາວ​ເປັນ​ປະ​ເທດ​ທີ່​ເໝືອນ​ມີ ຊັບ​ສິນ ຫຼາຍໆ ມີ​ເຂື່ອນ​ເຕັມ​ໄປ​ໝົດ​ເລີຍ​ກໍ​ບາງ​ຢ່າງນີ້​ເຂົາ​ສາ​ມາດ​ຂະ​ອອກ​ໃຫ້​ເອ​ກະ​ຊົນ​ໄດ້."

ທັ້ງນີ້ ຄາດວ່າໜີ້ສິນສາທາລະນະຂອງລັດຖະບານລາວ ຈະເພີ່ມຂຶ້ນເປັນຫຼາຍກວ່າ 129% ຂອງຍອດຜະລິດຕະພັນພາຍໃນ (GDP) ໃນປີ 2024, ຕົ້ນຕໍແມ່ນມາຈາກການກູ້ຢືມຈາກຕ່າງປະເທດ. ເພື່ອ​ນຳໃຊ້ເຂ້າໃນ​ການ​ພັດ​ທະ​ນາ​ໂຄງ​ລ່າງ​ພື້ນ​ຖານ ​ທີ່​ກວມ​ເອົາ 60% ຂອງ​ໜີ້​ສິນ​ທັງ​ໝົດ​, ເຮັດໃຫ້ລັດ​ຖະ​ບານ​ລາວ​ມີ​ພາ​ລະ​ທີ່​ຕ້ອງ​ຈ່າຍ​ຄືນ​ເງິນ​ກູ້​ເພິ່ມຂື້ນນັບມື້ ໂດຍສະເພາະໜີ້ສິນທີ່ກູ້ຢືມຈາກລັດຖະບານຈີນມີທັງໝົດຫຼາຍກວ່າ 9.8 ຕື້ໂດລາສະຫະລັດ ຫຼືຫຼາຍກວ່າ 50% ຂອງໜີ້ສິນຕ່າງປະເທດທັງໝົດຂອງລາວໃນເວລານີ້. ແຕ່ການທີ່​ລາວ​ແລະ​ຈີນ​ມີ​ການ​ພົວພັນ​ເປັນ​ຄູ່​ຮ່ວມຊະຕາກຳໃນ​ຍຸດ​ທະ​ສາດ​ພັດທະນາ​ຮອບດ້ານນັ້ນ ຈື່ງ​ເຊື່ອ​ວ່າ​ໜີ້​ສິນ​ກູ້​ຢືມ​ຈາກ​ຈີນ​ຈະ​ບໍ່​ສ້າງ​ວິ​ກິດ​ການ​ເສດ ຖະກິດແລະການເງິນ​ໃຫ້ແກ່​ລາວ ແຕ່ປັດໄຈສຳຄັນທີ່ສຸດທີ່ຈະເຮັດໃຫ້ເກິດວິກິດການທາງດ້ານການເງິນໃນລາວ ກໍແມ່ນການຂາດຄວາມເຊື່ອໝັ້ນຕໍ່ສະຖຽນລະພາບຂອງເງິນກີບ. ດັ່ງ​ນັກ​ຊ່ຽວ​ຊານ​ເສດ​ຖະ​ກິດ​ອາ​ຊຽນ ​ຢືນ​ຢັນ​ວ່າ:

"ປະ​ເດັນ​ຂອງ​ສ​ປ​ປ​ລາວ ທີ່​ມັນ​ມີ​ບັນ​ຫາຫຼາຍນີ້​ກໍ​ຄື​ເປັນ​ປະ​ເທດ​ທີ່​ຄົນ​ບໍ່​ເຊື່ອ​ໝັ້ນ​ໃນ​ການ​ໃຊ້​ເງິນ​ກີບ ເວ​ລາ​ບໍ​ລິ​ສັດ​ຕ່າງ​ຊາດ​ໄປ​ລົງ​ທຶນ​ໃນ ລາວ ກໍ​ບໍ່​ໃຫ້​ເງິນ​ກີບ ຊື້​ຂາຍ​ກັນ​ເອງ ຄົນ​ລາວ​ເອງ​ກໍ​ບໍ່​ໃຊ້​ເງິນ​ກີບ ເພາະ​ສະ​ນັ້ນ​ເມື່ອ​ເຈົ້າ​ບໍ່​ໝັ້ນ​ໃຈ​ບໍ່​ໃຊ້​ເງິນ​ຕາ​ຂອງ​ເຈົ້າ​ເອງ ນັ້ນ​ກໍ​ເທົ່າ​ກັບ​ລັດ​ຖະ​ບານບໍ່​ມີ​ເຄື່ອງ​ມື​ຄື​ນະ​ໂຍ​ບາຍ​ການ​ເງິນ​ໃຫ້​ໃຊ້​ແລ້ວ ຈະ​ຮັບ​ປະ​ລິ​ມານ​ເງິນ​ກີບ​ໄປ​ຈັ່ງ​ໃດ ມັນ​ກໍ​ບໍ່​ກະ​ທົບ ເພາະ​ວ່າ​ທຸກ​ຄົນ​ຖື​ເງິນ​ໂດ​ລາ ເປັນ​ຢວນ ເປັນ​ເງິນ​ບາດ​ໝົດ ເພາະ​ສະ​ນັ້ນ ນັ້ນ​ເທົ່າ​ກັບ​ເຈົ້າ​ບໍ່​ມີ​ອຳ​ນາດ​ອະ​ທິ​ປະ​ໄຕ​ໃນ​ເລື່ອງ​ຂອງ​ການ​ເງິນ."

ທັ້ງນີ້ໂດຍໜີ້ສິນພາກລັດຂອງລັດຖະບານລາວມີທັງໝົດຫຼາຍກວ່າ 16.9 ຕື້ໂດລາໃນທ້າຍປີ 2023, ເພີ່ມຂຶ້ນເປັນ 17.9 ຕື້ໂດລາ ໃນໄຕມາດທີ 2 ປີ 2024 ແລະຄາດວ່າຍັງຈະເພີ່ມຂຶ້ນເປັນຫຼາຍກວ່າ 18.55 ຕື້ໂດລາຫຼືເກີນກວ່າ 129% ຂອງ GDP ໃນທ້າຍປີ 2024 ຍ້ອນວ່າ ລັດ​ຖະບານລາວ ຈະຕ້ອງກູ້ຢືມເງິນ ຈາກຕ່າງປະເທດຫລາຍຂຶ້ນ. ເພື່ອນຳໃຊ້ເຂົ້າໃນໂຄງການພັດທະນາຕ່າງໆ ທີ່ເປັນ​ຜົນ​ຈາກ​ການ​ມີ​ລາຍ​ຮັບ​ເງິນ​ຕາ​ຕ່າງປະ​ເທດ​ບໍ່​ພຽງພໍ​ກັບ​ລາຍ​ຈ່າຍ​ ເພາະ​ວ່າການ​ຂາດ​ດຸນ​ການ​ຄ້າ​ຕ່າງປະ​ເທດ​ຢ່າງ​ຕໍ່​ເນື່ອງ ທັ້ງ​ໄດ້​ສົ່ງ​ຜົນກະທົບ​ໃຫ້​ຄ່າ​ເງິນ​ກີບ​ຫຼຸດ​ລົງ​ອີກດ້ວຍ

ໂດຍໜີ້ສິນພາກລັດຂອງລັດຖະບານລາວທີ່ເພີ່ມຂຶ້ນນີ້ ແບ່ງເປັນໜີ້ຕ່າງປະເທດ 86% ແລະ ໜີ້ສິນພາຍໃນ 14% ຂອງມູນຄ່າໜີ້ທັງໝົດ, ຊື່ງເກີດຈາກການຫຼຸດລົງຂອງມູນຄ່າເງິນກີບ ແລະ ການກູ້ຢືມຈາກຕ່າງປະເທດເພີ່ມຂຶ້ນ. ທັ້ງຍັງມີສາເຫດຈາກການໃຊ້ຈ່າຍງົບປະມານທີ່ບໍ່ໂປ່ງໃສ ແລະ ບໍ່ປະຕິບັດຕາມແຜນການທີ່ວາງໄວ້. ໂດຍສະເພາະແມ່ນໂຄງການພັດທະນາທີ່ລັດຖະບານລົງທຶນນັ້ນ ກໍຄືຂະແໜງການໜຶ່ງທີ່ເຮັດໃຫ້ໜີ້ສິນພາກລັດເພີ່ມຂຶ້ນຢ່າງຫຼວງຫຼາຍ ແລະເງື່ອນໄຂເຮັດໃຫ້ພະນັກງານລັດຖະກອນຂອງພັກ-ລັດ ປະຕິບັດໜ້າທີ່ຢ່າງບໍ່ໂປ່ງໃສ ຫຼື ສໍ້ລາດບັງຫຼວງນັ້ນ ກໍເປັນຍ້ອນຂະແໜງການທີ່ຮັບຜິດຊອບຕໍ່ການກວດກາ ບໍ່ມີມາດຕະການລົງໂທດຢ່າງເຂັ້ມງວດຕໍ່ພະນັກງານທີ່ສໍ້ລາດບັງຫຼວງນັ້ນ ຈືງບໍ່ມີຄວາມຢ້ານກັວຕໍ່ຄວາມຜິດແລະຍັງພາກັນສໍ້ລາດບັງຫຼວງຕໍ່ໄປ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG