ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະບານ ລາວ ມີລາຍຮັບຈາກຄ່າສຳປະທານທີ່ດິນທີ່ອະນຸຍາດໃຫ້ແກ່ເອກະຊົນ ລາວ ແລະ ຕ່າງຊາດໃນອັດຕາທີ່ຕໍ່າກວ່າສະພາບຕົວຈິງເຖິງ 10 ເທົ່າ


ເນື້​ອ​ທີ່ດິນ​ທີ່​ເປັນ​ປ່າ​ແຫ່ງ​ນຶ່ງຢູ່​ໃນ​ລາວທີ່​ໃຫ້​ຕ່າງ​ປະ​ເທດ​ສຳ​ປະ​ທານ​
ເນື້​ອ​ທີ່ດິນ​ທີ່​ເປັນ​ປ່າ​ແຫ່ງ​ນຶ່ງຢູ່​ໃນ​ລາວທີ່​ໃຫ້​ຕ່າງ​ປະ​ເທດ​ສຳ​ປະ​ທານ​

ລັດຖະບານ ລາວ ມີລາຍຮັບຈາກຄ່າສຳປະທານທີ່ດິນທີ່ອະນຸຍາດໃຫ້ແກາເອກະຊົນ ລາວ ແລະ ຕ່າງຊາດໃນອັດຕາທີ່ຕໍ່າກວ່າສະພາບຕົວຈິງເຖິງ 10 ເທົ່າຊຶ່ງມີສາເຫດມາຈາກການປະຕິບັດໜ້າທີ່ໂດຍທຸຈະລິດຂອງພະນັກງານລັດ.

ເຈົ້າໜ້າທີ່ຄະນະກວດກາແຫ່ງລັດເປີດເຜີຍວ່າການອະນຸຍາດໃຫ້ສຳປະທານທີ່ດິນໃນຊ່ວງປີ 2017-2022 ເຖິງແມ່ນວ່າຈະເຮັດໃຫ້ລັດຖະບານລາວມີລາຍຮັບເພີ່ມຂຶ້ນກໍ່ຕາມ ແຕ່ວ່າກໍ່ຖືເປັນລະດັບລາຍຮັບທີ່ຕໍ່າຫຼາຍເມື່ອທຽບໃສ່ເນື້ອທີ່ດິນທີ່ໄດ້ອະນຸຍາດໄປນັ້ນ ຊຶ່ງຈາກການກວດກາພົບວ່າມີການປະເມີນຄ່າສຳປະທານທີ່ດິນໃນອັດຕາທີ່ຕໍ່າກວ່າສະພາບຕົວຈິງເຖິງ 10 ເທົ່າເພາະພະນັກງານລັດມີສ່ວນໄດ້ຮັບຜົນປະໂຫຍດຈາກການປະເມີນດັ່ງກ່າວໂດຍເຫັນໄດ້ຈາກລະດັບລາຍຮັບຈາກຄ່າສຳປະທານທີ່ດິນຂອງລັດຖະບານລາວໃນປີ 2022 ທີ່ມີມູນຄ່າລວມພຽງ 648 ກວ່າຕື້ກີບເທົ່ານັ້ນ ໃນຂະນະທີ່ບັນດາບໍລິສັດທີ່ໄດ້ຮັບສຳປະທານໄດ້ບຸກເບີກພື້ນທີ່ແລ້ວກວ້າງກວ່າ 6 ແສນເຮັກຕາຊຶ່ງຄິດເປັນ 5 ເປີເຊັນຂອງພື້ນທີ່ສໍາປະທານທັງໝົດ 11 ກວ່າລ້ານເຮັກຕາໃນ 1,758 ໂຄງການ ແຕ່ເນື່ອງຈາກວ່າເປັນການອະນຸຍາດໂດຍອຳນາດການປົກຄອງທ້ອງຖິ່ນຈຳນວນເຖິງ 1,331 ໂຄງການຈຶ່ງເຮັດໃຫ້ເກີດບັນຫາຫຍຸ້ງຍາກໃນການກວດກາເພາະບໍ່ໄດ້ຮັບການຮ່ວມມືຈາກອຳນາດທ້ອງຖິ່ນຢ່າງແທ້ຈິງ ອັນຖືເປັນສາເຫດທີ່ສຳຄັນທີ່ເຮັດໃຫ້ລັດຖະບານລາວມີລາຍຮັບຕໍ່າຈາກຄ່າສຳປະທານທີ່ດິນດັ່ງກ່າວກໍຄືບໍ່ເຖິງ 8 ເປີເຊັນຂອງລາຍຮັບທັງໝົດທີ່ລັດຖະບານລາວໄດ້ຈາກການຄຸ້ມຄອງຊັບສິນຂອງລັດໃນແຕ່ລະປີນັ້ນເອງ ດັ່ງທີ່ເຈົ້າໜ້າທີ່ລາວໄດ້ໃຫ້ການຢືນຢັນວ່າ

“ການຈັດເກັບລາຍຮັບຈາກໂຄງການເຊົ່າ ແລະ ສໍາປະທານທີ່ດິນຂອງລັດເພື່ອການກະສິກຳ, ອຸດສາຫະກຳ ແລະ ບໍ່ແຮ່ໃນໄລຍະທີ່ຜ່ານມານີ້ສາມາດເກັບລາຍຮັບໄດ້ຈາກ 116.11 ຕື້ກີບໃນປີ 2020 ແລ້ວເພີ່ມຂຶ້ນມາເປັນ 328.71 ຕື້ກີບໃນປີ 2021 ແລ້ວກໍເພີ່ມຂຶ້ນເປັນຈຳນວນ 648.91 ຕື້ກີບໃນປີ 2022 ໂດຍສະເລ່ຍຕະຫຼອດໄລຍະປີ 2017 ຫາ 2022 ​ນີ້ກວມປະມານ 7.98 ເປີເຊັນຂອງລາຍຮັບຂະແໜ່ງຄຸ້ມຄອງຊັບສິນຂອງລັດທັງໝົດ.”

ສ່ວນທາງດ້ານການຂຸດຄົ້ນແທ່ຮາດນັ້ນລັດຖະບານລາວກໍໄດ້ອະນຸຍາດໃຫ້ສຳປະທານໄປແລ້ວ 319 ກິດຈະການຊຶ່ງເຮັດໃຫ້ລັດຖະບານລາວມີລາຍຮັບລວມ 1,100 ກວ່າລ້ານໂດລາໃນຊ່ວງປີ 2016-2022 ທັງຍັງມີບໍລິສັດຕ່າງຊາດອີກ 308 ລາຍທີ່ກໍາລັງລໍຖ້າການອະນຸຍາດສໍາປະທານຈາກລັດຖະບານລາວໃນປັດຈຸບັນ ໂດຍຄາດວ່າທາງ ການລາວຈະພິຈາລະນາແລ້ວສຳເລັດໃນກາງປີ 2023 ນີ້ຊຶ່ງສ່ວນຫຼາຍກໍແມ່ນບໍລິສັດຂຸດຄົ້ນແຮ່ທາດຈາກຈີນທີ່ເປັນເຄືອຂ່າຍຂອງກົມໃຫຍ່ສຳຫຼວດທໍລະນີສາດ ແລະ ບໍ່ແຮ່ຂອງລັດຖະບານ ຈີນ ຊຶ່ງໄດ້ສຳຫຼວດຫາແຫຼ່ງແຮ່ທາດໃນລາວນັບແຕ່ປີ 2017 ເປັນຕົ້ນມາໂດຍພົບວ່າໃນລາວມີປະລິມານສຳຮອງຂອງແຮ່ຄຳຫຼາຍກວ່າ 17 ລ້ານໂຕນ, ແຮ່ທອງແດງກວ່າ 182 ລ້ານໂຕນ ແລະ ຖ່ານຫີນອີກຫຼາຍກວ່າ 375 ລ້ານໂຕນ ຈຶ່ງເຮັດໃຫ້ບັນດາບໍລິສັດຈີນມອງເຫັນຜົນປະໂຫຍດຢ່າງຫຼວງຫຼາຍ ແລະ ຢ່າງຍາວນານໃນການລົງທຶນຂຸດຄົ້ນແຮ່ທາດໃນລາວ ແຕ່ລັດຖະບານລາວກໍຍັງຄົງບໍ່ສາມາດຈັດເກັບລາຍຮັບໄດ້ຢ່າງສົມຄູ່ກັບການໃຫ້ອະນຸຍາດສຳປະທານຕົວຈິງເຊັ່ນດຽວກັນ ດັ່ງທີ່ເຈົ້າ ໜ້າທີ່ກະຊວງການເງິນໄດ້ໃຫ້ການຢືນຢັນວ່າ

“ເລື່ອງການເກັບລາຍຮັບນີ້ມັນຈະຕ້ອງໄດ້ມີການປັບປຸງຫຼາຍດ້ານ ເພາະວ່າຍັງເປັນບັນຫາທີ່ຈະຕ້ອງໄດ້ສຸມໃສ່ຢ່າງຈິງຈັງ ເພາະວ່າຖານຂອງເຮົາຍັງມີຢູ່ ແຕ່ວ່າການເກັບບໍ່ໝົດກໍຍັງມີຫຼາຍຄື ຄ່າເຊົ່າ, ຄ່າສຳປະທານເປັນຕົ້ນ ລາຍຮັບຈາກພາສີທີ່ດິນນີ້ຍັງມີຫຼາຍທີ່ສຸດເປັນຊ່ອງຫວ່າງ ແລະ ມາສັງເກດເຫັນວ່າຖ້າວ່າເມືອງໃດອຳນາດການປົກຄອງບ້ານໄດ້ຈິງຈັງຕໍ່ກັບບັນຫານີ້ກໍເຮັດໃຫ້ລາຍຮັບຂອງເມືອງຫັ້ນເພີ່ມຂຶ້ນໂລດ ແຕ່ວ່າໄລຍະທີ່ຜ່ານມາພວກເຮົານີ້ຖືວ່າເປັນວຽກຂອງພາກສ່ວນນຶ່ງຕ່າງຫາກ ບໍ່ທັນເຂົ້າໃຈວ່າເປັນວຽກຂອງອົງການປົກຄອງຂັ້ນນັ້ນຕ້ອງໄດ້ເປັນເຈົ້າການ ອັນນີ້ລະຈຶ່ງເປັນບັນຫາ.”

ທັງນີ້ລັດຖະບານລາວຄາດວ່າຈະມີລາຍຮັບຈາກການອະນຸຍາດໃຫ້ສຳປະທານການຂຸດຄົ້ນແຮ່ທາດຫຼາຍກວ່າ 1,000 ລ້ານໂດລາສຳລັບນຳໃຊ້ໃນການຊໍາລະໜີ້ຕ່າງປະເທດໃນປີ 2025 ໂດຍລັດຖະບານລາວກໍໄດ້ທົດລອງອະນຸຍາດສຳປະທານຂຸດຄົ້ນແຮ່ທາດແບບເລັ່ງດ່ວນໃຫ້ກັບ 50​ ບໍລິສັດຈາກ ຈີນ ເມື່ອປີ 2022 ທີ່ຜ່ານມາຊຶ່ງເຮັດໃຫ້ລັດຖະບານລາວມີລາຍຮັບໃນມູນຄ່າລວມ 100 ລ້ານໂດລາ ສ່ວນບັນດາບໍລິສັດຈາກ ຈີນ ທີ່ໄດ້ຮັບອະນຸຍາດສຳປະທານດັ່ງກ່າວກໍໄດ້ຂຸດຄົ້ນແຮ່ເຫຼັກສົ່ງໄປ ຈີນ ແລ້ວຫຼາຍກວ່າ 1​ ລ້ານໂຕນໃນປີ 2022 ທີ່ຜ່ານມາ.

XS
SM
MD
LG