ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ແຕ່ງຕັ້ງຄະນະສະເພາະກິດ ເພື່ອສົ່ງເສີມ ແລະກວດກາທຸກໂຄງການລົງທຶນ ໃນລາວ


ພິທີເປີດຫ້ອງການບໍລິການ ການລົງທຶນປະຕູດຽວ ທີ່ກະຊວງແຜນການແລະການລົງທຶນ, ໃນນະຄອນຫຼວງວຽງຈັນ ເມື່ອວັນທີ 25 ເມສາ 2018.
ພິທີເປີດຫ້ອງການບໍລິການ ການລົງທຶນປະຕູດຽວ ທີ່ກະຊວງແຜນການແລະການລົງທຶນ, ໃນນະຄອນຫຼວງວຽງຈັນ ເມື່ອວັນທີ 25 ເມສາ 2018.

ລັດຖະບານລາວ ແຕ່ງຕັ້ງຄະນະສະເພາະກິດເພື່ອສົ່ງເສີມແລະກວດກາທຸກໂຄງການລົງທຶນໃນລາວ ແນໃສ່ການຈັດເກັບລາຍຮັບຈາກບັນດາໂຄງການທີ່ຍັງຄົງຄ້າງການຊຳຫລະພາສີອາກອນແລະຄ່າທຳນຽມຕ່າງໆ.

ທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີແລະລັດຖະມົນຕີວ່າການກະຊວງແຜນການແລະການລົງທຶນ ຖະແຫລງວ່າ ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງເລກທີ 99 ລົງວັນທີ 20 ຕຸລາ 2020 ທີ່ຜ່ານມາເພື່ອແຕ່ຕັ້ງຄະນະສະເພາະກິດເພື່ອສົ່ງເສີມການລົງທຶນແລະການຜະລິດສິນຄ້າ ໂດຍມີເປົ້າໝາຍເພື່ອການຕິດຕາມແລະຊຸກຍູ້-ປັບປຸງສະພາບແດວລ້ອມຂອງການດຳເນີນທຸລະກິດໃຫ້ມີຄວາມວ່ອງໄວ ຮວມເຖິງການຈັດຕັ້ງປະຕິບັດໃນດ້ານການກວດກາບັນດາໂຄງການລົງທຶນທັງໝົດໃນລາວ ພາຍໃຕ້ເປົ້າໝາຍເພື່ອການຈັດເກັບລາຍຮັບເຂົ້າງົບປະມານຂອງລັດຖະບານຈາກບັນດາໂຄການລົງທຶນທີ່ຍັງຄົງຄ້າການຊຳຫລະພາສີອາກອນ ແລະຄ່າທຳນຽມຕ່າງໆ ໃຫ້ກັບລັດຖະບານລາວຢ່າງຖືກຕ້ອງຕາມລະບຽບກົດໝາຍ ໂດຍສະເພາະແມ່ນການລົງທຶນໃນອຸດສາຫະກຳຂຸດຄົ້ນບໍ່ແຮ່ນັ້ນ ດັ່ງທີ່ ທ່ານສອນໄຊ ໄດ້ໃຫ້ການຢືນຢັນວ່າ:

“ລັດຖະບານກໍໄດ້ອອກຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ເລກທີ 99 ລົງວັນທີ 20 ຕຸລາ 2020 ວ່າດ້ວຍການແຕ່ຕັ້ງຄະນະສະເພາະກິດເພື່ອສົ່ງເສີມການລົງທຶນແລະການຜະລິດສິນຄ້າ ຊຶ່ງເປົ້າໝາຍຂອງນິຕິກຳນີ້ ກໍແມ່ນເພື່ອຕິດຕາມແລະຊຸກຍູ້-ປັບປຸງສະພາບແວດລ້ອມຂອງການດຳເນີນທຸລະກິດໃຫ້ມີຄວາມວ່ອງໄວ ແລະນອກຈາກນັ້ນ ທາງຄະນະກຳມະການຄຸ້ມຄ້ອງແລະສົ່ງເສີມການລົງທຶນຂັ້ນສູນກາງ ກະຈະໄດ້ແຕ່ຕັ້ງໜ່ວຍງານສະເພາະກິດຕ່າງໆຂຶ້ນຕື່ມ ເພື່ອລົງເລິກໃນການແກ້ໄຂບັນຫາຕົວຈິງ ເປັນຕົ້ນແມ່ນ ການຈັດເກັບລາຍຮັບຈາກຂະແໜງບໍ່ແຮ່ທີ່ຍັງຄ້າງຄາ.”

ທ່ານສອນໄຊ ຢືນຢັນວ່າ ລັດຖະບານລາວມອບໝາຍໃຫ້ກະຊວງແຜນການແລະການລົງທຶນເປັນຜູ້ຮັບຜິດຊອບໃນການກວດກາການລົງທຶນຂອງຕ່າງຊາດທຸກໂຄງການ ທີ່ຈະສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດແລະສັງຄົມລາວ ໃນສະພາບການທີ່ມີການລະບາດຂອງເຊື້ອໄວຣັສ Covid-19 ໃນທົ່ວໂລກ ເພື່ອທີ່ວ່າ ຈະໄດ້ມີການໄຈ້ແຍກສະຖານະຂອງໂຄງການລົງທຶນຕ່າງໆໃຫ້ຊັດເຈນວ່າ ໄດ້ຮັບຜົນກະທົບລະດັບໃດ ຈາກການລະບາດຂອງ Covid-19 ໂດຍຈະໃຫ້ການສະໜັບສະໜຸນສົ່ງເສີມໂຄງການທີ່ຄືບໜ້າ ແລະຈະຍົກເລີກໂຄງການທີ່ມີລັກຊະນະເປັນການຈັບຈອງແລະບໍ່ມີການນຳເອົາເງິນທຶນຕົວຈິງເຂົ້າມາໃນລາວ.

ສ່ວນເຈົ້າໜ້າທີ່ຂອງອົງການທີ່ບໍ່ຂຶ້ນກັບລັດຖະບານໃນລາວ ໃຫ້ການຢືນຢັນວ່າ ບັນຫາທີ່ມີຄວາມຫຍຸ້ງຍາກແລະເກີດຂຶ້ນຢ່າງກວ້າງຂວາງໃນລາວປັດຈຸບັນນີ້ ກໍແມ່ນການຂັດແຍ້ງກ່ຽວກັບສຳປະທານຂຸດຄົ້ນບໍ່ໍ່ແຮ່ ລະຫວ່າງພາກລັດກັລພາກເອກະຊົນ ຊຶ່ງມີສາເຫດມາຈາກການທີ່ເອກະຊົນລາວ ໄດ້ຂາຍຕໍ່ສຳປະທານການຂູດຄົ້ນບໍ່ແຮ່ໃຫ້ກັບນັກທຸລະກິດຕ່າງຊາດ ເພາະບໍ່ມີເງິນທຶນທີ່ຈະນຳໃຊ້ໃນການຂຸດຄົ້ນບໍ່ແຮ່ດັ່ງກ່າວ ຊຶ່ງເຮັດໃຫ້ພະນັກງານລັດທີ່ກ່ຽວຂ້ອງໃນການອະນຸມັດສຳປະທານເຫັນວ່າ ເປັນການປະຕິບັດທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ຈຶ່ງໄດ້ຟ້ອງຮ້ອງກັນເປັນຄະດີຄວາມໃນສານເພີ້ມຂຶ້ນນັບມື້ ດັ່ງທີ່ເຈົ້າໜ້າທີ່ຂອງອົງການທີ່ບໍ່ຂຶ້ນກັບລັດຖະບານໃນລາວ ໄດ້ຍົກຕົວຢ່າງເຖິງກໍລະນີທີ່ຂັດແຍ້ງໃນແຂວງຄຳມ່ວນໃນເວລານີ້ວ່າ:

“ດຽວນີ້ ບໍ່ແຮ່ຢູ່ແຂວງຄໍາມ່ວນນີ້ ບໍ່ມີໂຄງການໃດທີ່ບໍ່ມີຂໍ້ຂັດແຍ້ງ ຍ້ອນການຄຸ້ມຄອງຂອງພວກເຮົາບໍ່ໄດ້ ຄົນລາວຂໍສຳປະທານນຳລັດໄດ້ແລ້ວ ບໍ່ມີທຶນ ກະເອົາຕ່າງປະເທດມາເຮັດ ເອົາຈີມາເຮັດ ເອົາອອສເຕຣເລຍມາເຮັດ ແລ້ວຜິດກັນຂໍ້ຂັດແຍ້ງອັນນີ້ເກີດຂຶ້ນ ປັດຈຸບັນນີ້ ສານຫຼືວ່າໄອຍະການນີ້ ບອກວ່າ ອັນນີ້ແມ່ນຄະດີແພ່ງ ມີສັນຍາ ຕຳຫຼວດບອກ ບໍ່ແມ່ນອັນນີ້ຂ້ອຍຕ້ອງຈັບ ເຫດຜົນຂອງມັນແທ້ໆແລ້ວ ແມ່ນຍ້ອນຄົນລາວເຮົານີ້ ໄດ້ໂຄງການແລ້ວ ໄປໃຫ້ຕ່າງປະເທດສຳປະທານ.”

ແຕ່ຢ່າງໃດກໍຕາມ ບໍລິສັດຕ່າງຊາດໄດ້ເຂົ້າມາລົງທຶນໃນລາວ ພຽງ 23 ໂຄງການແລະມີມູນຄ່າລົງທຶນລວມ 2,064 ລ້ານເທົ່ານັ້ນໃນປີ 2020 ນີ້ ຫລຸດລົງເກີນກວ່າ 80 ເປີເຊັນ ທຽບກັບປີ 2019 ໂດຍມີສາເຫດສຳຄັນມາຂາກການລະບາດຂອງພະຍາດໄວຣັສ Covid-19 ໃນທົ່ວໂລກ ແລະພາຍໃຕ້ສະພາບການດັ່ງກ່າວນີ້ ກໍຍັງເຮັດໃຫ້ມີການນຳເງິນທຶນຕົວຈິງເຂົ້າມາລາວພຽງແຕ່ 17 ເປີເຊັນ ເທົ່ານັ້ນຂອງມູນຄ່າລົງທຶນທັງໝົດ ຊຶ່ງສ່ວນໃຫຍ່ເປັນການລົງທຶນຂອງຈີນ ທີ່ມີການນຳເອົາວັດສະດຸອຸປະກອນຕ່າງໆຈາກຈີນເຂົ້າມາໃນລາວໂດຍກົງ ທັງຍັງໄດ້ນຳເຂົ້າບຸຄະລາກອນຈີນເປັນຫລັກອີກດ້ວຍ ຈຶ່ງບໍ່ຈຳເປັນທີ່ຈະຕ້ອງນຳທຶນເຂົ້າມາໃນລາວ ແຕ່ຢ່າງໃດ.

ໃນປັດຈຸບັນ ການລົງທຶນຂອງບັນດາບໍລິສັດເອກະຊົນຈີນໃນລາວ ມີມູນຄ່າລວມກວ່າ 12,000 ລານໂດລາໃນ 777 ໂຄງການ ຊຶ່ງຖືເປັນຜູ້ລົງທຶນອັນດັບ 1 ໃນລາວຕິດຕາມດ້ວຍໄທ ທີ່ມີມູນຄ່າລົງທຶນ 4,495 ລ້ານໂດລາໃນ 752 ໂຄງການ ສ່ວນຫວຽດນາມ ມີມູນຄ່າລົງທຶນ 4,100 ລ້ານໂດລາໃນ 258 ໂຄງການ ຈັດເປັນອັນດັບທີ 3 ຮອງຈາກຈີນແລະໄທ ຕາມລຳດັບ ທັງນີ້ ໂດຍທາງການລາວ ໄດ້ອະນຸຍາດສຳປະທານຂຸດຄົ້ນບໍ່ແຮ່ໃຫ້ຫແກ່ບໍລິສັດເອກະຊົນລາວ ແລະຕ່າງຊາດໄປແລ້ວ 649 ລາຍ ໃນ 942 ກິດຈະການໃນທົ່ວປະເທດ.

XS
SM
MD
LG