ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ບານ ລາວ ຄາດ​ວ່າ ສະ​ພາບ​ ການ​ດຳ​ເນີນ ​ທ​ຸ​ລະ​ກິດ​ໃນ ລາວ ຈະດີ​ຂຶ້ນ​ໃນ​ປີ 2020


ສະ​ພາບ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ໃນ ລາວ ຍັງ​ບໍ່​ດີ​ຂຶ້ນ ໂດຍ​ເຫັນ​ໄດ້​ຈາກ​ໃນ​ຊ່ວງ 6 ເດືອນ​ຕົ້ນ​ປີ 2019.
ສະ​ພາບ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ໃນ ລາວ ຍັງ​ບໍ່​ດີ​ຂຶ້ນ ໂດຍ​ເຫັນ​ໄດ້​ຈາກ​ໃນ​ຊ່ວງ 6 ເດືອນ​ຕົ້ນ​ປີ 2019.

ລັດ​ຖະ​ບານ ລາວ ຄາດ​ຫວັງ​ວ່າ​ສະ​ພາບ​ແວດ​ລ້ອມ​ຂອງ​ການ​ດຳ​ເນີນ​ທ​ຸ​ລະ​ກິດ​ໃນ ລາວ
ຈະຖືກຈັດອັນດັບທີ່ດີຂຶ້ນໃນປີ 2020 ດ້ວຍການເພີ່ມປະສິດທິພາບໃນການປະຕິບັດ
ງານຂອງພະນັກງານລັດເປັນສຳຄັນ.

ທ່ານ ສຸ​ພັນ ແກ້ວ​ມີ​ໄຊ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ແຜນ​ການ ແລະການ​ລົງ​ທຶນ
ຖະແຫຼງຢືນຢັນວ່າ ການຍົກລະດັບປະສິດທິພາບໃນການປະຕິບັດໜ້າທີ່ຂອງພະນັກ
ງານລັດໃຫ້ສູງຂຶ້ນ ຄືເປົ້າໝາຍທີ່ສຳຄັນທີ່ລັດຖະບານ ລາວ ຈະຈັດຕັ້ງປະຕິບັດໃຫ້
ໄດ້ຢ່າງເປັນຮູບປະທຳໃນປີ 2019 ນີ້ໂດຍຄາດຫວັງວ່າຈະເຮັດໃຫ້ສະພາບແວດລ້ອມ
ຂອງການດຳເນີນທຸລະກິດໃນ ລາວ ໄດ້ຮັບການຈັດອັນດັບດີຂຶ້ນໃນປີ 2020 ອັນທີ່
ຈະສົ່ງຜົນດີຕໍ່ການດຶງດູດເອົາການລົງທຶນຈາກຕ່າງປະເທດໃຫ້ເຂົ້າມາໃນ ລາວ
ໄດ້ເພີ່ມຂຶ້ນໃນປີຕໍ່ໄປ ດັ່ງທີ່ທ່ານ ສຸພັນ ໄດ້ໃຫ້ການຢືນຢັນວ່າ

"ມີ​ຄວາມ​ໝັ້ນ​ໃຈ​ວ່າ​ປີ 2020 ນີ້​ຈະ​ດີ​ຂຶ້ນ​ເລັກ​ນ້ອຍ ຄື​ສິບໍ່​ຂີ້​ຮ້າຍ​ໄປ​ເພາະ​ວ່າ​ເຮົາ​ເຮັດ
ດີກວ່າເກົ່າເດ້ ການເອື້ອອຳນວຍໃຫ້ແກ່ການດຳເນີນທຸລະກິດ ການອະນຸມັດໃນການ
ກໍ່ສ້າງ, ການອະນຸຍາດໃຫ້ການຕິດຕັ້ງໄຟຟ້າຫຼືອື່ນໆ ໂຕເລກທີ່ແມ່ນຢູ່ໃນກົນໄກທີ່ມັນ
ຊັກຊ້າຜ່ານມາ ພວກເຮົາແກ້ໝົດແລ້ວເດ້ ແຕ່ວ່າຜົນມັນຕະອອກອາດຈະແມ່ນປີຕໍ່ໄປ
ເພາະປີນີ້ເຂົາຕ້ອງຖ້າເບິ່ງຜົນມັນຊະກ່ອນເດ້ ສະນັ້ນປີນີ້ມັນຢູ່ໃນຂະບວນການປັບປຸງ
ຢ່າງແຂງແຮງ ຖືວ່າພວກເຮົາເຮັດໄດ້ດີກວ່າຜ່ານມາຫຼາຍ."

ທາງ​ດ້ານ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ທະ​ນາ​ຄານ​ພັດ​ທະ​ນາ​ເອ​ເຊຍ (ADB) ປະ​ຈຳ​ລາວ
ຢືນຢັນວ່າສະພາບການລົງທຶນຂອງຕ່າງປະເທດໃນ ລາວ ຍັງບໍ່ດີຂຶ້ນ ໂດຍເຫັນໄດ້
ຈາກໃນຊ່ວງ 6 ເດືອນຕົ້ນປີ 2019 ມີການລົງທຶນຈາກຕ່າງປະເທດເຂົ້າມາໃນ ລາວ
1,266 ໂຄງການຄິດເປັນມູນຄ່າລວມ 3,644 ລ້ານໂດລາ ແຕ່ກໍມີການນຳເງິນທຶນຕົວ
ຈິງເຂົ້າມາໃນ ລາວ ພຽງ 1,091 ລ້ານໂດລາ ຫຼືຄິດເປັນ 30 ເປີເຊັນເທົ່ານັ້ນຂອງທຶນ
ຈົດທະບຽນທັງໝົດ ທັງຍັງຄິດເປັນພຽງ 40 ເປີເຊັນຂອງແຜນການຕະຫຼອດປີ 2019
ນີ້ອີກດ້ວຍ.

ສ່ວນ​ທ່ານ​ນາງ ຄຳ​ຈັນ ພົມ​ແສງ​ສະ​ຫວັນ ຮອງ​ປະ​ທານ​ສູນ​ກາງ​ແນວ ລາວ ສ້າງ​ຊາດ
ຖະແຫຼງຢືນຢັນວ່າ ສະພາບໂດຍລວມຂອງພາກທຸລະກິດເອກະຊົນ ລາວ ໃນປີ 2018
ຜ່ານມາຖືເປັນສະພາບການທີ່ບໍ່ດີຕໍ່ເສດຖະກິດຂອງ ລາວ ເພາະວ່າມີຫົວໜ່ວຍທຸລະ
ກິດເອກະຊົນຈຳນວນບໍ່ນ້ອຍທີ່ຕ້ອງປະສົບບັນຫາຂາດທຶນ ໂດຍສະເພາະແມ່ນຫົວ
ໜ່ວຍທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SME) ທີ່ກູ້ຢືມເງິນຈາກທະນາ
ຄານນັ້ນຖືເປັນພາກສ່ວນທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດທີ່ມີສາເຫດມາຈາກຄວາມບໍ່
ໂປ່ງໃສໃນການປະຕິບັດໜ້າທີ່ຂອງພະນັກງານລັດເປັນສຳຄັນ ດັ່ງທີ່ທ່ານນາງ ຄຳຈັນ
ຢືນຢັນວ່າ

"ຜູ້​ປະ​ກອບ​ການ​ຂະ​ໜາດ​ນ້ອຍ ກູ້​ຢືມ​ເງິນ​ມາ​ລົງ​ທຶນ, ຫຼຸບ​ທຶນ ປະ​ຕິ​ບັດ​ໜ້າ​ທີ່​ໃນ​ການ​
ເກັບພາສີທີ່ດິນ, ພາສີອາກອນ, ນັບທັງການບໍລິການຂອງພາກສ່ວນກ່ຽວຂ້ອງຕໍ່ຜູ້ປະ
ກອບການມີລັກສະນະເວົ້າໄດ້ ເວົ້າເອົາຜ່ານຫຼາຍຂອດ ເຮັດໃຫ້ຜູ້ປະກອບການ ທຳ
ມາຫາກິນບໍ່ມີເງິນຈ່າຍ ກາຍເປັນລົ້ມລະລາຍ ສະພາບແວດລ້ອມດຳເນີນທຸລະກິດຢູ່
ສປປ ລາວ ໄດ້ຫຼຸດລະດັບລົງຈາກ 141 ລົງມາເປັນ 151 ໃນ 190 ປະເທດໃນໂລກ
ຊຶ່ງເປັນບັນຍາກາດບໍ່ດີເລີຍ."

ສ່ວນ​ເຈົ້າ​ໜ້າ​ທີ່​ຂອງ​ທະ​ນາ​ຄານ​ໂລກ​ປະ​ຈຳ ລາວ ຢືນ​ຢັນ​ວ່າ ທະ​ນາ​ຄານ​ໂລກ​ໄດ້​ໃຫ້
ການຊ່ວຍເຫຼືອເພື່ອການພັດທະນາ SMEs ໃນລາວ ຄິດເປັນມູນຄ່າລວມ 20 ລ້ານ
ໂດລາໃນຊ່ວງປີ 2014-2019 ໃນນີ້ເປັນການຊ່ວຍເຫຼືອດ້ານເທັກນິກ 10 ລ້ານໂດ
ລາ ແລະ ເງິນສຳລັບໃຫ້ SMEs ກູ້ຢືມມູນຄ່າ 10 ລ້ານໂດລາ ຊຶ່ງປາກົດວ່າຈົນເຖິງ
ປັດຈຸບັນໄດ້ມີການປ່ອຍເງິນກູ້ໃຫ້ SMEs ພຽງ 42 ລາຍທີ່ຄິດເປັນມູນຄ່າລວມພຽງ
4 ລ້ານ 4 ແສນໂດລາເທົ່ານັ້ນ ທັງນີ້ກໍເນື່ອງຈາກການຈັດຕັ້ງປະຕິບັດທີ່ຊັກຊ້າໃນ
ພາກລັດຖະບານ ລາວ ເອງ.

ອີງ​ຕາມ​ລາຍ​ງານ​ຂອງ​ສູນ​ສະ​ຖິ​ຕິ​ແຫ່ງ​ຊາດ ລາວ ລະ​ບຸ​ວ່າ ການ​ສຳຫຼວດ​ທີ່​ກ່ຽວ​ກັບ​
ການຜະລິດສິນຄ້າ ແລະ ບໍລິການຂອງບັນດາຫົວໜ່ວຍທຸລະກິດ 124,830 ລາຍທົ່ວ
ປະເທດ ລາວ ພົບວ່າ 94 ເປີເຊັນ ເປັນຫົວໜ່ວຍທຸລະກິດທີ່ຜະລິດສິນຄ້າ ແລະ ບໍລິ
ການເພື່ອຕອບສະໜອງການບໍລິໂພກໃນປະເທດເປັນດ້ານຫຼັກ ແລະ ມີພຽງ 630
ລາຍຫຼື 0.5 ເປີເຊັນເທົ່ານັ້ນທີ່ນັ້ນໜັກການຜະລິດສິນຄ້າເພື່ອສົ່ງອອກ, ສ່ວນ 1,700
ກວ່າລາຍຫຼື 1.4 ເປີເຊັນທີ່ເນັ້ນທັງການຜະລິດເພື່ອສົ່ງອອກ ແລະ ຕອບສະໜອງ
ພາຍໃນປະເທດ ໂດຍໃນປັດຈຸບັນມີ SMEs ໃນ ລາວ ພຽງ 119 ລາຍເທົ່ານັ້ນ ທີ່
ໄດ້ຮັບກາໝາຍນຶ່ງເມືອງ-ນຶ່ງຜະລິດຕະພັນ (ODOP) ທີ່ຕ່າງຊາດຍອມຮັບວ່າເປັນ
ສິນຄ້າ ລາວ ທີ່ມີຄຸນນະພາບໄດ້ມາດຕະຖານສາກົນ.

XS
SM
MD
LG