ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະບານ ລາວ ສົ່ງເສີມໃຫ້ກະເສດຕະກອນ ລາວ ເພີ່ມການລ້ຽງງົວ-ຄວາຍໃຫ້ຫຼາຍຂຶ້ນເຖິງ 5 ແສນໂຕ ໃນ 10 ປີຕໍ່ໜ້າ


ງົວລາວຢູ່ຟາມແຫ່ງນຶ່ງ.
ງົວລາວຢູ່ຟາມແຫ່ງນຶ່ງ.

ລັດຖະບານ ລາວ ສົ່ງເສີມໃຫ້ກະເສດຕະກອນ ລາວ ເພີ່ມການລ້ຽງງົວ-ຄວາຍໃຫ້ຫຼາຍຂຶ້ນໂດຍວາງເປົ້າໝາຍຈະສົ່ງງົວ-ຄວາຍ 250,000 ໂຕໄປຂາຍໃນ ຈີນ ໃນ 5 ປີ ແລະ ຈະເພີ່ມຂຶ້ນເປັນ 5 ແສນໂຕໃນ 10 ປີຕໍ່ໜ້າ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກຳ-ປ່າໄມ້ ເປີດເຜີຍວ່າລັດຖະບານ ລາວ ໄດ້ເລັ່ງໃຫ້ການສົ່ງ ເສີມກະເສດຕະກອນ ລາວ ໃນທົ່ວປະເທດ ເພີ່ມການລ້ຽງງົວ-ຄວາຍ ເພື່ອສົ່ງອອກໄປ ຈີນ ຕາມຂໍ້ຕົກລົງທີ່ລັດຖະບານ ຈີນ ໄດ້ເປີດຕະຫຼາດຮອງຮັບການນຳເຂົ້າງົວ-ຄວາຍຈາກ ລາວ ປີລະ 5 ແສນໂຕນັ້ນ ຫາກແຕ່ການຈັດຕັ້ງປະຕິບັດຂອງກະເສດຕະກອນ ລາວ ໃນພາກຕົວຈິງກໍຍັງດຳເນີນໄປຢ່າງຊັກຊ້າ ເພາະວ່າຍັງຂາດວິຊາການສະໄໝໃໝ່ໃນການລ້ຽງສັດ ແລະ ມີຂໍ້ຈຳກັດໃນດ້ານເງິນທຶນດ້ວຍນັ້ນ ຈຶ່ງເຮັດໃຫ້ການລ້ຽງສັດຂອງກະເສດຕະກອນ ລາວ ມີການຂະຫຍາຍຕົວໃນອັດຕາທີ່ຕໍ່າ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງ ລາວ ໄດ້ໃຫ້ການຢືນຢັນວ່າ

“ການຂະຫຍາຍຕົວຂອງຝູງສັດນີ້ຖືວ່າຄວາຍນີ້ປະມານ 2 ເປີເຊັນ, ງົວນີ້ 3-4 ເປີເຊັນ ສຶ່ງທີ່ພາໃຫ້ມັນເພີ່ມໃນປັດຈຸບັນນີ້ຖືວ່າທາງລັດຖະບານໄດ້ເຊັນສັນຍາກັບ ຈີນ 5 ແສນຕົວ ແຕ່ຄາວນັ້ນມານີ້ຖືວ່າປະຊາຊົນກະເອົາໃຈໃສ່ ຫຼືວ່າບໍລິສັດກະຕັ້ງຟາມຂຶ້ນມາ ເພາະວ່າມັນມີບ່ອນຄໍ້າປະກັນ 5 ແສນຕົວຕໍ່ປີກະແມ່ນອັນນຶ່ງທີ່ເປັນສິ່ງດຶງດູດໃຫ້ປະຊາຊົນແລ້ວກະຜູ້ປະກອບການມີຄວາມໝັ້ນໃຈ.”

ສ່ວນທ່ານ ລຽນ ທິແກ້ວ ລັດຖະມົນຕີວ່າການກະຊວງກະສິກຳ-ປ່າໄມ້ຖະແຫຼງວ່າລະບົບການລ້ຽງສັດໃນ ລາວ ໃນປັດຈຸບັນນີ້ຍັງບໍ່ໄດ້ມາດຕະຖານສາກົນ ຈຶ່ງຍັງບໍ່ສາມາດສົ່ງເປັນສິນຄ້າອອກໄປຕະຫຼາດໃນຕ່າງປະເທດໄດ້ຢ່າງແທ້ຈິງ ໂດຍສະເພາະແມ່ນການສົ່ງໄປ ຈີນ ທີ່ໄດ້ຕົກລົງຈະຮັບຊື້ງົວຈາກ ລາວ ເຖິງ 5 ແສນຕົວຕໍ່ປີນັ້ນ ກໍຈະຕ້ອງໃຊ້ເວລາລະຫວ່າງ 5-10 ປີຈຶ່ງຈະສາມາດພັດທະນາປັບປຸງລະບົບການລ້ຽງສັດໃນ ລາວ ໃຫ້ໄດ້ມາດຕະຖານສາກົນ ຊຶ່ງກໍເຮັດໃຫ້ຕ້ອງມີການສົ່ງເສີມນັກທຸລະກິດ ຈີນ ໃຫ້ເຂົ້າມາລົງທຶນພັດທະນາຟາມລ້ຽງສັດຂະໜາດໃຫຍ່ໃນ ລາວ ເພີ່ມຂຶ້ນ ທັງນີ້ໂດຍເປົ້າໝາຍໃນ 5 ປີຕໍ່ໜ້າກໍຄືການສົ່ງງົວ-ຄວາຍໄປ ຈີນ ໃຫ້ໄດ້ 250,000 ໂຕຕໍ່ປີ ແລະ ເພີ່ມຂຶ້ນເປັນ 5 ແສນໂຕຕໍ່ປີໃຫ້ໄດ້ໃນ 10 ປີຕໍ່ໜ້ານຕາມລຳດັບ.

ທາງດ້ານທ່ານ ພັນທະພົງ ວົງສຳພັນ ຫົວໜ້າພະແນກລ້ຽງສັດ ກະຊວງກະສິກຳ-ປ່າໄມ້ ກໍໄດ້ຍອມຮັບວ່າລະບົບການລ້ຽງສັດໃນ ລາວ ທີ່ຍັງບໍ່ໄດ້ມາດຕະຖານສາກົນດັ່ງກ່າວເຮັດໃຫ້ຕ້ອງໄດ້ຮັບການພັດທະນາປັບປຸງໃນທຸກດ້ານ ຈຶ່ງຈະສາມາດສົ່ງເປັນສິນຄ້າອອກໄປແຂ່ງຂັນໃນຕະຫຼາດຕ່າງປະເທດໄດ້ຢ່າງແທ້ຈິງ ໂດຍຈາກການສຶກສາວິໄຈກໍພົບວ່າການລ້ຽງສັດໃນ ລາວ ຈະຕ້ອງໄດ້ຮັບການພັດທະນາປັບປຸງໃນ 7 ດ້ານດ້ວຍກັນ ຄືການຍົກລະດັບການຜະລິດເພື່ອໃຫ້ເປັນອາຊີບຄົງທີ່ ການພັດທະນາການຜະລິດງົວ-ຄວາຍເປັນສິນຄ້າທີ່ມີຄົນລາວ ເປັນຜູ້ປະກອບການ ການພັດທະນາພໍ່-ແມ່ພັນ ການຮັບປະກັນໃນດ້ານສະໜອງອາຫານໃຫ້ພຽງພໍ ການພັດທະນາຄວາມສາມາດໃນດ້ານບໍລິການຮັກສາສຸຂະພາບສັດ ການສ້າງນັກວິໄຈເພື່ອລົງເຜີຍແຜ່ໃຫ້ຂໍ້ມູນໃໝ່ໆ ແລະ ການພັດທະນາການລ້ຽງສັດທີ່ເປັນມິດຕໍ່ສິ່ງແວດລ້ອມທຳມະຊາດ.

ກະຊວງການຄ້າຂອງ ຈີນ ໄດ້ສະແດງຄວາມຕ້ອງການທີ່ຈະຮັບຊື້ງົວຈາກ ລາວ 5 ແສນຕົວຕໍ່ປີ ເມື່ອປີ 2019 ທີ່ຜ່ານມາ ແຕ່ວ່າການລ້ຽງງົວໃນ ລາວ ຈະຕ້ອງໄດ້ມາດຕະຖານຕາມຄວາມຕ້ອງ ການຂອງຕະຫຼາດໃນ ຈີນ ໂດຍທາງການ ຈີນ ໄດ້ຕັ້ງດ່ານກວດ ແລະ ຈັດສົ່ງຄະນະຜູ້ຊ່ຽວຊານມາກວດຟາມລ້ຽງງົວໃນ ລາວ ທີ່ຈະສົ່ງງົວໄປ ຈີນ ເພາະການສົ່ງງົວຈາກ ລາວ ໄປ ຈີນ ໃນໄລຍະຜ່ານມານັ້ນເປັນການລັກລອບຢ່າງຜິດກົດໝາຍ ຊຶ່ງທາງການ ຈີນ ຢ້ານວ່າຈະເຮັດໃຫ້ເກີດພະຍາດໃນ ສັດ ຈຶ່ງຕ້ອງຕັ້ງດ່ານກວດສັດດັ່ງກ່າວ.

ນອກຈາກນັ້ນງົວທີ່ຈະສາມາດສົ່ງໄປ ຈີນ ໄດ້ກໍຍັງຈະຕ້ອງມີນໍ້າໜັກຕັ້ງແຕ່ 350 ກິໂລກຣາມຂຶ້ນໄປ ແລະ ມີອາຍຸບໍ່ເກີນ 4 ປີ ໂດຍໃນປີ 2019 ລາວ ໄດ້ສົ່ງງົວ ແລະ ຄວາຍໄປ ຈີນ 8 ໝື່ນຕົວ ແລະ 2 ໝື່ນຕົວຕາມລຳດັບ ໂດຍໃນປັດຈຸບັນ ລາວ ມີຟາມລ້ຽງງົວທີ່ໄດ້ມາດຕະຖານ 284 ແຫ່ງ,​ ມີງົວ 45,000 ຕົວ ແລະ ມີຟາມລ້ຽງຄວາຍພຽງ 6 ແຫ່ງ, ມີຄວາຍ 7,000 ຕົວເທົ່ານັ້ນ ສ່ວນຟາມທີ່ມີມາດຕະຖານສູງສຸດກໍຄື ຟາມຂອງບໍລິສັດພັດທະນາກະສິກຳຈາກ ຍີ່ປຸ່ນ ຢູ່ເຂດເມືອງແປກ ແຂວງຊຽງຂວາງ ໂດຍນຳພໍ່-ແມ່ພັນຄຸນນະພາບດີຈາກອອສເຕຣເລຍ ດ້ວຍເປົ້າໝາຍທີ່ຈະເພີ່ມງົວພັນດີໃຫ້ເຖິງ 1 ແສນຕົວໃນປີ 2030.

XS
SM
MD
LG