ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ລາວ ປັບຫຼຸດຄາດໝາຍ ການເຕີບໂຕທາງເສດຖະກິດ ໃນແຜນພັດທະນາ 5 ປີ ຄັ້ງທີ 8 ລົງຈາກເດີມ ຍ້ອນ Covid-19


ລົດບັນທຸກຂົນສິນຄ້ານຳເຂົ້າໃນ ລາວ.
ລົດບັນທຸກຂົນສິນຄ້ານຳເຂົ້າໃນ ລາວ.

ລັດຖະບານ ລາວ ປັບຫຼຸດຄາດໝາຍການເຕີບໂຕທາງເສດຖະກິດໃນແຜນພັດທະນາ 5 ປີຄັ້ງທີ 8 ລົງຈາກເດີມ ຊຶ່ງກໍເຊັ່ນດຽວກັນກັບແຜນພັດທະນາ 5 ປີຄັ້ງທີ 9 ຍ້ອນການລະບາດຂອງພະຍາດໄວຣັສ Covid-19.

ທ່ານ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຖະແຫຼງວ່າການລະບາດຂອງພະຍາດໄວຣັສ Covid-19 ເຮັດໃຫ້ລັດຖະບານຕ້ອງປັບຫຼຸດຄາດໝາຍການເຕີບໂຕທາງເສດຖະກິດໃນແຜນພັດທະນາໄລຍະ 5 ປີຄັ້ງທີ 9 ທີ່ຈະຈັດຕັ້ງປະຕິບັດໃນຊ່ວງປີ 2021-2025 ລົງສູ່ລະດັບສະເລ່ຍຕໍ່າກວ່າ 7 ເປີເຊັນຊຶ່ງກໍເຊັ່ນດຽວກັນກັບໃນປີ 2020 ທີ່ຄາດວ່າເສດຖະ ກິດ ລາວ ຈະຂະຫຍາຍຕົວເພີ່ມຂຶ້ນທີ່ອັດຕາສະເລ່ຍບໍ່ເກີນ 3.6 ເປີເຊັນທຽບໃສ່ປີ 2019 ຍັງເຮັດໃຫ້ການເຕີບໂຕທາງເສດຖະກິດໃນແຜນພັດທະນາ 5 ປີຄັ້ງທີ 8 ທີ່ຈັດຕັ້ງປະຕິບັດໃນຊ່ວງປີ 2016-2020 ສາມາດເຮັດໄດ້ຕໍ່າກວ່າເປົ້າໝາຍທີ່ວາງໄວ້ທີ່ລະດັບ 7.2 ເປີເຊັນກໍຄື GDP ໃນຊ່ວງປີ 2016-2020 ຈະຂະຫຍາຍຕົວພຽງ 5.9 ເປີເຊັນເທົ່ານັ້ນ ດັ່ງທີ່ທ່ານ ກິແກ້ວ ຢືນຢັນວ່າ

“ຖ້າຫາກວ່າປີ 2020 ນີ້ GDP ຂອງພວກເຮົາຢູ່ໃນລະດັບ 3.6 ເປີເຊັນຈະເຮັດໃຫ້ອັດຕາສະເລ່ຍຂະຫຍາຍຕົວຂອງແຜນ 5 ປີຄັ້ງທີ 8 ນີ້ຈະຫຼຸດຈາກແຜນທີ່ວາງໄວ້ 7.2 ນີ້ ອາດຈະໄດ້ແຕ່ 5.9 ສະນັ້ນແລ້ວມັນກໍກະທົບໃສ່ແຜນ 5 ປີຄັ້ງທີ 9 (2021-2025) ຊຶ່ງໃນເບື້ອງຕົ້ນນີ້ພວກເຮົາໄດ້ເຮັດການປະເມີນວ່າຈະຢູ່ໃນລະດັບປະມານ 7 ເປີເຊັນແຕ່ອັນນີ້ພວກເຮົາຈະໄດ້ຮັບຄືນໃໝ່.”

ທັງນີ້ລັດຖະບານ ລາວ ປະເມີນວ່າການລະບາດຂອງໄວຣັສ Covid-19 ຈະສົ່ງຜົນເຮັດໃຫ້ເສດຖະ ກິດໃນ ລາວ ເກີນການເສຍຫາຍເກີນກວ່າ 7,000 ຕື້ກີບ ໂດຍສະເພາະກໍແມ່ນການປະກາດຄຳສັ່ງເລກທີ 06 ຂອງນາຍົກລັດຖະມົນຕີວ່າດ້ວຍມາດຕະການສະກັດກັ້ນການລະບາດຂອງເຊື້ອໄວຣັສ Covid-19 ທີ່ມີຜົນບັງຄັບໃນວັນທີ 1 ເມສາ - 3 ພຶດສະພາ 2020​ ນັ້ນ ນອກຈາກຈະເຮັດໃຫ້ບໍ່ມີນັກທ່ອງທ່ຽວຊາວຕ່າງຊາດເດີນທາງເຂົ້າມາໃນ ລາວ ແລ້ວ ການປິດດ່ານຊາຍແດນໃນທົ່ວປະ ເທດຍັງໄດ້ສົ່ງຜົນກະທົບຕໍ່ການຄ້າລະຫວ່າງ ລາວ ກັບ ຕ່າງປະເທດດ້ວຍ ຊຶ່ງກໍເຮັດໃຫ້ລັດຖະ ບານ ລາວ ຕ້ອງປັບຫຼຸດການເຕີບໂຕທາງເສດຖະກິດລົງຈາກ 6.5 ເປີເຊັນມາເປັນ 3.6 ເປີເຊັນໃນປີ 2020 ດັ່ງກ່າວ.

ທາງດ້ານກອງທຶນການເງິນສາກົນ (IMF) ກໍໄດ້ປັບຫຼຸດຄາດໝາຍການເຕີບໂຕທາງເສດຖະກິດໃນ ລາວ ຈາກເດີມເຖິງ 5.5 ເປີເຊັນກໍຄືຈາກລະດັບ 6.2 ເປີເຊັນລົງມາເປັນພຽງ 0.7 ເປີເຊັນເທົ່ານັ້ນໃນປີ 2020 ທັງຍັງເປັນຄາດໝາຍທີ່ຈໍ່າກວ່າທະນາຄານພັດທະນາເອເຊຍ (ADB) ອີກດ້ວຍ.

ທັງນີ້ ADB ໄດ້ປັບຫຼຸດຄາດໝາຍການເຕີບໂຕທາງເສດຖະກິດຂອງລາວໃນປີ 2020 ລົງຈາກລະດັບ 6.2 ເປີເຊັນເປັນ 3.5 ເປີເຊັນຍ້ອນຜົນກະທົບຈາກການລະບາດຂອງເຊື້ອໄວຣັສ Covid-19 ໃນປັດຈຸບັນໂດຍພາກບໍລິການ ແລະ ທ່ອງທ່ຽວຈະຖືກກະທົບໜັກທີ່ສຸດ ແລະ ຄາດວ່າຈະຂະ ຫຍາຍຕົວໃນອັດຕາສະເລ່ຍພຽງ 1.3 ເປີເຊັນເທົ່ານັ້ນທຽບກັບປີ 2019 ສ່ວນພາກກະສິກຳນັ້ນຈະຂະຫຍາຍຕົວເພີ່ມຂຶ້ນພຽງ 2.5 ເປີເຊັນ ແລະ 5.7 ເປີເຊັນຕາມລຳດັບ ຊຶ່ງຫຼຸດລົງໃນທຸກດ້ານທຽບກັບປີ 2019 ທີ່ຜ່ານມາ.

ພ້ອມກັນນີ້ ADB ຍັງຄາດໝາຍວ່າລັດຖະບານ ລາວ ຈະຕ້ອງປະເຊີນບັນຫາຂາດດຸນບັນຊີໝຸນວຽນເງິນຕາຕ່າງປະເທດເຖິງ 9.4 ເປີເຊັນຂອງ GDP ໃນປີ 2020 ຊຶ່ງຈະເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລັດຖະບານ ລາວ ເຫຼືອບໍ່ເຖິງ 1,000 ລ້ານໂດລາ ຫຼືເທົ່າກັບການນຳເຂົ້າສິນຄ້າບໍ່ເຖິງ 2 ເດືອນເທົ່ານັ້ນ.

ທາງດ້ານສະພາອຸດສາຫະກຳ ແລະ ການຄ້າຂອງ ສະຫະພາບຢູໂຣບ ປະຈຳ ລາວ ຄາດໝາຍວ່າ ການລະບາດຂອງເຊື້ອໄວຣັສ Covid-19 ຈະເຮັດໃຫ້ເກີນກວ່າ 70​ ເປີເຊັນຂອງຫົວໜ່ວຍທຸລະກິດທັງໝົດໃນ ລາວ ຕ້ອງສູນເສຍລາຍໄດ້ຫຼາຍກວ່າ 50 ເປີເຊັນຂອງລາຍໄດ້ທັງໝົດໃນຕະຫຼອດປີ 2020 ຊຶ່ງຈະເຮັດໃຫ້ຫົວໜ່ວຍທຸລະກິດເຫຼົ່ານີ້ບໍ່ມີເງິນຊຳລະໜີ້ເງິນກູ້ໃຫ້ທະນາຄານ ສ່ວນສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດ ລາວ ໄດ້ປະເມີນວ່າ ສະເພາະທຸລະກິດໃນພາກບໍລິການ ແລະ ທ່ອງທ່ຽວນັ້ນ ຈະມີການເລີກຈ້າງງານກວ່າ 70,000 ຄົນ ແລະ ສະຖາບັນຄົ້ນຄວ້າເສດຖະ ກິດແຫ່ງຊາດ ລາວ ຄາດວ່າພາກບໍລິການ ແລະ ທ່ອງທ່ຽວຂອງ ລາວ ສູນເສຍລາຍໄດ້ໄປແລ້ວເກີນກວ່າ 350 ລ້ານໂດລາໃນໄລຍະກວ່າ 4 ເດືອນທີ່ຜ່ານມາຂອງປີ 2020 ນີ້.

XS
SM
MD
LG