ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານລາວ ຈະເປັນໜີ້ເງິນກູ້ຕ່າງປະເທດ ຄິດເປັນສັດສ່ວນເກີນກວ່າ 75 ເປີເຊັນ ຂອງຍອດຜະລິດຕະພັນລວມ ໃນປີ 2022


ຮູບພາບເງິນໃບລະແສນກີບຂອງລາວ.
ຮູບພາບເງິນໃບລະແສນກີບຂອງລາວ.

ລັດຖະບານລາວ ຈະເປັນໜີ້ເງິນກູ້ຕ່າງປະເທດ ຄິດເປັນສັດສ່ວນເກີນກວ່າ 75 ເປີເຊັນ ຂອງຍອດຜະລິດ ຕະພັນລວມ ໃນປີ 2022 ເພາະວ່າ ຈະຕ້ອງກູ້ຢືມເພີ້ມຂຶ້ນເຖິງ 15,000 ຕື້ກີບ ເພີ່ອຊໍາລະໜີ້ຄືນໃນປີ 2022 ນີ້, ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ ຈາກບາງກອກ.

ເຈົ້າໜ້າທີ່ຂັ້ນສູງໃນທະນາຄານແຫ່ງຊາດລາວເປີດເຜີຍວ່າ ລັດຖະບານລາວປະເຊີນກັບການຂາດດຸນບັນຊີເງິນຕາຕ່າງປະເທດ ເກີນກວ່າ 10 ເປີເຊັນ ຂອງຍອດຜະລິດຕະພັນລວມພາຍໃນ (GDP) ໃນປີ 2021, ເຮັດໃຫ້ທຶນສໍາຮອງເງິນຕາຕ່າງປະເທດຂອງລັດຖະບານ ມີມູນຄ່າຕໍ່າກວ່າ 1,263 ລ້ານໂດລາ ຫຼືເທົ່າກັບການນໍາເຂົ້າສິນຄ້າຕ່າງປະເທດບໍ່ເຖິງສອງເດືອນຈຶ່ງເຮັດໃຫ້ລັດຖະບານ ລາວຕ້ອງກູ້ຢືມຈາກຕ່າງປະເທດຫຼາຍຂຶ້ນ ເພື່ອນໍາມາໃຊ້ດຸນດ່ຽງລາຍຈ່າຍທີ່ສູງກວ່າລາຍຮັບ ທັງເຮັດໃຫ້ລັດຖະບານລາວມີໜີ້ເຖິງ 15,500 ລ້ານໂດລາ ຄິດເປັນ 70 ເປີເຊັນຂອງ GDP ປີ 2021, ແລະຄາດໝາຍວ່າຈະເພີ້ມຂຶ້ນເປັນເກີນກວ່າ 75 ເປີເຊັນ ຂອງ GDP ໃນປີ 2022, ເພາະລັດຖະບານລາວຈະຕ້ອງກູ້ຢືມ ທັງພາຍໃນ ແລະຈາກຕ່າງປະເທດໃນມູນຄ່າລວມເຖິງ 15,000 ຕື້ກີບຫຼືເກີນກວ່າ 1,275 ລ້ານໂດລາ ສໍາລັບນໍາໃຊ້ເພື່ອຊໍາລະຄືນໜີ້ເງິນກູ້ ແລະດອກເບ້ຍປະຈໍາປີ 2022.

ທັງນີ້ ລັດຖະບານລາວມີຄວາມຕ້ອງການເງິນຕາຕ່າງປະເທດ ໃນມູນຄ່າໂດຍສະເລ່ຍ 4,000 ລ້ານໂດລາຕໍ່ປີ, ແຕ່ຈັດຕັ້ງປະຕິບັດໂຕຈິງ ໄດ້ພຽງ 50 ເປີ ເຊັນເທົ່ານັ້ນ ເນື່ອງຈາກສາມາດແລກປ່ຽນເງິນຕາຈາກບັນດາຜູ້ສົ່ງສິນຄ້າອອກໄປຕ່າງປະເທດໄດ້ພຽງ 2,000 ລ້ານໂດລາໃນປີ 2021 ແລະເປັນສາເຫດທີ່ເຮັດໃຫ້ສະຖາບັນ Moody’s Investor Service ໄດ້ປັບຫຼຸດລະດັບໜີ້ສິນຂອງລາວຈາກລະດັບທີ່ມີຄວາມຫວັງວ່າ ຈະພັດທະນາໃຫ້ດີຂຶ້ນ ໄດ້ລົງມາເປັນລະດັບຕິດລົບ ຫຼືຕົກຕໍ່າລົງນັບມື້ແຕ່ປີ 2019 ເປັນຕົ້ນມາ ທັງຍັງປະກົດວ່າທະ ນາຄານແຫ່ງຊາດລາວ ໄດ້ປະສົບຄວາມຫຼົ້ມແຫຼວ ໃນການກໍານົດ ແລະບັງຄັບແລກປ່ຽນເງິນຕາຕ່າງປະເທດຈາກບັນດາຜູ້ທີ່ສົ່ງອອກສິນຄ້າຈາກລາວໄປຕ່າງ ປະເທດອີກດ້ວຍ, ດັ່ງທີ່ ທ່ານນາງວັດທະນາ ດາຣາລອຍ ຮອງຜູ້ວ່າການທະ ນາຄານແຫ່ງຊາດລາວໄດ້ໃຫ້ການຢືນຢັນວ່າ:

“ລະບົບການສະໜອງເງິນຕາຕ່າງປະເທດ ດ້ວຍການສ້າງສັນຍາຊື້-ຂາຍເງິນຕາຕ່າງປະເທດລ່ວງໜ້າ ໄດ້ພະຍາຍາມຊຸກຍູ້ກະຕຸ້ນມາຫຼາຍ ແຕ່ມັນບໍ່ເກີດເປັນຮູບປະທໍາ ເນື່ອງຈາກວ່າຄົນຕ້ອງການເງິນຕາຢູ່ໃນສັງຄົມເຮົານີ້ລະຫຼາຍກວ່າຄວາມສາມາດໃນການສະໜອງ, ແຕ່ວ່າ ພາຍຫຼັງຄົ້ນຄວ້າແລ້ວ ພວກເຮົາໄດ້ສົມທຽບວ່າ ຕົ້ນທຶນໃນການປະຕິບັດໂຕນີ້ນັ້ນ ຍັງຈະເປັນກົນໄກແບບລັກສະນະວ່າ ສຸດທ້າຍຍັງແມ່ນທະນາຄານກາງເກື້ອກູນຢູ່ເງິນຕາຕ່າງປະເທດ ໃນສ່ວນໃດສ່ວນນຶ່ງຈົນຮອດປັດຈຸບັນນີ້.”

ກ່ອນໜ້ານີ້ ທ່ານສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດໄດ້ຖະແຫຼງວ່າ ການເສີມຂະຫຍາຍການພົວພັນທາງການທູດ ກັບຕ່າງປະເທດໄດ້ຖະແຫຼງການວ່າ ການເສີມຂະຫຍາຍການພົວພັນທາງການທູດ ກັບຕ່າງປະ ເທດໃຫ້ໄດ້ຢ່າງກວ້າງຂວາງຫຼາຍຂຶ້ນ ນັບເປັນເປົ້າໝາຍສໍາຄັນທີ່ສຸດໃນນະໂຍ ບາຍການຕ່າງປະເທດຂອງລັດຖະບານລາວ ໃນໄລຍະນີ້ ໄປຈົນເຖິງປີ 2025 ດ້ວຍຄວາມຫວັງວ່າ ການເສີມຂະຫຍາຍການພົວພັນທາງການທູດດັ່ງກ່າວ ຈະເຮັດໃຫ້ສະຖານະບົດບາດຂອງລາວໃນສາກົນມີຄວາມໂດດເດັ່ນຂຶ້ນ ອັນຈະເຮັດໃຫ້ລາວມີໂອກາດທີ່ຈະໄດ້ຮັບການຊ່ວຍເຫຼືອລ້າຈາກຕ່າງປະເທດເພີ້ມຂຶ້ນໃຫ້ໄດ້ເຖິງ 800 ລ້ານໂດລາຕໍ່ປີ ຫຼື 4,000 ລ້ານ ໃນຕະຫຼອດແຜນການ 5 ປີ ນັບແຕ່ປີ 2021-2025.

ທັງນີ້ ລັດຖະບານລາວໄດ້ວາງແຜນການທີ່ຈະສ້າງລາຍຮັບໃຫ້ໄດ້ 31,593 ຕື້ກີບ ຫຼືຄິດເປັນ 16.44 ເປີເຊັນຂອງ GDP ໃນປີ 2022, ແລະຈະຄວບຄຸມລາຍຈ່າຍໃຫ້ຢູ່ໃນມູນຄ່າລວມບໍ່ເກີນ 34,691 ຕື້ກີບ, ເຊິ່ງຄິດເປັນ 18.05 ເປີ ເຊັນຂອງ GDP ເພື່ອຈະຄວບຄຸມການຂາດດຸນງົບປະມານ ໃນມູນຄ່າລວມບໍ່ເກີນ 3,098 ຕື້ກີບ ຫຼືຄິດເປັນ 1.61 ເປີເຊັນຂອງ GDP ໃນປີ 2022 ຫາກແຕ່ການທີ່ຈະບັນລຸຄາດໝາຍດັ່ງກ່າວໄດ້ໃນການຈັດຕັ້ງປະຕິບັດໂຕຈິງນັ້ນກໍບໍ່ແມ່ນເລື້ອງງ່າຍ ເພາະການລະບາດໄວຣັສໂຄວິດ-19 ນັບຈາກປີ 2020 ເປັນ ຕົ້ນມາ ໄດ້ສົ່ງຜົນກະທົບເຮັດໃຫ້ລັດຖະບານລາວ ຈັດເກັບລາຍຮັບໄດ້ຕໍ່າກວ່າແຜນການທີ່ວາງໄວ້ໃນອັດຕາສະເລ່ຍເຖິງ 15 ເປີເຊັນຂອງແຜນການປີ 2020 ແລະປີ 2021, ເຮັດໃຫ້ລັດຖະບານລາວມີງົບປະມານຢ່າງຈໍາກັດ ສໍາລັບນໍາໃຊ້ໃນໂຄງການພັດທະນາຕ່າງໆ ເຊິ່ງໃນແຜນການປີ 2022 ກໍປາກົດວ່າ ລັດຖະ ບານລາວໄດ້ຕັ້ງງົບປະມານສໍາລັບໂຄງການພັດທະນາຕ່າງໆໄວ້ໃນມູນຄ່າລວມພຽງ 3,950 ຕື້ກີບ ແລະຄາດຫວັງ ຈະໄດ້ຮັບການຊ່ວຍເຫຼືອລ້າ ຈາກຕ່າງປະ ເທດໃນມູນຄ່າລວມບໍ່ນ້ອຍກວ່າ 6,750 ຕື້ກີບ.

XS
SM
MD
LG