ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ດໍາເນີນການກວດກາໂຄງການສໍາປະທານທີ່ດິນໃນທົ່ວປະເທດ ເພື່ອຍົກເລີກໂຄງການທີ່ບໍ່ມີຄວາມຄືບໜ້າ ຫຼືບໍ່ມີການລົງທຶນ


ເນື້ອທີ່ດິນ ໃນຂົງເຂດຊົນນະບົດຂອງ ສປປ ລາວ.
ເນື້ອທີ່ດິນ ໃນຂົງເຂດຊົນນະບົດຂອງ ສປປ ລາວ.

ລັດຖະບານລາວດໍາເນີນການກວດກາໂຄງການສໍາປະທານທີ່ດິນໃນທົ່ວປະເທດ ເພື່ອຍົກເລີກໂຄງການທີ່ບໍ່ມີຄວາມຄືບໜ້າ ຫຼືບໍ່ມີການລົງທຶນ ແລະບໍ່ຈັດຕັ້ງປະຕິບັດຕາມສັນຍາການລົງມຶນຢ່າງແທ້ຈິງ, ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ສືບເນື່ອງຈາກທາງການລາວໄດ້ອະນຸຍາດສໍາປະທານທີ່ດິນເພື່ອການຜະລິດໃນດ້ານກະສິກໍາໄປແລ້ວຈໍານວນເຖິງ 2,223 ໂຄງການ ​ມີ​ເນື້ອທີ່ລວມກວ່າ 11 ລ້ານ ເຮັກຕ້າ ແຕ່ວ່າມີການໃຊ້ທີ່ດິນໂຕຈິງ 6 ແສນກວ່າເຮັກຕ້າ ຫຼື 5 ເປີເຊັນເທົ່ານັ້ນ ຂອງພື້ນທີ່ສໍາປະທານທັງໝົດ ແລະຍັງເປັນສາເຫດສໍາຄັນທີ່ເຮັດໃຫ້ເກີດການຂັດ ແຍ້ງກວ້າງຂວາງໃນສັງຄົມລາວດ້ວຍນັ້ນ ເພາະປາກົດວ່າພະນັກງານຂອງລັດໄດ້ ໃຊ້ອໍານາດໜ້າທີ່ຍາດແຍ່ງເອົາທີ່ດິນຂອງປະຊາຊົນໄປສົ່ງມອບໃຫ້ກັບນັກລົງທຶນ ໂດຍໄດ້ຮັບຜົນຕອບແທນເປັນການສ່ວນໂຕ ໃນຂະນະທີ່ປະຊາຊົນທີ່ຖືກຍາດແຍ່ງ ເອົາທີ່ດິນ ຊໍ້າພັດໄດ້ຮັບການຊົດເຊີຍໃນອັດຕາທີ່ຕໍ່າຫຼາຍເມື່ອທຽບກັບລາຄາທີ່ດິນ ໂຕຈິງນັ້ນ ຈຶ່ງເຮັດໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບດັ່ງກ່າວນີ້ ໄດ້ຮ້ອງຮຽນຕໍ່ ຄະນະປະຈໍາສະພາແຫ້ງຊາດລາວເປັນຈໍານວນຫຼາຍ ແລະຄະນະປະຈໍາສະພາ ແຫ່ງຊາດກໍໄດ້ສະເໜີການຮຽກຮ້ອງດັ່ງກ່າວຂອງປະຊາຊົນໄປເຖິງລັດຖະບານ ລາວ ເມື່ອບໍ່ນານມານີ້.

ເຊິ່ງຫຼ້າສຸດ, ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີກໍໂດ້ໃຫ້ການຢືນຢັນ ໃນການພົບປະກັບບັນດານັກທຸລະກິດລາວວ່າ ທ່ານໄດ້ມີຄໍາສັ່ງໄປເຖິງພາກສ່ວນ ທີ່ກ່ຽວຂ້ອງ ເພື່ອໃຫ້ດໍາເນີນການກວດກາສໍາປະທານທີ່ດິນທຸກໂຄງການໃນທົ່ວ ປະເທດແລ້ວ ໂດຍຖ້າຫາກກວດກາພົບວ່າເປັນການໄດ້ຮັບສໍາປະທານບໍ່ຖືກຕ້ອງ ຕາມກົດໝາຍ ຫຼືວ່າບໍ່ຈັດຕັ້ງປະຕິບັດຕາມສັນຍາການລົງທຶນຢ່າງແທ້ຈິງ ລວມ ເຖິງບັນດາໂຄງການທີ່ບໍ່ມີຄວາມຄືບໜ້າ ຫຼືບໍ່ມີການລົງທຶນຢ່າງແທ້ຈິງດ້ວຍນັ້ນ ກໍໃຫ້ດຳ​ເນີນ​ການຍົກເລີກສໍາປະທານໄດ້ໃນທັນທີ, ດັ່ງທີ່ ທ່ານສອນໄຊ ໄດ້ໃຫ້ ການຢືນຢັນວ່າ:

“ທຸກວຽກທີ່ພວກເຮົາກໍານົດຢູ່ໃນບັນດາມາດຕະການ ຫຼືວ່າການແກ້ໄຂບັນຫາ ຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ ນີ້, ກະແມ່ນທຸກພາກສ່ວນຈະ ຕ້ອງໄດ້ຮ່ວມມືກັນເຮັດ ອັນສໍາຄັນກະແມ່ນເບື້ອງລັດເຮົາກັບຜູ້ປະກອບການນີ້ ຕ້ອງເປັນຄູ່ຮ່ວມຍຸດທະສາດ ທຸລະກິດຊິຍືນຍົງນີ້ ກະແມ່ນເບື້ອງລັດເຮົາກໍຕ້ອງ ໄດ້ເບິ່ງ ສະໜັບສະໜຸນ-ດັດສົມ ຜູ້ທີ່ເຮັດແທ້ທໍາຈິງກໍແມ່ນສົ່ງເສີມ ຜູ້ໃດຈັບຈອງ ຊື່ໆບໍ່ເຮັດ ກໍຕ້ອງໄດ້ແກ້ໄຂ, ຜ່ານມານີ້ກະມີຫຼາຍ ສັນຍາສໍາປະທານຕ່າງໆນີ້ເຊັນ ໄປແລ້ວ ແຕ່ວ່າບໍ່ໄດ້ເຮັດກະມີຫຼາຍ, ແຕ່ຜູ້ຢາກເຮັດ ພັດບໍ່ມີດິນຊິພັດທະນາ ເຊິ່ງພາກລັດພວກເຮົາຈະໄດ້ພ້ອມກັນກວດກາຫັນກ້ຽວເຂົ້າຕື່ມ.”

ສ່ວນເຈົ້າໜ້າທີ່ກວດກາພັກ ແລະລັດຖະບານເປີດເຜີຍວ່າ ການອະນຸມັດສໍາ ປະທານທີ່ດິນທີ່ບໍ່ໂປ່ງໃສໂດຍບັນດາພະນັກງານລັດ ຍັງເຮັດໃຫ້ລັດຖະບານສູນ ເສຍລາຍຮັບໄປຢ່າງຫຼວງຫຼາຍອີກດ້ວຍ ຍ້ອນວ່າເປັນການອະນຸຍາດໃຫ້ສໍາປະ ທານທີ່ດິນທີ່ມີລັກສະນະປົກປິດຂໍ້ມູນໂຄງການ ເພື່ອຈະຫຼີກລ່ຽງການຊໍາລະຄ່າ ສໍາປະທານ ແລະພາສີອາກອນຕ່າງໆເປັນສໍາຄັນ.

ນອກຈາກນັ້ນ, ການສໍາຫຼວດສະພາບທີ່ດິນທີ່ດໍາເນີນການສໍາຫຼວດໂດຍກະຊວງ ຊັບພະຍາກອນ ແລະສິ່ງແວດລ້ອມທໍາມະຊາດໃນໄລຍະທີ່ຜ່ານມາກໍຍັງພົບວ່າ ມີທີ່ດິນຂອງປະຊາຊົນລາວທີ່ຕັ້ງຢູ່ໃນເຂດປ່າໄມ້ຈໍານວນເຖິງ 628,000 ຕອນ ແລະມີຫຼາຍກວ່າ 2,000 ບ້ານ ທີ່ຕັ້ງຢູ່ໃນເຂດສະຫງວນຕ່າງໆ ໃນຂະນະທີ່ທາງ ການລາວກໍຍັງບໍ່ມີແນວທາງທີ່ຈະແຈ້ງໃນການແກ້ໄຂບັນຫາດັ່ງກ່າວນີ້ ໂດຍທີ່ຜ່ານ ມາ ຈຶ່ງດໍາເນີນການໄດ້ພຽງການກວດກາ ແລະຍົກເລີກສໍາປະທານທີ່ດິນຕາມຄໍາ ສັ່ງຂອງນາຍົກລັດຖະມົນຕີເປັນກໍລະນີກໍລະນີໄປເທົ່ານັ້ນ, ດັ່ງທີ່ທ່ານນາງບຸນຄໍາ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນ ແລະສິ່ງແວດລ້ອມຖະແຫຼງຢືນ ຢັນວ່າ:

“ການກວດກາ ການເຊົ່າ-ສໍາປະທານທີ່ດິນ ລັດຖະບານກໍໄດ້ມີຄໍາສັ່ງໃຫ້ເລັ່ງກວດ ກາໂຄງການເປົ້າໝາຍ 438 ໂຄງການ ແລະໃນນັ້ນ ໄດ້ລາຍງານຕໍ່ກອງປະຊຸມ ສະພາແລ້ວ ກະໄດ້ມີການຕົກລົງການຍົກເລີກໂຄງການທີ່ບໍ່ມີປະສິດທິຜົນ, ປັດຈຸ ບັນນີ້ ແມ່ນໄດ້ຍົກເລີກໄປແລ້ວ 101 ໂຄງການ ແລະຍັງສືບຕໍ່ພິຈາລະນາກວດ ກາໂຄງການທີ່ເຫຼືອ ເພື່ອຍົກເລີກຕາມເງື່ອນໄຂ, ອັນນີ້ແມ່ນພວກເຮົາສືບຕໍ່ຊຸກຍູ້ ໃຫ້ ທ້ອງຖິ່ນ ແລະຂະແໜງການໃນການຕິດຕາມການຍົກເລີກສັນຍາໂຄງການ ທີ່ບໍ່ມີປະສິດທິຜົນນັ້ນ.”

ໃນນີ້, ການອະນຸຍາດສໍາປະທານທີ່ດິນໃນປີ 2022 ລັດຖະບານລາວມີລາຍຮັບ ພຽງ 648 ຕື້ກີບ ເຊິ່ງເທົ່າກັບ 13.04 ເປີເຊັນ ຂອງລາຍຮັບທັງໝົດຈາກຊັບສິນ ຂອງລັດ ໃນຂະນະທີ່ບັນດາບໍລິສັດທີ່ໄດ້ຮັບສໍາປະທານ ໄດ້ບຸກເບີກພື້ນທີ່ແລ້ວ 6 ແສນກວ່າເຮັກຕ້າ ຄິດເປັນ 5 ເປີເຊັນ ຂອງເນື້ອທີ່ສໍາປະທານທັງໝົດ 11 ລ້ານ ເຮັກຕ້າໃນ 2,223 ໂຄງການ, ແຕ່ເນື່ອງຈາກວ່າເປັນການອະນຸຍາດໂດຍອໍານາດ ປົກຄອງທ້ອງຖິ່ນຈໍານວນ​ເຖິງ 1,758 ໂຄງການ ຈຶ່ງເຮັດໃຫ້ມີບັນຫາຫຍຸ້ງຍາກ ຫຼາຍ ເພາະວ່າອໍານາດທ້ອງຖິ່ນບໍ່ໃຫ້ການຮ່ວມມືຢ່າງແທ້ຈິງ.

XS
SM
MD
LG