ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະບານລາວ ຈັດເກັບລາຍຮັບ ໄດ້ຕໍ່າກວ່າແຜນການທີ່ວາງໄວ້ ໃນປີ 2020 ຍ້ອນການລະບາດ ຂອງໂຄວິດ-19


ເງິນກີບລາວ.
ເງິນກີບລາວ.

ລັດຖະບານລາວຈັດເກັບລາຍຮັບໄດ້ຕໍ່າກວ່າແຜນການທີ່ວາງໄວ້ ໃນປີ 2020 ເພາະ
ຖືກກະທົບ ຈາກການລະບາດຂອງໄວຣັສ COVID-19 ເຮັດໃຫ້ລັດຖະບານລາວ ຂາດ
ງົບປະມານ ເພື່ອການລົງທຶນຢ່າງໜັກ ຊົງລິດ ໂພນເງິນ ມີ ລາຍງານຈາກບາງກອກ.

ທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການກະຊວງການເງິນ
ຖະແຫຼງຍອມຮັບວ່າ ການຈັດເກັບລາຍຮັບຂອງລັດຖະບານລາວໃນ ປີ 2020 ນີ້ ປະຕິ
ບັດໄດ້ຕໍ່າກວ່າເປົ້າໝາຍທີ່ວາງໄວ້ ຄິດເປັນມູນຄ່າເກີນກວ່າ 6,322 ຕື້ກີບ ເພາະຜົນກະ
ທົບຈາກການລະບາດຂອງພະຍາດໄວຣັສ COVID-19 ແລະພາຍໃຕ້ສະພາບການດັ່ງ
ກ່າວ ກໍຍັງເຮັດໃຫ້ລັດຖະບານລາວ ມີງົບປະມານ ຢ່າງຈຳກັດສຳລັບໃຊ້ຈ່າຍ ໃນບັນດາ
ໂຄງການພັດທະນາທີ່ລົງທຶືນ ໂດຍພາກລັດຖະບານອີກດ້ວຍ ດັ່ງທີ່ທ່ານສົມດີ ໄດ້ຖະ
ແຫຼງຢືນຢັນວ່າ:

“ລາຍຈ່າຍງົບປະມານທັງໝົດປະຕິບັດໄດ້ 17, 902 ຕື້່ກີບ ເທົ່າກັບ 54.18 ເປີເຊັນ
ຂອງແຜນດັດແກ້ປະກອບມີຂັ້ນສູນກາງ ປະຕິບັດໄດ້ 12,349 ຕືິ້ກີບ ເທົ່າກັບ 50,68 ເປີ
ເຊັນ ຂັ້ນທ້ອງຖິ່ນ ປະຕິບັດໄດ້ 5,554 ຕຶ້ກີບ ເທົ່າກັບ 64.02 ເປີເຊັນ ລາຍຈ່າຍເງິນບໍລິ
ຫານໄດ້ 12,673 ຕື້ກີບ ເທົ່າກັບ 59.11 ເປີເຊັນ ລາຍຈ່າຍເງິນລົງມທຶນທັງໝົດໄດ້
5,229 ຕື້ກີບ ເທົ່າກັບ 45.07 ເປີເຊັນ."

ທ່ານສົມດີ ຢືນຢັນດ້ວຍວ່າລັດຖະບານລາວຕ້ອງໄດ້ປັບລົດການລົງທຶນພາກລັດລົງ 50
ເປີເຊັນ ໃນແຜນການພັດທະນາເສດຖະກິດ-ສັງຄົມ ໃນປີ 2020 ເພາະວ່າການລະບາດ
ຂອງເຊື້ອໄວຣັສ COVID-19 ເຮັດໃຫ້ການຈັດເກັບ ລາຍຮັບຈາກພາສີອາກອນຕ່າງໆ
ບໍ່ໄດ້່ຕາມເປົ້າໝາຍທີ່ວາງໄວ້ ຈຶ່ງມ ງົບປະ ມານບໍ່ພຽງພໍກັບຄວາມຕ້ອງການໂຕຈິງ

ເຮັດໃຫ້ຕ້ອງໂຈະໂຄງການ ແລະ ເລື່ອນການຈັດຕັ້ງປະຕິບັດ ອອກໄປໃນປີ 2021 ໂດຍ
ໃຫ້ຍັງຄົງໄວ້ສະເພາະ ໂຄງການທີ່ສຳຄັນໆ ທີ່ເປັນການຮ່ວມມື ແລະໄດ້ຮັບການຊ່ວຍ
ເຫຼືອດ້ານເງິນ ທຶນຈາກຕ່າງປະເທດເທົ່ານັ້ນ.

ນອກຈາກນີ້ ການລະບາດຂອງເຊື້ອໄວຣັສ COVID-19 ກໍຍັງເຮັດໃຫ້ເສດຖະ ກິດລາວ
ເກີດການເສຍຫາຍ ຄິດເປັນມູນຄ່າຫຼາຍກວ່າ 7,000 ຕື້ກີບ ເພາະ ການປະກາດຄຳສັ່ງ
ເລກທີ່ 06 ຂອງນາຍົກລັດຖະມົນຕີ ວ່າດ້ວຍມາດຕະການ ສະກັດກັ້ນການລະບາດຂອງ
ເຊື້ອໄວຣັສ COVID-19 ທີ່ບັງຄັບໃຊ້ ນັບແຕ່ ວັນທີ 1 ເມສາ ເປັນຕົ້ນມາໄດ້ເຮັດໃຫ້ບໍ່ມີ
ນັກທ່່ອງທ່ຽວຊາວຕ່າງຊາດເດີນ ທາງເຂົ້າມາໃນລາວ ສ່ວນການປີດດ່ານຊາຍແດນໃນ
ທົ່ວປະເທດ ກໍຍັງໄດ້ສົ່ງ ຜົນກະທົບຕໍ່ການຄ້າ ແລະການຂົນສົ່ງສິນຄ້າລະຫວ່າງລາວ
ກັບຕ່າງປະເທດອີກ ດ້ວຍ ພາຍໃຕ້ສະພາບການດັ່ງກ່າວຍັງເຮັດໃຫ່້ລັດຖະບານລາວ
ຕ້ອງປັບລົດ ຄາດໝາຍການເຕີບໂຕທາງເສດຖະກິດ ຈາກລະດັບ 6.5 ເປີເຊັນ ລົງມາ
ເປັນ ລະຫວ່າງ 3.3 ເປີເຊັນ ຫາ 3.6 ເປີເຊັນ ໃນຕະຫຼອດປີ 2020 ນີ້.

ສ່່ວນກອງທຶນການເງິນສາກົນ (IMF) ກໍໄດ້ປັບລົດຄາດໝາຍການເຕີບໂຕທາງ ເສດ
ຖະກິດໃນລາວ ຈາກລະດັບ 6.2 ເປີເຊັນ ລົງມາເປັນ 0.7 ເປີເຊັນ ໃນປີ 2020 ທັງເປັນ
ຄາດໝາຍທີ່ຕໍ່າກວ່າພັດທະນາເອເຊຍ (ADB) ທີ່ປັບລົດຄາດ ໝາຍການຂະຫຍາຍ
ໂຕທາງເສດຖະກິດລາວຈາກ 6.2 ເປີເຊັນ ລົງມາເປັນ 3.5 ເປີເຊັນ ເພາະຖືກກະທົບ
ຈາກການລະບາດຂອງເຊື້ອໄວຣັສ COVID-19 ດັ່ງກ່າວ ທັ້ງນີ້ພາກບໍລິການ ແລະ
ທ່ອທ່ຽວພາກກະສິກຳ ແລະພາກອຸດສາ ຫະກຳ ຈະຂະຫຍາຍໂຕ 1.3 ເປີເຊັນ ກັບ
2.5 ເປີເຊັນ ແລະ 5.7 ເປີເຊັນ ຕາມລຳດັບ ສ່ວນການຂະຫຍາຍໂຕທາງເສດຖະກິດ
ທີ່ລະດັບ 3.6 ເປີເຊັນ ກໍຈະເຮັດໃຫ້ຜະລິດຕະພັນລວມມີມູນຄ່າ 175,720 ຕື້ກີບ.

ນອກຈາກນີ້້ ADB ຍັງໄດ້ຄາດການວ່າ ລັດຖະບານລາວຈະຕ້ອງຜະເຊີນກັບ ບັນຫາ
ຂາດດຸນບັນຊີເງິນຕາຕ່າງປະເທດເຖິງ 9.4 ເປີເຊັນ ຂອງ GDP ໃນປີ 2020 ຊຶ່ງຈະ
ເຮັດໃຫ້ທຶນສຳລອງເງິນຕາຕ່າງປະເທດຂອງລັດຖະບານລາວ ມີບໍ່ ເຖິງ 1000 ລ້ານ
ໂດລາສະຫະລັດ ຫຼືເທົ່າກັບການນຳເຂົ້າສິນຄ້າຕ່າງປະເທດ ໄດ້ບໍ່ເຖິງ 2 ເດືອນ ດ້ວຍ
ເຫດນີ້ ລັດຖະບານລາວຈຶ່ງໄດ້ມີມະຕິເຫັນຊອບ ແລະ ມອບໝາຍໃຫ້ກະຊວງການເງິນ
ເປັນພາກສ່ວນຮອບຜິດຊອບການເຈລະຈາກັບ ສະຖາບັນການເງິນສາກົນ ແລະປະ
ເທດເຈົ້າໜີ້ຂອງລາວ ເພື່ອຂໍເລື່ອນການຊຳ ລະໜີ້ ແລະ ດອກເບ້ຍເງິນກູ້ຢືມ ໃຫ້ເຈົ້າ
ໜີ້ ໃນປີ 2020 ເປັນກໍລະນີພິເສດ ສ່ວນລາຍຮັບ ສ່ວນໃຫຍ່ທີ່ໄດ້ຈາກການສົ່ງສີນຄ້າ
ອອກໄປຕ່າງປະເທດເປັນ ຫລັກ ດ້ວຍເຫດນີ້ ຈຶ່ງເຮັດໃຫ້ມີເງິນຕາຕ່າງປະເທດເຂົ້າມາ
ໃນລາວໃນມູນຄ່າ ສະເລ່ຍພຽງແຕ່ 103 ລ້ານໂດລາສະຫະລັດເທົ່ານັ້ນ ໃນແຕ່
ລະເດືອນ.

XS
SM
MD
LG