ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ລາວ ກູ້ຢືມສຸກເສີນ ຈາກທະນາ ຄານໂລກ 18 ລ້ານໂດລາ ສຳລັບໃຊ້ໃນການຕ້ານ COVID-19


ການລົງນາມໃນສັນຍາກູ້ຢືມເງິນທຶນສຸກເສີນໃນມູນຄ່າ 18 ລ້ານໂດລາລະຫວ່າງ ກະຊວງການເງິນຂອງ ລາວ ກັບ ທະນາຄານໂລກ ໄດ້ຈັດຂຶ້ນໃນວັນທີ 7 ເມສາ 2020 ທີ່ນະຄອນຫຼວງ ວຽງຈັນ
ການລົງນາມໃນສັນຍາກູ້ຢືມເງິນທຶນສຸກເສີນໃນມູນຄ່າ 18 ລ້ານໂດລາລະຫວ່າງ ກະຊວງການເງິນຂອງ ລາວ ກັບ ທະນາຄານໂລກ ໄດ້ຈັດຂຶ້ນໃນວັນທີ 7 ເມສາ 2020 ທີ່ນະຄອນຫຼວງ ວຽງຈັນ

ລັດຖະບານ ລາວ ກູ້ຢືມສຸກເສີນຈາກທະນາຄານໂລກ 18 ລ້ານໂດລາ ສຳລັບໃຊ້ໃນການດຳເນີນມາດຕະການຕ້ານການລະບາດຂອງເຊື້ອໄວຣັສ COVID-19 ທີ່ສົ່ງຜົນກະທົບຕໍ່ປະຊາຊົນ ລາວ ຢ່າງຮຸນແຮງ.

ການລົງນາມໃນສັນຍາກູ້ຢືມເງິນທຶນສຸກເສີນໃນມູນຄ່າ 18 ລ້ານໂດລາລະຫວ່າງ ກະຊວງການເງິນຂອງ ລາວ ກັບ ທະນາຄານໂລກ ໄດ້ຈັດຂຶ້ນໃນວັນທີ 7 ເມສາ 2020 ທີ່ນະຄອນຫຼວງ ວຽງຈັນ ໂດຍຈະນຳໃຊ້ເຂົ້າໃນການດຳເນີນມາດຕະການສຸກເສີນ ເພື່ອຕ້ານການແຜ່ລະບາດຂອງເຊື້ອໄວຣັສ COVID-19 ແລະ ຍົກລະດັບປະສິດທິພາບໃນການປະຕິບັດມາດຕະການດັ່ງກ່າວໃຫ້ສູງຂຶ້ນ ໂດຍສະເພາະແມ່ນໃນດ້ານການເຝົ້າລະວັງ ແລະ ການເພີ່ມຄວາມສາມາດໃນການຮັກສາຄົນປ່ວຍ COVID-19 ຂອງທີມແພດໃນ ລາວ ນັ້ນ ຖືເປັນວຽກງານເລັ່ງດ່ວນທີ່ສຸດ ເພາະຖ້າຫາກວ່າທາງ ການ ລາວ ສາມາດຄວບຄຸມ ແລະ ຢຸດການແຜ່ລະບາດຂອງເຊື້ອ COVID-19 ໄດ້ໄວກໍຍ່ອມຈະເປັນການຢຸດຜົນກະທົບຕໍ່ສະພາບຊີວິດການເປັນຢູ່ຂອງປະຊາຊົນ ແລະ ເສດຖະກິດໃນ ລາວ ດ້ວຍນັ້ນເອງ.

ທັງນີ້ທະນາຄານໂລກໄດ້ປະເມີນວ່າການແຜ່ລະບາດຂອງເຊື້ອ COVID-19 ຈະສົ່ງຜົນກະທົບເຮັດໃຫ້ເສດຖະກິດຂອງ ລາວ ໃນປີ 2020 ຂະຫຍາຍຕົວເພີ່ມຂຶ້ນໃນລະດັບ 3.6 ເປີເຊັນໃນກໍລະນີທີ່ການລະບາດບໍ່ຮ້າຍແຮງ ແລະ ທີ່ລະດັບ 2.2 ເປີເຊັນໃນກໍລະນີທີ່ການລະບາດຮ້າຍແຮງ ໂດຍພາກບໍລິການຈະຖືກກະທົບໜັກໜ່ວງທີ່ສຸດ ຊຶ່ງຖືວ່າເປັນການປະເມີນທີ່ໃກ້ຄຽງກັບທະນາຄານພັດທະນາເອເຊຍ (ADB) ທີ່ໃຫ້ການຄາດໝາຍວ່າເສດຖະກິດຂອງ ລາວ ໃນປີ 2020 ຈະຂະຫຍາຍ ຕົວທີ່ລະດັບ 3.5 ເປີເຊັນເທົ່ານັ້ນ.

ພາກບໍລິການຈະຖືກກະທົບໜັກໜ່ວງສຸດ ແລະ ຄາດວ່າຈະຂະຫຍາຍຕົວພຽງ 1.3 ເປີເຊັນເທົ່ານັ້ນ ສ່ວນພາກກະສິກຳ ແລະ ອຸດສາຫະກຳຈະຂະຫຍາຍຕົວເພີ່ມຂຶ້ນພຽງ 2.5 ເປີເຊັນ ແລະ 5.7 ເປີເຊັນຕາມລຳດັບຊຶ່ງຫຼຸດລົງເກືອບທຸກດ້ານ ເມື່ອທຽບໃສ່ປີ 2019 ທີ່ພາກກະສິກຳຂະຫຍາຍຕົວທີ່ລະດັບ 2.5 ເປີເຊັນເທົ່າກັນ ຂະນະທີ່ພາກອຸດສາຫະກຳຂະຫຍາຍຕົວ 7.1 ເປີເຊັນ ແລະ ພາກບໍລິການຂະຫຍາຍຕົວ 5 ເປີເຊັນ ສ່ວນລັດຖະບານ ລາວ ໄດ້ວາງເປົ້າໝາຍກ່ອນທີ່ຈະເກີດການແຜ່ລະບາດຂອງເຊື້ອ COVID-19 ໄວ້ທີ່ລະດັບ 2.8 ເປີເຊັນ ກັບ 8.3 ເປີເຊັນ ແລະ 6.7 ເປີເຊັນຕາມລຳດັບນັ້ນ ຈຶ່ງບໍ່ສາມາດທີ່ຈະເກີດຂຶ້ນໄດ້ຢ່າງແນ່ນອນແລ້ວນັ້ນເອງ.

ທາງດ້ານທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ-ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຖະແຫຼງວ່າ ລັດຖະບານ ລາວ ໄດ້ອອກມາດຕະການໃຫ້ການຊ່ວຍເຫຼືອຟື້ນຟູຫົວໜ່ວຍທຸລະກິດທີ່ຖືກກະທົບຈາກການແຜ່ລະບາດຂອງເຊື້ອ COVID-19 ແລ້ວໃນປັດຈຸບັນນີ້ ຊຶ່ງທີ່ສຳ ຄັນກໍຄືການຍົກເວັ້ນການເກັບອາກອນລາຍໄດ້ຈາກເງິນເດືອນຂອງຜູ້ອອກແຮງງານທັງໃນພາກລັດ ແລະ ເອກະຊົນທີ່ມີລາຍຮັບບໍ່ເກີນ 5 ລ້ານກີບ ໃນຊ່ວງເດືອນເມສາ-ມິຖຸນາ ການຍົກເວັ້ນການເກັບອາກອນລາຍໄດ້ຂອງຈຸນລະວິສາຫະກິດເປັນເວລາ 3​ເດືອນ, ການເລື່ອນຊຳລະພັນທະອາ ກອນຂອງທຸລະກິດບໍລິການ ແລະ ທ່ອງທ່ຽວ 3​ເດືອນ, ການຫຼຸດອັດຕາດອກເບ້ຍພື້ນຖານຂອງທະນາຄານ, ການເລື່ອນຊໍາລະໜີ້ເງິນກູ້ ແລະ ດອກເບ້ຍ ໃນໄລຍະ 3 ເດືອນເປັນຕົ້ນ ດັ່ງທີ່ທ່ານ ສອນໄຊ ໃຫ້ການຢືນຢັນວ່າ

“ຍົກເວັ້ນອາກອນລາຍໄດ້ຈຸລະວິສາຫະກິດທີ່ມີລາຍຮັບປະຈຳປີແຕ່ 50 ລ້ານກີບ ຫາ 400 ລ້ານກີບເປັນໄລຍະເວລາ 3 ເດືອນ ຍົກເວັ້ນພາສີອາກອນທຸກປະເພດສິນຄ້າທີ່ຕິດພັນກັບວຽກງານຕ້ານການລະບາດຂອງພະຍາດ COVID-19 ປັບຫຼຸດອັດຕາດອກເບ້ຍພື້ນຖານຂອງທະນາຄານກາງຈາກ 4 ເປີເຊັນມາເປັນ 3 ເປີເຊັນ, ອອກຈະໂຍບາຍຊຸກຍູ້ໃຫ້ທະນາຄານທຖລະກິດ ເພື່ອເລື່ອນເວລາຊໍາລະທັງຕົ້ນທຶນ ແລະ ດອກເບ້ຍ, ປັບຫຼຸດອັດດອກເບ້ຍ ແລະ ຄ່າທຳນຽບສະໜອງເງິນກູ້ບ້ວງໃໝ່ໃຫ້ແກ່ທຸລະກິດທີ່ໄດ້ຮັບຜົນກະທົບຕາມຄວາມເໝາະສົມ.”

ນອກຈາກນີ້ການລະບາດຂອງເຊື້ອ COVID-19 ກໍຍັງໄດ້ສົ່ງຜົນກະທົບຕໍ່ການຄ້າຕ່າງປະເທດຂອງ ລາວ ດ້ວຍ ດັ່ງຈະເຫັນໄດ້ຈາກການຄ້າຊາຍແດນລະຫວ່າງ ລາວ ກັບ ໄທ ໃນເດືອນມັງກອນ-ກຸມພາ 2020 ທີ່ຫຼຸດລົງຈາກຊ່ວງດຽວກັນໃນປີ 2019 ທີ່ອັດຕາສະເລ່ຍເຖິງ 10.79 ເປີເຊັນ ແລະ ຖ້າຫາກວ່າທາງການລາວ-ໄທ ສາມາດຄວບຄຸມການລະບາດຂອງເຊື້ອ COVID-19 ໄດ້ໃນກາງປີ 2020 ກໍເຮັດໃຫ້ຄາດໝາຍວ່າ ການຄ້າຊາຍແດນລະຫວ່າງ ລາວ-ໄທ ຕະຫຼອດປີ 2020 ຈະມີມູນຄ່າລວມ 176,210 ລ້ານບາດ ແລະ ໄທຈະໄດ້ປຽບດຸນການຄ້າຕໍ່ ລາວ ບໍ່ເກີນ 34,000 ລ້ານບາດ ໂດຍຫຼຸດລົງຈາກການຄ້າຊາຍແດນ ລາວ-ໄທ ໃນປີ 2019 ທີ່ມີມູນຄ່າ 197,520 ລ້ານບາດແຕ່ວ່າ ໄທ ຍັງໄດ້ດຸນການຄ້າຕໍ່ລາວ ໃນມູນຄ່າ 38,409 ລ້ານບາດ ຊຶ່ງຫຼຸດລົງເຖິງ 13 ເປີເຊັນ ເມື່ອທຽບກັບປີ 2018 ທີ່ຜ່ານມາ.

XS
SM
MD
LG