ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານ ລາວ ອະນຸຍາດ ໃຫ້ບໍລິສັດ ຈີນ ສຶກສາໂຄງການ ເຂດເສດຖະກິດພິເສດ ຄອນພະເພັງ-ດອນໂຂງ


ເຂດເສດຖະກິດພິເສດຄອນພະເພັງ-ດອນໂຂງຈະເປັນເຂດ
ເສດຖະກິດພິເສດຂະໜາດໃຫຍ່ທີ່ສຸດ ໃນ ລາວ ເພາະວ່າ
ຈະມີພື້ນທີ່ສຳປະທານກວ້າງກວ່າ 7,000 ເຮັກຕາ
ເຂດເສດຖະກິດພິເສດຄອນພະເພັງ-ດອນໂຂງຈະເປັນເຂດ ເສດຖະກິດພິເສດຂະໜາດໃຫຍ່ທີ່ສຸດ ໃນ ລາວ ເພາະວ່າ ຈະມີພື້ນທີ່ສຳປະທານກວ້າງກວ່າ 7,000 ເຮັກຕາ

ລັດຖະບານ ລາວ ອະນຸຍາດໃຫ້ບໍລິສັດ ຈີນ ສຶກສາຄວາມເປັນໄປໄດ້ຂອງໂຄງການ
ພັດທະນາເຂດເສດຖະກິດພິເສດ ຄອນພະເພັງ-ດອນໂຂງໃນແຂວງຈຳປາສັກ ທີ່ຈະ
ມີພື້ນທີ່ສຳປະທານກວ້າງກວ່າ 7,000 ເຮັກຕາ.

ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີ ແລະ ໂຄສົກຄະນະລັດຖະບານ ລາວ ຖະແຫຼງ
ຢືນຢັນວ່າ ກອງປະຊຸມເປີດກວ້າງຂອງລັດຖະບານ ລາວ ຄັ້ງທີ 1 ປະຈຳປີ 2017 ຊຶ່ງໄດ້
ຈັດຂຶ້ນຢ່າງເປັນທາງການໃນຊ່ວງເດືອນກັນຍາທີ່ຜ່ານມາໄດ້ມີມະຕິຕົກລົງທີ່ສຳຄັນປະ
ການນຶ່ງຄື ການອະນຸຍາດໃຫ້ບໍລິສັດເອກະຊົນ ຈີນ ເປັນຜູ້ຮັບຜິດຊອບໃນການສຶກສາ
ຄວາມເປັນໄປໄດ້ຂອງໂຄງການພັດທະນາເສດຖະກິດພິເສດຄອນພະເພັງ-ດອນໂຂງ
ຢູ່ໃນເຂດເມືອງໂຂງ ແຂວງຈຳປາສັກ ດັ່ງທີ່ທ່ານ ຈະເລີນ ໄດ້ຖະແຫຼງຢືນຢັນວ່າ.

"ກອງປະຊຸມນາຍົກ, ຮອງນາຍົກ ລັດຖະມົນຕີ ຮ່ວມກັບຂະແໜງການ ແລະ ທ້ອງຖິ່ນທີ່
ກ່ຽວຂ້ອງ ກໍໄດ້ປຶກສາຫາລື ພິຈາລະນາ ຊີ້ນຳຫຼາຍບັນຫາສຳຄັນຈຳນວນນຶ່ງທີ່ຮີບດ່ວນ
ເປັນຕົ້ນແມ່ນການສືບຕໍ່ຊີ້ນຳການຜັນຂະຫຍາຍມະຕິສະພາແຫ່ງຊາດ ວ່າດ້ວຍການພັດ
ທະນາເຂດເສດຖະກິດພິເສດຄອນພະເພັງ ແລະ ດອນໂຂງ ແລະ ອະນຸມັດບັນດາໂຄງ
ການລົງທຶນສຳຄັນຈຳນວນນຶ່ງອີກ."

ທັງນີ້ໂດຍກຸ່ມບໍລິສັດກວາງຕຸ້ງ-ແມ່ນໍ້າເຫຼືອງອຸດສາຫະກຳຈຳກັດ ຊຶ່ງເປັນຜູ້ໄດ້ຮັບອະນຸ
ຍາດໃນຄັ້ງນີ້ໄດ້ໃຫ້ການຢືນຢັນກັບທາງການແຂວງຈຳປາສັກວ່າ ການສຶກສາຄວາມ
ເປັນໄປໄດ້ຂອງໂຄງການທີ່ລວມເຖິງການກຳນົດເຂດ ແລະ ອອກແບບພັດທະນາເຂດ
ຕ່າງໆດ້ວຍນັ້ນຈະແລ້ວສຳເລັດສົມບູນພາຍໃນປີ 2018 ຕໍ່ຈາກນັ້ນກໍຈະເປັນການຂໍອະ
ນຸມັດສຳປະທານການລົງທຶນ ເພື່ອພັດທະນາໂຄງການດັ່ງກ່າວນີ້ຈາກລັດຖະບານ ລາວ
ຢ່າງເປັນທາງການ.

ໂດຍອີງຕາມແຜນການຂອງກຸ່ມບໍລິສັດກວາງຕຸ້ງ-ແມ່ນໍ້າເຫຼືອຈຳກັດ ກໍໄດ້ລະບຸວ່າ ເຂດ
ເສດຖະກິດພິເສດຄອນພະເພັງ-ດອນໂຂງຈະເປັນເຂດເສດຖະກິດພິເສດຂະໜາດໃຫຍ່
ທີ່ສຸດໃນ ລາວ ເພາະວ່າຈະມີພື້ນທີ່ສຳປະທານກວ້າງກວ່າ 7,000 ເຮັກຕາທີ່ຈະພັດທະ
ນາໃຫ້ເປັນເມືອງໃໝ່ທີ່ທັນສະໄໝທີ່ມີສິ່ງອຳນວຍຄວາມສະດວກ ແລະ ບໍລິການຕ່າງໆ
ຢ່າງຄົບຊຸດເຊັ່ນ ໂຮງແຮມ, ສູນການຄ້າ, ຮ້ານອາຫານ, ສະຖານບັນເທີງ ແລະ ກິດຈະ
ກຳຕ່າງໆທີ່ກ່ຽວຂ້ອງກັບການທ່ອງທ່ຽວ ທັງດ້ານສິລະປະ, ວັດທະນະທຳ, ປະຫວັດສາດ
ແລະ ທຳມະຊາດໃນແມ່ນໍ້າຂອງ ຊຶ່ງຄາດວ່າຈະຕ້ອງໃຊ້ເງິນລົງທຶນເຖິງ 10,000 ລ້ານ
ໂດລາ ໂດຍເຂດເມືອງໃໝ່ຈະຮອງຮັບພົນລະເມືອງໄດ້ເຖິງ 8 ແສນຄົນ ແລະ ຮອງຮັບ
ນັກທ່ອງທ່ຽວໄດ້ 1.2 ລ້ານກວ່າຄົນຕໍ່ປີ.

ທັງນີ້ລັດຖະບານ ລາວ ໄດ້ສ້າງຕັ້ງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະ
ເພາະແລ້ວ 12 ແຫ່ງ ໂດຍນອກຈາກເຂດເສດຖະກິດພິດເສດຄອນພະເພັງ-ດອນໂຂງ
ຍັງມີເຂດສະຫວັນ-ເຊໂນ, ເຂດສາມຫຼ່ຽມຄຳ, ເຂດບໍ່ເຕັນແດນງາມ, ເຂດອຸດສາຫະກຳ
ໂນນທອງ, ເຂດພູຂຽວ, ເຂດໄຊເສດຖາ, ເຂດບຶງທາດຫຼວງ, ເຂດດົງໂພສີ, ເຂດລ່ອງ
ແຖ່ງ-ວຽງຈັນ, ເຂດທ່າແຂກ ແລະ ເຂດຫຼວງພະບາງ ໂດຍມີ 351 ບໍລິສັດທີ່ລົງທຶນຢູ່ໃນ
ທັງ 12 ເຂດ ຄິດເປັນມູນຄ່າລວມຫຼາຍກວ່າ 8,000 ລ້ານໂດລາ ໃນນີ້ກໍໄດ້ມີການນຳ
ເງິນທຶນເຂົ້າມາໃນ ລາວ ແລ້ວ, 1,600 ລ້ານໂດລາ ຊຶ່ງໃນນີ້ເປັນການລົງທຶນຂອງບໍລິ
ສັດຈາກ ຈີນ 234 ລາຍ ຈຶ່ງຖືເປັນກຸ່ມລົງທຶນລາຍໃຫຍ່ທີ່ສຸດໃນ ລາວ ແລະ ມີການຈ້າງ
ງານຫຼາຍກວ່າ 22,000 ຕຳແໜ່ງ ນອກຈາກນັ້ນລັດຖະບານ ລາວ ຍັງວາງເປົ້າໝາຍຈະ
ສ້າງຕັ້ງເຂດເສດຖະກິດໃຫ້ໄດ້ເຖິງ 58 ແຫ່ງພາຍໃນ 2020 ອີກດ້ວຍ.

ທາງດ້ານທ່ານ ທອງໃສ ໄຊຍະວົງຄຳດີ ຫົວໜ້າເຂດເສດຖະກິດພິເສດ ສະຫວັນ-ເຊໂນ
ໄດ້ຢືນຢັນວ່າ ໃນປັດຈຸບັນມີ 90 ບໍລິສັດຕ່າງຊາດທີ່ລົງທຶນຢູ່ໃນເຂດເສດຖະກິດພິເສດ
ສະຫວັນ-ເຊໂນ ທີ່ສ່ວນໃຫຍ່ເປັນການລົງທຶນຈາກ ຍີ່ປຸ່ນ, ເກົາຫຼີໃຕ້, ມາເລເຊຍ ແລະ
ໄທ ຫາກແຕ່ກໍເຊື່ອວ່າຈະມີການລົງທຶນຈາກ ຈີນ ເພີ່ມຂຶ້ນ ເນື່ອງຈາກໄດ້ຈັດການພົບປະ
ເພື່ອໃຫ້ຂໍ້ມູນກັບນັກທຸລະກິດ ຈີນ ເພີ່ມຂຶ້ນຢ່າງຕໍ່ເນື່ອງນັ້ນເອງ.

ໂດຍເຂດເສດຖະກິດພິເສດ ສະຫວັນ-ເຊໂນ ໄດ້ຖືກແບ່ງເປັນ 4 ພື້ນທີ່ກໍຄືພື້ນທີ່ A ເປັນ
ສູນກາງການຄ້າ ແລະ ບໍລິການ ເຊັ່ນຮ້ານຄ້າປອດພາສີ, ໂຮງແຮມ ແລະ ຮ້ານອາຫານ.
ພື້ນທີ່ B ເປັນສູນຈັດສົ່ງ ແລະ ກະຈາຍສິນຄ້າ (Logistic). ພື້ນທີ່ C ເຂດອຸດສາຫະກຳ
ແລະ ພື້ນທີ່ D ເປັນເຂດທີ່ຢູ່ອາໄສ.

XS
SM
MD
LG