ລັດຖະບານລາວວາງເປົ້າໝາຍການຜະລິດເຂົ້າໃຫ້ໄດ້ສາມລ້ານແປດແສນໂຕນໃນປີ 2023 ຂະນະທີ່ຊາວກະສິກອນລາວຍັງຂາດແຄນທັງເງິນທຶນ ແລະ ເທັກນິກທັນສະໄໝໂດຍລັດຖະບານລາວໃຫ້ການຊ່ວຍເຫຼືອຢ່າງຈຳກັດ.
ນັກທຸລະກິດໃນສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວເປີດເຜີຍວ່າກະຊວງກະສິກຳ ແລະ ປ່າໄມ້ໄດ້ວາງເປົ້າໝາຍຈະຊຸກຍູ້ການຜະລິດເຂົ້າໃຫ້ໄດ້ໃນປະລິມານລວມ 3 ລ້ານ 8 ແສນໂຕນໃນປີ 2023 ໂດຍໃນນີ້ເປັນຜົນຜະລິດເຂົ້ານາປີ 3 ລ້ານ 2 ແສນກວ່າໂຕນ, ເຂົ້ານາແຊງກວ່າ 440,000 ໂຕນ, ເຂົ້າໄຮ່ 170,000 ໂຕນ ແລະ ຕອບສະໜອງການບໍລິໂພໃຫ້ກັບປະຊາຊົນ ລາວ ໄດ້ທີ່ປະລິມານສະເລ່ຍ 260 ກິໂລກຣາມຕໍ່ຄົນຕໍ່ປີ ຊຶ່ງຖ້າຫາກວ່າສາມາດຈັດຕັ້ງປະຕິບັດໄດ້ແທ້ ກໍຈະເຮັດໃຫ້ລາວມີຜົນຜະລິດເຂົ້າເປັນສິນຄ້າສົ່ງອອກໄປຕ່າງປະເທດໃນປະລິມານລວມເຖິງ 1 ລ້ານ 7 ແສນໂຕນໃນປີ 2023 ນີ້ ແຕ່ວ່າກໍຄົງຈະເປັນໄປໄດ້ຍາກ ເພາະສະມັດຕະພາບການຜະລິດເຂົ້າຂອງຊາວກະສິກອນລາວຍັງຕ່ຳຫຼາຍໂດຍເຫັນໄດ້ຈາກການເພີ່ມຜົນຜະລິດດ້ວຍການເພີ່ມຂຶ້ນທີ່ເປັນດ້ານຫຼັກເນື່ອງຈາກວ່າກະສິກອນລາວຍັງຂາດແຄນທັງເງິນທຶນ ແລະ ເທັກນິກທີ່ທັນສະໄໝໃນຂະນະທີ່ລັດຖະບານ ລາວ ກໍໃຫ້ການຊ່ວຍເຫຼືອໄດ້ຢ່າງຈຳກັດດັ່ງທີ່ນັກທຸລະກິດລາວໃຫ້ການຢືນຢັນວ່າ
“ສະມັດຕະພາບປີນີ້ຖືວ່າຫຼຸດບໍ່ໄດ້ຕາມແຜນເນະ ກະຖືວ່າເນື່ອທີ່ລະແມ່ນລື່ນແຜນ ແຕ່ວ່າຜົນຜະລິດກະຫຼຸດເນາະ ສາເຫດກະຄືເຮົາຮູ້ນຳກັນຫັ້ນແຫຼະ ເບື້ອງຕົ້ນກະຖືວ່າສະພາບອາກາດກະຖືກວ່າໜາວເນາະ ຊ່ວງເຂົ້າກຳລັງມີການເລີ່ມເຕີບໂຕໜາວກະໜີບເຂົ້າຫຼາຍ ກະເຮັດໃຫ້ມັນບໍ່ແຕກກໍ ແລະ ຫຼັງຈາກນັ້ນມັນປ່ຽນອາກາດໜາວມາເປັນຮ້ອນ ກະຖືວ່າເຮັດໃຫ້ມັນແຫ້ງແລ້ງ. ອັນທີສອງກະເວົ້າເລື່ອງຕົ້ນທຶນຂອງຊາວກະສິກອນຫັ້ນແຫຼະ ຄືເຮົາຮູ້ນຳກັນກ່ຽວກັບລາຄາປຸຍ ເຂົາເຈົ້າຈະຫຼຸດອັດຕາລົງເຮັດໃຫ້ສະມັດຕະພາບມັນກະບໍ່ໄດ້ຕາມທີ່ຄາດໝາຍ.”
ສ່ວນຜູ້ປະສານງານເຄືອຂ່າຍອົງການອະນຸລັກຊັບພະຍາກອນທຳມະຊາດໃນລຸ່ມນ້ຳຂອງຢືນຢັນວ່າການເຜົາປ່າໄມ້ເພື່ອບຸກເບີກພື້ນທີ່ສຳລັບການປູກພືດຊະນິດຕ່າງໆໃນລາວເພື່ອເພີ່ມການສົ່ງອອກໄປປະເທດຈີນຫຼາຍຂຶ້ນຍັງຖືເປັນສາເຫດທີ່ສຳຄັນທີ່ຈະເຮັດໃຫ້ລາວສູນເສຍພື້ນທີ່ປ່າໄມ້ເພີ່ມຂຶ້ນນັບມື້ເນື່ອງຈາກວ່າກະສິກອນລາວສ່ວນໃຫຍ່ບໍ່ມີທັງເງິນທຶນ ແລະ ເທັກໂນໂລຈີການຜະລິດທີ່ທັນສະໄໝຫາກແຕ່ວ່າຕ້ອງການຈະເພີ່ມການຜະລິດເພື່ອສົ່ງອອກໄປ ຈີນ ດັ່ງກ່າວ ຈຶ່ງມີພຽງການຂະຫຍາຍພື້ນທີ່ປູກພືດໃຫ້ກວ້າງຂຶ້ນດ້ວຍການລັກລອບຈູດປ່າໄມ້ທີ່ຄິດເປັນເນື້ອທີ່ສະເລ່ຍ 210,000 ເຮັກຕາຕໍ່ປີໃນໄລຍະ 4 ປີຜ່ານມາໂດຍສະເພາະແມ່ນໃນເຂດ 8 ແຂວງພາກເໜືອຂອງລາວຊຶ່ງພື້ນທີ່ສ່ວນໃຫຍ່ເປັນເຂດສຳປະທານຂອງບັນດາບໍລິສັດຈາກຈີນກໍຄືເຂດທີ່ມີການລັກລອບເຜົາປ່າເພື່ອບຸກເບີກພື້ນທີ່ປູກພືດຫຼາຍທີ່ສຸດ ແລະ ຍັງຈະມີການລັກລອບເຜົາປ່າໄມ້ເພີ່ມຂຶ້ນອີກ ຖ້າຫາກວ່າທາງການລາວຍັງບໍ່ສາມາດໃຫ້ການຊ່ວຍເຫຼືອຊາວກະສິກອນລາວ ເພື່ອຍົກລະດັບສະມັດຕະພາບການຜະລິດໃຫ້ສູງຂຶ້ນໄດ້ຢ່າງແທ້ຈິງ.
ໂດຍຜ່ານມາລັດຖະບານລາວກໍໄດ້ຈັດຕັ້ງປະຕິບັດນະໂຍບາຍສົ່ງເສີມການລົງທຶນໃນຮູບແບບ 2 ບວກ 3 ກໍຄືກະສິກອນລາວເປັນແຮງງານ ແລະ ທີິ່ດິນ ສ່ວນນັກທຸລະກິດ ຈີນ ເປັນເງິນລົງທຶນ-ເທັກນິກການຜະລິດ ແລະ ຕະຫຼາດຮອງຮັບຜົນຜະລິດນັ້ນກໍຍັງຖືວ່າສາມາດຈັດຕັ້ງປະຕິບັດໄດ້ຢ່າງຈຳກັດເຊັ່ນດຽວກັນ ເພາະວ່າກະສິກອນລາວຍັງບໍ່ຕື່ມຕົວກັບຮູບແບບດັ່ງກ່າວ ຈຶ່ງມີພຽງນັກທຸລະກິດຈີນທີ່ເປັນຝ່າຍເຂົ້າຫາກະສິກອນລາວເລື້ອຍມາເພາະມອງເຫັນຜົນປະໂຫຍດທີ່ຈະໄດ້ຮັບຢ່າງຄຸ້ມຄ່າ ດັ່ງຜູ້ປະສານງານເຄືອຂ່າຍຢືນຢັນວ່າ
“ແຜນພັດທະນາແມ່ນອີງໃສ່ທ່າແຮງທາງດ້ານຕະຫຼາດລະເອົາຜູ້ປະກອບການມາສົມທົບຜູ້ປະກອບການນີ້ໄປໄວຫຼາຍໂດຍສະເພາະແມ່ນັກລົງທຶນຕ່າງປະເທດເຫັນທ່າແຮງເຮົາເຊັນກັບບັນດາປະເທດທີ່ເພິ່ນກະສິເຂົ້າມາປະສານສົມທົບກັບແຂວງ, ເມືອງ ແລະ ປະຊາຊົນ ດຽວນີ້ຮູບແບບຫຼັກໆລະແມ່ນ 2 ບວກ 3 ນັກລົງທຶນມີຕະຫຼາດ, ທຶນຮອນ, ເທັກນິກ, ປະຊາຊົນມີແຮງງານ, ມີພື້ນທີ່ ໂຕນີ້ພວກເຮົາຈັດຕັ້ງຖືວ່າຫຼາຍທີ່ສຸດແມ່ນໂຕນີ້.”
ລັດຖະບານລາວຄາດວ່າຈະສົ່ງອອກສິຄ້າກະສິກຳໄປຕ່າງປະເທດໄດ້ໃນມູນຄ່າ 1,200 ກວ່າລ້ານໂດລາໃນປີ 2023 ໃນນີ້ເປັນການສົ່ງອອກພືດຕ່າງໆມູນຄ່າ 1,000 ລ້ານໂດລາ ແລະ ສົ່ງອອກສັດປີກ, ງົວ, ຄວາຍ, ໃນມູນຄ່າ 200 ກວ່າລ້ານໂດລາ ໃນນີ້ເປັນການສົ່ງອອກໄປຈີນ 80 ເປີເຊັນທີ່ເປັນໂຄຕ້າພິເສດທີ່ລັດຖະບານ ຈີນ ອະນຸຍາດໃຫ້ນຳເຂົ້າຈາກລາວ 16 ຊະນິດ ແລະ ໃນປີ 2023 ລັດຖະບານລາວຫວັງວ່າລັດຖະບານ ຈີນ ຈະເພີ່ມໂຄຕ້າໃຫ້ອີກເຖິງ 91 ຊະນິດພືດ.