ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະບານລາວເຫັນດີ ໃນທາງຫຼັກການ ໃຫ້ປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າ ສໍາລັບແຮງງານໃນລາວ


ພະນັກງານທີ່ໂຮງງານເຟີນິເຈີ້ໄມ້ແຫ່ງນຶ່ງ.
ພະນັກງານທີ່ໂຮງງານເຟີນິເຈີ້ໄມ້ແຫ່ງນຶ່ງ.

ລັດຖະບານລາວເຫັນດີໃນຫຼັກການໃຫ້ປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າສໍາລັບແຮງງານໃນລາວ ແຕ່ວ່າກໍຍັງບໍ່ມີກໍານົດເວລາທີ່ແນ່ນອນ ໃນຂະນະທີ່ພາກເອກະຊົນເຫັນດີໃຫ້ປັບຂຶ້ນໃນເດືອນພຶດສະພາ 2023, ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກ ບາງກອກ.

ທ່ານນາງທິບພະກອນ ຈັນທະວົງສາ, ໂຄສົກລັດຖະບານລາວຖະແຫຼງວ່າ ກອງປະຊຸມປະຈໍາເດືອນເມສາ 2022 ຂອງຄະນະລັດຖະບານລາວ ໂດຍມີ ທ່ານພັນຄໍາ ວິພາວັນ ນາຍົກລັດຖະມົນຕີເປັນປະທານໃນກອງປະຊຸມນັ້ນ ໄດ້ມີມະຕິເຫັນດີໃນຫຼັກການໃຫ້ປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າສໍາລັບແຮງງານໃນລາວຕາມການສະເໜີຂອງສະຫະພັນກໍາມະບານລາວ ຫາກແຕ່ມະຕິດັ່ງກ່າວນີ້ກໍຍັງບໍ່ທັນໄດ້ກໍານົດວ່າຈະປັບຂຶ້ນເທົ່າໃດ ແລະມີຜົນມື້ໃດ ໂດຍໄດ້ມອບໝາຍໃຫ້ເປັນ ຄວາມຮັບຜິດຊອບຂອງຄະນະກໍາມະການສາມຝ່າຍດ້ານແຮງງານ ກໍຄືສະຫະ ພັນກໍາມະບານລາວ, ກະຊວງແຮງງານ ແລະສະຫວັດດີການສັງຄົມ, ສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດລາວ ເພື່ອຮ່ວມກັນກໍານົດອັດຕາຄ່າຈ້າງ ແລະຊ່ວງເວລາທີ່ຈະໃຫ້ເລີ້ມມີຜົນບັງຄັບໃຊ້ ເພື່ອນໍາສະເໜີຕໍ່ກອງປະຊຸມຄະນະລັດຖະບານລາວໃນເດືອນພຶດສະພາ 2022 ນີ້, ດັ່ງທີ່ທ່ານນາງທິບພະກອນ ໄດ້ຖະແຫຼງຢືນຢັນວ່າ:

“ກອງປະຊຸມໄດ້ເຫັນດີດ້ານຫຼັກການ ໃຫ້ມີການປັບຄ່າແຮງງານຂັ້ນຕໍ່າໃໝ່ ໃຫ້ກະຊວງແຮງງານ ແລະສະຫວັດດີການສັງຄົມ ປຶກສາກັບສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດ ຜູ້ປະກອບການ ແລະຫົວໜ່ວຍທຸລະກິດ ທີ່ມີການໃຊ້ແຮງງານຈໍານວນຫຼວງຫຼາຍຕື່ມອີກກ່ຽວກັບອັດຕາຄ່າແຮງງານຂັ້ນຕໍ່າໃໝ່ ແລະກໍານົດເວລາເລີ້ມຕົ້ນຈັດຕັ້ງປະຕິບັດເພື່ອຄວາມເປັນເອກະພາບ ຈາກນັ້ນນໍາໄປລາຍງານກອງປະຊຸມສູນກາງ ໃນເດືອນພຶດສະພາ 2022 ເພື່ອຂໍການຊີ້ນໍາ ເພື່ອຮັບປະກັນໃຫ້ສາມາດຈັດຕັ້ງປະຕິບັດໄດ້ໃນຕໍ່ໜ້າ.”

ທັງນີ້ ໂດຍກອງປະຊຸມຄະນະກໍາມະການຮ່ວມສາມຝ່າຍດ້ານແຮງງານໃນລາວເມື່ອເດືອນມີນາ 2022 ແມ່ນຍັງບໍ່ສາມາດຕົກລົງກັນໄດ້ ກ່ຽວກັບການປັບຂຶ້ນອັດຕາຄ່າຈ້າງແຮງງານຂັ້ນຕໍ່າຍ້ອນຜົນກະທົບຈາກການລະບາດພະບາດໄວຣັສໂຄວິດ-19 ເຮັດໃຫເພາກທຸລະກິດເອກະຊົນໃນລາວມີລາຍໄດ້ຕົກຕໍ່າລົງເປັນເວລາກວ່າ 2 ມາແລ້ວ ຈຶ່ງບໍ່ມີເງິນທຶນທີ່ຈະນໍາໃຊ້ເຂົ້າໃນການຟື້ນຟູກິດຈະການຂອງພວກຕົນດ້ວຍນັ້ນ ຈຶ່ງເຮັດໃຫ້ຕ້ອງເລື່ອນການພິຈາລະນາກ່ຽວກັບການປັບຂຶ້ນຄ່າຈ້າງຂັ້ນຕໍ່າ ອອກໄປຈົນເຖິງເດືອນພຶດສະພາ 2023.

ກ່ອນໜ້ານີ້ ທ່ານພອນສານ ວິໄລມິ່ງ, ຮອງປະທານສະຫະພັນກໍາມະບານລາວຖະແຫຼງຢືນຢັນວ່າ ວາລະສໍາຄັນຄະນະກໍາມະການສາມຝ່າຍ ເມື່ອເດືອນມີນາ 2022 ກໍຄືການພິຈາລະນາກ່ຽວກັບການປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າສໍາລັບຜູ້ອອກແຮງງານໃນລາວເພື່ອໃຫ້ສອດຄ່ອງກັບລະດັບຄ່າຄອງຊີບທີ່ປັບໂຕສູງຂຶ້ນໃນປັດຈຸບັນ ເຊິ່ງສະຫະພັນກໍາມະບານລາວເຫັນສົມຄວນທີ່ຈະຕ້ອງມີການປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າຈາກ 1 ລ້ານ 1 ແສນກີບມາເປັນ 1 ລ້ານ 5 ແສນກີບຕໍ່ເດືອນ ຫາກແຕ່ວ່າການສະເໜີດັ່ງກ່າວກໍຍັງບໍ່ມີຜົນໃນການປະຕິບັດໂຕຈິງ ເພາະວ່າບໍ່ໄດ້ຮັບການເຫັນດີຈາກຄະນະກໍາມະການຮ່ວມສາມຝ່າຍດ້ານແຮງງານດັ່ງກ່າວ ສ່ວນການລະບາດພະຍາດໄວຣັສໂຄວິດ-19 ກໍສາມາດເຮັດໃຫ້ຊ່ວຍເຫຼືອແຮງງານລາວໄດ້ຢ່າງຈໍາກັດອີກດ້ວຍ ເຊິ່ງເຫັນໄດ້ຈາກການຂັດແຍ້ງດ້ານແຮງງານ 23 ກໍລະນີທີ່ສາມາດແກ້ໄຂໄດ້ 16 ກໍລະນີ ແລະສ້າງສັນຍາຈ້າງງານໄດ້ພຽງ 311 ສັນຍາ ໃນນີ້ແບ່ງເປັນສັນຍາບຸກຄົນ 280 ສັນຍາ ແລະສັນຍາລວມໝູ່ພຽງ 31 ສັນຍາເທົ່ານັ້ນໃນຮອບ 12 ເດືອນທີ່ຜ່ານມາ.

ທັງນີ້ ໂດຍຄະນະກໍາມະການສາມຝ່າຍ ບໍ່ໄດ້ມີການພິຈາລະນາເພື່ອປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າອີກເລີຍນັບແຕ່ວັນທີ 1 ພຶດສະພາ 2018 ກໍຄືວັນທີ່ໄດ້ມີການປັບຂຶ້ນອັດຕາຄ່າຈ້າງຂັ້ນຕໍ່າຈາກ 9 ແສນກີບ ເປັນ 1 ລ້ານ 1 ແສນກີບຕໍ່ເດືອນເປັນຕົ້ນມາ ໃນຂະນະທີ່ຄ່າເງິນກີບປັບໂຕຫຼຸດລົງທຸກປີ ແລະລາຄາສິນ ຄ້າກໍປັບໂຕສູງຂຶ້ນຢ່າງຕໍ່ເນື່ອງ ລວມທັງປະຊາຊົນ ແລະແຮງງານໃນລາວກໍຍັງຕ້ອງປະເຊີນກັບສະພາວະເງິນເຟີ້ທີ່ເພີ້ມຂຶ້ນທຸກປີດ້ວຍນັ້ນ ຈຶ່ງເຮັດໃຫ້ແຮງງານສ່ວນໃຫຍ່ເດີນທາງໄປທໍາງານໃນປະເທດໄທທີ່ມີຄ່າຈ້າງສູງກວ່າໃນລາວ ຫາກແຕ່ດ້ວຍການລະບາດຂອງພະຍາດໄວຣັສໂຄວິດ-19 ນັບຈາກປີ 2020 ເປັນ ຕົ້ນມາ ຍັງເຮັດໃຫ້ມີການເລີກຈ້າງແຮງງານລາວໃນໄທ ແລະເປັນຜູ້ຫວ່າງງານກຸ່ມໃຫຍ່ທີ່ສຸດໃນລາວໃນປັດຈຸບັນນີ້.

ທາງດ້ານຜູ້ປະສານງານຂອງອົງການແຮງງານສາກົນ ຫຼື ILO ເປີດເຜີຍວ່າ ການຫວ່າງງານໃນລາວ ມີທ່າອ່ຽງຈະກາຍເປັນບັນຫາທີ່ຮຸນແຮງເພີ້ມຂຶ້ນນັບມື້ ເພາະບໍ່ພຽງແຕ່ແຮງງານທີ່ຖືກເລີກຈ້າງໃນລາວທີ່ມີຈໍານວນເກີນ 4 ແສນຄົນເທົ່ານັ້ນ ແຕ່ຍັງມີແຮງງານລາວອີກຫຼາຍກວ່າ 6 ແສນຄົນທີ່ຖືກເລີກຈ້າງໃນໄທ ແລະເດີນທາງກັບມາລາວ ໝາຍຄວາມວ່າ ລາວມີຄົນຫວ່າງງານເພີ້ມຂຶ້ນກວ່າ 1 ລ້ານຄົນ ໂດຍເມື່ອປະກອບກັບການພັດທະນາຄຸນນະພາບຝີມືແຮງງານກໍບໍ່ສາມາດຈັດຕັ້ງປະຕິບັດໄດ້ ຕາມແຜນການທີ່ວາງໄວ້ ຈຶ່ງເຮັດໃຫ້ອັດຕາການຫວ່າງງານໃນລາວເພີ້ມຂຶ້ນຈາກ 7 ເປີເຊັນໃນປີ 2020 ມາເປັນເກີນກວ່າ 25 ເປີເຊັນໃນປັດຈຸບັນນີ້.

XS
SM
MD
LG