ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານລາວ ໄດ້ເລັ່ງສົ່ງເສີມການລົງທຶນເຂົ້າໃນການພັດທະນາເທັກໂນໂລຈີດ້ານຂໍ້ມູນ-ຂ່າວສານ


ພິທີເປີດການທົດລອງນໍາໃຊ້ລະບົບ 5G ຂອງບໍລິສັດໂທລະຄົມມະນາຄົມລາວ.
ພິທີເປີດການທົດລອງນໍາໃຊ້ລະບົບ 5G ຂອງບໍລິສັດໂທລະຄົມມະນາຄົມລາວ.

ລັດຖະບານລາວ ໄດ້ເລັ່ງສົ່ງເສີມການລົງທຶນເຂົ້າໃນການພັດທະນາເທັກໂນໂລຈີດ້ານຂໍ້ມູນ-ຂ່າວສານ ເພື່ອຮອງຮັບເປົ້າໝາຍການພັດທະນາເສດຖະກິດລາວໄປສູ່ລະບົບດິຈິຕອລ ໃຫ້ໄດ້ໂດຍພື້ນຖານໃນປີ 2025. ຊົງຣິດ ໂພນເງິນ ມີລາຍ ງານເລື້ອງນີ້ ຈາກບາງກອກ.

ທ່ານບໍ່ວຽງຄໍາ ວົງດາຣາ ລັດຖະມົນຕີກະຊວງໂທ​ລະຄົມມະນາຄົມ ແລະການສື່ສານຖະແຫຼງຢືນຢັນວ່າ ລັດຖະບານລາວໄດ້ເລັ່ງສົ່ງເສີມການລົງທຶນຂອງພາກເອກະຊົນລາວ ແລະຕ່າງປະເທດ ເພື່ອປະກອບສ່ວນເຂົ້າໃນການພັດທະນາເທັກໂນໂລຈີດ້ານຂໍ້ມູນ-ຂ່າວສານ ໃຫ້ເພີ້ມຂຶ້ນຢ່າງຕໍ່ເນື່ອງ ແລະເພື່ອໃຫ້ຮອງຮັບເປົ້າໝາຍການພັດທະນາເສດຖະກິດລາວ ໄປສູ່ລະບົບດິຈິຕອລໃຫ້ໄດ້ໂດຍພື້ນຖານພາຍໃນປີ 2025 ໂດຍໃນໄລຍະຜ່ານມາກໍໄດ້ມີການພັດທະນາລະບົບພື້ນຖານໂຄງລ່າງ ເພື່ອຮອງຮັບເປົ້າໝາຍດັ່ງກ່າວໄດ້ໃນຫຼາຍພາກສ່ວນແລ້ວ ດ້ວຍການຊ່ວຍເຫຼືອຈາກລັດຖະບານ ຈີນ, ດັ່ງທີ່ທ່ານບໍ່ວຽງຄໍາ ໄດ້ໃຫ້ການຢືນຢັນວ່າ:

“ໄດ້ສໍາເລັດການສ້າງສູນສະກັດກັ້ນ ແລະແກ້ໄຂເຫດສຸກເສີນທາງດ້ານຄອມພິວເຕີ້ ເພື່ອສະກັດກັ້ນ ແລະປ້ອງກັນໄພຄຸກຄາມທາງດ້ານໄຊເບີ້ ແລະອິນເຕີເນັດ, ໄດ້ສໍາເລັດສ້າງ ແລະໃຫ້ບໍລິການສູນຂໍ້ມູນດິຈິຕອລ ແກ່ພາກລັດ ແລະເອກະຊົນທີ່ມີຄວາມປອດໄພສູງ, ສໍາເລັດການສ້າງລະບົບຫ້ອງການທີ່ທັນສະໄໝ ແລະຫໍປະຊຸມທາງໄກ, ແລະໄດ້ສໍາເລັດສູນຮຽນຮູ້ການນໍາໃຊ້ເທັກໂນໂລຈີການສື່ສານຂໍ້ມູນ-ຂ່າວສານ, ສໍາເລັດການສ້າງສະຖານີກວດກາຄື້ນຄວາມຖີ່ວິທະຍຸສື່ສານ ແລະອະນຸຍາດໃຫ້ບັນດາບໍລິສັດໂທລະຄົມຕ່າງໆທົດລອງນໍາໃຊ້ລະບົບ 5G.”

ທາງດ້ານ ທ່ານລິນຄໍາ ດວງສະຫວັນ, ປະທານຄະນະກໍາມາທິການເສດຖະກິດເທັກໂນໂລຈີ ແລະສິ່ງແວດລ້ອມຂອງສະພາແຫ່ງຊາດລາວ ຖະແຫຼງວ່າ ແຜນ ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 ທີ່ຈັດຕັ້ງປະຕິບັດໃນຊ່ວງປີ 2021-2025 ໄດ້ວາງເປົ້າໝາຍໄວ້ຢ່າງແຈ່ງແຈ້ງວ່າ ຈະພັດທະນາເສດຖະກິດລາວໄປສູ່ລະບົບດິຈິຕອລໃຫ້ໄດ້ໃນປີ 2025, ຫາກແຕ່ວ່າ ການທີ່ຈະສາມາດຈັດຕັ້ງປະຕິບັດໄດ້ແທ້ກໍບໍ່ແມ່ນເລື້ອງງ່າຍ ເພາະວ່າລັດຖະບານລາວຍັງຂາດແຄນທັງໃນດ້ານເງິນທຶນ ດ້ານບຸກຄະລາກອນ ແລະເທັກໂນໂລຈີທີ່ທັນສະໄໝ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດໂຕຈິງດໍາເນີນໄປຢ່າງຊັກຊ້າ ໂດຍເຫັນໄດ້ຈາກການນໍາໃຊ້ອິນເຕີເນັດຄວາມໄວສູງ 4G-5G ທີ່ສາມາດໃຊ້ບໍລິການໄດ້ສະເພາະຢູ່ໃນເຂດຕົວເມືອງເທົ່ານັ້ນ.

ສ່ວນຜູ້ຊ່ຽວຊານດ້ານການລົງທຶນຂອງຕ່າງປະເທດໃນລາວ ບອກວ່າ ການຊໍາລະສິນຄ້າ ແລະບໍລິການຕ່າງໆດ້ວຍລະບົບອິເລັກໂທຣນິກຂອງລາວໃນປັດຈຸບັນ ສາ ມາດດໍາເນີນການໄດ້ສະເພາະພາຍໃນລາວເທົ່ານັ້ນ ສ່ວນການຊໍາລະລາຄາສິນຄ້າ ແລະບໍລິການທີ່ເປັນການພົວພັນກັບຕ່າງປະເທດ ຍັງຕ້ອງໃຊ້ບໍລິການໂອນເງິນຜ່ານລະບົບ Swift ຂອງທະນາຄານໃນລາວ ທີ່ມີການເຊື່ອມຕໍ່ກັບລະບົບຂອງທະນາຄານໃນຕ່າງປະເທດເລື້ອຍມາ ເຊິ່ງເຮັດໃຫ້ເກີດບັນຫາຊັກຊ້າໃນການດໍາເນີນທຸລະກິດຫຼາຍສົມຄວນ ໃນຂະນະທີ່ການແກ້ໄຂບັນຫາດັ່ງກ່າວ ກໍດໍາເນີນໄປຢ່າງຊັກຊ້າ ເພາະວ່າຍັງຢູ່ໃນຂັ້ນຂອງການກະກຽມຮ່າງກົດໝາຍເທົ່ານັ້ນໃນປັດຈຸບັນນີ້ ຈື່ງຈະຕ້ອງເລັ່ງດໍາເນີນການໃຫ້ແລ້ວ ເພື່ອນໍາສະເໜີໃຫ້ສະພາແຫ່ງຊາດລາວຮັບຮອງ ແລະປະກາດບັງຄັບໃຊ້ໃຫ້ໄວທີ່ສຸດ ຈຶ່ງຈະເຮັດໃຫ້ເສດຖະກິດດິຈິຕອລໃນລາວເປັນຈິງ.

ແຕ່ຢ່າງໃດກໍຕາມ ລັດຖະບານລາວກໍຄາດຫວັງວ່າ ການຮ່ວມມືໃກ້ຊິດກັບລັດຖະ ບານຈີນທີ່ໃຫ້ການຊ່ວຍເຫຼືອລາວຫຼາຍທີ່ສຸດ ທັງໃນດ້ານເງິນທຶນແລະເທັກໂນໂລຈີການສື່ສານທີ່ທັນສະໄໝນັ້ນ ຈະເຮັດໃຫ້ການພັດທະນາ ແລະການນໍາໃຊ້ລະບົບດິຈິຕອລໃນພາກທຸລະກິດຕ່າງໆໃນລາວ ມີການຂະຫຍາຍໂຕເພີ້ມຂຶ້ນນັບມື້ ໂດຍສະເພາະແມ່ນເຄືອຂ່າຍລະບົບສັນຍານທີ່ບໍ່ມີສາຍ ທັງໂຄງຂ່າຍຂອງໂທລະສັບມືຖື ແລະລະບົບອິນເຕີເນັດ ມີການຂະຫຍາຍໂຕຢ່າງວ່ອງໄວ ເຊິ່ງເຄືອຂ່າຍໂທລະສັບມືຖືກວມເຖິງ 90 ເປີເຊັນຂອງຈໍານວນບ້ານທັງໝົດ ແລະມີປະຊາກອນລາວ 95 ເປີເຊັນໄດ້ນໍາໃຊ້ໂທລະສັບມືຖື, ສ່ວນການນໍາໃຊ້ອິນເຕີເນັດນັ້ນ ເຖິງແມ່ນວ່າຈະຄິດເປັນ 57 ເປີເຊັນຂອງປະຊາກອນລາວກໍຕາມ ແຕ່ວ່າກໍຖືເປັນພື້ນຖານສໍາຄັນທີ່ຮອງຮັບການພັດທະນາເສດຖະກິດລາວໄປສູ່ລະບົບດິຈິຕອລໃຫ້ໄດ້ຕາມເປົ້າໝາຍທີ່ວາງໄວ້ໃນປີ 2025 ດັ່ງກ່າວ.

ໂດຍໃນປັດຈຸບັນນີ້ ເຄືອຂ່າຍໂທລະສັບມືຖື ແລະອິນເຕີເນັດໃນລາວໄດ້ນໍາໃຊ້ລະບົບການຮັບ-ສົ່ງສັນຍານດາວທຽມ Lao Sat-1 ທີ່ບໍລິຫານໂດຍບໍລິສັດດາວທຽມລາວເອເຊຍ-ປາຊີຟິກຈໍາກັດຈາກຈີນ ເຊິ່ງມີລູກຄ້າໃນລາວ 5 ລູກຄ້າທີ່ເຊົ່າ ແລະນໍາໃຊ້ບໍລິການ 5 ຊ່ອງສັນຍານຈາກທງໝົດ 22 ຊ່ອງສັນຍານ, ຫໝາຍຄວາມວ່າອີກ 17 ຊ່ອງສັນຍານທີ່ເຫຼືອ ໄດ້ຈັດໄວ້ສໍາລັບລູກຄ້າຢູ່ຕ່າງ ປະເທດທີ່ໄດ້ເຊົ່າເພື່ອຮັບ-ສົ່ງສັນຍານໂທລະພາບ 130 ຊ່ອງໃນເອເຊຍ-ປາຊີຟິກ ຫາກແຕ່ວ່າລັດຖະບານລາວກໍມີໜີ້ເງິນກູ້ ແລະດອກເບ້ຍທີ່ຈະຕ້ອງຊໍາລະຄືນໃຫ້ລັດຖະບານຈີນຢ່າງຄົບຖ້ວນ ໃນມູນຄ່າ 341 ລ້ານໂດລາ ພາຍໃນປີ 2033.

XS
SM
MD
LG