ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຮງງານຕັດຫຍິບ ຫຼາຍແຫ່ງໃນ ລາວ ຂາດ ແຄນແຮງງານ ຫຼາຍຂຶ້ນ ເຮັດໃຫ້ ການສົ່ງອອກ ຫຼຸດຕ່ຳລົງ


ພະນັກງານຕັດຫຍິບ ກຳລັງປະຕິບັດໜ້າທີ່ໃນໂຮງງານຕັດຫຍິບແຫ່ງໜຶ່ງຂອງ ສປປ ລາວ.
ພະນັກງານຕັດຫຍິບ ກຳລັງປະຕິບັດໜ້າທີ່ໃນໂຮງງານຕັດຫຍິບແຫ່ງໜຶ່ງຂອງ ສປປ ລາວ.

ພາກອຸດສາຫະກຳຕັດຫຍິບໃນ ລາວ ປະເຊີນບັນຫາຂາດແຄນແຮງງານຫຼາຍຂຶ້ນ ແລະ ເຮັດ ໃຫ້ການສົ່ງອອກຫຼຸດລົງ ໂດຍມີສາເຫດທີ່ສຳຄັນມາຈາກການທີ່ແຮງງານ ລາວ ມີທາງເລືອກ ໃນອາຊີບຫຼາຍຂຶ້ນ.

ທ່ານ ໄຊບັນດິດ ລາຊະພົນ ປະທານສະມາຄົມອຸດສາຫະກຳຕັດຫຍິບ ລາວ ໄດ້ໃຫ້ການ ຍອມຮັບວ່າພາກອຸດສາຫະກຳຕັດຫຍິບໃນ ລາວ ໄດ້ປະເຊີນກັບບັນຫາຂາດແຄນແຮງ ງານຫຼາຍຂຶ້ນເລື້ອຍໆນັບຕັ້ງແຕ່ປີ 2012 ເປັນຕົ້ນມາ ໂດຍຫຼ້າສຸດກໍປະກົດວ່າກຳລັງແຮງ ງານໃນພາກອຸດສາຫະກຳຕັດຫຍິບ ໄດ້ຫຼຸດລົງຈາກ 30,000 ຄົນໃນປີ 2015 ມາເປັນ 28,000 ຄົນໃນປະ ຈຸບັນ.

ທັງນີ້ໂດຍມີສາເຫດທີ່ສຳຄັນມາຈາກການທີ່ແຮງງານ ລາວ ມີທາງເລືອກໃນອາຊີບຫຼາຍຂຶ້ນ ຊຶ່ງເປັນຜົນຈາການຂະຫຍາຍຕົວໃນພາກທຸລະກິດບໍລິການ ແລະ ການທ່ອງທ່ຽວ ລວມເຖິງ ທຸລະກິດໃນພາກການກໍ່ສ້າງ, ການປຸງແຕ່ ແລະ ອື່ນໆ ຕະຫຼອດເຖິງການເຄື່ອນຍ້າຍແຮງ ງານໄປຕ່າງປະເທດ ໂດຍສະເພາະແມ່ນ ໄທ ທີ່ມີອັດຕາຄ່າຈ້າງຂັ້ນຕ່ຳສູງກວ່າຢູ່ໃນ ລາວ ນັ້ນ.

ທ່ານ ໄຊບັນດິດ ໃຫ້ການຍອມຮັບດ້ວຍວ່າ ການຫຼຸດລົງຂອງກຳລັງແຮງງານດັ່ງກ່າວນີ້ຍັງ ເຮັດໃຫ້ການສົ່ງສິນຄ້າປະເພດເສື້ອຜ້າສຳເລັດຮູບຂອງ ລາວ ໄປຕ່າງປະເທດມີມູນຄ່າຫຼຸດ ລົງດ້ວຍ ໂດຍຈະເຫັນໄດ້ຈາກປີ 2015 ທີ່ການສົ່ງອອກສິນຄ້າປະເພດເສື້ອຜ້າສຳເລັດຮູບ ຂອງ ລາວ ຫຼຸດລົງຈາກປີ 2014 ຄິດເປັນອັດຕາສະເລ່ຍເຖິງ 7.25 ເປີເຊັນ ກໍຄືຫຼຸດລົງຈາກ 186 ລ້ານໂດລາໃນປີ 2014 ມາເປັນ 174 ລ້ານໂດລາໃນປີ 2015.

ທາງດ້ານກະຊວງແຮງງານ ແລະ ສະຫວັດດີການສັງຄົມລາຍງານວ່າ ສະພາວະການວ່າງ ງານໃນ ລາວ ຢູ່ທີ່ອັດຕະສະເລ່ຍ 4 ເປີເຊັນໂດຍຈະຫຼຸດລົງໃຫ້ຢູ່ໃນອັດຕາບໍ່ເກີນ 2 ເປີເຊັນ ໃນຕະຫຼອດປີ 2016 ນີ້ ແລະ ຄາດວ່າຈະມີກຳລັງແຮງງານໃໝ່ເພີ່ມຂຶ້ນອີກ 143,239 ຄົນ ຊຶ່ງເຮັດໃຫ້ຈະຕ້ອງເພີ່ມການຈ້າງງານໃໝ່ໃຫ້ໄດ້ເຖິງ 131,616 ຕຳແໜ່ງ ຈຶ່ງຈະສາມາດ ຄວາມຄຸມການວ່າງງານໄດ້ຕາມແຜນການດັ່ງກ່າວ.

ທັງນີ້ໂດຍແຜນການພັດທະນາດ້ານແຮງງານໃນ ລາວ ແຕ່ປີ 2016-2020 ລັດຖະບານ ລາວ ໃຫ້ຄວາມສຳຄັນເປັນພິເສດໃນດ້ານການພັດທະນາຫຼັກສູດ ແລະ ການຝຶກອົບຮົມ ເພື່ອເພີ່ມ ຈຳນວນແຮງງານທີ່ມີຜີມືໃຫ້ໄດ້ຫຼາຍກວ່າ 658,000 ຄົນໂດຍມີເປົ້າໝາຍ ເພື່ອຕອບສະໜອງ ແຮງງານທີ່ມີຄຸນນະພາບໃຫ້ກັບບັນດາບໍລິສັດຕ່າງຊາດທີ່ລົງທຶນໃນ ລາວ ໄດ້ຢ່າງສອດຄ່ອງ ແລະ ພຽງພໍກັບຄວາມຕ້ອງການທີ່ເປັນຈິງ.

ພ້ອມກັນນີ້ ລັດຖະບານ ລາວ ຍັງໄດ້ວາງເປົ້າໝາຍທີ່ຈະສ້າງມາດຕະຖານຝີມືແຮງງານໃໝ່ ໃຫ້ໄດ້ໃນ 25 ສາຂາອາຊີບ ດຳເນີນການທົດສອບ ແລະ ອອກໃບຢັ້ງຢືນມາດຕະຖານຝີມື ແຮງງານ 27 ສາຂາອາຊີບໃຫ້ກັບແຮງງານ ລາວ ຈຳນວນ 12,500 ຄົນທີ່ມີລະດັບຝີມືແຮງ ງານທີ່ໄດ້ມາດຕະຖານ ແລະ ສາມາດໄປທຳງານໄດ້ໃນທຸກປະເທດໃນກຸ່ມ ອາຊຽນ ດ້ວຍກັນ.

ທາງດ້ານທ່ານນາງ ສຸວັນເພັງ ບຸບຜານຸວົງ ຫົວໜ້າຄະນະກຳມະທິການເສດຖະກິດ ແຜນ ການ ແລະ ການລົງທຶນ ໄດ້ໃຫ້ການຍອມຮັບວ່າ ການພັດທະນາດ້ານຝີມືແຮງງານໃນ ລາວ ທີ່ບໍ່ມີປະສິດທິພາບກໍຄືສາເຫດສຳຄັນທີ່ເຮັດໃຫ້ເກີດບັນຫາຂາດແຄນແຮງງານມີຝີມືໃນ ລາວ ດັ່ງທີ່ທ່ານນາງໄດ້ຢືນຢັນວ່າ.

“ຄືດັ່ງພວກເຮົາໄດ້ຮູ້ນຳກັນແລ້ວວ່າໃນຊຸມປີຜ່ານມາ ໂຄງການລົງທຶນເພື່ອການ ພັດທະນາ ເສດຖະກິດ ສັງຄົມຂອງປະເທດຊາດ ຂອງພວກເຮົານີ້ໃນທຸລະດັບ ແມ່ນນັບມື້ນັບເພີ່ມຂຶ້ນເລື້ອຍໆ ແຕ່ຄວາມສາມາດໃນການສ້າງພັດທະນາຝີມື ແຮງງານ ແລະ ຄວາມສາມາດຕອບສະໜອງກຳລັງແຮງງານໂດຍສະເພາະແມ່ນ ແຮງງານທີ່ມີຝີມືໃຫ້ແກ່ຕະຫຼາດແຮງງານ ແມ່ນ ຍັງບໍ່ທັນພຽງພໍກັບຄວາມຕ້ອງ ການຈຶ່ງເຮັດໃຫ້ເກີດມີສະພາບຂາດແຄນແຮງງານ.”

ໂດຍໃນໄລຍະທີ່ຜ່ານມາ ບັນດາບໍລິສັດຕ່າງຊາດທີ່ລົງທຶນໃນ ລາວ ໄດ້ນຳເຂົ້າແຮງງານມີຝີ ມືຈາກຕ່າງປະເທດແລ້ວ 5 ໝື່ນກວ່າຄົນ ແລະ ຍັງຕ້ອງການທີ່ຈະນຳເຂົ້າມາເພີ່ມຂຶ້ນອີກ 5 ໝື່ນກວ່າຄົນຈຶ່ງຈະພຽງພໍກັບຄວາມຕ້ອງການທີ່ເປັນຈິງໃນປະຈຸບັນ

ນອກຈາກນີ້ ການທີ່ແຮງງານ ລາວ ສ່ວນຫຼາຍເປັນແຮງງານທີ່ບໍ່ມີຝີມືກໍຍັງເປັນເງື່ອນໄຂທີ່ ເຮັດໃຫ້ມີການເອົາລັດເອົາປຽບແຮງງານໂດຍບັນດານາຍຈ້າງທັງທີ່ເປັນຄົນ ລາວ ແລະ ຊາວຕ່າງຊາດອີກດ້ວຍ ໂດຍເຖິງແມ່ນວ່າລັດຖະບານ ລາວ ຈະໄດ້ອະນຸມັດໃຫ້ປັບຂຶ້ນອັດ ຕາຄ່າຈ້າງຂັ້ນຕ່ຳສຳລັບຜູ້ອອກແຮງງານໃນ ລາວ ແລະ ມີຜົນບັງຄັບນັບແຕ່ວັນທີ 1 ເມສາ 2015 ເປັນຕົ້ນມາ ຊຶ່ງກໍເຮັດໃຫ້ອັດຕາຄ່າຈ້າງຂັ້ນຕ່ຳປັບຂຶ້ນຈາກ 626,000 ກີບເປັນ 900,000 ກີບຕໍ່ເດືອນ ຫາກແຕ່ອັດຕາຄ່າຈ້າງຂັ້ນຕ່ຳດັ່ງກ່າວນີ້ກໍບໍ່ມີຜົນບັງຄັບໃຊ້ກັບລູກ ຈ້າງຂອງພາກສ່ວນທີ່ເປັນຄູ້ສັນຍາກັບລັດຖະບານ ລາວ ແຕ່ຢ່າງໃດ.

XS
SM
MD
LG