ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຶນສຳລອງ ເງິນຕາຕ່າງປະເທດ ສປປ ລາວ ຫລຸດລົງຢ່າງຕໍ່ເນື່ອງ


ເງີນຕາຕ່າງປະເທດ.
ເງີນຕາຕ່າງປະເທດ.

ທຶນສຳລອງເງິນຕາຕ່າງປະເທດ ສປປ ລາວ ຫລຸດລົງຢ່າງຕໍ່ເນື່ອງ ໂດຍມີມູນຄ່າ ທີ່ທຽບ
ໄດ້ ກັບການນຳເຂົ້າສິນຄ້າ ຈາກຕ່າງປະເທດໄດ້ ໃນລະຍະເວລາພຽງແຕ່ 4.39 ເດືອນ
ເທົ່ານັ້ນ ໃນປັດຈຸບັນ.

ທ່ານສົມສີ ດວງດີ ຮອງລັດຖະມົນຕີ ແລະລັດຖະມົນຕີວ່າການກະຊວງການເງິນ ຖະ
ແຫຼງລາຍງານຕໍ່ກອງປະຊຸມເປີດກວ້າງ ຂອງຄະນະລັດຖະບານລາວ ຄັ້ງທີ 1 ປະຈໍາປີ
2018 ເມື່ອບໍ່ນານມານີ້ວ່າ ທຶນສຳລອງເງິນຕາຕ່າງປະເທດຂອງ ສປປ ລາວ ມີມູນຄ່າ
ຫລຸດລົງຢ່າງຕໍ່ເນື່ອງນັບຕັ້ງແຕ່ປີ 2016 ເປັນຕົ້ນມາ ກໍຄືຫລຸດລົງຈາກມູນຄ່າທີ່ທຽບ
ໄດ້ກັບການນຳເຂົ້າສິນຄ້າ ຈາກຕ່າງປະເທດ ຄຶດເປັນລະຍະເວລາ 5.3 ເດືອນມາເປັນ
4.39 ເດືອນເທົ່ານັ້ນໃນປັດຈຸບັນ.

ທາງດ້ານທະນາຄານພັດທະນາເອເຊຍ (ADB) ໃຫ້ການຄາດໝາຍວ່າ ທຶນສຳລອງ
ເງິນຕາຕ່າງປະເທດຂອງ ສປປ ລາວ ຍັງຈະສືບຕໍ່ຫລຸດລົງໃນຕະຫລອດປີ 2018 ນີ້
ເພາະການນຳເຂົ້າເຄື່ອງກົນຈັກ ເພື່ອນຳໃຊ້ໃນບັນດາໂຄງການພຶ້ນຖານໂຄງລ່າງຂະ
ໜາດໃຫຍ່ ຈະເຮັດໃຫ້ລາຍຈ່າຍ ຈາກການນຳເຂົ້າດັ້ງກ່າວເພີ້ມຂຶ້ນ ຊຶ່ງເມື່ອສົມທົບ
ກັບລາຄານໍ້າມັນທີ່ປັບໂຕສູງຂຶ້ນ ແລະສະພາວະເງິນເຟີ້ທີ່ຄາດວ່າ ຈະປັບໂຕເພີ້ມຂຶ້ນ
ເຖິງ 2.5 ເປີເຊັນ ກໍຍັງຈະເຮັດໃຫ້ ສປປ ລາວ ປະເຊີນກັບບັນຫາຂາດດຸນບັນຊີເດີນ
ສະພັດ ໃນລະດັບທີ່ສູງເຖິງ 14.9 ເປີເຊັນ ຂອງຍອດຜະລິດຕະພັນລວມພາຍໃນ
(GDP) ຕະຫລອດປີ 2018 ນີ້ີອີກດ້ວຍ.

ແຕ່ຢ່າງໃດກໍຕາມ ລັດຖະບານລາວກໍຄາດໝາຍວ່າ ການຄ້າຕ່າງປະເທດໃນປີ 2018 ຈະມີມູນຄ່າເພີ້ມຂຶ້ນເປັນ 9​,993 ລ້ານໂດລາສະຫະລັດ ຖ້າຫາກສາມາດຊຸກຍູ້ການສົ່ງ
ສິນຄ້າອອກໄປຕ່າງປະເທດໄດ້ຕາມເປົ້າໝາຍທີ່ວາງໄວ້ໃນມູນຄ່າລວມ 5,015 ລ້ານ
ໂດລາສະຫະລັດ ແລະຄວບຄຸມການນຳເຂົ້າສິນຄ້າຈາກຕ່າງປະເທດ ໃຫ້ມີມູນຄ່າ
ລວມບໍ່ເກີນ 4,978 ລ້ານໂດລາສະຫະລັດ ໂດຍສິນຄ້າສົ່ງອອກຕົ້ນຕໍກໍຄືໄຟຟ້າ ແຮ່
ທາດ ສິນຄ້າອຸດສາຫະກໍາ ແລະສິນຄ້າກະສິກຳ ຫາກແຕ່ຜ່ານມາກໍປາກົດວ່າ ການສົ່ງ
ອອກສິນຄ້າກະສິກໍາຂອງລາວໄດ້ຫລຸດລົງຢ່າງຕໍ່ເນື່ອງ ໂດຍມີສາເຫດມາຈາກຄຸນນະ
ພາບການຜະລິດຂອງລາວ ຍັງບໍ່ໄດ້ມາດຕະຖານສາກົນ ນັ້ນເອງ.

ທາງດ້ານກະຊວງການຄ້າຂອງໄທ ລາຍງານວ່າ ການຄ້າລະຫວ່າງລາວກັບໄທ ໃນປີ
2017 ຜ່ານມາມີມູນຄ່າລວມເກີນກວ່າ 8,164 ລ້ານໂດລາສະຫະລັດໂດຍເພີ້ມຂຶ້ນຈາກ
ປີ 2014 ເຖິງ 150 ເປີເຊັນ ແລະດ້ວຍສະພາບການດັ່ງກ່າວກໍເຮັດໃຫ້ເຊື່ອວ່າ ການຄ້າ
ລະຫວ່າງລາວກັບໄທ ຈະມີມູນຄາເຖິງ 10,000 ລ້ານໂດລາສະຫະລັດ ໃນປີ 2020 ອີກ
ດ້ວຍ ໂດຍສິນຄ້າສຳຄັນທີ່ລາວສົ່ງຂາຍໃຫ້ໄທ ກໍຄື ກະແສໄຟຟ້າ ແຮ່ທາດ ແລະສິນຄ້າ
ກະເສດ ສ່ວນສິນຄ້າທີ່ ລາວນໍາເຂົ້າຈາກໄທ ກໍຄືສິນຄ້າອຸບປະໂພກ ບໍລິໂພກ ສິນຄ້າ
ທຶນ ແລະວັດສະດຸກໍ່ສ້າງ ໂດຍໄທຍັງຈະເປັນຝ່າຍທີ່ໄດ້ປຽບດຸນການຄ້າ ຕໍ່ລາວໃນມູນ
ຄ່າຫຼາຍກວ່າ 2,000 ລ້ານ​ໂດ​ລາ​ສະຫະລັດໃນແຕ່ລະປີ.

ສຳລັບໃນປີ 2017 ຜ່ານມາ ການຄ້າຕ່າງປະເທດຂອງລາວກໍມີມູນຄ່າລວມ ເຖິງ 9,345 ລ້ານໂດລາສະຫະລັດໃນນີ້ ເປັນການສົ່ງສິນຄ້າໄປຕ່າງປະເທດ ໃນມູນຄ່າ 4,803 ລ້ານ
ໂດລາສະຫະລັດ ເພີ້ມຂຶ້ນ 13.4 ເປີເຊັນ ແລະນຳເຂົ້າສິນຄ້າຈາກຕ່າງປະເທດໃນມູນຄ່າ
ລວມ 4,542 ລ້ານໂດລາສະຫະລັດ ເພີ້ມຂຶ້ນ 7.6 ​ເປີ​ເຊັນ ທຽບໃສ່ປີ 2016 ທີ່ເຮັດໃຫ້ ລາວເປັນຝ່າຍໄດ້ປຽບດູນການຄ້າໃນມູນຄ່າ 261 ລ້ານໂດລາ ເພາະການສົ່ງ ສິນຄ້າ
ອອກໄດ້ເກີນແຜນ ແລະການນຳເຂົ້າສິນຄ້າຫລຸດລົງໃນໂຄງການລົງທຶນ ຂອງຕ່າງປະ
ເທດໃນລາວ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ​ໃນກະຊວງອຸດສາຫະກຳ ແລະການຄ້າ ໄດ້ໃຫ້ການ
ຢືນຢັນວ່າ

“ມູນຄ່າການສົ່ງອອກ ບັນລຸໄດ້ເກີນແຜນທີ່ໄດ້ຮັບຮອງ 22.2 ເປີເຊັນ ມູນຄ່າການນຳ
ເຂົ້າ ບັນລຸໄດ້ເທົ່າກັບ 80 ເປີເຊັນຂອງແຜນການ ເກີນດູນການຄ້າ ເນືື່ອງຈາກ
ວ່າ
ການສົ່ງອອກໄຟຟ້າ ແລະອຸດສາຫຳກຳປຸງແຕ່ງ ໄດ້ເຕີບໂຕ ຂຶ້ນສ່ວນວ່າການນຳ
ເຂົ້າປະເພດກົນຈັກ ອຸບປະກອນມູນຄ່າທີ່ໃຫຍ່ ນັບທັງນໍ້າມັນ ໃນການຮັບໃຊ້ໂຄງ
ການຕ່າງໆ ໄດ້ສິ້ນສຸດ ມູນຄ່າການນຳເຂົ້າຈຶ່ງຫລຸດລົງ.”

ແຕ່ຢ່າງໃດກໍຕາມ ກອງປະຊຸມໂຕະມົນປະຈຳປີ 2017 ລະຫວ່າງລັດຖະບານ ລາວກັບ
ກຸມປະເທດ ແລະອົງການສາກົນທີ່ໃຫ້ການຊ່ວຍເຫລືອແກ່ລາວກໍໄດ້ ລະບຸຢ່າງຈະແຈ້ງ
ວ່າການພັດທະນາເສດຖະກິດໃນລາວ ໄດ້ມີການຂຸດຄົ້ນ ແລະທຳລາຍຊັບພະຍາກອນ
ທຳມະຊາດໄປຢ່າງຫຼວງຫຼາຍ ຊຶ່ງເປັນການປະຕິບັດທີ່ ຂັດແຍ້ງກັບເປົ້າໝາຍການພັດ
ທະນາທີ່ຍືນຍົງຢ່າງສິ້ນເຊີງ.

XS
SM
MD
LG