ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີ​ແຮງ​ງານ​ຕ່າງ​ຊາດ ເກືອບ​ຮອດ 35,000 ຄົນ ​ເຮັດ​ວຽກ ​ໃນ​ລາວ ຢ່າງຜິດ​ກົດ​ໝາຍ


​ກຳ​ມະ​ກອນ​ຈີນ ທີ່​ສ້າງ​ທາງ​ສາຍ​ນຶ່ງ ໃນ​ລາວ
​ກຳ​ມະ​ກອນ​ຈີນ ທີ່​ສ້າງ​ທາງ​ສາຍ​ນຶ່ງ ໃນ​ລາວ

ທ​າງ​ການ​ລາວເວົ້າ​ວ່າ ມີ​ແຮງ​ງານ​ຕ່າງ​ຊາດ ເກືອບ​ຮອດ 35,000 ຄົນ ລັກ​ລອບ​ທຳ​ງານ​ຢູ່​ໃນ​ລາວຢ່າງບໍ່​ຖືກຕ້ອງ​ຕາມ​ກົດ​ໝາຍ ຍ້ອນ​ມີ​ການ​ຊ່ວຍ​ເຫຼືອ​ຂອງ​ຄົນ​ລາວ​ບາງ​ຄົນ​ ທີ່​ເຫັນ​ແກ່​ຜົນ​ປະ​ໂຫຍດ ເລັກ​ໜ້ອຍ. ​ຊົງ​ລິດ ໂພນ​ເງິນ ນັກ​ຂ່າວ ວີ​ໂອ​ເອ ມີ​ລາຍ​ງານ​ຈາກ​ບາງກອກ.

ທ່ານ ​ຄຳ​ແພງ​ ໄຊ​ສົ​ມ​ແພງ ລັດ​ຖະ​ມົນ​ຕີກະ​ຊວງ​ແຮງ​ງານ ແລະ​ສະ​ຫວັດ​ດີ​ການ​ສັງ​ຄົ​ມ ຢືນ​ຢັນ​ວ່າ ກາ​ນ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ຂອງນາ​ຍົກ​ລັດ​ຖະ​ມົນ​ຕີ ເລກ​ທີ 62/ນຍ ວ່າ​ດ້ວຍ​ການ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ຂຶ້ນ​ທະ​ບຽນ ແລະ​ອອກ​ບັດ​ອະ​ນຸ​ຍາດ​ເຄື່ອນ​ໄຫວ​ຊົ່ວ​ຄາວ ໃຫ້​ຄົນ​ຕ່າງ​ປະ​ເທດ​ໃນ​ລາວທີ່​ກະ​ຊວງ​ແຮງ​ງານ ແລະ​ສະຫ​ວັດ​ດີ​ການ​ສັງ​ຄົ​ມ ກັບ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ເປັນ​ພາກ​ສ່ວນ​ຮັບ​ຜິດ​ຊອບ​ຮ່ວມ​ກັນ​ໃນ​ຊ່ວງ​ຕົ້ນ​ປີ 2016 ຫາ​ທ້າຍ​ປີ 2017 ນັ້ນ ສາ​ມາດ​ຂຶ້ນ​ທະ​ບຽນ​ແຮງ​ງານ​ຕ່າງ​ຊາດ​ໄດ້​ຈຳ​ນວນ​ທັງ​ໝົດ 42,434 ຄົນ ແຕ່​ກໍ​ປາ​ກົດ​ວ່າ​ ມີ​ແຮງ​ງານ​ຕ່າງ​ຊາດ​ພຽງ 7,506 ຄົນ​ເທົ່າ​ນັ້ນ ທີ່​ໄດ້​ຮັບ​ອະ​ນຸ​ຍາດ ແລະ​ຊຳ​ລະ​ຄ່າ​ທຳ​ນຽມ​ທຳ​ງານ​ໃນ​ລາວ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ໃນ​ປັດ​ຈຸ​ບັນ.

​ກຳ​ມະ​ກອນຫວຽດ​ນາມ ທີ່​ສ້າງ​ຂົວຂ້າມ​ນ້ຳ​ແຫ່ງ​ນຶ່ງ​ໃນ​ລາວ
​ກຳ​ມະ​ກອນຫວຽດ​ນາມ ທີ່​ສ້າງ​ຂົວຂ້າມ​ນ້ຳ​ແຫ່ງ​ນຶ່ງ​ໃນ​ລາວ

ໝາຍ​ຄວາມ​ວ່າ​ ມີ​ແຮງ​ງານ​ຕ່າງ​ຊາດ​ຈຳ​ນວນຫລາຍ​ເຖິງ 34,928 ຄົນ ທີ່​ຍັງ​ບໍ່​ຊຳ​ລະ​ຄ່າ​ທຳ​ນຽມ​ການ​ອອກ​ບັດ​ອະ​ນຸ​ຍາດ​ທຳ​ງານ​ຢູ່​ໃນ​ລາວ ທີ່​ມີ​ອັດ​ຕາ​ຄ່າ​ທຳ​ນຽມ 3.6 ລ້ານ​ກີບ​ ຕໍ່​ຄົນ​ຕໍ່​ປີ ຊຶ່ງ​ພາກ​ສ່ວນ​ທີ່​ຮັບ​ຜິດ​ຊອບ​ກໍ​ຄື​ກະ​ຊວງ​ແຮງ​ງານ ແລະ​ສະ​ຫ​ວັດດີ​ການສັງ​ຄົ​ມກັບ​ກະ​ຊວງ​ປ້ອງ​ກັນ​ຄວ​າມ​ສະ​ຫງົບ​ພາຍ​ໃນ ຈະ​ຕ້ອງ​ດຳ​ເນີນ​ການ​ຕິດ​ຕາມ ເພື່ອ​ນຳບັນ​ດາ​ແຮງ​ງານ​ຕ່າງ​ຊາດ​ເຫລົ່າ​ນີ້​ ເຂົ້າ​ສູ່​ລະ​ບຽບ​ກົດ​ໝາຍ ໃນ​ລາວ​ໃຫ້​ໄດ້​ຢ່າງ​ຄົບ​ຖ້ວນ​ຕໍ່​ໄປ.

ທາງ​ດ້ານ​ສະ​ຫະ​ພັນ​ກຳ​ມະ​ບານ​ລາວ ເຊື່ອ​ວ່າ​ມີ​ແຮງ​ງານ​ຕ່າງ​ຊາດ​ໃນ​ລາວຫຼາຍກວ່າ 50,000 ຄົນ ທີ່​ບໍ່​ໄດ້​ຊຳ​ລະ​ຄ່າ​ທຳ​ນຽມ​ບັດ​ອະ​ນຸ​ຍາດ​ທຳ​ງານ​ໃນ​ລາວ ສ່ວນ​ສາ​ເຫດ​ທີ່​ເຮັດ​ໃຫ້​ແຮງ​ງາ​ນ​ຕ່າງ​ຊາດ​ເຫລົ່າ​ນີ້ ​ຍັງ​ສາ​ມາດ​ລັກ​ລອບ​ທຳ​ງານ​ຢູ່​ໃນ​ລາວ​ໄດ້​ນັ້ນ ກໍເພາະ​ວ່າ​ຄົນ​ລາວ​ໃຫ້​ການ​ຊ່ວຍ​ເຫຼືອ​ໂດຍ​ໄດ້​ຮັບ​ຄ່າ​ຕອບ​ແທນ​ນັ້ນ​ເອງ ດັ່ງ​ທີ່​ທ່ານ​ບຸນ​ຄົງ ຫລ້າ​ສຸ​ກັນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ ແລະ​ສະ​ຫວັດ​ດີ​ການ​ສັງ​ຄົມ ໄດ້​ຢືນ​ຢັນ​ວ່າ
“ຄົນ​ຕ່າງ​ປະ​ເທດ​ທີ່​ເຄື່ອນ​ໄຫວ​ບໍ່​ຖືກ​ຕ້ອງ​ຢູ່ ສ​ປ​ປ ລາວ ນັ້ນ​ ໂດຍ​ລວມ​ແລ້ວ​ ມັນ​ບໍ່​ແມ່ນ​ຍ້ອນ​ຄົນ​ຕ່າງ​ປະ​ເທດ​ທີ່​ມາ​ເຄື່ອນ​ໄຫວ​ໄດ້​ຕາມ​ລຳ​ພັງ​ໃຈ​ຂອງ​ເຂົາ​ເຈົ້າ ແມ່ນ​ຍ້ອນ​ຄົນ​ລາວ​ເອງ ທີ່​ໄດ້​ອຳ​ນວຍ​ຄວ​າມ​ສະ​ດວກ ແລະ​ສ້າງ​ເງື່ອນ​ໄຂ ​ໃຫ້​ຄົນ​ຕ່າງ​ປະ​ເທດ​ເຄື່ອນ​ໄຫວ​ປະ​ກອບ​ອາ​ຊີບ ເພື່ອ​ຜົນ​ປະ​ໂຫຍດ​ອັນ​ເລັກໆ​ ນ້ອຍໆ ບໍ່​ຄຳ​ນຶງ​ເຖິງ​ຜົນ​ປະ​ໂຫຍດ​ລວມ ​ອັນ​ຍາວນ​ານ​ຂອງ​ຊາດ ເຊັ່ນ​ວ່າ ​ບັນ​ຫາ​ເລື້ອງ​ການ​ໃຫ້​ທີ່​ພັກ​ເຊົາ, ການ​ເຊົ່າ​ທີ່​ດິນ, ເຊົ່າ​ທະ​ບຽນ​ວິ​ສະ​ຫະ​ກິດ ທີ່​ອອກ​ຊື່​ຄົນ​ລາວ​ ນັບ​ທັງ​ການ​ເຮັດ​ສັນ​ຍາ​ທຸ​ລະ​ກິດ​ທີ່​ຂັດ​ກັບ​ກົດ​ໝາຍ.”

ການມ​ອບ​ໃບ​ປະ​ກາດ​ແກ່​ນັກ​ສຶກ​ສາ​ທີ່​ຮຽນ​ຈົບຢູ່​ໂຮງ​ຮຽນ​ວິ​ຊາ​ຊີບແຫ່ງ​ນຶ່ງ​ໃນ​ນະ​ຄອນ​ຫລວງວຽງ​ຈັນ
ການມ​ອບ​ໃບ​ປະ​ກາດ​ແກ່​ນັກ​ສຶກ​ສາ​ທີ່​ຮຽນ​ຈົບຢູ່​ໂຮງ​ຮຽນ​ວິ​ຊາ​ຊີບແຫ່ງ​ນຶ່ງ​ໃນ​ນະ​ຄອນ​ຫລວງວຽງ​ຈັນ

ທັງ​ດ້ານ​ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ ຖະ​ແຫຼງຍອມ​ຮັບ​ວ່າ​ ຄຸນ​ນະ
ພາ​ບຝີມື​ແຮງ​ງານ​ລາວ ຍັງ​ຫ່າງ​ໄກ​ຈາກ​ລະດັບ​ມາດ​ຕະຖານ​ສາກົນ​ໃນ​ທຸກ​ດ້ານ ຈຶ່ງ​
ເຮັດ​ໃຫ້​ຈຳ​ເປັນ​ຈະຕ້ອງ​ເລັ່ງການ​ພັດທະ​ນາຢ່າງ​ຮອບດ້ານ ​ເພື່ອ​ລະດັບ​ຄຸນ​ນະພາ​ບ
ຝີ​ມືແຮງ​ງານລາວ​ໃຫ້​ສາມາດ​ແຂ່ງຂັນ​ໃນ​ຕະຫຼາດ​ແຮງ​ງານໃນ​ຕ່າງປະ​ເທດ​ໃຫ້​ໄດ້​
ຢ່າງ​ແທ້​ຈິງ ​ເພາະໃນ​ປັດຈຸບັນ​ແຮງ​ງານ​ໃນ​ລາວ​ໄດ້​ຕົກ​ຢູ່​ໃນ​ສະພາບ​ທີ່ບໍ່​ສາມາດ​ແຂ່ງ
ຂັນ​ກັບແຮງ​ງານ​ຕ່າງຊາດ​ໄດ້​ໃນ​ທຸກໆ​ດ້ານ​ ຈຶ່ງ​ເຮັດ​ໃຫ້​ໄດ້​ຮັບ​ຄ່າ​ຈ້າງ​ໃນ​ອັດຕາ​ທີ່​ຕໍ່າ
​ນັ້ນ​ເອງ.

ລັດຖະບານ​ລາວ​ໄດ້​ວາງ​ເປົ້າ​ໝາຍການ​ພັດທະນາ​ແຮງ​ງານຈາກ​ປັດ​ຈຸ​ບັນ ​ເຖິງປີ 2020 ໄວ້​ວ່າ ຈ​ະ​ພັດທະນາ​ແຮງ​ງານ​ມີ​ຝີ​ມື​ ​ໃຫ້​ໄດ້ 658,000 ກວ່າ​ຄົນ ເພື່ອ​ສະ​ໜອງ​ໃຫ້​ແກ່​ບໍ​ລິ​ສັດ ຕ່າງ​ຊາດ​ໃນລາວ ໃຫ້​ໄດ້​ຢ່າງ​ພຽງ​ພໍ ​ທັງ​ຍັງ​ຈະ​ສ້າງ​ມາດ​ຕະ​ຖານ​ຝີ​ມື​ແຮງ​ງານ​ໃນ 25 ສາ​ຂາ​ອາ​ຊີບໃຫ້​ແຮງ​ງານ​ລາວ 12,500 ກວ່າ​ຄົນ ເພື່ອ​ໃຫ້​ສາ​ມາດ​ໄປ​ທຳ​ງານ​ໄດ້​ ໃນ​ທຸກ​ປະ​ເທດ ສະ​ມາ​ຊິກ​ໃນ​ກຸ່ມອາ​ຊຽນ​ດ້ວຍ​ກັນ.

ອົງການ​ແຮງ​ງານ​ສາກົນ (ILO) ລະບຸ​ວ່າ​ລັດຖະບານ​ລາວ​ຈະ​ຕ້ອງ​ສົ່ງ​ເສີມພາກ​ເອກ​ກະ​ຊົນ ​ໃຫ້​ລົງ​ທຶນ​ເຂົ້າ​ໃນ​ການ​ພັດທະນາ​ການ​ສຶກສາ​ຊັ້ນ​ສູງ​ຫຼາຍ​ຂຶ້ນ ​ເພາະ​ວ່າການ​ທີ່​ຂາດ​ແຄນ​ງົບປະມານຂອງລັດ​ຖະບານ​ລາວນັ້ນ ​ເຮັດ​ໃຫ້​ບໍ່​ສາມາດ​ຮອງ​ຮັບ​ກັບ​ຈຳ​ນວນ​ນັກ​ສຶກ​ສາ ທີ່​ເພີ້ມ​ຂຶ້ນ​ຢ່າງ​ໄວ​ວາ ເຊັ່ນ ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ ​ຮອງ​ຮັບ​ນັກ​ສຶກສາໄດ້ 11,000 ກວ່າຄົນ​ ໃນ​ຂະນະ​ທີ່​ມີ​ນັກຮຽນທີ່​ຈົບ​ມັດທະຍົມ​ປາຍ​ ປີ​ລະ ​ຫຼາຍ​ກວ່າ 60,000 ຄົ​ນ.

XS
SM
MD
LG