ເງິນຕາຕ່າງປະເທດໄຫລອອກຈາກລາວຫຼາຍກວ່າ 303 ລ້ານໂດລາໃນຊ່ວງ 9 ເດືອນຂອງປີ 2021 ທັງຍັງຈະໄຫລອອກເພີ້ມຂຶ້ນອີກ ເພາະວ່າລາວຂາດດຸນການຄ້າ ແລະເປັນໜີ້ເງິນກູ້ຢືມມາຈາກຕ່າງປະເທດ. ຊົງລິດໂພນເງິນມີລາຍງານເລື້ອງນີ້ມາສະເໜີທ່ານຈາກບາງກອກ.
ທ່ານສອນໄຊ ສິດພະໄຊ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຖະແຫຼງຍອມຮັບວ່າ ລະດັບທຶນສຳຮອງເງິນຕາຕ່າງປະເທດຂອງລາວຍັງມີທ່າອ່ຽງຫຼຸດລົງຢ່າງຕໍ່ເນື່ອງ ໂດຍມີສາເຫດສໍາຄັນ ມາຈາກການຂາດດຸນການຄ້າຕ່າງປະເທດທີ່ສົມທົບດ້ວຍການອ່ອນຄ່າລົງຂອງເງິນກີບ ທຽບກັບຄ່າເງິນໂດລາ ສະຫະລັດ ແລະເງິນບາດໃນຕະຫຼາດແລກປ່ຽນເງິນຕາຕ່າງປະເທດ. ລວມເຖິງພາລະຂອງໜີ້ສິນຂອງລັດຖະບານລາວ ທີ່ຈະຕ້ອງມີການຊໍາລະຄືນເງິນຕົ້ນທຶນ ແລະດອກເບ້ຍເພີ່ມຂຶ້ນທຸກປີ. ສ່ວນການລະບາດຂອງໂຄວິດ-19 ຍັງເຮັດໃຫ້ລາຍຮັບຂອງລັດຖະບານ ແລະພາກທຸລະກິດໃນລາວຫຼຸດລົງອີກດ້ວຍ ຈຶ່ງເຮັດໃຫ້ລາວປະເຊີນກັບການຂາດແຄນເງິນຕາຕ່າງປະເທດເພີ້ມຂຶ້ນນັບມື້ ເພາະວ່າເງິນຕາໄດ້ໄຫລອອກໄປຕ່າງປະເທດຫລາຍກວ່າໄຫລເຂົ້າມາລາວ ຄິດເປັນມູນຄ່າຫລາຍກວ່າ 303 ລ້ານໂດລາ ໃນຊ່ວງ 9 ເດືອນຂອງປີ 2021 ນີ້ ດັ່ງທີ່ທ່ານສອນໄຊ ຢືນຢັນວ່າ:
“ການແຂງຄ່າຂອງເງິນຕາຕ່າງປະເທດ ແລະການເພີ້ມຂຶ້ນຂອງລາຄາຄຳ, ລາຄານ້ຳມັນດິບ, ລາຄາສະບຽງອາຫານ, ສະພາບຂອງຄວາມຕ້ອງການ ການຊຳລະກັບຕ່າງປະເທດຢູ່ໃນລະດັບສູງ ອິງຕາມແຫຼ່ງລາຍຮັບປະເທດເຮົາຫຼຸດລົງຫລາຍຈາກຜົນກະທົບໂຄວິດ-19. ປະເທດພວກເຮົາ ຂາດດຸນດ້ານການບໍລິການ, ຂາດດຸນລາຍຮັບກັບຕ່າງປະເທດ ເຮັດໃຫ້ໃນໄລຍະ 9 ເດືອນຕົ້ນປີ 2021 ນີ້ ມີກະແສເງິນໄຫຼອອກ ຫລາຍກວ່າເງິນໄຫລເຂົ້າປະເທດປະມານ 303 ລ້ານໂດລາ.”
ໂດຍລັດຖະບານລາວມີໜີ້ສະສົມເຖິງ 13,491 ລ້ານໂດລາ, ຄິດເປັນ 68 ເປີເຊັນຂອງ GDP ໃນປີ 2020 ແລະຄາດວ່າຈະເພີ້ມຂຶ້ນເປັນ 15,500 ລ້ານໂດລາ ຫລື ເກີນກວ່າ 70 ເປີເຊັນ ຂອງ GDP ໃນປີ 2021 ນີ້ ເພາະລັດຖະບານລາວຍັງຈະຕ້ອງກູ້ຢືມຈາກຕ່າງປະເທດເພີ້ມຂຶ້ນອີກກວ່າ 2,000 ລ້ານໂດລາ ເພື່ອການດຸ່ນດ່ຽງດ້ານລາຍຈ່າຍທີ່ສູງກວ່າລາຍຮັບ. ສ່ວນການຄ້າຕ່າງປະເທດຂອງລາວໃນໄລຍະ 9 ເດືອນຕົ້ນປີນີ້ ກໍມີມູນຄ່າລວມ 8,300 ລ້ານໂດລາ ຊຶ່ງໃນນັ້ນເປັນການສົ່ງອອກ 4,100 ລ້ານໂດລາ ແລະນໍາເຂົ້າ 4,200 ລ້ານໂດລາ ຈຶ່ງເຮັດໃຫ້ລາວຂາດດຸນການຄ້າຕ່າງປະເທດໃນມູນຄ່າ 100 ລ້ານໂດລາ. ເມື່ອສົມທົບກັບການຂາດດຸນບັນຊີເງິນຕາຕ່າງປະເທດໃນອັດຕາ 9.4 ເປີເຊັນຂອງ GDP ຈຶ່ງເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລາວ ເຫຼືອເທົ່າກັນກັບການນຳເຂົ້າສິນຄ້າໄດ້ບໍ່ເຖິງ 2 ເດືອນ ຂະນະທີ່ການຈັດເກັບລາຍຮັບບໍ່ໄດ້ຕາມແຜນການທີ່ວາງໄວ້ ແລະເກີດການຮົ່ວໄຫລເພີ້ມຂຶ້ນນັບມື້.
ທັງນີ້ ສາເຫດທີ່ເຮັດໃຫ້ເກີດການຮົ່ວໄຫລດ້ານລາຍຮັບຂອງລັດຖະບານລາວຫຼາຍທີ່ສຸດ ກໍຄື ການທຸດຈະລິດໂດຍບັນດາພະນັກງານພາສີ ທີ່ໄດ້ມີການແບ່ງໜ້າທີ່ຮັບຜິດຊອບຢ່າງເປັນຂະບວນການ ຊຶ່ງຈາກການກວດກາພົບວ່າ ມີພະນັກງານພາສີຈຳນວນບໍ່ໜ້ອຍ ທີ່ໄດ້ພະຍາຍາມປົກປິດ ການທຸດຈະລິດຂອງພວກຕົນ ດ້ວຍການມອບໝາຍໜ້າທີ່ຈັດເກັບພາສີອາກອນ ໃຫ້ກັບພະນັກງານສັນຍາຈ້າງ ແລ້ວກໍໂຍນຄວາມຜິດທັງໝົດໃຫ້ກັບພະນັກງານສັນຍາຈ້າງດັ່ງກ່າວ ດັ່ງທີີ່ທ່ານບຸນໂຈມ ອຸບົນປະເສີດ, ຮອງລັດຖະມົນຕີກະຊວງການເງິນໃຫ້ການຢືນຢັນວ່າ:
“ສຳລັບແກ້ໄຂບັນຫາພະນັກງານນີ້ ພວກເຮົາໄດ້ເຮັດມານີ້ 3 ບາດກ້າວແລ້ວ ກ້າວທີ 1 ປະຕິຮູບກົງຈັກສ່ວຍສາອາກອນ ແລະພາສີນີ້ ພວກເຮົາໄດ້ຮັບຮອງໂຄງສ້າງແລ້ວຈະປະຕິຮູບລະບົບທີ່ມັນເປັນຊ່ອງຫວ່າງຜ່ານມາ ພວກເຮົາ ຈະຕັ້ງເປັນອາກອນຄົບຊຸດມີແຕ່ 65 ເມືອງໃນ 148 ເມືອງ ເຫຼືອນັ້ນໃຫ້ເປັນ ໜ່ວຍງານເພື່ອແກ້ໄຂບັນຫາ ຄືເອົາສັນຍາຈ້າງ ຫຼືອາສາສະໝັກໄປເກັບເງິນ ອັນນີ້ພວກເຮົາຫ້າມແຕ່ວ່າເຈົ້າໜ້າທີ່ກ່ຽວຂ້ອງຫັ້ນໄປເຮັດອັນນີ້ ພວກເຮົາກວດ ເຫັນໝົດແລ້ວ ໄດ້ອອກຄຳສັ່ງໄປໃຫ້ຍຸຕິໝົດ ເພາະວ່າພະນັກງານອາກອນສົມບູນຫັ້ນນະບໍ່ຢາກໃຫ້ໂຕຜິດແຕ່ງພວກນີ້ໄປເຮັດເກັບເງິນມາແລ້ວ ບໍ່ມອບເກັບ ເງິນມາປັນກັນ ອັນນີ້ພວກເຮົາເຫັນໝົດແລ້ວ ຊິດຳເນີນແກ້ໄຂຢ່າງຂາດໂຕ.”
ທ່ານບຸນໂຈມ ຍອມຮັບວ່າການຈັດເກັບລາຍຮັບໃນປີ 2021 ຈະບໍ່ໄດ້ຕາມເປົ້າໝາຍທີ່ວາງໄວ້ ເພາະໃນຊ່ວງວັນທີ 1 ມັງກອນ ຫາວັນທີ 15 ສິງຫາ 2021 ສາມາດຈັດເກັບລາຍຮັບໄດ້ໃນມູນຄ່າລວມ 13,459 ຕື້ກີບ ຄິດເປັນ 49 ເປີເຊັນຂອງແຜນການປີ ແລະການລະບາດຂອງເຊື້ອໄວຣັສໂຄວິດ-19 ກໍຍັງເຮັດໃຫ້ຄາດໝາຍວ່າ ການຈັດເກັບລາຍຮັບຂອງລັດຖະບານລາວໃນຕະຫຼອດປີ 2021 ນີ້ຈະປະຕິບັດ ໄດ້ໃນມູນຄ່າບໍ່ເກີນ 23,683 ຕື້ກີບ ຄິດເປັນ 86 ເປີເຊັນຂອງແຜນການປີ ແລະຕ້ອງ ຄຸມລາຍຈ່າຍໃຫ້ບໍ່ເກີນ 33,713 ຕື້ກີບ ເພື່ອຄວບຄຸມການຂາດດຸນງົບປະມານໄວ້ທີ່ລະດັບ 2.2 ເປີເຊັນ ຂອງຍອດຜະລິດຕະພັນລວມ ຫຼື (GDP) ໃນປີ 2021 ນີ້.