ລັດຖະບານລາວວາງແຜນການຈະເພີ່ມການຜະລິດດ້ານສະບຽງອາຫານທາດໂປຼຕີນໃຫ້ໄດ້ເກືອບ 5 ແສນໂຕນ ໃນປີ 2020 ແລະ ເພີ່ມຂຶ້ນເປັນຫຼາຍກວ່າ 7 ແສນໂຕນ ໃຫ້ໄດ້ໃນປີ 2025
ເຈົ້າໜ້າທີ່ຂັ້ນສູງຂອງລາວ ເປີດເຜີຍວ່າກະຊວງກະສິກຳ ແລະ ປ່າໄມ້ໄດ້ວາງແຜນການຜະລິດໃນດ້ານສະບຽງອາຫານໃນໄລຍະ 10 ປີຕໍ່ໜ້າກໍຄືຈາກປີ 2016-2025 ແລ້ວສົມບູນແລ້ວ ໃນຂະນະນີ້ໂດຍໄດ້ຕັ້ງເປົ້າໝາຍທີ່ຈະເພີ່ມຜົນຜະລິດສະບຽງອາຫານທາດໂປຼຕີນຫຼືຊີ້ນສັດໃຫ້ໄດ້ໃນປະລິມານລວມບໍ່ໜ້ອຍກວ່າ 487,500 ໂຕນ ໃນປີ 2020 ແລະ ເພີ່ມຂຶ້ນເປັນ 711,000 ໂຕນ ໃນປີ 2025
ໂດຍການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງນັ້ນກະຊວງກະສິກຳ ແລະ ປ່າໄມ້ກໍຈະຊຸກຍູ້ໃຫ້ປະຊາຊົນລາວ ແລະ ພາກທຸລະກິດເອກະຊົນໃນລາວ ດຳເນີນກິດຈະການຟາມລ້ຽງສັດເພື່ອຜະລິດຊີ້ນສັດໃຫ້ໄດ້ເຖິງ 262,500 ໂຕນ ແລະ ປາໃຫ້ໄດ້ 225,000 ໂຕນ ໃນປີ 2020 ແລ້ວກໍເພີ່ມຜົນຜະລິດຊີ້ນສັດຂຶ້ນເປັນ 414,000 ໂຕນ ແລະ ປາ 297,000 ໂຕນໃນປີ 2025 ຕາມລຳດັບຊຶ່ງຈະເຮັດໃຫ້ລາວມີຜົນຜະລິດຊີ້ນສັດທີ່ເກີນລະດັບການບໍລິໂພກພາຍໃນເພື່ອສົ່ງອອກໄປຕ່າງປະເທດຄິດເປັນປະລິມານລວມເກີນກວ່າ 15,000 ໂຕນ ໃນປີ 2025 ດັ່ງກ່າວ.
ພ້ອມກັນນີ້ກະຊວງກະສິກຳ ແລະ ປ່າໄມ້ຍັງໄດ້ວາງແຜນການພັດທະນາປັບປຸງລະບົບຄອງຊົນລະປະທານໃນທົ່ວປະເທດເພື່ອເພີ່ມລະດັບປະສິດທິພາບໃນການຕອບສະໜອງນ້ຳໃຫ້ກັບທີ່ນາໃຫ້ໄດ້ໃນເນື້ອທີ່ລວມ 580,000 ເຮັກຕາ ໃນລະດູການປີ 2014-2015 ຊຶ່ງໃນນີ້ແບ່ງເປັນການຕອບສະໜອງນ້ຳໃຫ້ນາປີ 4000,000 ເຮັກຕາ ແລະ ນາແຊງ 180,000 ເຮັກຕາຕາມລຳດັບ.
ໂດຍຖ້າຫາກການດຳເນີນງານເປັນໄປຕາມແຜນການທີ່ວາງໄວ້ດັ່ງກ່າວກໍຈະເປັນສິ່ງທີ່ຮັບປະກັນໄດ້ວ່າຜົນຜະລິດເຂົ້າໃນທົ່ວປະເທດລາວຈະມີປະລິມານລວມເຖິງ 4.2 ລ້ານໂຕນໃນປີ 2015 ຊຶ່ງນອກຈາກຈະພຽງພໍກັບການບໍລິໂພກໃນປະເທດແລ້ວ ກໍຍັງຈະມີຜົນຜະລິດເຂົ້າສຳລັບສົ່ງອອກຕ່າງປະເທດ
ໃນປະລິມານບໍ່ໜ້ອຍກວ່າ 6 ແສນໂຕນອີກດ້ວຍ.
ແຕ່ຢ່າງໃດກໍຕາມ ທ່ານ ວິໄລວັນ ພົມເຂ ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ກໍຍອມຮັບວ່າຊາວນາລາວຍັງມີລະດັບຄວາມອາດສາມາດຕ່ຳທັງໃນດ້ານວິຊາການ ແລະ ເທັກນິກເມື່ອປຽບທຽບກັບຊາວນາໃນປະເທດໄທ ແລະ ຫວຽດນາມ ສ່ວນຄວາມອາດສາມາດໃນການຂະຫຍາຍພື້ນທີ່ປູກເຂົ້ານັ້ນກໍຍັງຕ່ຳກວ່າຊາວນາໃນ ກຳປູເຈຍ ແລະ ສະຫະພາບ ມຽນມາ ຫຼື ພະມ້າດ້ວຍ.
ຊຶ່ງດ້ວຍເງື່ອນໄຂ ແລະ ປັດໃຈດັ່ງກ່າວຈຶ່ງກາຍເປັນການຍາກຢ່າງຍິ່ງທີ່ຊາວນາໃນ ລາວ ຈະສາມາດເພີ່ມຜົນຜະລິດເຂົ້າເພື່ອໃຫ້ກາຍເປັນຜູ້ສົ່ງອອກລາຍໃຫຍ່ຂອງໂລກ ໄດ້ຄືກັບ ໄທ ແລະ ຫວຽດນາມ ລວມເຖິງ ພະມ້າ ແລະ ກຳປູເຈຍ ທີ່ກຳລັງເພີ່ມການຜະລິດເຂົ້າເພື່ອສົ່ງອອກຢ່າງຕັ້ງໜ້າ ດ້ວຍເຫດການນີ້ຈຶ່ງມີພຽງການແນໃສ່ການຜະລິດເຂົ້າທີ່ເປັນແນວພັນພື້ນເມືອງຄຸນນະພາບດີເທົ່ານັ້ນທີ່ຈະເຮັດໃຫ້ຊາວນາ ລາວ ສາມາດແຂ່ງຂັນໃນຕະຫຼາດໂລກ ໄດ້ດັ່ງທີ່
ທ່ານ ວິໄລວັນ ໄດ້ໃຫ້ການຢືນຢັນວ່າ
“ຊິຖືປັດໃຈເຂົ້ານີ້ເປັນສິນຄ້າລາຍໃຫຍ່ນີ້ຄືຊິເປັນໄປໄດ້ຍາກເນື່ອງຈາກວ່າພວກເຮົາມີຫຼາຍອັນຈຳກັດ ແລະ ພວກເຮົານີ້ຖືສຳຄັນຍຸດຖະສາດການຜະລິດເຂົ້ານີ້ໃຫ້ເປັນສະບຽງເອີ້ນວ່າໃຫ້ກຸ້ມກິນພາຍໃນແລ້ວກໍມີອັນສ່ວນແຮໄວ້ ສ່ວນເປັນສິນຄ້ານີ້ພວກເຮົາຈະລົງເລິກເຖິງເຂົ້າທີເປັນເອກະລັກຂອງຄົນລາວ ຍົກຕົວຢ່າງເຂົ້າໄກ່ນ້ອຍໄດ້ປຽບທີ່ສຸດຜະລິດອອກເທົ່າໃດກໍແມ່ນບັນດາປະເທດເພື່ອນບ້ານມາຊື້ເອົາໝົດ.”
ທາງດ້ານກະຊວງອຸດສາຫະກຳ ແລະ ການຄ້າ ກໍລາຍງານວ່າພາກທຸລະກິດການສົ່ງອອກຜະລິດຕະພັນເຂົ້າລາວໄປຕ່າງປະເທດຍັງບໍ່ສາມາດແຂ່ງຂັນໃນຕະຫຼາດໂລກໄດ້ຢ່າງແທ້ຈິງເພາະສ່ວນໃຫຍ່ກໍຍັງເປັນຜົນຜະລິດທີ່ມີລະດັບຄຸນນະພາບຕ່ຳກວ່າຜະລິດຕະພັນເຂົ້າ ໄທ ຫວຽດນາມ ກຳປູເຈຍ ແລະ ພະມ້າ.