ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໕ ກັນຍາ ໒໐໒໓

ຊາວກະສິກອນລາວ ຍັງສືບຕໍ່ການລັກລອບເຜົາປ່າໄມ້ຢ່າງກວ້າງຂວາງ ເພື່ອບຸກເບີກພື້ນທີ່ປູກພືດຕ່າງໆສົ່ງອອກໄປຈີນ


ພື້ນທີ່ການຕັດໄມ້ທໍາລາຍປ່າແຫ່ງນຶ່ງ ໃນ ສປປ ລາວ.

ຊາວກະສິກອນລາວຍັງຈະສືບຕໍ່ການລັກລອບເຜົາປ່າໄມ້ຢ່າວກວ້າງຂວາງ ດ້ວຍເປົ້າໝາຍເພື່ອບຸກເບີກພື້ນທີ່ປູກພືດຕ່າງໆ ເພື່ອສົ່ງອອກໄປຈີນເພີ້ມຂຶ້ນ ໂດຍສະເພາະແມ່ນມັນຕົ້ນ ທີ່ຈີນຮັບຊື້ຢ່າງບໍ່ຈໍາກັດ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ຜູ້ປະສານງານເຄືອຂ່າຍ ອົງການອະນຸລັກຊັບພະຍາກອນທໍາມະຊາດ ໃນລຸ່ມແມ່ນໍ້າຂອງເປີດເຜີຍວ່າ ການລັກລອບເຜົາປ່າໄມ້ເພື່ອບຸກເບີກພື້ນທີ່ສໍາລັບຮອງຮັບການປູກພືດຊະນິດຕ່າງໆໃນລາວເພື່ອເພີ້ມການສົ່ງອອກໄປຈີນນັ້ນ ຍັງຈະສືບຕໍ່ແລະເພີ້ມຂຶ້ນທຸກປີ ເຊິ່ງເຫັນໄດ້ຈາກການສູນເສຍພື້ນທີ່ປ່າໄມ້ໃນລາວ ຄິດເປັນພື້ນທີ່ກວ້າງຫຼາຍກວ່າ 2 ແສນເຮັກຕ້າຕໍ່ປີ ນັບຈາກປີ 2021 ເປັນຕົ້ນມາ ໂດຍສະເພາະແມ່ນຢູ່ໃນເຂດ 8 ແຂວງພາກເໜືອຂອງລາວນັ້ນ ເຊິ່ງພື້ນທີ່ກະສິກໍາສ່ວນໃຫຍ່ ເປັນເຂດສໍາປະທານຂອງບັນດາບໍລິສັດຈາກຈີນ ກໍຄືເຂດທີ່ມີເຈດຕະນາໃນການລັກລອບເຜົາປ່າໄມ້ຫຼາຍທີ່ສຸດ ເພາະວ່າຊາວກະສິກອນລາວຕ້ອງການບຸກເບີກເຜົາພື້ນທີ່ສໍາລັບການປູກມັນຕົ້ນ ເຊິ່ງໃນປັດຈຸບັນ ຕະຫຼາດໃນຈີນມີຄວາມຕ້ອງການຢ່າງບໍ່ຈໍາກັດ ເພື່ອໃຊ້ເປັນວັດຖຸດິບໃນການຜະລິດອາຫານສັດ, ໃນນີ້ ແຂວງໄຊສົມບູນ ກໍຄືແຂວງນຶ່ງທີ່ມີການລັກລອບເຜົາປ່າໄມ້ ຫຼາຍທີ່ສຸດ ດັ່ງທີ່ຜູ້ປະສານງານເຄືອຂ່າຍອະນຸລັກ ໄດ້ຢືນຢັນວ່າ:

“ໃນຂົງເຂດຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມໃນ 6 ເດືອນຕົ້ນປີ 2023 ເຫັນວ່າ ມີສະພາບການບຸກລຸກຖາງປ່າຈູດປ່າຫຼາຍກວ່າທຸກປີທີ່ຜ່ານມາ ໂດຍສະເພາະແມ່ນ 3 ປະເພດປ່າ, ແຂວງໄຊສົມບູນມີ 98 ບ້ານ, ມີ 56 ບ້ານໄປບຸກລຸກປ່າ ມີ 1,202 ຄອບຄົວ, ປ່າຖືກທໍາລາຍ 3,608.11 ເຮັກຕ້າ ມີຜົນກະທົບຕໍ່ເຂື່ອນທີ່ກໍາລັງສ້າງ, ອັນນີ້ແມ່ນມີບັນຫາຫຼາຍ ມັນຊິບໍ່ມີນໍ້າ.”

ແຕ່ຢ່າງໃດກໍຕາມ, ບັນຫາທີ່ໜ້າເປັນຫ່ວງຢ່າງຍິ່ງສໍາລັບຊາວກະສິກອນລາວກໍຄື ການບໍ່ມີຂໍ້ມູນທີ່ຈະແຈ້ງວ່າ ຕະຫຼາດຢູ່ຈີນມີຄວາມຕ້ອງການມັນຕົ້ນເທົ່າໃດແທ້ໃນປັດຈຸບັນ ແລະຍັງຈະຕ້ອງການເພີ້ມຂຶ້ນ ຫຼືຫຼຸດລົງເທົ່າໃດ ໃນໄລຍະຕໍ່ໄປ ເຊິ່ງຊາວກະສິກອນລາວກໍເຄີຍປະສົບບັນຫາດັ່ງກ່າວນີ້ມາແລ້ວກໍຄື ການພາກັນປູກໝາກເດືອຍຢ່າງຫຼວງຫຼາຍເພື່ອສົ່ງໄປຈີນ ແຕ່ເມື່ອຕະຫຼາດໃນຈີນຢຸດການຮັບຊື້ ກໍເຮັດໃຫ້ຊາວກະສິກອນລາວຂາດທຶນຢ່າງໜັກ, ດັ່ງທີ່ສະມາຊິກສະພາແຫ່ງຊາດລາວ ໄດ້ໃຫ້ການຢືນຢັນວ່າ:

“ປີຜ່ານມານີ້ ກະມີຂະບວນການຖາງປ່າປູກມັນຕົ້ນ ແຕ່ວ່າ ການຖາງປ່າປູກມັນຕົ້ນນີ້ ຂ້າພະເຈົ້າກະຍັງສົງໄສວ່າ ຕະຫຼາດມີຄວາມຕ້ອງການເທົ່າໃດແທ້ ແລ້ວພວກເຮົາຈະຊຸກຍູ້-ສົ່ງເສີມຈັກເຮັກຕ້າ, ແລ້ວຈະປູກຢູ່ເຂດໃດ, ອັນນີ້ລະບັນຫາຂອງພວກເຮົາດຽວນີ້, ມັນມີປູກຢູ່ໜ້າເຮືອນກະມີ ປູກຢູ່ແຄມເຮືອນກະມີ ຄັນວ່າປູກຫຼາຍຄືແນວນີ້ນິ ຄັນຕະຫຼາດບໍ່ຮອງຮັບນິ ກະເຄີຍມີບັນຫາ, ພວກເຮົາມີບົດຮຽນເຈັບແສບນໍາໝາກເດືອຍເທື່ອນຶ່ງແລ້ວ ໂຕນີ້ສ່ວນຫຼາຍກະແມ່ນປະຊາ ຊົນເຫັນວ່າປູກມັນຕົ້ນນິຂາຍດີ ກະພາກັນເຮັດ.”

ສ່ວນເຈົ້າໜ້າທີ່ໃນກະຊວງກະສິກໍາ ແລະປ່າໄມ້ຢືນຢັນວ່າ ໄຟປ່າໃນຊ່ວງລະດູຮ້ອນຂອງທຸກປີ ເຮັດໃຫ້ປ່າໄມ້ໃນລາວເສຍຫາຍຫຼາຍກວ່າ 100,000 ເຮັກຕ້າໃນແຕ່ລະປີ ໂດຍສະເພາະແມ່ນຢູ່ໃນເຂດແຂວງພາກເໜືອ ທີ່ມີການລັກລອບເຜົາປ່າເພື່ອເຮັດໄຮ່ເລື່ອນລອຍໂດຍປະຊາຊົນລາວບັນດາເຜົ່ານັ້ນ ກໍຄືເຂດທີ່ປ່າໄມ້ເສຍຫາຍຫຼາຍທີ່ສຸດ ໂດຍມີສາເຫດຈາກບັນຫາຍາກຈົນຂອງປະຊາຊົນທີ່ເປັນປະຊາກອນສ່ວນໃຫຍ່ ທີ່ຢູ່ໃນເຂດດັ່ງກ່າວ, ເພາະສະນັ້ນ ຈຶ່ງເປັນການຍາກທີ່ຈະຢຸດຢັ້ງການເຜົາປ່າໃນເຂດດັ່ງກ່າວໄດ້ຢ່າງແທ້ຈິງ ນອກຈາກຈະໄດ້ມີການແກ້ບັນຫາຍາກຈົນຂອງປະຊາຊົນລາວໄດ້ຢ່າງເປັນຮູບປະທໍາເທົ່ານັ້ນ.

ກ່ອນໜ້ານີ້ ຜູ້ປະສານງານອົງການ Green Peace ໃນອາຊຽນ ເປີດເຜີຍວ່າ ການສໍາຫຼວດສະພາບປ່າໄມ້ໃນລຸ່ມແມ່ນໍ້າຂອງຕອນເທິງ ດ້ວຍການບັນທຶກພາບຖ່າຍໂດຍດາວທຽມ ສໍາຫຼວດໃນໄລຍະ 5 ປີທີ່ຜ່ານມາ ພົບວ່າ ພາກເໜືອຂອງລາວເປັນເຂດທີ່ມີການເຜົາປ່າໄມ້ ເພື່ອເຮັດໄຮ່ເລື່ອນລອຍຫຼາຍທີ່ສຸດ ໂດຍມີປ່າໄມ້ທີ່ຖືກເຜົາໃນວົງກວ້າງຫຼາຍກວ່າ 820,000 ເຮັກຕ້າ, ຕິດຕາມດ້ວຍມຽນມາ 465,000 ເຮັກຕ້າ, ໄທ 4 ແສນກວ່າເຮັກຕ້າ ແລະພືດທີ່ປູກສ່ວນໃຫຍ່ກໍຄືສາລີ ໂດຍສະເພາະແມ່ນການປູກສາລີຢູ່ໃນມຽນມາ ແລະລາວນັ້ນ ມີເປົ້າໝາຍເພື່ອສົ່ງອອກໄປຈີນເປັນຫຼັກ. ໝາຍຄວາມວ່າ ປ່າໄມ້ທີ່ຖືກເຜົາທັງໃນລາວແລະ ມຽນມານັ້ນ ກໍຄືເຂດສໍາປະທານຂອງບັນດາບໍລິສັດຈາກຈີນ ທີ່ໄດ້ວ່າຈ້າງແຮງງານທ້ອງຖິ່ນ ທັງໃນລາວ ແລະມຽນມາ ເພື່ອໃຫ້ບຸກເບີກພື້ນທີ່ສໍາປະທານຂອງພວກຕົນ ດ້ວຍການເຜົາປ່າໄມ້ນັ້ນເອງ.

XS
SM
MD
LG