ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວກະສິກອນລາວ ຕ້ອງປັບປຸງການຜະລິດສິນຄ້າ ໃຫ້ໄດ້ຄຸນນະພາບສາກົນ ຈຶ່ງຈະສາມາດສົ່ງອອກໄປຕ່າງປະເທດໄດ້ ຢ່າງແທ້ຈິງ


ຟ້າມລ້ຽງງົວ ແຫ່ງນຶ່ງໃນ ສປປ ລາວ
ຟ້າມລ້ຽງງົວ ແຫ່ງນຶ່ງໃນ ສປປ ລາວ

ຊາວກະສິກອນລາວ ຕ້ອງປັບປຸງການຜະລິດສິນຄ້າ ໃຫ້ໄດ້ຄຸນນະພາບສາກົນ ຈຶ່ງຈະສາມາດສົ່ງອອກໄປຕ່າງປະເທດໄດ້ຢ່າງແທ້ຈິງ ຫາກບໍ່ສະນັ້ນ ລາວກໍຍັງຈະຕ້ອງຂາດດຸນການຄ້າຕ່າງປະເທດຕໍ່ໄປ ຊຶ່ງ ຊົງຣິດ ໂພນເງິນ ມີລາຍງານ ຈາກບາງກອກ.

ດຣ. ອັດ ພິສານວານິດ ຜູ້ອຳນວຍການສູນສຶກສາການຄ້າລະຫວ່າງປະເທດແຫ່ງມະຫາວິທະຍາໄລ ຫໍການຄ້າໄທ ໃຫ້ທັດສະນະວ່າ ສາເຫດສຳຄັນທີ່ສຸດທີ່ເຮັດໃຫ້ ສປປ ລາວ ປະເຊີນກັບວິກິດການທາງເສດຖະກິດຢ່າງໜັກໜ່ວງ ກໍຄືການຂາດດຸນການຄ້າຕ່າງປະເທດຢ່າງຕໍ່ເນື່ອງ ຊຶ່ງເຮັດໃຫ້ລາວ ຕ້ອງປະເຊີນກັບບັນຫາຂາດແຄນເງິນຕາຕ່າງປະເທດຢ່າງຮຸນແຮງ ໂດຍເມື່ອສົມທົບກັບການລະບາດໄວຣັສໂຄວິດ-19 ສົງຄາມຣັດເຊຍ-ຢູເຄຣນ ແລະການຕົກຕ່ຳລົງຂອງພາກການທ່ອງທ່ຽວດ້ວຍນັ້ນ ກໍຍິ່ງເຮັດໃຫ້ອັດຕາເງິນເຟີ້ ແລະດັດຊະນີລາຄາການຊົມໃຊ້ໃນລາວ ປັບຕົວສູງຂຶ້ນນັບມື້ ເພາະວ່າ ລາວມີການຜະລິດສິນຄ້າເພື່ອສົ່ງອອກທີ່ບໍ່ຫລາກຫຼາຍນັ້ນເອງ ດັ່ງທີ່ ດຣ. ອັດ ໄດ້ໃຫ້ການຢືນຢັນວ່າ:

“ການສົ່ງອອກຂອງ ສປປ ລາວ ຫັ້ນ ສິນຄ້າໃນການສົ່ງອອກບໍ່ຫຼາກຫຼາຍຄືກັບປະເທດອື່ນໆ ລາຍໄດ້ຫຼັກໆ ກໍຈະເປັນຈາກໄຟຟ້າ ຈາກພະລັງງານນ້ຳ ແລະແຮ່ທາດຕ່າງໆ ເຮົາບໍ່ຄ່ອຍເຫັນສິນຄ້າກະສິກຳຂອງ ສປປ ລາວ ສົ່ງໄປຍັງຕ່າງປະເທດ ເພາະສະນັ້ນ ພໍເຈິກັບໂຄວິດເຂົ້າໄປ ເຈິສົງຄາມຣັດເຊຍ-ຢູເຄຣນ ເຂົ້າໄປ ລາຍໄດ້ທີ່ເຂົ້າປະເທດ ກໍເລີຍໜ້ອຍ ນອກຈາກສົ່ງອອກບໍ່ຫຼາກຫຼາຍແລ້ວຫັ້ນ ລາວກໍເພິ່ງພານັກທ່ອງທ່ຽວຈາກຕ່າງປະເທດ ພໍເຈິໂຄວິດເຂົ້າໄປ ກໍເຂົ້າປະເທດບໍ່ໄດ້ ເຮັດໃຫ້ເງິນຕາຕ່າງປະເທດຫລຸດລົງ.”

ຊາວນາລາວ ກຳລັງພາກັນດຳນາ ກ່ອນລະດູຝົນ.
ຊາວນາລາວ ກຳລັງພາກັນດຳນາ ກ່ອນລະດູຝົນ.

ທັງນີ້ ໃນປີ 2022 ລາວສົ່ງສິນຄ້າກະສິກຳໄປຕ່າງປະເທດໄດ້ ໃນມູນຄ່າລວມ 1,180 ລ້ານໂດລາ ໂດຍເພີ້ມຂຶ້ນເຖິງ 40 ເປີເຊັນທຽບໃສ່ປີ 2021 ໃນນີ້ເປັນການສົ່ງອອກພືດແລະຜະລິດຕະພັນ ຈາກພືດທີ່ມູນຄ່າລວມ 1,120 ລ້ານໂດລາ ແລະສົ່ງອອກສັດປີກ ງົວ ຄວາຍ ໝູ ແບ້ ແລະ ແກະ ໃນມູນຄ່າລວມພຽງແຕ່ 53 ລ້ານໂດລາເທົ່ານັ້ນ ເຖິງແມ່ນວ່າ ຈະໄດ້ຮັບໂຄວຕາໃນການສົ່ງງົວໄປຈີນ ເຖິງ 5 ແສນໂຕໃນແຕ່ລະປີກໍຕາມ ແຕ່ວ່າ ດ້ວຍເຫດທີ່ລະບົບການລ້ຽງງົວ-ຄວາຍໃນລາວ ຍັງບໍ່ທັນໄດ້ມາດຕະຖາານຕາມກຳນົດຂອງລັດຖະບານຈີນນັ້ນ ຈຶ່ງເຮັດໃຫ້ບໍ່ສາມາດຈັດສົ່ງງົວໄປຈີນ ໄດ້ຕາມໂຄຕາດັ່ງກ່າວ ເພາະວ່າ ລັດຖະບານລາວ ຍັງບໍ່ສາມາດຈະເພີ້ມການຜະລິດສິນຄ້າກະສິກຳແລະປະສຸສັດ ທີ່ໄດ້ມາດຕະຖານຕາມຄວາມຕ້ອງການຂອງຕະຫຼາດຕ່າງປະເທດຢ່າງແທ້ຈິງ ດັ່ງທີ່ ທ່ານເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳແລະປ່າໄມ້ ໄດ້ຖະແຫລງຢືນຢັນວ່າ:

“ຂໍ້ບັນຫາທີ່ຕິດພັນກັບການສົ່ງອອກນີ້ ແມ່ນອັນຫຼັກໆ ແມ່ນບັນດາປະເທດທີ່ນຳເຂົ້າສິນຄ້າຈາກ ສປປ ລາວ ແມ່ນນັບມື້ນັບມີມາດຕະຖານສູງຂຶ້ນຕ້ອງການຄຸນນະພາບດີຂຶ້ນ ແລະການເຈລະຈາຕ້ອງໃຊ້ເວລາດົນ ກ່ອນສິໄດ້ລາຍການໜຶ່ງຫັ້ນ ເຮົາກຊຕ້ອງເຈລະຈາຕ່ຳສຸດ 2 ປີຂຶ້ນໄປ ແຕ່ລະລາຍການເດ້.”

ໂດຍກະຊວງການຄ້າຈີນ ໄດ້ກຳນົດ 12 ເງື່ອນໄຂດ້ວຍກັນສຳລັບການນຳເຂົ້າງົວຈາກລາວ ກໍຄືງົວຕ້ອງມີນ້ຳໜັກ 350 ກິໂລກຣາມຂຶ້ນໄປ ອາຍຸບໍ່ເກີນ 4 ປີ ຕ້ອງມາຈາກພື້ນທີ່ທີ່ປາສະຈາກພະຍາດປາກເປື່ອຍລົງເລັບ ຕ້ອງລ້ຽງຢູ່ໃນເຂດທ້ອນໂຮມຢ່າງໜ້ອຍ 45 ວັນ ຕ້ອງມີການລ້ຽງແຍກເພດ ແລະໃນ 6 ເດືອນ ຕ້ອງກວດບໍ່ພົບພະຍາດຕິດຕໍ່ທຸກຊະນິດ ຕ້ອງຂຶ້ນທະບຽນສັດ ກວດການຖືພາ ສັກຢາກັນເຊື້ອປາກເປື່ອຍລົງເລັບ 2 ເຂັມ ຈັດເກັບຕົວຢ່າງ ແລະວິໄຈພະຍາດເປັນປະຈຳ ຕິດຕາມການໃຊ້ອາຫານ ແລະຢາປິ່ນປົວ ຄວບຄຸມການເຄື່ອນຍ້າຍທີ່ໄດ້ມາດຕະຖານ ແລະຕ້ອງກັກສັດ 30 ວັນກ່ອນທີ່ຈະສົ່ງໄປຈີນ.

ສ່ວນການສົ່ງອອກສິນຄ້າກະສິກຳລາວໃນ 6 ເດືອນຕົ້ນປີ 2023 ນີ້ມີມູນຄ່າເກີນກວ່າ 1,000 ລ້ານໂດລາ ໃນນີ້ເປັນການສົ່ງໄປຈີນໃນສັດສ່ວນເຖິງ 85 ເປີເຊັນ ທີ່ເປັນໂຄວຕາວິເສດທີ່ລັດຖະບານຈີນ ອະນຸຍາດໃຫ້ນຳເຂົ້າຈາກລາວ 14 ຊະນິດ ແລະໃນປີ 2023 ນີ້ ລັດຖະບານລາວ ຍັງຄາດຫວັງວ່າ ລັດຖະ ບານຈີນ ຈະເພີ້ມໂຄຕາໃຫ້ອີກໃນ 91 ຊະນິດ ທີ່ລັດຖະບານລາວ ໄດ້ສະເໜີຕໍ່ລັດຖະບານຈີນ ແຕ່ກໍຍັງບໍ່ມີທີທ່າວ່າ ລັດຖະບານຈີນ ຈະເພີ້ມໂຄຕາການນຳເຂົ້າສິນຄ້າກະສິກຳຈາກລາວແຕ່ຢ່າງໃດ.

XS
SM
MD
LG