ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກະເສດຕະກອນ ລາວ ໃນແຂວງຫຼວງນໍ້າທາ ສົ່ງຜະລິດຜົນ ທາງການກະເສດໄປ ຈີນ ເພີ່ມຂຶ້ນນັບມື້


ເຈົ້າໜ້າທີ່ ລາວ ແລະ ຈີນ ກວດກາເບິ່ງເຂົ້າທີ່ຈະສົ່ງອອກໄປ ຈີນ.
ເຈົ້າໜ້າທີ່ ລາວ ແລະ ຈີນ ກວດກາເບິ່ງເຂົ້າທີ່ຈະສົ່ງອອກໄປ ຈີນ.

ກະເສດຕະກອນ ລາວ ໃນແຂວງຫຼວງນໍ້າທາ ສົ່ງຜະລິດຜົນທາງການກະເສດໄປ ຈີນ
ເພີ່ມຂຶ້ນນັບມື້ ຫາແຕ່ກໍຕ້ອງພາກັນຕັດຕົ້ນຢາງພາລາຖິ້ມເພີ່ມຂຶ້ນນັບມື້ ເນື່ອງຈາກລາ
ຄາຢາງພາລາບໍ່ມີຄວາມແນ່ນອນ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກຳ-ປ່າໄມ້ ເປີດເຜີຍວ່າກະເສດຕະກອນທີ່ປູກຢາງ
ພາລາໃນ ລາວ ຍັງພາກັນຕັດຕົ້ນຢາງພາລາຖິ້ມເພີ່ມຂຶ້ນນັບມື້ ເພາະວ່າລາຄາຢາງພາ
ລາໃນ ລາວ ທີ່ຕົກຕໍ່າລົງນັບຈາກປີ 2013 ເປັນຕົ້ນມາ ໂດຍລາຄາຢາງພາລາໃນ ລາວ
ໄດ້ຕົກຕໍ່າລົງຈາກ 17,000 ກີບຕໍ່ກິໂລກຣາມ ມາເປັນ 2,500 ກີບຕໍ່ກິໂລກຣາມໃນປີ
2016 ຫຼຸດລົງກວ່າ 680 ເປີເຊັນທຽບໃສ່ປີ 2013 ແລະ ເຖິງແມ່ນວ່າໃນປັດຈຸບັນລາຄາ
ຢາງພາລາຈະປັບຕົວສູງຂຶ້ນເປັນ 9,000-10,000 ກີບຕໍ່ກິໂລກໍຕາມ ຫາກແຕ່ວ່າດ້ວຍ
ເຫດທີ່ລາຄາຢາງພາລາຍັງມີການປັບຕົວຂຶ້ນ-ລົງຕະຫຼອດເວລາ ແລະ ບໍ່ມີຄວາມແນ່
ນອນ ຈຶ່ງເຮັດໃຫ້ກະເສດຕະກອນ ລາວ ຍັງຄົງພາກັນຕັດຕົ້ນຢາກພາລາຖິ້ມຢູ່ເລື້ອຍມາ
ແລະ ໄດ້ພາກັນຫັນໄປປູກພືດຊະນິດອື່ນທົດແທນເພື່ອສົ່ງອອກໄປ ຈີນ ເພີ່ມຂຶ້ນຢ່າງຕໍ່
ເນື່ອງ.

ໂດຍສະເພາະແມ່ນແຂວງຫຼວງນໍ້າທາ ນັ້ນຖືເປັນເຂດທີ່ກະເສດຕະກອນ ລາວ ໄດ້ພາກັນ
ຕັດຕົ້ນຢາງພາລາຖິ້ມຫຼາຍທີ່ສຸດ ແລະ ໄດ້ຫັນໄປປູກຖົ່ວຝັກຂຽວ, ໝາກອຶ, ອ້ອຍ ແລະ
ພືດເສດຖະກິດຊະນິດຕ່າງໆ ເພື່ອສົ່ງໄປ ຈີນ ເພີ່ມຂຶ້ນເລື້ອຍໆ ໃນນີ້ກໍລວມເຖິງກະເສດ
ຕະກອນ ລາວ ໃນເຂດເມືອງລອງ ດ້ວຍ ຊຶ່ງໃນຊ່ວງ 5 ເດືອນທຳອິດຂອງປີ 2017 ນີ້ ກໍ
ປາກົດວ່າ ກະເສດຕະກອນ ລາວ ໃນເຂດເມືອງລອງ ໄດ້ສົ່ງຜົນຜະລິດດ້ານການກະເສດ
ໄປ ຈີນ ແລ້ວຄິດເປັນມູນຄ່າລວມເກີນກວ່າ 40 ຕື້ກີບ ດັ່ງທີ່ທ່ານ ພົມມະສຸກ ວິໄລກຸນ
ເຈົ້າເມືອງ ເມືອງລອງ ໄດ້ໃຫ້ການຢືນຢັນວ່າ.

"ພວກເຮົາໄດ້ສົ່ງເສີມການປູກໝາກຖົ່ວຟັກຂຽວສົ່ງອອກ ຈີນ ປີນີ້ກໍເກືອບຮອດ 100
ເຮັກຕາ ຄິດໄລ່ເປັນມູນຄ່າກໍເກືອບ 2 ຕື້ ນອກຈາກນັ້ນກໍປູກໝາກອຶ, ປູກໝາກໂມສົ່ງ
ອອກໃຫ້ ສປ. ຈີນ ປີໜຶ່ງກໍບໍ່ຕໍ່າກວ່າ 2,000 ຫາ 3,000 ໂຕນ ມູນຄ່າກະ 2 ຫາ 3
ຕື້ກີບ. ອີກ 2 ລາຍການທີ່ເປັນລາຍການໃຫຍ່ປະຊາຊົນ ພວກເຮົາກະເອົາໃຈໃສ່ປູກ
ແລ້ວກໍເຫັນຜົນໂຕຈິງແມ່ນການປູກອ້ອຍສົ່ງອອກ ສປ. ຈີນ 6 ໝື່ນກວ່າໂຕນ ສະເລ່ຍ
ໄລ່ເປັນມູນຄ່າໂຕຈິງປະມານ 24 ຕື້ກວ່າກີບ."

ແຕ່ຢ່າງໃດກໍຕາມ ກະຊວງກະສິກຳ-ປ່າໄມ້ ຍັງບໍ່ມີສະຖິຕິທີ່ຄັກແນ່ວ່າກະເສດຕະກອນ
ລາວ ໄດ້ພາກັນຕັດຕົ້ນຢາງພາລາໄປແລ້ວໃນເນື້ອທີ່ລວມເທົ່າໃດໃນທົ່ວປະເທດ ຫາກ
ແຕ່ຈາກການເກັບກຳຂໍ້ມູນເບື້ອງຕົ້ນສະເພາະໃນເຂດແຂວງຫຼວງນໍ້າທາ ນັ້ນກໍພົບວ່າ ກະເສດຕະກອນ ລາວ ໃນແຂວງດັ່ງກ່າວນີ້ໄດ້ພາກັນຕັດຕົ້ນຢາງພາລາໄປແລ້ວໃນເນື້ອ
ທີ່ຫຼາຍພັນເຮັກຕາ ທັງຍັງຈະມີການຕັດຕໍ່ໄປອີກ ເພາະວ່າໃນແຂວງຫຼວງນໍ້າທາ ມີການ
ປູກຢາງພາລາໃນເນື້ອທີ່ລວມເຖິງ 35,000 ເຮັກຕານັ້ນເອງ.

ໃນປັດຈຸບັນມີສວນຢາງພາລາຄິດເປັນເນື້ອທີ່ລວມ 300,000 ກວ່າເຮັກຕາໃນທົ່ວປະ
ເທດລາວ ຊຶ່ງສ່ວນໃຫຍ່ເປັນພື້ນທີ່ສຳປະທານຂອງບັນດາບໍລິສັດ ຈີນ, ຫວຽດນາມ ແລະ
ໄທ. ສ່ວນກະເສດຕະກອນ ລາວ ກໍປູກຢາງພາລາພາຍໃຕ້ສັນຍາກະເສດພັນທະ ທີ່ຕົກ
ລົງກັບບໍລິສັດ ຈີນ, ຫວຽດນາມ ແລະ ໄທ ດັ່ງກ່າວ.

ທາງດ້ານບໍລິສັດລົງທຶນປູກຢາງພາລາ ຢຸນນານ ຈຳກັດຈາກ ຈີນ ລາຍງານວ່າບໍລິສັດໄດ້
ວາງແຜນຈະຂະຫຍາຍເນື້ອທີ່ປູກຢາງພາລາທີ່ມີຢູ່ແລ້ວ 6,000 ກວ່າເຮັກຕາ ໃນເຂດ
ແຂວງບໍ່ແກ້ວ, ຫຼວງພະບາງ, ຫຼວງນໍ້າທາ ແລະ ໄຊຍະບູລີ ໃຫ້ເພີ່ມຂຶ້ນເປັນ 30,000
ເຮັກຕາ ຊຶ່ງຈະເຮັດໃຫ້ມີຜົນຜະລິດນໍ້າຢາງພາລາເພີ່ມຂຶ້ນຈາກ 20,000 ໂຕນຕໍ່ປີໃນປັດ
ຈຸບັນເປັນ 3 ແສນກວ່າໂຕນໃນປີ 2020.

ໂດຍໃນຕະຫຼອດປີ 2016 ບັນດາຜູ້ປະກອບການ ແລະ ຊາວສວນຢາງພາລາໃນທົ່ວປະ
ເທດ ລາວ ມີຜົນຜະລິດຢາງພາລາລວມກັນເຖິງ 309,150 ໂຕນທີ່ເປັນຜົນຜະລິດຈາກ
ເນື້ອທີ່ປູກຢາງ 198,000 ເຮັກຕາ ຫາກແຕ່ໃນທົ່ວປະເທດ ລາວ ໄດ້ປູກຢາງພາລາໄປ
ແລ້ວ ໃນເນື້ອທີ່ທັງໝົດ 3 ແສນກວ່າເຮັກຕາ ຊຶ່ງຈະເຮັດໃຫ້ມີຜົນຜະລິດລວມເກີນກວ່າ 440,000 ໂຕນໃນປີ 2017 ເພາະສະນັ້ນ ຖ້າຫາກລາຄາຢາງພາລາຍັງຕົກຕໍ່າຕໍ່ໄປ ກໍ
ຍ່ອມຈະສົ່ງຜົນກະທົບຕໍ່ຊາວສວນຢາງໃນ ລາວ ເພີ່ມຂຶ້ນອີກຢ່າງຫຼີກລ່ຽງບໍ່ໄດ້.

XS
SM
MD
LG