ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊາວກະສິກຳ ລາວ ຍັງປະເຊີນກັບັນຫາຕົ້ນທຶນການຜະລິດສູງຂຶ້ນນັບມື້ ແຕ່ຜົນຜະລິດຍັງມີຄຸນນະພາບຕໍ່າ


​ການ​ລ້ຽງ​ງົວ​ໃນ ສ​ປ​ປ ລາວ
​ການ​ລ້ຽງ​ງົວ​ໃນ ສ​ປ​ປ ລາວ

ຊາວກະສິກຳລາວຍັງປະເຊີນກັບັນຫາຕົ້ນທຶນການຜະລິດສູງຂຶ້ນນັບມື້ ແຕ່ຜົນຜະລິດຍັງມີຄຸນນະພາບຕໍ່າຈຶ່ງເຮັດໃຫ້ຜົນຜະລິດກະສິກຳຈຳນວນຫຼາຍບໍ່ຜ່ານເກນມາດຕະຖານການສົ່ງອອກໄປຕ່າງປະເທດ.

ນັກທຸລະກິດໃນສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ລາວ ໄດ້ໃຫ້ການຢືນຢັນວ່າການຜະລິດສິນຄ້າກະສິ ກຳຂອງລາວເພື່ອສົ່ງອອກໄປຕ່າງປະເທດໃນປັດຈຸບັນນີ້ຍັງຕ້ອງປະເຊີນກັບບັນຫາຕົ້ນທຶນການຜະລິດສູງຂຶ້ນນັບມື້ ຊຶ່ງນອກຈາກຈະມີສາເຫດມາຈາກລາຄາພະລັງງານໄຟຟ້າ, ນໍ້າມັນ ແລະ ປຸຍເຄມີທີ່ມີການປັບຕົວສູງຂຶ້ນແລ້ວ ກໍຍັງເປັນຜົນກະທົບຈາກການຕົກຕໍ່າລົງຂອງຄ່າເງິນກີບອີກດ້ວຍ ເພາະການຕົກຕໍ່າຂອງຄ່າເງິນກີບຍັງໄດ້ເຮັດໃຫ້ອຳນາດການຊື້ສິນຄ້າຕ່າງໆຂອງຊາວກະສິກອນລາວຫຼຸດລົງດ້ວຍເຊັ່ນກັນອັນໄດ້ສົ່ງຜົນກະທົບເຮັດໃຫ້ຄຸນນະ ພາບຂອງຜົນຜະລິດບໍ່ໄດ້ມາດຕະຖານຕາມຕ້ອງການຂອງຕະຫຼາດໃນຕ່າງປະເທດອີກດ້ວຍ ຊຶ່ງກໍໝາຍຄວາມວ່າຜົນຜະລິດກະສິກຳຂອງລາວບໍ່ຜ່ານເກນມາດຕະຖານທີ່ຈະສົ່ງອອກໄປຕ່າງປະເທດນັ້ນເອງ ດັ່ງທີ່ນັກທຸລະກິດລາວໄດ້ໃຫ້ການຢືນຢັນວ່າ

“ບັນຫາທີ່ຫຍຸ້ງຍາກໂດຍສະເພາະລະແມ່ນບັນຫາສິນຄ້າສົ່ງໄປເນາະ ບາງໂຕສິນຄ້າຂອງພວກເຮົາຫັ້ນຍັງຂາດມາດຕະຖານ ເພາະວ່າສິນຄ້າປາຍທາງເຂົາຕ້ອງໃຫ້ພວກເຮົາໄດ້ຕາມເງື່ອນໄຂຂອງເຂົາທີ່ໄດ້ລະບຸໄວ້ ສ່ວນໃຫຍ່ມັນເປັນສິນຄ້າກະສິກຳ ບັດນີ້ຄ່າຂົນສົ່ງນີ້ກະເປັນບັນຫານຶ່ງທີ່ເຮັດໃຫ້ພວກເຮົາມີຄວາມຫຍຸ້ງຍາກ ແລ້ວກະສິນຄ້າກະລາຄາເພີ່ມຂຶ້ນເນາະ ກະສູງຂຶ້ນຈາກນັ້ນແລ້ວກະບັນຫາການເກັບຄ່າທາງບໍ່, ຄ່າດ່ານເຮົາແນ່ ໂດຍສະເພາະກະແມ່ນທ່າບົກຫັ້ນ.”

ໃນປີ 2022 ລາວສົ່ງອອກສິນຄ້າກະສິກຳໄປຕ່າງປະເທດໃນມູນຄ່າລວມ 1,180 ລ້ານໂດລາເພີ່ມຂຶ້ນເຖິງ 40 ເປີເຊັນທຽບໃສ່ປີ 2021 ໃນນີ້ເປັນການສົ່ງອອກພືດ ແລະ ຜະລິດຕະພັນຈາກພືດໃນມູນຄ່າ 1,120 ລ້ານໂດລາສ່ວນການສົ່ງອອກສັດປີກ, ງົວ, ຄວາຍ,​ ໝູ, ແບ້ ແລະ ແກະນັ້ນມີມູນຄ່າລວມພຽງແຕ່ 53 ລ້ານໂດລາເທົ່ານັ້ນ ເຖິງແມ່ນວ່າລາວຈະໄດ້ໂຄຕ້າການສົ່ງງົວໄປ ຈີນ ເຖິງ 5 ແສນຕົວຕໍ່ປີກໍ່ຕາມ ແຕ່ວ່າລະບົບການລ້ຽງທີ່ຍັງບໍ່ໄດ້ມາດຕະ ຖານດັ່ງກ່າວ ຈຶ່ງເຮັດໃຫ້ບໍ່ສາມາດສົ່ງງົວໄປຈີນໄດ້ຕາມໂຄຕ້າແຕ່ຢ່າງໃດ ສະນັ້ນເພື່ອເປັນການເພີ່ມມູນຄ່າການສົ່ງອອກສິນຄ້າກະສິກຳໃຫ້ສູງຂຶ້ນໃນປີ 2023​ ນີ້ທາງການລາວຈຶ່ງຈະໃຫ້ການສົ່ງເສີມເປັນພິເສດໃນການຜະລິດສິນຄ້າກະສິກຳໃນປະເພດທີ່ລາວໄດ້ຮັບສິດທິພິເສດທາງການຄ້າຈາກຕ່າງປະເທດເປັນດ້ານຫຼັກ ເພາະວ່າຊາວກະສິກອນລາວຍັງບໍ່ສາມາດຈະຜະລິດສິນຄ້າທີ່ມີຄຸນນະພາບສູງນັ້ນເອງ ດັ່ງເຈົ້າໜ້າທີ່ກະຊວງກະສິກຳ ແລະ ປ່າໄມ້ໄດ້ໃຫ້ການຢືນຢັນວ່າ

“ພວກເຮົາໄດ້ສົ່ງອອກພືດກໍມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ ໂດຍສະເພາະແມ່ນການສົ່ງອອກໄປ ສປ ຈີນ ພວກເຮົາໄດ້ເຊັນການເປີດຕະຫຼາດພືດ ສປ ຈີນ ຕາມຂໍ້ກຳນົດ ແລະ ເງື່ອນໄຂ ຊຶ່ງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ກະໄດ້ເຊັນກັບອົງການພາສີແຫ່ງຊາດ ຈີນ ມີທັງໝົດ 16 ພືດຕໍ່ມາແຫຼະກໍມີ ສສ ຫວຽດນາມ ມີທັງໝົດ 16 ພືດເຊັ່ນກັນ ແລະ ຣາຊະອານາຈັກ ໄທ 15 ພືດ ແລະ ນອກຈາກນັ້ນກະມີສະຫະພາບຢູໂຣບ, ອອສເຕຣເລຍ ແລະ ຈຳນວນນຶ່ງກະໄປສາທາລະນະລັດ ເກົາຫຼີ.”

ທັງນີ້ການສົ່ງອອກສິນຄ້າກະສິກຳຂອງລາວໃນປີ 2022 ເປັນການສົ່ງໄປ ຈີນ ໃນສັດສ່ວນ 80 ເປີເຊັນທີ່ເປັນໂຄຕ້າພິເສດທີ່ລັດຖະບານ ຈີນ ອະນຸຍາດໃຫ້ນຳເຂົ້າຈາກລາວ 16 ຊະນິດເຊັ່ນເຂົ້າ, ສາລີ, ມັນຕົ້ນ, ກ້ວຍ, ໝາກໂມ, ຖົ່ວຝັກຍາວ, ຖົ່ວເຫຼືອງ, ຖົ່ວເບີ, ໝາກນາວ, ງົວ, ຄວາຍ, ແລະ ໃນປີ 2023 ນີ້ລັດຖະບານ ລາວ ຫວັງວ່າລັດຖະບານ ຈີນ ຈະເພີ່ມໂຄຕ້າໃຫ້ອີກເຖິງ 91 ຊະນິດພືດ.

ສ່ວນກະຊວງການຄ້າ ຈີນ ກໍໄດ້ກຳນົດ 12 ເງື່ອນໄຂສຳລັບການນຳເຂົ້າງົວຈາກ ລາວ ຄືງົວຕ້ອງນໍ້າໜັກ 350 ກິໂລ ກຣາມຂຶ້ນໄປ ອາຍຸບໍ່ເກີນ 4 ປີຕ້ອງມາຈາກເຂດທີ່ບໍ່ມີພະຍາດປາກເປື່ອຍລົງເລັບ, ຕ້ອງລ້ຽງໃນເຂດທ້ອນໂຮມຢ່າງໜ້ອຍ 45 ວັນ, ຕ້ອງລ້ຽງແບບແຍກເພດ, ຕ້ອງກວດບໍ່ພົບພະຍາດຕິດຕໍ່ທຸກຊະນິດ, ຕ້ອງຂຶ້ນທະບຽນສັດ, ກວດກາຖືພາ, ສັກຢາກັນເຊື້ອໂຣກປາກເປື່ອຍ 2 ເຂັມ,​ ຈັດເກັບຕົວຢ່າງ ແລະ ວິໄຈພະຍາດເປັນປະຈຳ, ຕິດຕາມການໃຊ້ອາຫານ ແລະ ການໃຊ້ຢາປິ່ນປົວ, ຄວບຄຸມການເຄື່ອນຍ້າຍທີ່ໄດ້ມາດຕະຖານ ແລະ ຈະຕ້ອງທຳການກັກສັດຢ່າງໜ້ອຍ 30 ວັນກ່ອນທີ່ຈະສົ່ງງົວໄປຈີນ ຊຶ່ງພາຍໃຕ້ເງື່ອນໄຂດັ່ງກ່າວຈຶ່ງເຮັດໃຫ້ລາວສົ່ງງົວໄປຈີນໄດ້ພຽງ 20,000 ກວ່າຕົວເທົ່ານັ້ນໃນປີ 2022.

XS
SM
MD
LG