ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກະເສດຕະກອນ ລາວ ສາມາດຜະລິດເຂົ້າເພື່ອສົ່ງໄປ ຈີນ ໄດ້ພຽງ 1,350 ໂຕນ ຫຼື ຄິດເປັນ 2.5 ເປີເຊັນເທົ່ານັ້ນ


ເຈົ້າໜ້າທີ່ຂັ້ນສູງໃນກະຊວງອຸດສາຫະກຳ ແລະ ການຄ້າເປີດເຜີຍວ່າ ການແຜ່ລະບາດຂອງເຊື້ອໄວຣັສ COVID-19 ໄດ້ສົ່ງຜົນກະທົບຕໍ່ການສົ່ງສິນຄ້າອອກຂອງ ລາວ ໄປ ຈີນ ຢ່າງໜັກ.
ເຈົ້າໜ້າທີ່ຂັ້ນສູງໃນກະຊວງອຸດສາຫະກຳ ແລະ ການຄ້າເປີດເຜີຍວ່າ ການແຜ່ລະບາດຂອງເຊື້ອໄວຣັສ COVID-19 ໄດ້ສົ່ງຜົນກະທົບຕໍ່ການສົ່ງສິນຄ້າອອກຂອງ ລາວ ໄປ ຈີນ ຢ່າງໜັກ.

ກະເສດຕະກອນ ລາວ ສາມາດຜະລິດເຂົ້າເພື່ອສົ່ງໄປ ຈີນ ໄດ້ພຽງ 1,350 ໂຕນ ຫຼື ຄິດເປັນ 2.5 ເປີເຊັນເທົ່ານັ້ນຂອງໂຄຕ້າທີ່ລັດຖະບານ ຈີນ ຈະຮັບຊື້ຈາກ ລາວ ໃນປະລິມານລວມ 50,000 ໂຕນໃນຕະຫຼອດປີ 2020 ນີ້.


ເຈົ້າໜ້າທີ່ຂັ້ນສູງໃນກະຊວງອຸດສາຫະກຳ ແລະ ການຄ້າເປີດເຜີຍວ່າ ການແຜ່ລະບາດຂອງເຊື້ອໄວຣັສ COVID-19 ໄດ້ສົ່ງຜົນກະທົບຕໍ່ການສົ່ງສິນຄ້າອອກຂອງ ລາວ ໄປ ຈີນ ຢ່າງໜັກໃນປັດຈຸບັນນີ້ ໂດຍສະເພາະແມ່ນຜົນຜະລິດດ້ານກະສິກຳທີ່ເປັນສິນຄ້າສຳຄັນທີ່ ລາວ ໄດ້ຮັບສິດທິພິເສດທາງການຄ້າຈາກ ຈີນ ເປັນຕົ້ນແມ່ນຜົນຜະລິດເຂົ້າທີ່ລັດຖະບານ ຈີນ ໄດ້ອະນຸຍາດໃຫ້ຮັບຊື້ຈາກ ລາວ ໃນປະລິມານລວມທັງໝົດ 50,000 ໂຕນໃນຕະຫຼອດປີ 2020 ຫາກແຕ່ຈົນເຖິງປັດຈຸບັນນີ້ກໍປາກົດວ່າ ກະເສດຕະກອນ ລາວ ສາມາດສົ່ງຜົນຜະລິດເຂົ້າໄປ ຈີນ ໄດ້ພຽງ 1,350 ໂຕນ ຊຶ່ງຄິດເປັນ 2.5 ເປີເຊັນເທົ່ານັ້ນຂອງໂຄຕ້າທີ່ໄດ້ຮັບຈາກ ຈີນ.

ທັງນີ້ເຈົ້າໜ້າທີ່ຂັ້ນສູງຂອງ ລາວ ຢືນຢັນວ່າ ນອກຈາກຜົນກະທົບຈາກການແຜ່ລະບາດຂອງເຊື້ອ COVID-19 ທີ່ເຮັດໃຫ້ເກີດບັນຫາຫຍຸ້ງຍາກໃນການຂົນສົ່ງສິນຄ້າໄປ ຈີນ ແລ້ວ ໄພທຳມະຊາດທີ່ເຮັດໃຫ້ນາເຂົ້າໃນ ລາວ ເສຍຫາຍໄປກວ້າງກວ່າ 155,802 ເຮັກຕາໃນປີ 2019 ນັ້ນ ກໍຍັງໝາຍເຖິງຜົນຜະລິດເຂົ້າທີ່ເສຍຫາຍໄປ ຄິດເປັນປະລິມານລວມກວ່າ 6 ແສນໂຕນ ຈຶ່ງເຮັດໃຫ້ກະເສດຕະກອນ ລາວ ຕ້ອງຫຼຸດການສົ່ງອອກໄປຕ່າງປະເທດເພື່ອຕອບສະໜອງໃຫ້ພຽງພໍກັບຄວາມຕ້ອງການບໍລິໂພກພາຍໃນປະເທດນັ້ນເອງ.

ຍິ່ງໄປກວ່ານັ້ນ ການທີ່ກະເສດຕະກອນ ລາວ ຈະປູກເຂົ້າອີກເທື່ອໃໝ່ພາຍຫຼັງຈາກນໍ້າຖ້ວມນັ້ນ ກໍບໍ່ແມ່ນເລື່ອງງ່າຍເພາະຄອງຊົນລະປະທານ ແລະ ອ່າງເກັບນໍ້າເສຍຫາຍໄປເຖິງ 76 ແຫ່ງ ທັງກໍຍັງມີບັນຫາ ກ່ຽວກັບ ເງິນທຶນ ແລະ ແນວພັນເຂົ້າທີ່ເສຍຫາຍໄປຍ້ອນໄພນໍ້າຖ້ວມທີ່ລວມເຖິງແນວພັນສັດ ແລະ ແນວພັນພືດອີກດ້ວຍ ດັ່ງເຈົ້າໜ້າທີ່ຂັ້ນສູງໃນແຂວງຈຳປາສັກ ໄດ້ໃຫ້ການຢືນຢັນວ່າ

“ໃນການກະກຽມໃຫ້ແກ່ການຟື້ນຟູນີ້ ພວກເຮົາກະແມ່ນວ່າຈະໄດ້ສຸມໃສ່ໃນການສ້ອງແປງຄູ, ຄອງເໝືອງ ແລະ ຝາຍນໍ້າລົ້ນ ຊົນລະປະທານຕ່າງໆນີ້ ແມ່ນວ່າເຮົາຕ້ອງໄດ້ເລັງໃສ່, ສອງມານີ້ແມ່ນ ກ່ຽວກັບ ການສະໜອງແນວພັນພືດ ແລະ ກະແນວພັນສັດ ແນວພັນປາໃຫ້ພໍ່ແມ່-ປະຊາຊົນເຮົາຟື້ນຟູ ແລ້ວກະເລີ່ມລ້ຽງໃໝ່ ແຕ່ເວົ້າເລື່ອງແນວພັນເຂົ້ານີ້ ຄິດວ່າຢູ່ແຂວງຈຳປາສັກພວກເຮົານີ້ຄາດວ່າຈະບໍ່ພຽງພໍແລ້ວ ເພາະວ່າບັນດາເມືອງທີ່ຜະລິດແນວພັນເຂົ້າແມ່ນຖືກຖ້ວມໝົດ ໂດຍສະເພາະແມ່ນເມືອງໂພນທອງ, ເມືອງສຸຂຸມາ, ເມືອງຈຳປາສັກ ກໍແມ່ນຖືກຖ້ວມ.”

ແຕ່ຢ່າງໃດກໍຕາມ ກະຊວງກະສິກຳ-ປ່າໄມ້ ລາວ ກັບສະຖາບັນຄົ້ນຄວ້າກະສິກຳແຂວງຢຸນໜານ ຂອງ ຈີນ ໄດ້ຮ່ວມມືກັນເຂົ້າໃນການສຶກສາວິໄຈ ແລະ ພັດທະນາແນວພັນເຂົ້າໃນ ລາວ ໂດຍປາກົດວ່າໄດ້ປະສົບຄວາມສຳເລັດໃນການຮ່ວມມືກັນເປັນຢ່າງດີ ທັງສາມາດພັດທະນາແນວພັນເຂົ້າຊະນິດໃໝ່ 2 ສາຍພັນຄືເຂົ້າສາຍໄໝ 1 ແລະ 2 ທີ່ມີຄຸນນະພາບດີກວ່າເຂົ້າຫອມສະຫວັນ ທີ່ ລາວ ສົ່ງອອກໄປ ຈີນ ໃນໄລຍະທີ່ຜ່ານມາ ແຕ່ວ່າສຳລັບໃນໄລຍະໃໝ່ນີ້ ທາງການ ຈີນ ຈະສົ່ງເສີມໃຫ້ປູກແນວພັນເຂົ້າສາຍໄໝ 1 ແລະ 2​ ເພື່ອສົ່ງໄປ ຈີນ ຫຼາຍຂຶ້ນ ຈຶ່ງມີການລົງທຶນໃນພາກກະສິກຳໃນ ລາວ ເພີ່ມຂຶ້ນນັບມື້ ດັ່ງທີ່ທ່ານ ລຽນ ທິແກ້ວ ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ໃຫ້ການຢືນຢັນວ່າ

“ກະຊວງກະສິກຳ-ປ່າໄມ້ ກໍໄດ້ມີການຮ່ວມມືກັບສະຖາບັນຄົ້ນຄວ້າຂອງແຂວງ ຢຸນໜານ ໄດ້ສຳເລັດການຄົ້ນຄວ້າ-ພັດທະນາແນວພັນ ຊື່ວ່າ ສາຍໄໝ 1 ແລະ 2 ຖືວ່າເປັນແນວພັນທີ່ດີກວ່າເຂົ້າຫອມສະຫວັນ ຕໍ່ໄປກະສິໄດ້ພັດທະນາສືບຕໍ່ ໄດ້ເຊັນສັນຍາຮ່ວມມືກັບແຂວງ ຢຸນໜານ ເພື່ອສ້າງໂຮງງານຝຸ່ນຊີວິພາບຢູ່ແຂວງສະຫວັນນະເຂດ ເພື່ອສະໜອງໃຫ້ແກ່ການຜະລິດກະສິກຳ ການປູກເຂົ້າ ແລະ ປູກພືດຕ່າງໆສົ່ງອອກໄປ ຈີນ.”

ທັງນີ້ເພື່ອເປັນການຮັບປະກັນວ່າ ເຂົ້າທີ່ ລາວ ຈະສົ່ງໄປ ຈີນ ໃນໄລຍະຕໍ່ໄປນີ້ເປັນຜົນຜະລິດເຂົ້າທີ່ມີຄຸນນະພາບ ແລະ ມາດຕະຖານຕາມການຕ້ອງການຂອງ ຈີນ ຢ່າງແທ້ຈິງ ທາງການ ຈີນ ກໍໄດ້ຄັດເລືອກເອົາ 5 ບໍລິສັດຮ່ວມທຶນ ຈີນ-ລາວ ໃຫ້ຮັບຜິດຊອບການເກັບຊື້ເຂົ້າໃນ ລາວ ເພື່ອສົ່ງອອກໄປ ຈີນ ຕາມໂຄຕ້າທີ່ທາງການ ຈີນ ໃຫ້ແກ່ ລາວ ໃນປະລິມານລວມ 50,000 ໂຕນໃນປີ 2020 ນີ້ໃຫ້ໄດ້ຕາມເປົ້າໝາຍດັ່ງກ່າວ.

XS
SM
MD
LG