ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຍັງບໍ່ສາມາດ ສົ່ງຜະລິດຕະພັນກະສິກໍາ ໄປຈີນໄດ້ ຍ້ອນການລະບາດຂອງ Covid-19


ກໍາມະກອນລາວກໍາລັງພາກັນລ້າງໝາກກ້ວຍ ຢູ່ສວນກ້ວຍແຫ່ງນຶ່ງໃນລາວ
ກໍາມະກອນລາວກໍາລັງພາກັນລ້າງໝາກກ້ວຍ ຢູ່ສວນກ້ວຍແຫ່ງນຶ່ງໃນລາວ

ຊາວກະສິກອນລາວຍັງບໍ່ສາມາດສົ່ງຜະລິດຕະພັນໄປຈີນໄດ້ເພາະການລະບາດຂອງໄວຣັສ Covid-19 ເຮັດໃຫ້ ພໍ່ຄ້າຈີນບໍ່ເຂົ້າມາຮັບຊື້ ແລະເຮັດໃຫ້ມີຜົນຜະລິດຕົກຄ້າງຢູ່ໃນລາວຫລາຍແສນໂຕນໃນປັດຈຸບັນນີ້. ຊົງລິດ ໂພນເງິນ ມີລາຍລະອຽດກ່ຽວກັບເລື້ອງນີ້ມາສະເໜີທ່ານຈາກບາງກອກ.

ທ່ານອ່ອນແກ້ວ ອຸ່ນອາລຸນ, ຫົວໜ້າພະແນກແຜນການ ແລະການລົງທຶນແຂວງອຸດົມໄຊ ຢືນຢັນວ່າ ໃນປັດຈຸບັນ ຊາວກະສິກອນໃນແຂວງອຸດົມໄຊໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອໄວຣັສ Covid-19 ຢ່າງໜັກໜ່ວງ ເນື່ອງຈາກວ່າ ບໍ່ສາມາດສົ່ງຜົນຜະລິດກະສິກໍາໄປຈີນໄດ້ຕາມປົກກະຕິ ເພາະບັນດາ ພໍ່ຄ້າຈີນບໍ່ໄດ້ເດີນທາງເຂົ້າມາຮັບຊື້ຜົນຜະລິດຈາກຊາວກະສິກອນໃນແຂວງອຸດົມໄຊ ນັບຕັ້ງແຕ່ເດືອນ ມັງກອນ 2020 ເປັນຕົ້ນມາແລ້ວ ຊຶ່ງເຮັດໃຫ້ຊາວກະສິກອນໃນແຂວງອຸດົມໄຊ ບໍ່ມີລາຍໄດ້ ຈາກການ ຂາຍຜົນຜະລິດເລີຍ ທັງຍັງປາກົດວ່າມີຜົນຜະລິດທີ່ຕົກຄ້າງຫລາຍທີ່ສຸດ ດັ່ງທີ່ທ່ານ ອ່ອນແກ້ວ ຢືນຢັນວ່າ:
“ຖືວ່າມາຮອດປັດຈຸບັນນີ້ຢູ່ໃນແຂວງອຸດົມໄຊພວກເຮົາ ສິນຄ້າຍັງຄ້າງທີີ່ບໍ່ໄດ້ຂາຍອອກໄປສູ່ປະເທດຈີນ ກະມີ ໝາກຖົ່ວແຂກ 1,000 ກວ່າໂຕນ, ມັນດ້າງ 1,700 ກວ່າໂຕນ, ໝາກກ້ວຍຫອມນີ້ ແມ່ນ 115,800 ກວ່າໂຕນ. ຕໍ່ມາໜີ້ ແມ່ນໝາກອຶ 3,267 ໂຕນ ແລະອ້ອຍໜີ້ 1,500 ໂຕນ ຊຶ່ງວ່າ ສິນຄ້າເຫລົ່ານນີ້ໜີ້ ຍັງຄ້າງຢູ່ແຂວງອຸດົມໄຊຂອງພວກເຮົາ ໃນໄລຍະປັດຈຸບັນນີ້ ຊຶ່ງໄດ້ສ້າງຄວາມເສຍຫາຍ ໃຫ້ແກ່ພີ່ນ້ອງ ກະສິກອນແຂວງອຸດົມໄຊ ເປັນຈໍານວນຫລວງຫລາຍພໍສົມຄວນ.”

ສ່ວນເຈົ້າໜ້າທີ່ຂັ້ນສູງໃນກະຊວງອຸດສາຫະກຳ ແລະ ການຄ້າຍອມຮັບວ່າ ການແຜ່ລະບາດຂອງເຊື້ອໄວຣັສ COVID-19 ຍັງໄດ້ສົ່ງຜົນກະທົບຕໍ່ການສົ່ງອອກຜົນຜະລິດດ້ານກະສິກຳທີ່ລາວ ໄດ້ຮັບສິດທິພິເສດທາງການຄ້າຈາກຈີນອີກດ້ວຍ ເປັນຕົ້ນແມ່ນຜົນຜະລິດເຂົ້າທີ່ລັດຖະບານຈີນ ໄດ້ອະນຸຍາດໃຫ້ຮັບຊື້ຈາກລາວ ໃນປະລິມານລວມທັງໝົດ 50,000 ໂຕນໃນປີ 2020 ນີ້ ຫາກແຕ່ຈົນເຖິງປັດຈຸບັນນີ້ກໍປາກົດວ່າຊາວກະສິກອນລາວ ສາມາດສົ່ງຜົນຜະລິດເຂົ້າໄປຈີນໄດ້ພຽງ 1,350 ໂຕນ ຊຶ່ງຄິດເປັນ 2.5 ເປີເຊັນເທົ່ານັ້ນ ຂອງໂຄຕ້າທີ່ໄດ້ຮັບຈາກຈີນໃນປີນີ້ ເພາະເກີດບັນຫາຫຍຸ້ງຍາກໃນການຂົນສົ່ງສິນຄ້າໄປຈີນ ເນື່ອງຈາກຜົນກະທົບຈາກການລະບາດຂອງເຊື້ອ COVID-19 ດັ່ງກ່າວ.

ຍິ່ງໄປກວ່ານັ້ນ ໄພນໍ້າຖ້ວມໃນປີ 2019 ຍັງເຮັດໃຫ້ ຄອງຊົນລະປະທານ ແລະ ອ່າງເກັບນໍ້າເສຍຫາຍໄປເຖິງ 76 ແຫ່ງ ທັງກໍຍັງມີບັນຫາຂາດແຄນເງິນທຶນ ແລະ ແນວພັນເຂົ້າທີ່ເສຍຫາຍໄປຍ້ອນໄພນໍ້າຖ້ວມ ລວມເຖິງແນວພັນສັດ ແລະ ແນວພັນພືດຕ່າງໆອີກດ້ວຍ.

ແຕ່ຢ່າງໃດກໍຕາມ ກະຊວງກະສິກຳ-ປ່າໄມ້ ລາວ ກັບສະຖາບັນຄົ້ນຄວ້າກະສິກຳແຂວງຢຸນໜານ ຂອງ ຈີນ ໄດ້ຮ່ວມມືກັນເຂົ້າໃນການສຶກສາວິໄຈ ແລະ ພັດທະນາແນວພັນເຂົ້າໃນລາວ ໂດຍປາກົດວ່າໄດ້ປະສົບຄວາມສຳເລັດໃນການຮ່ວມມືກັນເປັນຢ່າງດີ ທັງສາມາດພັດທະນາແນວພັນເຂົ້າຊະນິດໃໝ່ 2 ສາຍພັນຄືເຂົ້າສາຍໄໝ 1 ແລະ 2 ທີ່ມີຄຸນນະພາບດີກວ່າເຂົ້າຫອມສະຫວັນ ທີ່ລາວສົ່ງອອກໄປ ຈີນ ໃນໄລຍະທີ່ຜ່ານມາ ແຕ່ວ່າສຳລັບໃນໄລຍະໃໝ່ນີ້ ທາງການຈີນ ຈະສົ່ງເສີມໃຫ້ປູກແນວພັນເຂົ້າສາຍໄໝ 1 ແລະ 2​ ເພື່ອສົ່ງໄປຈີນ ຫຼາຍຂຶ້ນ ຈຶ່ງມີການລົງທຶນໃນພາກກະສິກຳໃນ ລາວ ເພີ່ມຂຶ້ນນັບມື້ດັ່ງທີ່ທ່ານ ລຽນ ທິແກ້ວ ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ໃຫ້ການຢືນຢັນວ່າ:
ກະຊວງກະສິກຳ-ປ່າໄມ້ ກໍໄດ້ມີການຮ່ວມມືກັບສະຖາບັນຄົ້ນຄວ້າຂອງແຂວງ ຢຸນໜານ ໄດ້ສຳເລັດການຄົ້ນຄວ້າ-ພັດທະນາແນວພັນ ຊື່ວ່າ ສາຍໄໝ 1 ແລະ 2 ຖືວ່າເປັນແນວພັນທີ່ດີກວ່າເຂົ້າຫອມສະຫວັນ ຕໍ່ໄປກະສິໄດ້ພັດທະນາສືບຕໍ່ ໄດ້ເຊັນສັນຍາຮ່ວມມືກັບແຂວງ ຢຸນໜານ ເພື່ອສ້າງໂຮງງານຝຸ່ນຊີວິພາບຢູ່ແຂວງສະຫວັນນະເຂດ ເພື່ອສະໜອງໃຫ້ແກ່ການຜະລິດກະສິກຳ ການປູກເຂົ້າ ແລະ ປູກພືດຕ່າງໆສົ່ງອອກໄປ ຈີນ.

ທັງນີ້ເພື່ອເປັນການຮັບປະກັນວ່າ ເຂົ້າທີ່ ລາວ ຈະສົ່ງໄປ ຈີນ ໃນໄລຍະຕໍ່ໄປນີ້ເປັນຜົນຜະລິດເຂົ້າທີ່ມີຄຸນນະພາບ ແລະ ມາດຕະຖານຕາມການຕ້ອງການຂອງຈີນ ຢ່າງແທ້ຈິງ ທາງການ ຈີນ ກໍໄດ້ຄັດເລືອກເອົາ 5 ບໍລິສັດຮ່ວມທຶນຈີນ-ລາວ ໃຫ້ຮັບຜິດຊອບການເກັບຊື້ເຂົ້າໃນ ລາວ ເພື່ອສົ່ງອອກໄປ ຈີນ ຕາມໂຄຕ້າທີ່ທາງການ ຈີນ ໃຫ້ແກ່ ລາວ ໃນປະລິມານລວມ 50,000 ໂຕນໃນປີ 2020 ນີ້ໃຫ້ໄດ້ຕາມເປົ້າໝາຍດັ່ງກ່າວ ຊຶ່ງຈະປະຕິບັດໄດ້ຈິງກໍຕໍ່ເມື່ອ

XS
SM
MD
LG