ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທາງການລາວ ບໍ່ສາມາດບັນລຸເປົ້າໝາຍການສັກຢາວັກຊີນກັນໂຄວິດ-19 ໃຫ້ປະຊາຊົນລາວໄດ້ ຕາມແຜນການທີ່ວາງໄວ້


ພະນັກງານສາທາລະນະສຸກ ກຳລັງສັກຢາວັກຊີນກັນໄວຣັສໂຄວິດ-19 ໃຫ້ແກ່ຜູ້ເຖົ້າຄົນນຶ່ງ ຢູ່ໃນເຂດຊົນນະບົດ.
ພະນັກງານສາທາລະນະສຸກ ກຳລັງສັກຢາວັກຊີນກັນໄວຣັສໂຄວິດ-19 ໃຫ້ແກ່ຜູ້ເຖົ້າຄົນນຶ່ງ ຢູ່ໃນເຂດຊົນນະບົດ.

ທາງການລາວບໍ່ສາມາດບັນລຸເປົ້າໝາຍການສັກຢາວັກຊີນກັນໂຄວິດ-19 ໃຫ້ປະຊາຊົນລາວໄດ້ຕາມແຜນການທີ່ວາງໄວ້ໃນປີ 2021 ຍ້ອນປະສົບບັນຫາຫຍຸ້ງຍາກ ໃນການເດີນທາງໄປໃນເຂດຊົນນະບົດ. ຊົງຣິດ ໂພນເງິນມີລາຍງານເລື້ອງນີ້ ຈາກບາງກອກ.

ທ່ານພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະສົ່ງເສີມສຸຂະພາບ ຖະແຫລງຍອມຮັບວ່າ ການສັກຢາວັກຊີນກັນໄວຣັສໂຄວິດ-19 ໃຫ້ປະຊາຊົນລາວ ທີ່ອາຍຸ 18 ປີຂຶ້ນໄປໃຫ້ໄດ້ເຖິງ 50 ເປີເຊັນໃຫ້ທ້າຍປີ 2021 ນີ້ ຈະບໍ່ສາມາດບັນລຸເປົ້າໝາຍທີ່ວາງໄວ້ດັ່ງກ່າວ ໂດຍມີສາເຫດທີ່ສຳຄັນມາຈາກບັນຫາຫຍຸ້ງ ຍາກທາງດ້ານການຂົນສົ່ງຢາວັກຊີນ ແລະການເທີນທາງໄປໃນເຂດຊົນນະບົດ ຫ່າງໄກສອກຫລີກໃນທົ່ວປະເທດ ຊຶ່ງກໍເຊັ່ນດຽວກັນກັບປະຊາຊົນລາວໃນຊົນນະບົດ ກໍພົບກັບຄວາມຫຍຸ້ງຍາກໃນການເດີນທາງມາຮັບການສັກຢາວັກຊີນທີ່ ຈຸດນັດໝາຍດ້ວຍແລ້ວກໍຍິ່ງເປັນການຍາກຫຼາຍຂຶ້ນອີກທີ່ການສັກຢາວັກຊີນກັນໄວຣັສໂຄວິດ-19 ຈະສາມາດປະຕິບັດໄດ້ຈິງຕາມເປົ້າໝາຍໃນທ້າຍປີ 2021 ດັ່ງທີ່ ທ່ານພອນປະເສີດ ໃຫ້ການຢືນຢັນວ່າ:

“ລັດຖະບານໝວດເຮົາວາງເປົ້າໝາຍໄວ້ວ່າ ອາຍຸ 18 ປີຂຶ້ນໄປຈະຕ້ອງໃຫ້ບັນລຸ ໄດ້ 50 ເປີເຊັນ ກຸ່ມຄົນຜູ້ທີ່ຍັງບໍ່ທັນເຂົາເຖິງໝວດເຮົາກະສິຕ້ອງໄດ້ເອົາຢານີ້ ລົງໄປໃຫ້ມັນຮອດມັນເຖິງເຂົາເຈົ້າ ສະນັ້ນການໄປສັກຢູ່ເຂດຊົນນະບົດ ກໍຄືບັນດາທ່ານຮູ້ມັນບໍ່ສາມາດທີ່ຈະເຕົ້າໂຮມຄົນເຂົ້າມາສັກໄດ້ງ່າຍປານໃດ ເຊັ່ນວ່າ ເຮົາລົງໄປບ້ານນຶ່ງກະໃຊ້ເວລາເປັນເຄິ່ງມື້ ເພື່ອສິເຂົ້າໄປຮອດບ້ານດັ່ງກ່າວ ເຂົາ ກະເຮັດສຸດຂີດແລ້ວຮອດທັງຄືນທັງເວັນ ກະໄດ້ເຮັດ ພະນັກງານແພດ-ໝໍ ທີ່ຢູ່ ຊົນນະບົດ ກໍຖືວ່າເຂົາເຈົ້າກະໃຊ້ທຸກສະຕິປັນຍາສຸມໃສ່ມັນກະຍັງບໍ່ທັນບັນລຸໃຫ້ ໄດ້ໝົດ.”

ສ່ວນທ່ານນາງບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະແລະລະບາດວິທະຍາ ຖະແຫລງຢືນຢັນວ່າ ສາເຫດສຳຄັນປະການນຶ່ງທີ່ເຮັດໃຫ້ປະຊາຊົນລາວ ຕິດເຊື້ອໄວຣັສໂຄວິດ-19 ແລະເສຍຊີວິດຫຼາຍຂຶ້ນນັບມື້ ເພາະວ່າ ການສັກຢາ ວັກຊີນກັນໂຄວິດ-19 ຍັງກະຈາຍໄປບໍ່ເຖິງກຸ່ມເປົ້າໝາຍທີ່ຈະຕ້ອງໄດ້ຮັບການສັກຢາວັກຊີນຢ່າງຮີບດ່ວນ ກໍຄືຜູ້ທີ່ອາຍຸແຕ່ 60 ປີຂຶ້ນໄປ ຜູ້ທີ່ມີໂຣກປະຈຳຕົວ ແມ່ຍິງທີ່ຖືພາເກີນ 12 ສັບປະດາ ແລະເຍົາວະຊົນທີ່ອາຍຸ 18 ປີລົງມາ ຊຶ່ງຈາກ ການສຶກສາວິໄຈໃນລາວພົບວ່າ 85 ເປີເຊັນຂອງຈຳນວນຜູ້ຕິດໂຄວິດ-19 ແລະ 84.6 ເປີເຊັນຂອງຈຳນວນຜູ້ເສຍຊີວິດທັງໝົດນັ້ນ ກໍຄືກຸ່ມປະຊາກອນລາວ ທີ່ຍັງ ບໍ່ທັນໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ເມື່ອປະກອບກັບໂຄວິດ-19 ທີ່ ລະບາດຢູ່ລາວ ໃນເວລານີ້ ຄືໄວຣັສສາຍພັນແດລຕ້າ (Delta) ດ້ວຍແລ້ວ ຈຶ່ງສາມາດຕິດຕໍ່ກັນໄດ້ງ່າຍແລະຢ່າງກວ້າງຂວາງນັ້ນເອງ.

ໂດຍສະເພາະແມ່ນນະຄອນວຽງຈັນ ທີ່ເປັນເຂດທີ່ມີປະຊາຊົນລາວ ຕິດໂຄວິດ-19 ຫຼາຍທີ່ສຸດໃນລາວ ປະກອບກັບໄວຣັສໄດ້ລະບາດເຂົ້າໄປ ໃນລະດັບຊຸມຊົນຢ່າງ ກວ້າງຂວາງດ້ວຍແລ້ວ ກໍຍິ່ງເຮັດໃຫ້ຈະຕ້ອງເລັ່ງການສັກຢາວັກຊີນກັນໂຄວິດ-19 ໃຫ້ໄດ້ເຖິງ 80 ເປີເຊັນຂອງປະຊາກອນທັງໝົດໃນນະຄອນວຽງຈັນ ພາຍໃນທ້າຍປີ 2021 ສ່ວນແຂວງອື່ນໆນັ້ນ ກໍຈະຕ້ອງສັກຢາວັກຊີນໃຫ້ໄດ້ເຖິງ 70 ເປີເຊັນຂອງປະຊາກອນທັງໝົດ.

ຫາກແຕ່ທ່ານສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດລາວ ຖະແຫລງວ່າ ນິຕິກຳກັບມາດຕະການປ້ອງກັນການລະບາດພະຍາດໂຄວິດ-19 ທີ່ກຳລັງຈັດຕັ້ງປະຕິບັດຢູ່ໃນລາວ ໃນປັດຈຸບັນ ຍັງບໍ່ໄດ້ຮັບການຮ່ວມມືຢ່າງແທ້ຈິງ ຈາກພາກສ່ວນທີ່ກ່ຽວຂ້ອງ ແລະສົມທົບດ້ວຍການຂາດແຄນອຸປະກອນ ທາງການແພດທີ່ນຳໃຊ້ໃນການຮັກສາຜູ້ທີ່ຕິດເຊື້ອໄວຣັສໂຄວິດ-19 ດ້ວຍນັ້ນ ຈຶ່ງເຮັດໃຫ້ລາວ ຍັງຈະຕ້ອງປະເຊີນກັບບັນຫາການລະບາດ ແລະມີຜູ້ທີ່ຕິດເຊື້ອ ໄວຣັສໂຄວິດ-19 ເພີ່ມຂຶ້ນນັບມື້ ດັ່ງທີ່ທ່ານສົມມາດຖະແຫລງຢືນຢັນວ່າ:

“ເຖິງແມ່ນວ່າ ລັດຖະບານໄດ້ມີນິຕິກຳ, ມາດຕະການປ້ອງກັນ ສະກັດກັ້ນ ແລະແກ້ໄຂການແຜ່ລະບາດຫຼາຍສະບັບແລ້ວກໍຕາມ ແຕ່ຄວາມຕື່ນຕົວ ແລະ ເປັນເຈົ້າການຈັດຕັ້ງປະຕິບັດວິໄນໃນຊຸມຊົນ, ໂຮງຈັກ-ໂຮງງານ ຕະຫຼາດຈຳນວນນຶ່ງ ຍັງບໍ່ທັນເຂັ້ມງວດ ຊຶ່ງຖືເປັນຄວາມສ່ຽງສູງຂອງການຕິດເຊື້ອ ສະຖານທີ່ກັກກັນສູນຈຳກັດບໍລິເວນ ແລະສະຖານທີ່ປິ່ນປົວຍັງແອອັດ ອຸປະກອນ ການແພດຍັງມີຈຳກັດ ຈຶ່ງເຫັນວ່າ ອັດຕາການຕິດເຊື້ອຍັງເພີ້ມຂຶ້ນຫຼາຍຈາກ 0.15 ເປີເຊັນເປັນ 0.52 ເປີເຊັນຂອງຈຳນວນປະຊາກອນ ແລະຈຳນວນ ຜູ້ທີ່ເສຍຊີວິດເພີ້ມຂຶ້ນ.”

ໂດຍການບັນລຸເປົ້າໝາຍການສັກວັກຊີນກັນໂຄວິດ-19 ໃຫ້ໄດ້ເຖິງ 70 ເປີເຊັນ ຂອງຈຳນວນປະຊາກອນລາວທັງໝົດໃນທ້າຍປີ 2021 ໝາຍຄວາມວ່າ ປະຊາ ຊົນລາວເກືອບ 5.2 ລ້ານຄົນນັ້ນ ຈະຕ້ອງໄດ້ຮັບການສັກວັກຊີນກັນໂຄວິດ-19 ຄົນລະ 2 ໂດສຢ່າງຄົບຖ້ວນ ຫຼືຄິດເປັນຈຳນວນວັກຊີນລວມເກືອບ 10.4 ລ້ານໂດສ ຊຶ່ງທີ່ຜ່ານມາອົງການອະນາໄມໂລກ ແລະນາໆ​ຊາດ ໄດ້ຕົກລົງໃຫ້ການຊ່ອຍເຫຼືອລັດຖະບານລາວ ແລ້ວ 7.5 ລ້ານໂດສ ຈຶ່ງພຽງພໍສຳລັບ 50 ເປີເຊັນຂອງປະຊາກອນລາວ ແລະມາຮອດຕົ້ນສັບປະດາທີ 3 ຂອງເດືອນທັນວາ 2021 ປາກົດວ່າ ປະຊາຊົນລາວ ໄດ້ຮັບວັກຊີນເຂັມ 1 ແລ້ວ​ ຫລາຍກວ່າ 4.2 ລ້ານຄົນ ແລະເຂັມທີ 2 ເກີນກວ່າ 3.2 ລ້ານຄົນ ຄິດເປັນ 57.9 ເປີເຊັນ ແລະ 44.8 ເປີເຊັນ ຕາມລຳດັບ ໂດຍນະຄອນວຽງຈັນສັກຢາວັກຊີນເຂັມ 1 ກັບ 2 ໄດ້ແລ້ວ 83.7 ເປີເຊັນ ກັບ 73.5 ເປີເຊັນ ສ່ວນແຂວງຜົ້ງສາລີ ສັກໄດ້ພຽງ 47 ເປີເຊັນ ກັບ 28 ເປີເຊັນ ຕາມລຳດັບ ທັງຍັງຈະຕ້ອງສັກວັກຊີນໃຫ້ປະຊາຊົນລາວ ອີກກວ່າ 2 ລ້ານຄົນໃນ 15 ວັນ ຂຶ່ງເປັນເລື້ອງທີ່ຍາກຢ່າງຍິ່ງ.

XS
SM
MD
LG