ທ່ານສອນໄຊ ສິດພະໄຊ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ ກ່າວວ່າ ອັດຕາເງິນເຟີ້ໄດ້ປັບຕົວສູງຂຶ້ນເປັນ 12.81 ເປີເຊັນ ໃນເດືອນພຶດສະພາ 2022 ເຊິ່ງເປັນອັດຕາເງິນເຟີ້ສູງສຸດໃນຮອບ 18 ປີ. ສາເຫດ ສຳຄັນແມ່ນມາຈາກລາຄານ້ຳມັນ ແລະສິນຄ້າທີ່ປັບຕົວສູງຂຶ້ນໃນທົ່ວໂລກ. ໃນຂະນະທີ່ລາວ ກໍຍັງມີບັນຫາການຂາດດຸນການ ຊໍາລະເງິນຕາຕ່າງປະເທດຢ່າງຕໍ່ເນື່ອງ ກໍຄືເງິນຕາຕ່າງປະເທດໂອນເຂົ້າມາລາວ ພຽງແຕ່ 30 ເປີເຊັນ ຂອງມູນຄ່ າການສົ່ງອອກທັງໝົດນັ້ນ.
ແຕ່ໃນຂະນະດຽວກັນ ກໍປະກົດວ່າ ເງິນຕາຕ່າງປະເທດໄດ້ຖືກໂອນອອກໄປຈາກລາວ ຫລາຍກວ່າ 98 ເປີເຊັນ ຂອງມູນຄ່າການນໍາເຂົ້າທັງໝົດ ຊຶ່ງໄດ້ສົ່ງຜົນກະທົບ ເຮັດໃຫ້ເງິນກີບອ່ອນຄ່າລົງຢ່າງຕໍ່ເນື່ອງ ອີກດ້ວຍເຊັ່ນກັນ ໂດຍເມື່ອສົມທົບໃສ່ການບໍ່ປະຕິບັດຕາມກົດລະບຽບດ້ານເງິນຕາຂອງບັນດາຮ້ານແລກປ່ຽນເງິນອີກດ້ວຍແລ້ວ ກໍຍິ່ງເຮັດໃຫ້ເກີດຊ່ອງຫວ່າງຫຼາຍຂຶ້ນ ລະຫວ່າງອັດຕາແລກປ່ຽນໃນທະນາຄານກັບໃນຕະຫຼາດ ຊຶ່ງເປັນອີກເຫດ ຜົນນຶ່ງທີ່ເຮັດໃຫ້ເກີດເງິນເຟີ້ ແລະເງິນກີບອ່ອນຄ່າລົງຢ່າງຮຸນແຮງ ດັ່ງທີ່ທ່ານສອນໄຊ ໄດ້ໃຫ້ການຢືນຢັນວ່າ:
“ອັດຕາຂອງຮ້ານແລກປ່ຽນກັບທະນາຄານ ທີ່ຮ້ານແລກປ່ຽນແມ່ນຂຶ້ນກັບຫັ້ນ ຕ້ອງເປັນອັດຕາດຽວກັນ ຕາມລະບຽບການຂອງພວກເຮົາກຳນົດ. ແຕ່ໃນການຈັດຕັ້ງປະຕິບັດຫັ້ນບາງຮ້ານແລກປ່ຽນ ໃນການ ຊື້ຂາຍຕົວຈິງ ບໍ່ໄດ້ໄປຕາມລະບຽບທີ່ເຮົາໄດ້ແຈ້ງໄປຫັ້ນ. ຄັນວ່າເປັນກໍລະນີຄືແນວນັ້ນຫັ້ນ ແມ່ນພວກເຮົາກະໄດ້ປະສານງານກັບທະນາຄານທຸລະກິດທີ່ຄຸ້ມຄອງຮ້ານແລກປ່ຽນ ຕ້ອງມີ ມາດຕະການຕໍ່ຮ້ານດັ່ງກ່າວ. ນອກຈາກນັ້ນ, ພວກເຮົາກະຍັງໄດ້ຮ່ວມກັບຕໍາຫຼວດເສດຖະກິດ, ກໍາລັງດໍາເນີນການທາງດ້ານກົດຫມາຍ ຕໍ່ກັບຮ້ານແລກປ່ຽນດັ່ງກ່າວ."
ໃນການກວດກາໄລຍະ 5 ເດືອນຜ່ານມາໄດ້ພົບຮ້ານແລກປ່ຽນທີ່ລະເມີດລະບຽບການ 137 ລາຍ ໃນນັ້ນມີ 101 ລາຍ ຖືກຖອນໃບອະນຸຍາດ, ສ່ວນ 36 ລາຍ ຖືກປັບໄໝ ທັງຍັງສືບຕໍ່ກວດກາອີກ 410 ລາຍ, ແຕ່ການດຳເນີນມາດຕະການດັ່ງກ່າວ ກໍມີຂຶ້ນ ໃນຂະນະທີ່ລາວກໍາລັງປະເຊີນກັບບັນຫາຂາດດຸນບັນຊີການຊຳລະເງິນຕາຕ່າງ ປະເທດໃນລະດັບທີ່ສູງກວ່າ 10 ເປີເຊັນ ຂອງລວມຍອດຜະລິດຕະພັນພາຍໃນ (GDP). ອັນເຮັດໃຫ້ທຶນສຳຮອງ ເງິນຕາຕ່າງປະເທດຂອງລາວ ຫລຸດລົງຢ່າງຕໍ່ເນື່ອງ ທັງເຮັດໃຫ້ລັດຖະບານລາວ ຕ້ອງກູ້ຢືມຈາກຕ່າງປະເທດ ເພື່ອນຳມາດຸ່ນດ່ຽງລາຍຈ່າຍທີ່ສູງກວ່າລາຍຮັບ ເຊິ່ງຈະເຮັດ ໃຫ້ລັດຖະບານລາວມີໜີ້ເພີ້ມຂຶ້ນຈາກ 70 ເປີເຊັນ ຂອງ GDP ໃນປີ 2021 ມາເປັນ 75 ເປີເຊັນ ຂອງ GDP ໃນປີ 2022 ນີ້ ເພາະລັດຖະບານລາວຈະຕ້ອງກູ້ຢືມ 1,275 ລ້ານໂດລາ ສຳລັບນຳໃຊ້ ເພື່ອຊຳລະໜີ້ ຕ່າງປະເທດໃນປີ 2022 ໂດຍຍັງບໍ່ລວມເຖິງໜີ້ສິນພາຍໃນປະເທດເງິນ 15,500 ຕື້ກີບ ທີ່ຈະຕ້ອງຊຳລະໃນປີ 2022 ນີ້ເຊັ່ນດຽວກັນ.
ໃນໄລຍະ 5 ເດືອນຕົ້ນປີ 2022 ນີ້ ລາວສົ່ງສິນຄ້າອອກໄດ້ ໃນມູນຄ່າ 2,622 ລ້ານໂດລາ ຊຶ່ງໃນນັ້ນ ບໍ່ລວມການສົ່ງອອກພະລັງງານໄຟຟ້າ ແລະມີການນໍາເຂົ້າສິນຄ້າຈາກຕ່າງປະເທດ ໃນມູນຄ່າລວມເຖິງ 39 ລ້ານໂດລາ ແລະຖ້າຫາກລວມການສົ່ງອອກກະແສໄຟຟ້າດ້ວຍ ຈະເຮັດໃຫ້ລາວໄດ້ປຽບດຸນການຄ້າເພີ້ມຖິງຂຶ້ນ ແຕ່ວ່າລາຍໄດ້ຈາກການສົ່ງອອກໄຟຟ້ານັ້ນ ຕ້ອງໄດ້ນຳໃຊ້ເພື່ອຊຳລະໜີ້ທີ່ບັນດາຜູ້ລົງທຶນກູ້ຢືມຈາກຕ່າງປະເທດເປັນດ້ານຫລັກຈຶ່ງບໍ່ໄດ້ມີການໂອນເງິນລາຍໄດ້ດັ່ງກ່າວ ເຂົ້າໃນລະບົບເງິນຕາ ຕ່າງປະເທດໃນລາວ ແຕ່ຢ່າງໃດ.
ທັງນີ້ ລັດຖະບານລາວມີຄວາມຕ້ອງການເງິນຕາຕ່າງປະເທດ ໃນມູນຄ່າໂດຍສະເລ່ຍ 4,000 ລ້ານໂດລາຕໍ່ປີ, ແຕ່ ກໍສາມາດແລກປ່ຽນເງິນຕາ ຈາກບັນດາຜູ້ສົ່ງອອກສິນຄ້າລາວໄດ້ພຽງ 2,000 ລ້ານໂດລາ ເທົ່ານັ້ນ ໃນແຕ່ລະປີ ຈຶ່ງເຮັດໃຫ້ຕ້ອງປະເຊີນກັບການຂາດດຸນ ບັນຊີຊຳລະເງິນຕາຕ່າງປະເທດເຖິງ 2,000 ລ້ານໂດລາໃນແຕ່ລະປີ ອັນ ເປັນເຫດ ທີ່ເຮັດໃຫ້ສະຖາບັນ Moody’s Investor Service ໄດ້ປັບຫຼຸດລະດັບຄວາມໜ້າເຊື່ອຖືດ້ານສິນເຊື່ອ ຂອງລັດຖະບານລາວ ຈາກລະດັບທີ່ມີ ຄວາມຫວັງວ່າຈະພັດທະນາໃຫ້ດີຂຶ້ນ ໄດ້ລົງມາເປັນລະດັບຕິດລົບນັບແຕ່ປີ 2019 ເປັນຕົ້ນມາ ທັງຍັງປະສົບຄວາມຫຼົ້ມແຫຼວໃນການແລກປ່ຽນເງິນຕາຕ່າງປະເທດຈາກບັນດາຜູ້ທີ່ສົ່ງ ອອກ ສິນຄ້າລາວໄປຕ່າງປະເທດອີກດ້ວຍ ຈຶ່ງເຮັດໃຫ້ລາວປະເຊີນກັບ ອັດຕາເງິນເຟີ້ສູງທີ່ສຸດໃນອາຊຽນ ໂດຍມາເລເຊຍ ມີອັດຕາເງິນເຟີ້ຕໍ່ທີ່ສຸດໃນລະດັບ 2.3 ເປີເຊັນ.