ລິ້ງ ສຳຫລັບເຂົ້າຫາ

ສັງຄົມ ລາວ ກຳລັງປະເຊີນກັບ ການໃຊ້ແຮງງານເດັກນ້ອຍ ແລະ ມີການເອົາລັດເອົາປຽບດ້ານຄ່າຈ້າງ ໂດຍບໍ່ເປັນທຳເພີ່ມຂຶ້ນນັບມື້


ເດັກນ້ອຍລາວໃນເຂດຊົນນະບົດ.

ສັງຄົມ ລາວ ກຳລັງປະເຊີນກັບບັນຫາການໃຊ້ແຮງງານເດັກນ້ອຍ ແລະ ມີການເອົາລັດເອົາປຽບດ້ານຄ່າຈ້າງໂດຍບໍ່ເປັນທຳເພີ່ມຂຶ້ນນັບມື້ ໂດຍສະເພາະແມ່ນເດັກໃນເຂດຊົນນະບົດທີ່ບໍ່ມີໂອກາດດ້ານການສຶກສາ.


ທ່ານ ພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ ຖະແຫຼງວ່າການໃຊ້ແຮງງານເດັກນ້ອຍ ແລະ ມີລັກສະນະຂອງການເອົາລັດເອົາປຽບໃນດ້ານຄ່າຈ້າງຫຼືທີ່ບໍ່ປະຕິບັດຕາມກົດໝາຍແຮງງານນັ້ນ ກຳລັງກາຍເປັນບັນຫາທີ່ຮຸນແຮງເພີ່ມຂຶ້ນນັບມື້ຢູ່ໃນສັງຄົມ ລາວ ໂດຍສະເພາະແມ່ນການໃຊ້ແຮງງານເດັກໃນພາກກະສິກຳຢູ່ເຂດຊົນນະບົດ ຊຶ່ງເດັກນ້ອຍສ່ວນໃຫຍ່ບໍ່ມີໂອກາດດ້ານການສຶກ ສາໃນລະດັບມັດທະຍົມ ຫຼື ດ້ານວິຊາຊີບນັ້ນ ກໍຄືກຸ່ມເຍົາວະຊົນທີ່ຖືກໃຊ້ແຮງງານ ແລະ ຖືກເອົາລັດເອົາປຽບຫຼາຍທີ່ສຸດໃນ ລາວ ໃນປັດຈຸບັນນີ້ ທັງຍັງມີການປົກປິດການໃຊ້ແຮງງານເດັກດັ່ງກ່າວອີກດ້ວຍ ດັ່ງທີ່ທ່ານ ພົງໄຊສັກ ຢືນຢັນວ່າ

“ຄັນສິເວົ້າຄວາມຈິງມັນກະມີລັກສະນະທີ່ເຂົ້າຂ່າຍເຮົາກະເຄີຍສຳຫຼວດເພາະວ່າໃນກົດໝາຍເວົ້າວ່າ ຖ້າບໍລິສັດໃດມີການນຳໃຊ້ຜູ້ແຮງງານທີ່ມີອາຍຸຕໍ່າກວ່າ 18 ປີນີ້ເນາະຕ້ອງໄດ້ລາຍງານພວກເຮົາ ແຕ່ວ່າກະຍັງບໍ່ທັນມີບໍລິສັດໃດທີ່ລາຍງານ ແຕ່ວ່າໃນຄວາມເປັນຈິງມັນມີຕາມການຕິດຕາມກວດກາຂອງເຈົ້າໜ້າທີ່ ໂດຍສະເພາະແມ່ນຢູ່ໃນບັນດາຂະແໜງການຜະລິດຕ່າງໆກັບການເຮັດວຽກໃນຂະແໜງກະສິກຳ ອັນນີ້ເຂົ້າຂ່າຍນຳໃຊ້ແຮງງານແບບເປັນການນຳໃຊ້ແຮງງານເດັກ.”

ໃນປັດຈະບັນອັດຕາການເຂົ້າຮຽນຂອງເດັກນ້ອຍ ລາວ ອາຍຸ 3-5 ປີຢູ່ທີ່ລະດັບ 49 ເປີເຊັນສ່ວນການເຂົ້າຮຽນໃນລະດັບປະຖົມສຶກສາ, ລະດັບມັດທະຍົມຕົ້ນ ແລະ ມັດທະຍົມປາຍຢູ່ທີ່ອັດຕາສະ ເລ່ຍ 97.9 ເປີເຊັນ ກັບ 82.2 ເປີເຊັນ ແລະ 47.8 ເປີເຊັນຕາມລຳດັບ ຊຶ່ງກໍຖືເປັນການພັດທະນາດ້ານການສຶກສາທີ່ມີການຂະຫຍາຍຕົວເພີ່ມຂຶ້ນໃນທຸກພາກສ່ວນ ຫາກແຕ່ວ່າການພັດທະນາການສຶກສາໃນ ລາວ ກໍຍັງຂາດຄຸນນະພາບ ເຫັນໄດ້ຈາກອັດຕາການຄ້າງຫ້ອງໃນລະດັບປະຖົມສຶກສາຍັງຢູ່ທີ່ລະດັບ 3.8 ເປີເຊັນ ສ່ວນບັນຫາຍາກຈົນຂອງປະຊາຊົນ ລາວ ໃນເຂດຊົນນະບົດ ກໍຍັງເຮັດໃຫ້ເດັກນ້ອຍ ລາວ ຕ້ອງປະການຮຽນໃນອັດຕາສະເລ່ຍເຖິງ 4.8 ເປີເຊັນ ຊຶ່ງຖືເປັນອັດຕາສູງທີ່ສຸດໃນອາຊຽນດ້ວຍກັນ ແລະ ເມື່ອສົມທົບດ້ວຍສະພາບຊີວິດການເປັນຢູ່ທີ່ຍາກຈົນຢ່າງຍິ່ງຂອງປະຊາ ຊົນໃນ ລາວ ຊຶ່ງມີສາເຫດມາຈາກລະດັບຄ່າຄອງຊີບທີ່ປັບຕົວສູງຂຶ້ນນັບມື້ ໃນຂະນະທີ່ລັດຖະບານ ລາວ ກໍບໍ່ສາມາດທີ່ຈະໃຫ້ການຊ່ວຍເຫຼືອໄດ້ເລີຍນັ້ນ ກໍຍັງເຮັດໃຫ້ການປະການຮຽນໃນລະດັບປະ ຖົມສຶກສາໃນເຂດຊົນນະບົດຂອງ ລາວ ນັ້ນມີອັດຕາສະເລ່ຍສູງກວ່າ 20 ເປີເຊັນຂອງຈຳນວນນັກ ຮຽນທັງໝົດໃນລະດັບປະຖົມສຶກສາອີກດ້ວຍ.

ສ່ວນອົງການສະຫະປະຊາຊາດເພື່ອການພັດທະນາ ລາຍງານວ່າ ການຈັດຕັ້ງປະຕິບັດເປົ້າໝາຍໃນການພັດທະນາຢ່າງຍືນຍົງໃນ ລາວ ທີ່ກ່ຽວກັບການພັດທະນາເພື່ອຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງແມ່ ແລະ ເດັກນັ້ນບໍ່ສາມາດບັນລຸເປົ້າໝາຍໃນ 4 ດ້ານຄືການເກີດລູກຂອງແມ່ຍິງໂດຍທີ່ມີແພດໃຫ້ການຊ່ວຍເຫຼືອ, ການສັກຢາວັກຊີນປ້ອງກັນພະຍາດສຳລັບເດັກນ້ອຍທີ່ອາຍຸຕໍ່າກວ່າ 5 ປີ, ການຫຼຸດອັດຕາການຕາຍຂອງເດັກອາຍຸຕໍ່າກວ່າ 1 ປີ ແລະ ການຫຼຸດອັດຕາການຕາຍຂອງເດັກອາຍຸຕໍ່າກວ່າ 5 ປີ ເພາະວ່າການບໍລິການດ້ານສາທາລະນະສຸກໃນ ລາວ ຍັງບໍ່ສາມາດຕອບສະໜອງຄວາມຕ້ອງການຕົວຈິງຂອງປະຊາຊົນ ລາວ ໄດ້ຢ່າງທົ່ວເຖິງ ຊຶ່ງນອກຈາກຈະມີສາ ເຫດການຂາດແຄນດ້ານງົບປະມານຂອງລັດຖະບານ ລາວ ແລ້ວ ກໍຍັງໄດ້ສົ່ງຜົນກະທົບຕໍ່ເນື່ອງເຮັດໃຫ້ເກີດບັນຫາຂາດແຄນບຸກຄະລາກອນໃນດ້ານການແພດທີ່ມີຈິດສຳນຶກໃຫ້ບໍລິການແກ່ປະ ຊາຊົນຢູ່ເຂດຊົນນະບົດ ເພາະເຫັນແກ່ຄວາມສະດວກສະບາຍສ່ວນຕົວເປັນສຳຄັນ.

ປັດຈຸບັນ ທົ່ວປະເທດ ລາວ ມີໂຮງໝໍແຂວງ 17 ແຫ່ງ, ໂຮງໝໍເມືອງ 135 ແຫ່ງ, ສຸກສາລາໃນຊົນ ນະບົດ 1,020 ແຫ່ງ, ສ່ວນໃນເຂດນະຄອນຫຼວງວຽງຈັນມີໂຮງໝໍຂອງລັດ 4 ແຫ່ງຄືໂຮງໝໍມິດຕະ ພາບ, ໂຮງໝໍມະໂຫສົດ, ໂຮງໝໍເສດຖາທິລາດ ແລະ ໂຮງໝໍ 103 ນອກຈາກນີ້ກໍມີຄລີນິກຂອງເອກະຊົນ 1,050 ແຫ່ງ, ໂຮງໝໍຂອງເອກະຊົນ 27 ແຫ່ງ ໂດຍໃນນີ້ 18 ແຫ່ງຢູ່ໃນເຂດນະຄອນ ຫຼວງວຽງຈັນກັບ 9 ແຫ່ງຢູ່ຕ່າງແຂວງ ຈຶ່ງມີການແຕກໂຕນກັນໃນດ້ານສາທາລະນະສຸກລະຫວ່າງເຂດເມືອງກັບເຂດຊົນນະບົດ ທັງຍັງເຮັດໃຫ້ເດັກອາຍຸຕໍ່າກວ່າ 5 ປີໃນ ລາວ ມີສ່ວນສູງຕໍ່າກວ່າເກນມາດຕະຖານເຖິງ 38 ເປີເຊັນ ສ່ວນເດັກທີ່ນໍ້າໜັກຕໍ່າກວ່າເກນກໍມີຢູ່ເຖິງ 27 ເປີເຊັນ ຂະນະທີ່ອັດຕາການຕາຍຂອງເດັກອາຍຸຕໍ່າກວ່າ 1 ປີກໍຍັງສູງເຖິງ 45/1,000 ຄົນ ແລະ ອັດຕາການຕາຍຂອງແມ່ຂະນະຖືພາກໍສູງເຖິງ 197/100,000 ຄົນ ສ່ວນແມ່ທີ່ເກີດລູກໂດຍມີແພດໃຫ້ການຊ່ວຍ ເຫຼືອນັ້ນກໍຄິດເປັນອັດຕາສະເລ່ຍພຽງ 54 ເປີເຊັນຂອງຈຳນວນແມ່ຍິງ ລາວ ທີ່ເກີດລູກທັງໝົດ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG