ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລາວ ປະ​ເຊີນ ກັບ​ການ​ຂາດ​ດຸນ​ການ​ຄ້າ ເກີນກວ່າ 360 ລ້ານ​ໂດ​ລາ ໃນ​ປີ 2019 ​ແລະ​ຈະ​ເພີ້ມ​ຂຶ້ນ ໃນ​ປີ 2020


​ລົດ​ຂົນ​ສົ່ງ ກຳ​ລັງ ນຳ​ເຂົ້າ​ລົດ​ກະ​ບະໃໝ່ ​ຈາກ​ຕ່າງ​ປະ​ເທດ ເພື່ອ​ສະ​ໜອງແກ່ ​ຮ້ານ​ຂາຍ​ລົດຕ່າງໆ ໃນ​ລາວ
​ລົດ​ຂົນ​ສົ່ງ ກຳ​ລັງ ນຳ​ເຂົ້າ​ລົດ​ກະ​ບະໃໝ່ ​ຈາກ​ຕ່າງ​ປະ​ເທດ ເພື່ອ​ສະ​ໜອງແກ່ ​ຮ້ານ​ຂາຍ​ລົດຕ່າງໆ ໃນ​ລາວ

ລາວ​ຂາດ​ດຸນ​ການ​ຄ້າ​ຕ່າງ​ປະ​ເທດ ເກີນກວ່າ 360 ລ້ານ​ໂດ​ລາ ໃນ​ປີ 2019 ແລະ​ຄາດ​ວ່າ ຈ​ະ​ຂາດ​ດຸນ​ການ​ຄ້າ​ເພີ້ມ​ຂຶນ​ອີກ ໃນ​ປີ 2020 ຊຶ່ງ​ຈະ​ເຮັດ​ໃຫ້​ທຶນ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ ຂອງ​ລັດ​ຖະ​ບານ​ລາວ ຫລຸດ​ລົງ​ອີກ.


ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ ໃນ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ​ການ​ຄ້າ ເປີ​ດ​ເຜີຍ​ວ່າ ການ​ຄ້າ​ຕ່າງ​ປະ​ເທດ​ໃນ​ປີ 2019 ມີ​ມູນ​ຄ່າ​ລວມ 11,450 ກວ່າ​ລ້ານ​ໂດ​ລາ ໃນ​ນີ້​ແບ່ງ​ເປັນ​ການ​ສົ່ງ​ອອກ 5,545 ລ້ານ​ໂດ​ລາ ແລະ​ນຳ​ເຂົ້າ​ສິ​ນ​ຄ້າ​ຈາກ​ຕ່າງ​ປະ​ເທດ 5,905 ກວ່າ​ລ້ານ​ໂດ​ລາ ຈຶ່ງ​ເຮັດ​ໃຫ້​ລາວ ຂາດ​ດຸນ​ການ​ຄ້າຫຼາຍກວ່າ 360 ລ້ານ​ໂດ​ລາ ຫຼື​ເກີນ​ແຜນ​ການ​ທີ່​ວາງ​ໄວ້​ກວ່າ 38 ເປີ​ເຊັນ ໂດຍ​ເຖິງ​ແມ່ນ​ວ່າ ມູນ​ຄ່າ​ການ​ຄ້າ​ໃນ​ປີ 2019 ຈະ​ເພີ້ມ​ຂຶ້ນ​ຈາກ​ປີ 2018 ພຽງ ໃນ​ອັນ​ຕາ​ສະ​ເລ່ຍ 1.7 ເປີ​ເຊັນ ເທົ່າ​ນັ້ນ​ກໍ​ຕ​າມ ຫາກ​ແຕ່​ດ້ວຍ​ການ​ສົ່ງ​ອອກ​ທີ່​ເພີ້ມ​ຂຶ້ນ​ພຽງ 135 ລ້ານ​ໂດ​ລາ ໃນ​ຂະ​ນະ​ທີ່​ການ​ນຳ​ເຂົ້າ ກໍ​ເກີນ​ແຜນ​ການ​ທີ່​ວາງ​ໄວ້ຫຼາຍກວ່າ 100 ລ້າ​ນ​ໂດ​ລາ ​ຈຶ່ງ​ຖື​ເປັນ​ປັດ​ໄຈ​ສຳ​ຄັນ​ທີ່​ເຮັດ​ຫ​ໃຫ້​ທຶນ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ ຂອງ​ລັດ​ຖະ​ບານ​ລາວ ຫລຸດ​ລົງ​ຕື່ມ​ອີກ​ດ້ວຍ.

ທັງ​ນີ້ ຜູ້​ຊ່ຽວ​ຊານ​ດ້ານ​ການ​ເງິນ​ຂອງ​ທະ​ນາ​ຄານ​ໂລກ ປະ​ຈຳ​ລາວ ຢືນ​ຢັນ​ວ່າ ທຶນ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ລັດ​ຖະ​ບານ​ລາວ ມີ​ມູນ​ຄ່າ​ຕ່ຳ​ກວ່າ 1,000 ລ້າຍ​ໂດລາ ຊຶ່ງ​ທຽບ​ໄດ້​ກັບ​ການ​ນຳ​ເຂົ້າ​ສິນ​ຄ້າ ຈາກ​ຕ່າງ​ປະ​ເທດ ບໍ່​ເຖິງ 2 ເດືອນ ເພາະ​ວ່າ ລາວ​ນຳ​ເຂົ້າ​ສິນ​ຄ້າ​ໃນ​ມູນ​ຄ່າ​ສະ​ເລ່ຍ​ເຖິງ 492 ລ້ານ​ໂດ​ລາຕໍ່​ເດືອນ ​ພາຍ​ໃຕ້​ສະ​ພາກບ​ການ​ດັ່ງ​ກ່າວ ກໍ​ຍັງ​ເຮັດໃຫ້​ລັດ​ຖະ​ບານ​ລາວ ປະ​ເຊີນ​ກັບ​ການ​ເປັນ​ໜີ້​ເພີ້ມ​ຂຶ້ນ​ດ້ວຍ ເພາະຕ້ອງ​ກູ້​ຢືມ​ເງິນ​ຈາກ​ຕ່າງ​ປະ​ເທດ ເພື່ອ​ດຸ່ນ​ດ່ຽງ​ລາຍ​ຈ່າຍ​ທີ່​ສູງກວ່າ​ລາຍ​ຮັບ ໂດຍ​ປີ 2018 ໜີ້​ສິນ​ຂອງ​ລັດ​ຖະ​ບານ​ລາວ ມີ​ມູນ​ຄ່າ​ລວມ​ເຖິງ 12,104 ລ້ານ​ໂດ​ລາ ຄິດ​ເປັນ 65.3 ເປີ​ເຊັນ ຂອງຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ ຫຼື GDP ແລະ​ເພີ້ມ​ຂຶ້ນເປັນ 13,491 ລ້ານ​ໂດ​ລາ ຄິດ​ເປັນ 68 ເປີ​ເຊັນ ຂອງ GDP ໃນ​ປີ 2019 ທັງ​ຍັງ​ມີ​ທ່າ​ອ່ຽງທີ່​ຈະ​ເພີ້ມ​ຂຶ້ນ​ເປັນ​ຫລາຍກວ່າ 70 ເປີ​ເຊັນ ຂອງ GDP ໃນ​ປີ 2020 ອີກ​ດ້ວຍ.

ລົດ​ຂົນ​ສົ່ງ​ສິນ​ຄ້າ ກຳ​ລັງ​ລຽນ​ແຖວ ເພື່ອ​ແຈ້ງ​ເອ​ກະ​ສານ ​ການ​ນຳ​ເຂົ້າ​ສິນ​ຄ້າ​ຈາກ​ຕ່າງ​ປະ​ເທດ
ລົດ​ຂົນ​ສົ່ງ​ສິນ​ຄ້າ ກຳ​ລັງ​ລຽນ​ແຖວ ເພື່ອ​ແຈ້ງ​ເອ​ກະ​ສານ ​ການ​ນຳ​ເຂົ້າ​ສິນ​ຄ້າ​ຈາກ​ຕ່າງ​ປະ​ເທດ

ທັງ​ນີ້ ເພາະ​ວ່າ ລັດ​ຖະ​ບານ​ລາວ ໄດ້​ວາງ​ຄາດ​ໝາຍ​ການ​ຄ້າ​ໄວ້ ທີ່​ມູນ​ຄ່າ​ລວມ 13,000 ລ້ານ​ໂດ​ລາ ໃນ​ປີ 2020 ຊຶ່ງ​ຖ້າ​ຫາກວ່າ ການ​ສົ່ງ​ອອກ​ຍັງ​ປະ​ຕິ​ບັດ ໄດ້​ຕ່ຳ​ກວ່າ​ເປົ້າ​ໝາຍ ຫຼື​ໃນ​ລະ​ດັບ​ດຽວ​ກັນ​ກັບ​ໃນ​ປີ 2019 ທີ່​ຜ່ານ​ມາ​ນັ້ນ ໃນ​ຂະ​ນະ​ທີ່​ກາ​ນ​ນຳ​ເຂົ້າ​ສິນ​ຄ້າ ກໍ​ຍັງ​ບໍ່​ສາ​ມາດ​ຄວບ​ຄຸມ ໄດ້​ຕາມ​ແຜນ​ການ​ວາງ​ໄວ້​ດ້ວຍ​ແລ້ວ ກໍ​ຍ່ອມ​ຈະ​ເຮັດ​ໃຫ້​ລາວ ຕ້ອງ​ປະ​ເຊີນ​ກັບ​ບັນ​ຫາ​ຂາດ​ດຸນ​ການ​ຄ້າ​ເພີ້ມ​ຂຶ້ນ​ອີກ ຢ່າງ​ຫລີກ​ລ່ຽງ​ບໍ່​ໄດ້ ຊຶ່ງ​ກໍ​ມີ​ທ່າ​ອ່ຽງທີ່​ຈະ​ຂາດ​ດຸນ​ການ​ຄ້າ​ເກີນກວ່າ 1,000 ລ້ານ​ໂດ​ລາ ຫຼືເກີນກວ່າ​ທຶນ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ລັດ​ຖະ​ບານ​ລາວ ໃນ​ປັດ​ຈຸ​ບັນ ທັງ​ຍັງ​ປາ​ກົດ​ວ່າ ມີ​ການ​ໂອນ​ເງິນ​ຕາ​ຕ່າງ​ປະ​ເທດ​ເຂົ້າ​ມາ​ໃນ​ລາວ ​ໜ້ອຍກວ່າ​ມູນ​ຄ່າ​ສົ່ງ​ອອ​ກຕົວ​ຈິງ​ອີກ​ດ້ວຍ ດັ່ງ​ທີ່​ທ່ານ​ສອນ​ໄຊ ສີ​ພັນ​ດອນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ​ລັດ​ຖະ​ມົນ​ຕີ ວ່າ​ການ​ກະ​ຊວງ​ແຜນ​ການ ແລະ​ການ​ລົງ​ທຶນ ໄດ້​ຖະ​ແຫລງ​ຢືນ​ຢັນ​ວ່າ:

“ການ​ໂອນ​ເງິນ​ຕາ​ເຂົ້າ​ປະ​ເທດ​ຕົວ​ຈິງ ບໍ່​ໄດ້​ຕາມ​ມູນ​ຄ່າ ທີ່​ສົ່ງ​ອອກ​ເພາະ​ວ່າ ສິນ​ຄ້າ​ບາງ​ປະ​ເພດ​ຂາ​ອອກ ບໍ່​ໄດ້​ໂອນ​ເງິນ​ເຂົ້າ​ມາ​ໃນ​ປະ​ເທດ ຍ້ອນ​ວ່າ ມີ​ຂໍ້​ຜູກ​ພັນ​ທາງ​ສັນ​ຍາ ກັບ​ຜູ້​ລົງ​ທຶນ ນອກ​ຈາກນັ້ນ ບາງ​ໝວດ​ສິນ​ຄ້າ​ນຳ​ເຂົ້​າ​ປະ​ເທດ ເພື່ອ​ສົ່ງ​ອອກ​ຄືນ ສະ​ນັ້ນ ຈຶ່ງບໍ່​ມີ​ການ​ຊຳ​ຣະ​ສະ​ສາງ ຄ່າ​ອຸ​ປະ​ກອນ ດ່າ​ວັດ​ຖຸ​ດິບ ໃນ​ເວ​ລາ​ນຳ​ເຂົ້າ​ມາ.”

ທາງ​ດ້ານ ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງກອງ​ທຶນ​ການ​ເງິນ​ສາ​ກົນ ຫຼື IMF ປະ​ຈຳ​ອາ​ຊຽນ ເປີດ​ເຜີຍ​ວ່າ ການ​ຂາດ​ດຸນ​ການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ລາວ ຍັງ​ເຮັດ​ໃຫ້​ເງິນ​ກີບ​ອ່ອນ​ຄ່າ​ລົງ​ອີກ​ດ້ວຍ ໂດຍ​ໃນ​ໄລ​ຍະ 14 ເດືອນ​ທີ່​ຜ່ານ​ມາ ປາ​ກົດ​ວ່າ ເງິນ​ກີບ ໄດ້​ອ່ອນ​ຄ່າ​ລົງ 3.7 ເປີ​ເຊັນ ທຽບ​ໃສ່​ດອນ​ລາ​ສະ​ຫະ​ລັດ ແລະ 14.5 ເປີ​ເຊັນ ທຽບ​ໃສ່​ເງິນ​ບາດ ເຮັດ​ໃຫ້​ສິນ​ຄ້າ​ທຸກ​ຊະ​ນິ​ດ​ທີ່​ລາວ​ນຳ​ເຂົ້າ ຈາກ​ຕ່າງ​ປະ​ເທດ ໄດ້​ມີ​ການ​ປັບ​ລາ​ຄາ​ສູງ​ຂຶ້ນ ລວມ​ເຖິງ​ເຂົ້າ​ສານ​ທີ່​ປັບ​ຕົວ​ສູງ​ຂຶ້ນ​ດ້ວຍ​ເຊັ່ນ​ກັນ ເນື່ອງ​ຈາກ​ການ​ຜະ​ລິດ​ເຂົ້າ​ໃນ​ລາວ ທີ່​ໄດ້​ຕ່ຳ​ກວ່າ​ແຜນ​ການ​ທີ່​ວາງ​ໄວ້​ເຖິງ 2 ລະ​ດູ ອັນ​ເປັນ​ຜົນ​ກະ​ທົບ​ຈາກ​ໄພ​ນ້ຳ​ຖ້ວມ ແລະ​ໄພ​ແຫ້ງ​ແລ້ງ​ໃນ​ປີ 2018 ແລະ 2019.

ທັງ​ນີ້ ທ່ານ​ສົມ​ຈິດ ອິນ​ທະ​ມິດ ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ​ການ​ຄ້າ​ຢືນ​ຢັນ​ວ່າ ໃນ​ສ່​ວນ​ກ່ຽວ​ກັບ​ການ​ປັບ​ລາ​ຄາ​ຈຳ​ໜ່າຍ​ນ້ຳ​ມັນ​ເຊື້ອ​ໄຟ​ໃນ​ລາວ ກໍ​ເປັນ​ອີກ​ບັນ​ຫາ​ນຶ່ງ ທີ່​ສົ່ງ​ຜົນ​ກະ​ທົບ​ຕໍ່​ລາ​ຄາ​ສິນ​ຄ້າ​ໃນ​ລາວ ເພາະ​ລາວ ຕ້ອງ​ນຳ​ເຂົ້າ​ນ້ຳ​ມັນ​ຈາກ​ຕ່າງ​ປະ​ເທ​ດ​ທັງ 100 ເປີ​ເຊັນ.

XS
SM
MD
LG