ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ລາວ ປະເຊີນກັບໄພພິບັດທຳມະຊາດເຖິງ 235 ຄັ້ງ ໃນຊ່ວງປີ 2016-2020 ໂດຍປາສະຈາກ ລະບົບເຕືອນໄພທີ່ທັນສະໄໝ


​ປະ​ຊາ​ຊົນ​ເດີນ​ທາງ​ກັບ​ບ້ານ​ຂອງ​ເຂົາ​ເຈົ້າທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ໂດຍ​ນ້ຳ​ຖ້ວມ ຈາກ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ​ແຕກ, ເມືອງ​ສະ​ໜາມ​ໄຊ, ແຂວງ​ອັດ​ຕະ​ປື. 26 ກໍ​ລະ​ກົດ, 2018.
​ປະ​ຊາ​ຊົນ​ເດີນ​ທາງ​ກັບ​ບ້ານ​ຂອງ​ເຂົາ​ເຈົ້າທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ໂດຍ​ນ້ຳ​ຖ້ວມ ຈາກ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ​ແຕກ, ເມືອງ​ສະ​ໜາມ​ໄຊ, ແຂວງ​ອັດ​ຕະ​ປື. 26 ກໍ​ລະ​ກົດ, 2018.

ລາວ ປະເຊີນກັບໄພພິບັດທຳມະຊາດເຖິງ 235 ຄັ້ງໃນຊ່ວງປີ 2016-2020 ໂດຍປາສະຈາກລະບົບເຕືອນໄພທີ່ທັນສະໄໝ ຈຶ່ງເຮັດໃຫ້ເກີດການເສຍຫາຍທາງເສດຖະກິດໄປຢ່າງຫຼວງຫຼາຍໃນໄລຍະ 5 ປີຜ່ານມາ.


ທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມສັງຄົມສົງເຄາະ ຢືນຢັນວ່າໃນຊ່ວງປີ 2016-2020 ຜ່ານມາ ປະຊາຊົນ ລາວ ບັນດາເຜົ່າໄດ້ປະເຊີນກັບໄພພິບດທຳມະຊາດເຖິງ 235 ຄັ້ງທີ່ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ລາວ ຫຼາຍກວ່າ 1.8 ລ້ານຄົນ, ເສຍຊີວິດ 121 ຄົນ ແລະ ສູນຫາຍໄປ 45 ຄົນ ໂດຍສະເພາະແມ່ນໄພນໍ້າຖ້ວມຈາກກໍລະນີເຂື່ອນເຊປຽນ-ເຊນໍ້ານ້ອຍແຕກໃນປີ 2018 ຕິດຕາມດ້ວຍໄພນໍ້າຖ້ວມແຂວງພາກກາງ ແລະ ພາກໃຕ້ໃນປີ 2019 ແລະ ໄພນໍ້າຖ້ວມແຂວງສະຫວັນນະເຂດໃນປີ 2020 ນັ້ນເຮັດໃຫ້ລະບົບພື້ນຖານໂຄງລ່າງເສຍຫາຍໄປຫຼາຍກວ່າ 5,000 ຕື້ກີບ ດັ່ງທີ່ທ່ານ ວິໄລພົງ ຢືນຢັນວ່າ

“ໃນໄລຍະປີ 2016-2020 ໄດ້ມີສະພາບໄພພິບັດທຳມະຊາດເກີດຂຶ້ນຈຳນວນຫຼາຍຄັ້ງ ຊຶ່ງມາເບິ່ງແລ້ວນີ້ໄພນໍ້າຖ້ວມຖືວ່າໄດ້ສ້າງການສູນເສຍຕໍ່ຊີວິດຄົນນັ້ນຫຼາຍ ຖ້າທຽບໃສ່ໄພດ້ານອື່ນໆທີ່ເກີດ ຂຶ້ນໃນໄລຍະ 5 ປີຜ່ານມາ ທີ່ພົ້ນເດັ່ນກໍແມ່ນໃນປີ 2018, ປີ 2019 ແລ້ວກະ 2020 ເນາະ. ຊຶ່ງເກີດ ຂຶ້ນຢູ່ທີ່ແຂວງອັດຕະປື ແລະ ບັນດາແຂວງພາກກາງ, ພາກໃຕ້ ແລະ ໃນປີ 2020 ກະແມ່ນນໍ້າຖ້ວມຢູ່ແຂວງສະຫວັນນະເຂດ ຊຶ່ງສັງລວມມູນຄ່າຄວາມເສຍຫາຍ 5,000 ກວ່າຕື້.”

ສ່ວນທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມຍອມ ຮັບວ່າລະບົບເຕືອນໄພໃນ ລາວ ຍັງມີປະສິດທິພາບຕໍ່າ ຈຶ່ງເຮັດໃຫ້ເກີດການເສຍຫາຍຢ່າງໜັກ ໂດຍຈະເຫັນໄດ້ຈາກໄພພິບັດທຳມະຊາດໃນປີ 2019 ທີ່ມີທັງນໍ້າຖ້ວມ, ລົມພາຍຸ, ຟ້າຜ່າ, ດິນເຈື່ອນ, ໄຟປ່າ ແລະ ສັດຕູພືດຊະນິດຕ່າງໆ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນ ລາວ 579,000 ກວ່າຄົນໃນເຂດ 2,072 ບ້ານ 112 ເມືອງໃນ 13 ແຂວງ ກໍຄື ຜົ້ງສາລີ, ຫຼວງພະບາງ, ໄຊຍະບູລີ, ອຸດົມໄຊ, ຫົວພັນ, ຊຽງຂວາງ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ອັດຕະປື, ຈຳປາສັກ, ເຊກອງ ໂດຍມີຜູ້ເສຍຊີວິດ 28 ຄົນ ແລະ ສູນຫາຍ 7 ຄົນ.

ມີຖະໜົນທີ່ເສຍຫາຍໄປເຖິງ 10,591 ກິໂລແມັດ, ຂົວ 12 ແຫ່ງ, ໂຮງຮຽນ 215 ແຫ່ງ, ໂຮງໝໍ-ສຸກສາລາ 10 ແຫ່ງ, ໜອງປາ 1,922 ແຫ່ງ, ເຂົ້ານາປີເສຍຫາຍກວ່າ 139,829 ເຮັກຕາ,​ ຄອງຊົນລະ ປະທານ 76 ແຫ່ງ ແລະ ສັດລ້ຽງຫຼາຍໝື່ນຕົວ ສະນັ້ນເພື່ອຮັບມືກັບໄພທຳມະຊາດໃຫ້ໄດ້ຢ່າງເທົ່າທັນກັບສະພາບການຕົວຈິງນັ້ນ ຈຶ່ງຈະຕ້ອງມີການຕິດຕັ້ງລະບົບເຕືອນໄພທີ່ທັນສະໄໝໃນທຸກໂຄງ ການຂະໜາດໃຫຍ່ໃນ ລາວ ໃຫ້ໄດ້ໄວທີ່ສຸດ ດັ່ງທີ່ທ່ານ ຄຳແພງ ໄດ້ໃຫ້ການຢືນຢັນວ່າ

“ຖືວ່າວຽກງານຮີບດ່ວນນຶ່ງກໍແມ່ນວ່າ ວຽກງານການເຕືອນໄພ ຂໍ້ມູນຂ່າວສານຕ່າງໆໃນການເຕືອນໄພ ຕ້ອງເຮັດແນວໃດໃຫ້ມັນທັນກັບເວລາ ກໍຄືກັບຄວາມເປັນຈິງຄືຜ່ານມານີ້ ເຮົາກະເຕືອນຢູ່ ແຕ່ ວ່າມາດຕາບັງຄັບແທ້ຜັດບໍ່ມີ ຄັນພໍ່ແມ່ປະຊາຊົນ ຫຼືວ່າພະນັກງານ, ທະຫານ, ຕຳຫຼວດ ເຮົາກະທຳ ມະດາ ກະຄືເລື່ອງທຳມະດາ ບໍ່ມີຫຍັງເກີດຂຶ້ນ ບາດບັນເກີດຂຶ້ນມາແລ້ວ ຈຶ່ງຮູ້ວ່າມັນແມ່ນເປັນແນວນັ້ນແທ້ ສະນັ້ນວິທີການເຕືອນໄພຕ້ອງມີເຄື່ອງທັນສະໄໝອີກ ໂຄງການຕ່າງໆໂຄງການເຂື່ອນບໍ່ ຫຼືວ່າຢູ່ຈຸດໃດທີ່ສຳຄັນ ຕ້ອງມີເຄື່ອງເຕືອນໄພທີ່ທັນສະໄໝ.”

ທາງດ້ານທະນາຄານພັດທະນາເອເຊຍ ລາຍງານວ່າໄພນໍ້າຖ້ວມໃນ 13 ແຂວງດັ່ງກ່າວ ສາມາດທຽບໄດ້ກັບໄພນໍ້າຖ້ວມໃນປີ 2018 ທີ່ເກີດຂຶ້ນໃນຊ່ວງເດືອນກໍລະກົດ-ກັນຍາ ໂດຍສະເພາະແມ່ນເຂດເຂື່ອນເຊປຽນ-ເຊນໍ້ານ້ອຍແຕກນັ້ນ ​ເຮັດ​ໃຫ້​ເກີດ​ການ​ເສ​ຍ​ຫາຍກວ່າ 4,400 ຕື້​ກີບ​ເພາະ​ໄພ​ນ້ຳ​ຖ້ວມ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ປະ​ຊາ​ຊົນ 616,477 ຄົນ ຫຼື 126,619 ຄອບ​ຄົວ​ໃນ​ເຂດ 2,382 ບ້ານ, 124 ເມືອງ​ທົ່ວ​ປະ​ເທດ ຫາກ​ແຕ່​ວ່າ​ລັດ​ຖະ​ບານ ລາວ ກໍ​ໄດ້​ຈັດ​ສັນ​ງົບ​ປະ​ມານຊ່ວຍເຫຼືອ​ໄດ້ພຽງ 500 ຕື້​ກີບເທົ່ານັ້ນ ໃນຂະນະທີ່ຄວາມເສຍຫາຍທີ່ເກີດຂຶ້ນໃນຊ່ວງປີ 2016-2020 ນັ້ນມີຫຼາຍກວ່າ 10,000 ຕື້ກີບ.

ສ່ວນໄພນ້ຳຖ້ວມໃນແຂວງສະຫວັນນະເຂດ ໄດ້ເກີດຂຶ້ນໃນເດືອນ ຕຸລາ 2020 ທີ່ເກີດຈາກພາຍຸ 2 ໜ່ວຍຕິດຕໍ່ກັນນັ້ນ ກໍເຮັດໃຫ້ 8 ເມືອງຖືກນໍ້າຖ້ວມຢ່າງໜັກໜ່ວງຄືເມືອງສອງຄອນ, ຈຳພອນ, ຊົນນະບູລີ, ອາດສະພອນ, ເຊໂປນ, ເມືອງນອງ, ເມືອງພິນ, ວິລະບູລີ ແລະ ທ່າປາງທອງຊຶ່ງຕ້ອງເຮັດໃຫ້ໃຊ້ງົບປະມານເກີນກວ່າ 1,350 ຕື້ກີບ ເພື່ອຟື້ນຟູການຜະລິດແລະສ້ອມແປງພື້ນຖານໂຄງລ່າງເສຍຫາຍຢ່າງໜັກ.

ທາງດ້ານເຈົ້າໜ້າອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ຢືນຢັນວ່າ ການທີ່ ລາວ ປະເຊີນກັບໄພທຳມະຊາດຢ່າງຕໍ່ເນື່ອງກໍຄືສາເຫດສຳຄັນທີ່ເຮັດໃຫ້ການຫຼຸດຜ່ອນຄວາມຍາກຈົນປະຕິບັດໄດ້ຕໍ່າກວ່າເປົ້າໝາຍໂດຍເຫັນໄດ້ຈາກປະຊາຊົນ ລາວ 632,909 ຄົນທີ່ມີຊີວິດການເປັນຢູ່ຍາກຈົນຢ່າງຍິ່ງ ຄິດເປັນ 9 ເປີເຊັນຂອງປະຊາກອນ ລາວ ທັງໝົດ ສ່ວນການລະບາດຂອງໄວຣັສ ໂຄວິດ-19 ກໍຍັງເຮັດໃຫ້ບັນຫາຍາກຈົນເພີ່ມຂຶ້ນຈາກ 18.3 ເປີເຊັນໃນປີ 2019 ເປັນ 21.4 ເປີເຊັນຂອງປະຊາກອນ ລາວ ທັງໝົດໃນປັດຈຸບັນນີ້.

XS
SM
MD
LG